ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບໍລິສັດເອກກະຊົນລາວ ໄດ້ປະຕິບັດພັນທະ ໃນການຊໍາລະ ອາກອນມູນຄ່າເພີ້ມ ຕໍ່າກວ່າ 20 ເປີເຊັນ


ບໍລິສັດເອກກະຊົນລາວ.
ບໍລິສັດເອກກະຊົນລາວ.

ບໍ​ລິ​ສັດ​ເອກ​ກະ​ຊົນ​ລາວ​ທີ່ໄດ້​ປະຕິບັດ​ພັນທະ​ໃນ​ການຊຳລະ ອາ​ກອນ​ມູນ​ຄ່າ​ເພີ້​ມ
(VAT) ຢ່າງ​ຄົບ​ຖ້ວນ​ມີ​ຕໍ່າ​ກວ່າ 20 ​ເປີ​ເຊັນ ຂອງ​ຈຳນວນ​ບໍລິສັດ​ເອກ​ກະ​ຊົນ ທີ່​ມີ​ຢູ່​
ຫຼາຍ​ກວ່າ 124,830 ຫົວໜ່ວຍ​ໃນ​ທົ່ວ​ປະ​ເທດ ຊຶ່ງຊົງ​ລິດ​ ໂພນ​ເງິນ ນັກ​ຂ່າວ ວີ​ໂອ​ເອ
ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສົມ​ດີ ດ​ວງດີ ຮອງ​ນາຍ​ຍົກ​ລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ກະຊວງ​ການ
​ເງິນ ​ຖະ​ແຫຼ​ງຍອມຮັບ​ວ່າ ການຈັດ​ເກັບ​ລາ​ຍຮັບຂອງ​ລັດຖະບານ​ ຈາກ​ອາກອນ​ມູນ​
ຄ່າ​ເພີ້​ມ ຫຼື (VAT) ​ໃນ​ໄລຍະ​ຜ່າ​ນ ຍັງ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຕໍ່າ​ກວ່າ​ເປົ້າ​ໝາຍ​
ທີ່​ວາງ​ໄວ້ ​ໂດຍ​ມີ​ສາ​ເຫດ​ສຳຄັນ​ມາ​ຈາກ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ພະນັກງານ​ລັດ ທີ່​ມີປະສິດທິພາບ​ຕໍ່າ ​ແລະ​ບໍ່​ເຂັ້ມ​ງວດ​ຕາມ​ລະບຽບ
ກົດໝາຍ​ອີກ​ດ້ວຍ ພາຍ​ໃຕ້​ສະພາບ​ການ​ດັ່ງ​ກ່າວ​ນີ້​ຍັງ​ເຮັດ​ໃຫ້​ມີ​ບໍລິສັດ​ເອກ​ກະ​ຊົນ
ຄຶດ​ເປັນ​ສັດສ່ວນ​ທີ່​ຕໍ່​າກວ່າ 20 ​ເປີ​ເຊັນ ຂອງ​ຈຳນວນ​ບໍລິສັດ​ເອກ​ກະ​ຊົນ​ທັງ​ໝົດ​ເທົ່າ​
ນັ້ນ ທີ່​ໄດ້​ຊຳ​ລະອາ​ກອນມູນ​ຄ່າ​ເພີ້​ມຢ່າງ​ຄົບ​ຖ້ວນ ສ່ວນ​ທີ່ເຫຼືອອີກ ກວ່າ 80 ​ເປີ​ເຊັນ
​ນັ້ນ ຕ່າງ​ກໍ​ໄດ້​ພາກັນ​ຫລົບ​ລ້ຽງການ​ຊຳລະ​ອາກອນມູນຄ່າ​ເພີ້​ມ ດັ່ງ​ທີ່​ທ່ານ​ສົມ​ດີ ​ໄດ້​
ໃຫ້ການ​ຢືນ​ຢັນ​ວ່າ.

“ລະບົບ​ອາກອນມູນ​ຄ່າ​ເພີ້​ມທີ່​ກຳນົດ​ໃນ​ປັດຈຸບັນ ຍັງບໍ່​ໄປ​ຕາມ​ມາດຕະຖານ ຫຼື​
ຫລັກການ​ຂອງ​ອາກອນ​ມູນ​ຄ່າ​ເພີ້ິມຢ່າງ​ເປັນ​ຕ່ອງ​ໂສ້ ​ເຮັດ​ໃຫ້ການ​ຄຸ້ມຄອງ​ມີ​
ຄວາມ​ຫຍຸ້ງຍາກ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຕ​ຈິງ ການ​ເຂົ້າ​ໃນ​ລະບົບ​ອາກອນ​ມູນ​ຄ່າ​
ເພີ້​ມ​ໄດ້​
ກຳນົດສຳ​ລັບ​ທຸລະ​ກິດ​ທີ່​ມີ​ລາຍຮັບ 400 ລ້ານ​ກີບຕໍ່​ປີ​ຂຶ້ນ​ໄປ​ເປັນ​ຜົນ​ເຮັດ​ໃຫ້​ມີ​ການ
​ຫລົບຫລີກ​ການ​ເຂົ້າ​ໃນ​ລະບົບ​ອາກອນ​ມູນ​ຄ່າ​ເພີ້​ມ ຊຶ່ງ​ສະຖິຕິ​ການ​ເຂົ້າ​ໃນ​ລະບົບ
​ອາກອນມູນ​ຄ່າ​ເພີ້​ມໃນໄລຍະ​ຜ່ານ​ມາ​ຖື​ວ່າ​ຍັງ​ກວມ​ບໍ່​ຮອດ 20 ​ສ່ວນ​ຮ້ອຍ ຂອງ​ບັນ
ດາ​ຫົວໜ່ວຍ​ທຸລະ​ກິດ.”

​ໂດຍ​ອີງ​ຕາມ​ລາຍ​ງານຂອງ​ສູນ​ສະຖິຕິ​ແຫ່ງ​ຊາດ ລະບຸ​ວ່າການ​ສຳ​ຫລວດ​ກ່ຽວ​ກັບ​ການ
​ຜະລິດ​ສິນຄ້າ ​ແລະ​ບໍລິການ​ຂອງ​ບັນດາ​ຫົວໜ່ວຍ​ພື້ນຖານ​ທາງ​ເສດຖະ​ກິດ​ຈຳນວນ​
ທັງ​ໝົດ 124,830 ຫົວໜ່ວຍ​ໃນ​ທົ່ວ​ປະ​ເທດພົບ​ວ່າ 94 ​ເປີ​ເຊັນ ​ເປັນ​ທຸລະ​ກິດຂະໜາດ
​ນ້ອຍ ທີ່​ໄດ້​ທຳ​ການ​ຜະລິດ​ສິນຄ້າ ​ແລະ​ບໍລິການ​ເພື່ອ​ຕອບ ​ສະໜອງ​ການ​ບໍລິ​ໂພ​ກພາຍ
​ໃນ​ປະ​ເທດ​ເປັນ​ດ້ານ​ຫລັກ ​ໂດຍ​ມີ​ພຽງ 630 ຫົວໜ່ວຍ​ຄິດ​ເປັນ 0.5 ​ເປີ​ເຊັນ ​ເທົ່າ​ນັ້ນ​ທີ່
​ເນັ້ນ​ໜັກ​ການ​ຜະລິດ​ສິນຄ້າ​ເພື່ອ​ສົ່ງ​ອອກ​ ສ່ວນ 1,700 ກວ່າ​ຫົວໜ່ວຍ​ຄິດ​ເປັນ 1.4 ​
ເປີ​ເຊັນ ທີ່​ເນັ້ນ​ໜັກ​ທັງ​ການ​ຜະລິດ​ສິນຄ້າ​ເພື່ອ​ສົ່ງ​ອອກ ​ແລະ​ຕອບ​ສະໜອງ​ການ​ບໍລິ​
ໂພ​ກພາຍ​ໃນ​ປະ​ເທດ​ຄຽງຄູ່​ກັນ​ໄປ.

ທາງ​ດ້ານເຈົ້າ​ໜ້າ​ທີ່​ຂອງ​ທະນາຄານ​ໂລກ​ປະຈຳ​ລາວ ຢືນຢັນ​ວ່າ​ທະນາຄານໂລກ​ໄດ້
ໃຫ້ການ​ຊ່ວ​ຍເຫຼືອ​ເພື່ອ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະ​ໜາດ​ກາງ
ຫຼື (SMEs) ຂອງ​ລາວ​ໃນ​ມູນ​ຄ່າ​ລວມ 20 ລ້ານ​ໂດ​ລາ ​ໃນ​ຊ່ວງ​ປີ 2014 ຫາ 2019 ​ໃນ
​ນີ້​ແບ່ງ​ເປັນ​ການ​ຊ່ວ​ຍ​ເຫຼືອ​ດ້ານ​ເທັກ​ນິກ 10 ລ້ານ​ໂດ​ລາ ​ແລະ​ເງິນ​ທຶນ​ສຳລັບ​ໃຫ້ SMEs
ກູ້​ຢືມ​ໃນ​ມູນ​ຄ່າ 10 ລ້ານ​ໂດ​ລາ ຊຶ່ງ​ກໍ​ປາກົດ​ວ່າຈົນ​ເຖິງ​ປັດຈຸບັນ​ນີ້​ໄດ້​ມີ​ການ​ປ່ອຍ​ເງິນ​ກູ້​
ໃຫ້​ກັບ SMEs ​ໄປ​ແລ້ວ​ພຽງ 42 ລາຍ ​ແລະ​ຄິດ​ເປັນ​ມູນ​ຄ່າ​ລວມພຽງ 4.4 ລ້ານ​ໂດ​ລາ
​ເທົ່າ​ນັ້ນ ທັງ​ນີ້​ກໍ​ເນື່ອງ​ມາ​ຈາກ​ການ​ຕັດ​ຕັ້ງ​ປະຕິບັດ​ທີ່​ດຳ​ເນີນ​ໄປຢ່າງຊັກ​ຊ້າ​ໃນ​ໜ່ວຍ​
ງານ​ຂອງ​ລັດຖະບານ​ລາວ​ເອງ.

ສ່ວນ​ທ່ານ​ນາງ​ຈັນທະ​ຈອນ ວົງ​ໄຊ ຮອງ​ປະທາ​ນສະພາການ​ຄ້າ ​ແລະ​ອຸດສາຫະກຳ​ແ
ຫ່ງ​ຊາດ​ລາວ​ກໍ​ຢືນຢັນ​ວ່າ ສະພາກ​ານຄ້າ ​ແລະ​ອຸດສາຫະກຳ ​ໄດ້​ສ້າງ​ຕັ້ງ​ສູນ​ພັດທະນາ​
ກາ​ໝາຍກາ​ນຄ້າ​ຂຶ້ນ​ ເມື່ອ​ບໍ່​ນານ​ມາ​ນີ້ ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ອົງການ​ສະຫະ​ປະຊາ
​ຊາດ ​ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ພັດທະນາ​ເພື່ອ​ຍົກລະດັບ​ຄຸນ​ນະ​ພາບ​ສິນຄ້າ​ທີ່​ຜະລິດ​ໃນ
​ລາວ​ໃຫ້​ໄດ້​ມາດຕະຖານ​ສາກົນ ​ໂດຍ​ສະ​ເພາະ​ແມ່ນ​ໄມ້​ແປ​ຮູບ ຖືເປັນ​ທ່າ​ແຮງ​ສຳຄັນ​
ທີ່​ພາກ​ທຸລະ​ກິດຂອງ​ລາວ​ສາມາດ​ຈະ​ພັດທະນາ​ໃຫ້​ແຂ່ງຂັນ​ໃນ​ຕະຫຼາດສາກົນ​ໄດ້​ເປັນ​
ຢ່າງ​ດີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ປັດຈຸບັນ​ກໍ​ມີ​ຫົວໜ່ວຍ​ທຸລະ​ກິດ​ເອກ​ກະ​ຊົນ​ລາວ​ຈຳນວນ​ທັງ​ໝົດ
119 ຫົວໜ່ວຍ​ໃນ​ທົ່ວ​ປະ​ເທດ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ນຳ​ໃຊ້​ກາ​ໝາຍ​ນຶ່ງ​ເມືອງນຶ່ງ​ຜະລິດ
​ຕະພັນ ຫຼື (ODOP) ທີ່​ນານາ​ຊາດ​ໃຫ້ການ​ຍອມຮັບ​ໃນ​ຄຸນ​ນະພາ​ບ ​ແລະ​ມາດ​ຕະ​ຖານ
​ທີ່​ເປັນ​ຜະລິດ​ຕະພັນຂອງ​ລາວ​ໃນ​ຕະຫຼາດ​ສາກົນ ຈຶ່ງ​ເຮັດ​ໃຫ້​ມີ​ລາຍ​ຮັບ​ໃນ​ເກນ ທີ່​ຈະ
​ຕ້ອງ​ຊໍາ​ລະອາກອນ​ມູນ​ຄ່າ​ເພີ້​ມ ​ໃນ​ຂະນະ​ທີ່ SMEs ສ່ວນ​ໃຫຍ່ນັ້ນ​ມີ​ລາຍ​ຮັບ​ບໍ່​ເຖິງ
​ເກນ ຊຶ່ງບໍ່​ຕ້ອງ​ຊໍາລະ​ອາກອນ​ມູນ​ຄ່າ ​ເພີ້​ມນັ້ນເອງ.

ສຳລັບ​ແຜນການ​ປີ 2018 ຂອງ​ລັດຖະບານ​ລາວ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ຈັດ​ເກັບ​ລາຍ​
ຮັບ​ໃຫ້​ໄດ້ 25,452 ຕື້​ກີບ ຄຶດ​ເປັນ 17 ​ເປີ​ເຊັນ ຂອງ​ຍອດພະ​ລິດ (GDP) ສ່ວນ​ແຜນ
ການ​ປີ 2017 ລັດຖະບານ​ລາວ​ກໍ​ວາງ​ເປົ້າ​ໝາຍ​ການ​ຈັດ​ເກັບ​ລາຍ​ຮັບໃຫ້​ໄດ້ 23,946
ຕື້​ກີບ ​ແຕ່ກໍ​ປະຕິ​ບັດ​ໄດ້​ຈິງ 96 ​ເປີ​ເຊັນ​ຂອງແຜນກາ​ນປີ​ນີ້.

XS
SM
MD
LG