ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຍັງສືບຕໍ່ ມີຄວາມເປັນຫ່ວງ ກ່ຽວກັບ ຊະຕາກຳ ຂອງ ທ່ານສົມບັດ


ທ່ານສົມບັດ ສົມພອນ
ທ່ານສົມບັດ ສົມພອນ

ຫ້ອງການຂອງທ່ານນາງ Jen Psaki ໂຄສົກກະຊວງການຕ່າງ
ປະເທດສະຫະລັດໄດ້ອອກຖະແຫຼງການສະບັບນຶ່ງເນື່ອງໃນໂອ
ກາດວັນຄົບຮອບ 2 ປີ ໃນການຫາຍສາບສູນຂອງທ່ານສົມບັດ
ສົມພອນ ໂດຍມີໃຈຄວາມວ່າ ທ່ານສົມບັດ ສົມພອນໄດ້ຖືກລັກ
ພາໂຕໄປ ໃນຕອນແລງ ຂອງວັນທີ 15 ທັນວາ ປີ 2012 ຈາກ ດ່ານກວດຕຳຫຼວດແຫ່ງນຶ່ງ ທີ່ນະຄອນວຽງຈັນ.

ທ່ານນາງ Jen Psaki ໂຄສົກ ກະຊວງຕ່າງປະເທດ ສຫລ
ທ່ານນາງ Jen Psaki ໂຄສົກ ກະຊວງຕ່າງປະເທດ ສຫລ

ຖະແຫລງການທີ່ນຳອອກເຜີຍແຜ່ເມື່ອຕອນແລງຂອງວັນພະຫັດ
ຜ່ານມາເວົ້າວ່າ ສະຫະລັດຍັງສືບຕໍ່ມີຄວາມວິຕົກກັງວົນຢ່າງເລິກ
ເຊິ່ງ ກ່ຽວກັບຊະຕາກຳຂອງທ່ານສົມບັດແລະຂ່າວທີ່ມັນໄດ້ສົ່ງໄປ ຫາສະມາຊິກຄົນອື່ນໆຂອງກຸ່ມສັງຄົມພົນລະເຮືອນທີ່ພວມພະຍາ
ຍາມບາກບັ່ນ ຫາທາງປັບປຸງ ຊີວິດການເປັນຢູ່ ຂອງ ເພື່ອນຮ່ວມ
ຊາດດ້ວຍກັນໃຫ້ດີຂຶ້ນ.

ຖະແຫຼງການ ເວົ້າວ່າ ຄວາມເປັນຫ່ວງຂອງພວກເຮົາ ແມ່ນຢູ່ກັບ
ຄອບຄົວ ຂອງທ່ານສົມບັດ ເພື່ອນຝູງ ແລະບຸກຄົນອື່ນໆ ອີກຈຳ
ນວນນັບບໍ່ຖ້ວນ ທີ່ໄດ້ຮັບແຮງດົນໃຈ ຈາກຕົວຢ່າງການນຳພາ ແລະການອຸທິດຕົວຕໍ່ປະ ເທດຊາດຂອງທ່ານ. ພວກເຮົາຂໍສະແດງຄວາມຊົມເຊີຍ ຕໍ່ຖະແຫລງການ ຂອງປະທານ ປະເທດລາວ ນາຍົກລັດຖະມົນຕີແລະບຸກຄົນອື່ນໆທີ່ໄດ້ພາກັນສະແດງຄວາມເປັນຫ່ວງ ກ່ຽວກັບການຫາຍສາບສູນຂອງທ່ານສົມບັດແລະຂໍກ່າວຢ້ຳອີກຄັ້ງນຶ່ງເຖິງການຮຽກຮ້ອງ ຂອງພວກເຮົາ ໃຫ້ລັດຖະບານລາວ ທຳການສືບສວນສອບສວນ ຢ່າງເຕັມທີ່ ຮອບດ້ານ ແລະໂປ່ງໃສແລະພ້ອມດຽວກັນກໍໃຫ້ເອົາທຸກມາດຕະການທີ່ຈຳເປັນ ເພື່ອແກ້ໄຂກ່ຽວກັບ
ເລື່ອງນີ້.

Sombath Somphone was abducted on the evening of December 15, 2012 from a police checkpoint in Vientiane. The United States remains deeply concerned over Sombath’s fate and the message it sends to other members of civil society who strive to improve the lives of their countrymen. Our thoughts are with Sombath’s family, friends, and the countless others who have been inspired by his exemplary leadership and devotion to his country. We welcome statements from the Lao President, Prime Minister, and others expressing their concern over Sombath’s disappearance and reiterate our call for the Lao government to conduct a full, thorough, and transparent investigation, and to take all measures necessary to resolve the case.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG