ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານປະເທດລາວ ຢືນຢັນວ່າ ຈະເສີມສ້າງການເປັນຮຸ້ນສ່ວນຍຸດທະສາດ-ຄູ່ຮ່ວມຊະຕາກຳກັບຈີນ ຢ່າງບໍ່ຢຸດຢັ້ງ


ພິທີເປີດການນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ຢູ່ທີ່ສະຖານີວຽງຈັນ ເມື່ອວັນທີ 3 ທັນວາ 2021.
ພິທີເປີດການນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ຢູ່ທີ່ສະຖານີວຽງຈັນ ເມື່ອວັນທີ 3 ທັນວາ 2021.

ປະທານປະເທດລາວ ຢືນຢັນວ່າ ຈະເສີມສ້າງການເປັນຮຸ້ນສ່ວນຍຸດທະສາດ-ຄູ່ຮ່ວມຊະຕາກຳກັບຈີນ ຢ່າງບໍ່ຢຸດຢັ້ງ ດ້ວຍການເຊື່ອມຕໍ່ແລະນຳໃຊ້ທາງລົດໄຟລາວ-ຈີນ ໃຫ້ເກີດຜົນປະໂຫຍດສູງສຸດ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານທອງລຸນ ສີສຸລິດ ປະທານປະເທດລາວ ຖະແຫລງຢືນຢັນວ່າ ການເປີດການເດີນຂະບວນລົດໄຟເຊື່ອມຕໍ່ລະຫວ່າງ ລາວກັບຈີນ ນັບຕັ້ງແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ ຖືເປັນຂີດໝາຍສຳຄັນຂອງການພົວພັນຮ່ວມມືໃນຖານະທີ່ເປັນຮຸ້ນສ່ວນຍຸດທະສາດຄູ່ຮ່ວມຊະຕາກຳລະຫວ່າງລາວກັບຈີນທີ່ຈະສືບຕໍ່ໄປຢ່າງບໍ່ຢຸດຢັ້ງ ພາຍໃຕ້ແຜນການນຶ່ງແລວ-ນຶ່ງເສັ້ນທາງທີ່ລິເລີ້ມໂດຍທ່ານສີ ຈິ້ນຜິງ ປະທານປະເທດຈີນນັ້ນ ທັງຍັງນັບເປັນພາກສ່ວນອັນສຳຄັນທີ່ຈະຊຸກຍູ້ແລະພັດທະນາລາວ ກ້າວໄປເປັນສູນກາງຂອງການເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງ ແລະ Logistic ໃນລຸ່ມແມ່ນນ້ຳຂອງ ໃຫ້ໄດ້ຢ່າງແທ້ຈິງໃນໄລຍະຕໍ່ໄປອີກດ້ວຍ ດັ່ງທີ່ ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ທາງລົດໄຟລາວ-ຈີນ ເປັນກຳລັງແຮງໃຫ້ແກ່ ສປປ ລາວ ໃນການປະຕິບັດຍຸທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດ ຂອງພາກພື້ນໃຫ້ເປັນຮູບປະທຳ ດ້ວຍຄວາມພະຍາຍາມແລະໄດ້ຮັບການສະໜັບສະໜຸນຢ່າງແຂງແຮງຈາກ ສປ ຈີນ ສປປ ລາວ ມີເສັ້ນທາງດ່ວນ ແລະເສັ້ນທາງລົດໄຟທີ່ທັນສະໄໝ ຂ້າພະເຈົ້າເຊື່ອໝັ້ນວ່າ ລົດໄຟສາຍປະຫວັດ ສາດທີ່ເກີດຂຶ້ນຢູ່ທີ່ບົນດິນແດນລາວນີ້ ຈະສ້າງເງື່ອນໄຂໃໝ່ໃຫ້ແກ່ການພັດທະນາຮອບດ້ານຂອງ ສປປ ລາວ.”

ທັງນີ້ ໂດຍມີໂຄງການກໍ່ສ້າງທາງດ່ວນ 3 ເສັ້ນທາງທີ່ຕໍ່ເນື່ອງກັບທາງລົດໄຟ ລາວ-ຈີນ ໃນລາວ ຊຶ່ງລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດຈີນ ເປັນຜູ້ລົງທຶນ ແລະເກັບເອົາຜົນປະໂຫຍດຈົນຄົບອາຍຸສຳປະທານ ຈຶ່ງໂອນໂຄງການໃຫ້ລັດຖະບານລາວ (BOT) ກໍຄື ທາງດ່ວນນະຄອນວຽງຈັນ-ວັງວຽງ-ຫຼວງພະບາງ-ອຸດົມໄຊ-ບໍ່ເຕັນ ທາງດ່ວນວຽງຈັນ-ສະຫວັນນະເຂດ-ປາກເຊ ແລະທາງດ່ວນບໍ່ເຕັນ-ຫ້ວຍຊາຍ ສຳລັບທາງດ່ວນນະຄອນວຽງຈັນໄປບໍ່ເຕັນນັ້ນ ລັດຖະບານລາວ ກໍໄດ້ອະນຸຍາດສຳປະທານໃຫ້ກັບບໍລິສັດ Yunnan ວິສະວະກຳແລະກໍ່ສ້າງຈາກຈີນ ໂດຍໄລຍະທີ 1 ຈາກນະຄອນວຽງຈັນ-ວັງວຽງ ມີໄລຍະທາງ 113.5 ກິໂລແມັດ ກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນ ທີ່ຄູ່ຂະໜານກັບຖະໜົນເລກ 13 ເໜືອ ດ້ວຍທຶນກໍ່ສ້າງ 1,300 ລ້ານໂດລາ ອາຍຸສຳປະທານ 50 ປີ ໄດ້ເປີດນຳໃຊ້ແລ້ວ ນັບແຕ່່ທ້າຍປີ 2020 ເປັນຕົ້ນມາ ສ່ວນໃນໄລຍະຈາກວັງວຽງ-ຫຼວງພະບາງ-ອຸດົມໄຊ ໄປເຖິງດ່ານບໍ່ເຕັນນັ້ນ ຈະກໍ່ສ້າງໃຫ້ສຳເລັດໃນປີ 2030.

ນອກຈາກນັ້ນ ກະຊວງໂຍທາທິການແລະຂົນສົ່ງ ກໍໄດ້ຄັດເລືອກເອົາບໍລິສັດ China Yunnan Sunny Road ແລະບໍລິສັດ China Road and Bridge ຈາກຈີນ ກັບບໍລິສັດດວງຈະເລີນພັດທະນາຈຳກັດ ແລະບໍລິສັດພູສີກໍ່ສ້າງແລະພັດທະນາ (ມະຫາຊົນ) ຈຳກັດ ບໍລິສັດເອກະຊົນລາວ ໃຫ້ເປັນກຸ່ມລົງທຶນກໍ່ສ້າງທາງດ່ວນ ເຊື່ອມຕໍ່ນະຄອນວຽງຈັນໄປເມທືອງປາກເຊ ໃນແຂວງຈຳປາສັກ ໂດຍຈະເປັນການລົງທຶນແບບ BOT ທີ່ມີໄລຍະເວລາໃນການເກັບເອົາຜົນປະໂຫຍດ 50 ປີເຊັ່ນກັນ ທັງນີ້ທາງດ່ວນນະຄອນວຽງຈັນ-ປາກເຊ ຈະມີຂະໜາດກວ້າງ 23 ແມັດທີ່ມີ 4 ຊ່ອງຈະລາຈອນ ແຕ່ລະຊ່ອງຈະລາຈອນກວ້າງ 3.5 ແມັດ ແລະ 2 ຂ້າງທາງກວ້າງ 4.5 ແມັດ ມີໄລຍະທາງຍາວລວມທັງໝົດ 580 ກິໂລແມັດ ໂດຍມີກຳນົດກໍ່ສ້າງແລ້ວສຳເລັດໃນປີ 2030.

ສ່ວນບໍລິສັດ Yunnan Sunny ກໍ່ສ້າງຂົວ-ທາງຈຳກັດ ລາຍງານວ່າ ການສຶກສາສຳຫຼວດຄວາມເປັນໄປໄດ້ໃນການລົງທຶນກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ເມືອງຫ້ວຍຊາຍໃນແຂວງບໍ່ແກ້ວ ກັບດ່ານບໍ່ເຕັນ ໃນແຂວງຫຼວງນ້ຳທານັ້ນ ໄດ້ດຳເນີນການ ຮຽບຮ້ອຍແລ້ວ ແລະພົບວ່າ ຈະຕ້ອງໃຊ້ເງິນລົງທຶນລົງທຶນສຳລັບກໍ່ສ້າງຄິດເປັນມູນຄ່າເຖິງ 24,126 ລ້ານຢວນຫຼືປະມານ 3,800 ລ້ານໂດລາ ໂດຍທາງດ່ວນຈະມີ 4 ຊ່ອງຈະລາຈອນ ທີ່ມີຄວາມກວ້າງລວມ 21 ແມັດ ໄລຍະທາງລວມ 176.3 ກິໂລແມັດ ແລະຈະລົດໄລຍະເວລາໃນການເດີນທາງລົງຈາກເດີມ 5 ຊົ່ວ ໂມງເຫຼືອພຽງແຕ່ 1 ຊົ່ວໂມງເຄິ່ງເທົ່ານັ້ນ ໃນການເຊື່ອມຕໍ່ຊາຍແດນຈີນ-ລາວ ແລະໄທ.

ນອກຈາກນີ້ ກະຊວງແຜນການແລະການລົງທຶນ ກໍຕົກລົງອະນຸມັດໃຫ້ ບໍລິສັດວຽງຈັນ Logistics Park ເປັນຜູ້ລົງທຶນພັດທະນາໂຄງຂ່າຍ Lao Logistics Link ເຊື່ອມຕໍ່ລາວ-ຈີນ-ຫວຽດນາມ ດ້ວຍເສັ້ນທາງລົດໄຟ ໂດຍແນໃສ່ການພັດທະນາລາວ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານ Logistics ລະຫວ່າງປະເທດໃຫ້ໄດ້ຢ່າງຄົບວົງຈອນ ກໍຄືການເຊື່ອມຕໍ່ທ່າເຮືອໃນຫວຽດນາມ ແລະການເຊື່ອມຕໍ່ທາງລົດໄຟລາວ-ຈີນ ແລະຫວຽດນາມ ໄປຍັງປະເທດໃນລຸ່ມແມ່ນ້ຳຂອງ ແລະອາຊຽນ ຕະຫຼອດເຖິງເອເຊຍກາງ ແລະຢູໂຣບດ້ວຍ.

ສ່ວນກະຊວວໂຍທາທິການແລະຂົນສົ່ງຂອງລາວ ກັບຫວຽດນາມ ກໍໄດ້ຕົກລົງຮ່ວມມືໃນ 4 ໂຄງການດ້ວຍກັນ ຄືການພັດທະນາທ່າເຮືອ Vung Ang ທີ່ແຂວງຮ່າຕິງຂອງຫວຽດນາມ ການກໍ່ສ້າງທາງລົດໄຟຈາກນະຄອນວຽງຈັນ ໄປທ່າເຮືອ Vung Ang ການພັດທະນາເຂດ Logistic ຢູ່ທີ່ທ່ານາແລ້ງແລະການກໍສ້າງໂຮງໄຟຟ້າຖ່ານຫີນ ກຳລັງຕິດຕັ້ງ 2,000 MW ຢູ່ເມືອງບົວລະພາ ແຂວງຄຳມ່ວນ ເພື່ອສົ່ງໄປຫວຽດນາມ.

XS
SM
MD
LG