ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຍານ​​ຂອງ​ເອ​ກະ​ຊົນ ໄດ້​ລົງ​ຈອດ​ຢູ່​ເທິງ​ເດືອນ, ສົ່ງ​ສັນ​ຍານ​ທີ່​ອ່ອນ​ກັບ​ມາ


ພາບນີ້​ຖືກ​ຖ່າຍ​ຈາກວິ​ດີ​ໂອ​ທີ່​ເຜີ​ຍ​ແຜ່​ໂດຍ​ບໍ​ລິ​ສັດ Intuitive Machines ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຜູ້​ຄວບ​ຄຸມ​ການ​ບິນ​ຢູ່​ບໍ​ລິ​ສັດ Houston ສະ​ແດງ​ປະ​ຕິ​ກິ​ລິ​ຍາຫຼັງ​ຈາກ​ຍານ​ອະ​ວະ​ກາດ​ເອ​ກະ​ຊົນ​ຂອງ​ເຂົາ​ເຈົ້າ​ໄດ້​ລົງ​ຈອດ​ຢູ່​ເທິງ​ເດືອນ, 22 ກຸມ​ພາ 2024.
ພາບນີ້​ຖືກ​ຖ່າຍ​ຈາກວິ​ດີ​ໂອ​ທີ່​ເຜີ​ຍ​ແຜ່​ໂດຍ​ບໍ​ລິ​ສັດ Intuitive Machines ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຜູ້​ຄວບ​ຄຸມ​ການ​ບິນ​ຢູ່​ບໍ​ລິ​ສັດ Houston ສະ​ແດງ​ປະ​ຕິ​ກິ​ລິ​ຍາຫຼັງ​ຈາກ​ຍານ​ອະ​ວະ​ກາດ​ເອ​ກະ​ຊົນ​ຂອງ​ເຂົາ​ເຈົ້າ​ໄດ້​ລົງ​ຈອດ​ຢູ່​ເທິງ​ເດືອນ, 22 ກຸມ​ພາ 2024.

ຍານ​ລົງ​ຈອດ​ເທິງດວງເດືອນ​ຂອງ​ເອ​ກະ​ຊົນ​ ສະ​ຫະ​ລັດ ໄດ້​ໄປ​ຮອດ​ເດືອນ​ແລ້ວ, ແຕ່​ພວກ​ເຈົ້າ​ໜ້າ​ທີ່​ຂອງ​ບໍ​ລິ​ສັດ​ໄດ້​ກ່າວ​ວ່າ​ມັນ​ໄດ້​ສົ່ງ​ສັນ​ຍານ​ທີ່​ອ່ອນ​ກັບ​ມາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ຍານ​ລົງ​ຈອດເທິງເດືອນ​ດັ່ງ​ກ່າວ​ໄດ້​ນຳ​ພາ​ຕົນ​ເອງສຳ​ຫຼວດ​ພື້ນ​ຜິວ​ຂອງ​ເດືອນ​ໃນ​ວັນ​ພະ​ຫັດ​ວານນີ້, ຊອກ​ຫາ​ຈຸດ​ທີ່​ຂ້ອນ​ຂ້າງບ່ອນ​ຮາບ​ພຽງ​ໃນ​ຜາ ແລະ ປາກ​ພູ​ທີ່​ຢູ່​ເຂດ​ໃຕ້​ສຸດ​ຂອງ​ເດືອນ. ບໍ​ລິ​ສັດ Intuitive Machines ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ຢ່າງ​ໜັກ​ ທີ່​ຈະ​ກາຍ​ເປັນ​ທຸ​ລະ​ກິດ​ເອ​ກະ​ຊົນ​ຜູ້​ທຳ​ອິດ​ທີ່​ສາ​ມາດ​ລົງ​ຈອດ​ເທິງ​ເດືອນ​ໄດ້, ເຊິ່ງ​ແມ່ນ​ການ​ກະ​ທຳ​ທີ່​ປະ​ສົບ​ຄວາ​ມ​ສຳ​ເລັດ​ໂດຍ 5 ປະ​ເທດ​ເທົ່າ​ນັ້ນ. ຍານ​ດັ່ງ​ກ່າວ​ ແມ່​ນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ອົງ​ການ NASA ເພື່ອ​ພະ​ຍາ​ຍາມຈະ​ເຮັດ​ໃຫ້​ການສົ່ງ​ເຄື່ອງ​ເປັນ​ການ​ຄ້າ ກ່ອນ​ການ​ເດີນ​ທາງ​ກັບ​ຄືນ​ໄປ​ເດືອນຂອງ​ນັກ​ອະ​ວະ​ກາດ​ທີ່​ໄດ້​ວາງ​ແຜນ​ໄວ້. ມັນ​ບໍ່​ໄດ້​ມີ​ຍານ​ອະ​ວະ​ກາດ​ຂອງ ສະ​ຫະ​ລັດ ຢູ່​ເທິງ​ເດືອນ​ນັບ​ຕັ້ງ​ແຕ່​ການ​ສິ້ນ​ສຸດ ​ຂອງ​ໂຄງ​ການ ອາ​ພອ​ລ​ໂລ ຂອງ​ອົງ​ການ NASA.

A private U.S. lunar lander has touched down on the moon, but company officials say it was sending a weak signal. The lander guided itself to the surface Thursday, searching for a relatively flat spot among all the cliffs and craters near the south pole. Intuitive Machines was striving to become the first private business to pull off a lunar landing, a feat achieved by only five countries. The craft is part of NASA's efforts to commercialize moon deliveries ahead of the planned return of astronauts. There hasn't been a U.S. spacecraft on the moon since the end of NASA's Apollo program.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG