ຍານອາວະກາດຂອງເອກະຊົນ ທີ່ບັນທຸກເຄື່ອງເຈາະ ເຄື່ອງດູດຝຸ່ນ ແລະເຄື່ອງທົດລອງອື່ນໆ ສຳລັບອົງການອາວະກາດແລະການບິນແຫ່ງຊາດຂອງສະຫະລັດ ຫຼື NASA ໄດ້ລົງຈອດຢູ່ທີ່ດວງຈັນໃນວັນອາທິດວານນີ້ ອັນເປັນຄັ້ງຫຼ້າສຸດໃນຫຼາຍບໍລິສັດທີ່ກຳລັງຫາທາງເລີ້ມຕົ້ນທຸລະກິດ ກ່ຽວກັບດວງດາວທີ່ເປັນເພື່ອນຮ່ວມຈັກກະວານຂອງໂລກ ກ່ອນທີ່ຈະມີພາລະກິດການສົ່ງນັກບິນອາວະກາດ ອີງຕາມລາຍງານຂອງອົງການຂ່າວເອພີ.
ຍານອາວະກາດ Blue Ghost ຂອງ ບໍລິສັດ Firefly Aerospace ໄດ້ເຫີນລົງຈາກການບິນໃນລະບົບອັດໂຕໂນມັດ ອ້ອມວົງໂຄຈອນຂອງດວງຈັນ ໂດຍແນໃສ່ສະຖານທີີ່ເນີນພູໄຟທີ່ເກົ່າແກ່ຢູ່ໃນບໍລິເວນອ່າງກະທົບ ທາງຟາກຕາເວັນອອກສຽງເໜືອຂອບສຸດຂອງດວງຈັນ.
ຜົນສຳເລັດຂອງການລົງຈອດໄດ້ຖືກຢັ້ງຢືນຈາກສູນຄວບຄຸມພາລະກິດຂອງບໍລິສັດ ທີ່ຕັ້ງຢູ່ຊານເມືອງ ອອສຕິນ ລັດເທັກຊັສ ພາຍຫຼັງຈາກປະຕິບັດການທີ່ມີໄລຍະໄກປະມານ 360,000 ກິໂລແມັດ.
“ຊຸມເຈົ້າ ເຮົາລົງຈອດສຳເລັດ. ພວກເຮົາຢູ່ເທິງດວງຈັນ” ທ່ານວີລ ຄູແກນ ຫົວໜ້າວິສະວະກອນສຳລັບຍານອາວະກາດຂອງບໍລິສັດ Firefly ໄດ້ລາຍງານ.
ການລົງຈອດໃນທາງຕັ້ງຂອງຍານອາວະກາດ ແລະມີສະຖຽນລະພາບ ເຮັດໃຫ້ບໍລິສັດ Firefly ເຊິ່ງເປັນບໍລິສັດເລີ້ມຕົ້ນທີ່ກໍ່ຕັ້ງຂຶ້ນເມື່ອສິບປີກ່ອນ ເປັນບໍລິສັດເອກະຊົນ ທຳອິດ ທີ່ສາມາດສົ່ງຍານອາວະກາດລົງຈອດເທິງດວງຈັນ ໂດຍບໍ່ເກີດອຸບັດເຫດຕົກ ຫຼື ລົ້ມງ່ຽງແຕ່ຢ່າງໃດ. ເຖິງແມ່ນວ່າ ຫຼາຍປະເທດກໍໄດ້ລົ້ມແຫຼວ ໂດຍມີພຽງແຕ່ຫ້າຄັ້ງທີ່ໄດ້ປະສົບຜົນສຳເລັດກໍຄື: ຣັດເຊຍ, ສະຫະລັດ, ຈີນ, ອິນເດຍ ແລະຍີ່ປຸ່ນ.
ເຄິ່ງຊົ່ວໂມງຫຼັງຈາກການລົງຈອດ, ຍານອາວະກາດ Blue Ghost ໄດ້ເລີ້ມສົ່ງພາບຖ່າຍຕ່າງໆຈາກພື້ນຜິວດວງຈັນກັບຄືນມາ, ເຊິ່ງຮູບທຳອິດເປັນການຖ່າຍຕົນເອງ ຫຼື ແຊລຟີ ແບບວ່າ ຖືກບັງດ້ວຍແສງຂອງດວງຕາເວັນ.
ຍານອາວະກາດຂອງອີກສອງບໍລິສັດ ແມ່ນກຳລັງຕິດຕາມຫຼັງ Blue Ghost ມາຢ່າງໃກ້ຊິດ ໂດຍລຳຕໍ່ໄປຄາດໝາຍວ່າ ຈະມາຮ່ວມຢູ່ທີ່ດວງຈັນ ໃນທ້າຍອາທິດໜ້ານີ້.
Blue Ghost ເປັນຊື່ທີ່ຕັ້ງຕາມແມງຫິງຫ້ອຍທີ່ຫາຍາກຊະນິດນຶ່ງຂອງສະຫະລັດ ທີ່ມີຂະໜາດຂອງມັນ ແລະຮູບຮ່າງສຳລັບມັນ. ສີ່ຂາທີ່ຢ່ອງຢໍ້ລົງຂອງຍານອາວະກາດນັ້ນ ຕັ້ງຂຶ້ນສູງຢູ່ສອງແມັດ ແລະ ກວ້າງ 3.5 ແມັດ ສະໜອງຄວາມທຸ່ນທ່ຽງເພີ້ມໃຫ້ແກ່ມັນ ອີງຕາມບໍລິສັດ.
ອ່ານຂ່າວໃນພາສາອັງກິດ
A private lunar lander carrying a drill, vacuum and other experiments for NASA touched down on the moon Sunday, the latest in a string of companies looking to kickstart business on Earth's celestial neighbor ahead of astronaut missions.
Firefly Aerospace’s Blue Ghost lander descended from lunar orbit on autopilot, aiming for the slopes of an ancient volcanic dome in an impact basin on the moon’s northeastern edge of the near side.
Confirmation of successful touchdown came from the company's Mission Control outside Austin, Texas, following the action some 360,000 kilometers away.
“You all stuck the landing. We’re on the moon,” Firefly’s Will Coogan, chief engineer for the lander, reported.
An upright and stable landing makes Firefly — a startup founded a decade ago — the first private outfit to put a spacecraft on the moon without crashing or falling over. Even countries have faltered, with only five claiming success: Russia, the U.S., China, India and Japan.
A half hour after landing, Blue Ghost started to send back pictures from the surface, the first one a selfie somewhat obscured by the sun's glare.
Two other companies’ landers are hot on Blue Ghost’s heels, with the next one expected to join it on the moon later this week.
Blue Ghost — named after a rare U.S. species of fireflies — had its size and shape going for it. The squat four-legged lander stands 2 meters tall and 3.5 meters wide, providing extra stability, according to the company.
ຟໍຣັມສະແດງຄວາມຄິດເຫັນ