ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ສະຫະລັດ ຈະເພັ່ງເລັງໃສ່ ເລື່ອງສິດທິມະນຸດ ໃນການຢ້ຽມຢາມ ປະເທດຄິວບາ


Obama to Highlight Human Rights in Historic Cuba Visit
please wait

No media source currently available

0:00 0:01:58 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ການປະກາດຂອງປະທານາທິບໍດີ ທ່ານ ບາຣັກ ໂອບາມາ ວ່າທ່ານ ຈະເດີນທາງໄປຢ້ຽມ ຢາມປະເທດ ຄິວບາ ໃນເດືອນໜ້ານີ້ໄດ້ກໍ່ໃຫ້ ມີ ປະຊາຊົນອອກໃຫ້ຄຳເຫັນຢ່າງ ແຮງ ທັງໃນນະຄອນຫຼວງ ຮາວາ ນາ ແລະ ວໍຊິງຕັນ. ນັກຂ່າວຂອງ ວີໂອເອ Katherine Gypson ມີລາຍງານເພີ່ມເຕີມ. ເຊິ່ງ ພຸດທະສອນ ຈະນຳເອົາລາຍ ລະອຽດ ມາສະເໜີທ່ານ.

ກຳມະກອນ ຄິວບາ ຄົນໜຶ່ງ ເວົ້າວ່າ “ໂອບາມາ ກໍແມ່ນອັນດຽວກັນກັບພະສັນຕະປາປາ. ມີ ຫຍັງເກີດຂຶ້ນກັບພະສັນຕະປາປາ?ທຸກສິ່ງທຸກຢ່າງ ແມ່ນຍັງຄົງຢູ່ຄືເກົ່າ.”

ປະຊາຊົນ ຄິວບາ ໄດ້ເປັນສັກຂີພິຍານໃນການຊົງປະພາດຄັ້ງປະຫວັດສາດຂອງອົງສັນຕະປາ ປາເມື່ອປີກາຍນີ້.

ເວລາທ່ານ ໂອບາມາ ເດີນທາງມາຢ້ຽມຢາມປະເທດຂອງພວກເຂົາເຈົ້າ, ພວກເຂົາເຈົ້າຢາກ ໃຫ້ແນ່ໃຈວ່າ ເພິ່ນຈະໄດ້ເຫັນວິທີທີ່ພວກເຂົາເຈົ້າດຳລົງຊີວິດຢູ່ແທ້ໆ.

ຊາວບ້ານ ຄິວບາ ຄົນໜຶ່ງ ເວົ້າວ່າ “ສ່ວນໃຫຽ່ເພິ່ນຄວນໄປຢ້ຽມຢາມຄຸ້ມທີ່ທຸກຍາກທີ່ສຸດນັ້ນ ແລ້ວເພິ່ນຈະໄດ້ເຫັນວ່າ ພວກເຮົາຢູ່ກິນກັນຈັ່ງໃດ ຢູ່ໃນຄິວບາໜີ້.”

ປະຊາຊົນຄິວບາພາກັນກ່າວວ່າ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດຄືນໃໝ່ເປັນ ຕົ້ນມາ, ປະເທດໄດ້ມີການປ່ຽນແປງໜ້ອຍດຽວ. ແຕ່ວ່າຢູ່ໃນນະຄອນຫຼວງ ວໍຊິງຕັນ, ການຢ້ຽມ ຢາມຂອງທ່ານປະທານາທິບໍດີ ມີການເຫັນວ່າແມ່ນເປັນໂອກາດທາງດ້ານເສດຖະກິດ.

ທ່ານ Peter Kornlbuh ຈາກໂຄງການຮຽບຮຽງເອກະສານ ກ່ຽວກັບ ປະເທດ ຄິວບາ, ທີ່ມະ ຫາວິທະຍາໄລ ວໍຊິຕັນ ກ່າວວ່າ “ຂ້າພະເຈົ້າຫວັງວ່າ ເພິ່ນຈະໄປພົບກັບ ພວກຊ່າງຈັກຕ່າງໆ ພວກນັກສິນລະປິນ ພວກພໍ່ຄ້າຊາວຂາຍຊາວຄິວບາໃໝ່ໆໃນພາກສ່ວນເອກະຊົນ ເພື່ອໃຫ້ ເປັນການຊຸກຍູ້ເສຖກິດທີ່ກຳລັງງອກງາມແລະອິງຕາມຕະຫລາດ ຫຼາຍຂຶ້ນ.”

ທ່ານ Kornlbuh ກ່າວວ່າ ການຢ້ຽມຢາມຂອງທ່ານ​ ປະທານາທິບໍດີ ເປັນບົດບາດທາງປະ ຫວັດສາດ ຊຶ່ງຈະມີຜົນຕິດຕາມມາຢ່າງແທ້ຈິງ.

ທ່ານ Kornlbuh ເວົ້າວ່າ “ຍິ່ງມີການສ້າງຂົວທີ່ສາມາດເຊື່ອມຕໍ່ໃນທາງສັງຄົມ, ທາງດ້ານ ວັດທະນະທຳ ແລະ ເສດຖະກິດກັບ ຄິວບາຫຼາຍເທົ່າໃດ, ສະຫະລັດກໍຍິ່ງຈະສາມາດສະ ໜັບສະໜູນການປ່ຽນແປງໄດ້ຫຼາຍເທົ່ານັ້ນ ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ຄິວບາ.”

ປະຊາຊົນ ຄິວບາ ຍັງຂາດເຂີນເສລີພາບພື້ນຖານໃນການປາກເວົ້າແລະ ສິດທິໃນການໂຮມ ຊຸມນຸມ. ການເຂົ້າເຖິງ ອິນເຕີເນັດກໍແມ່ນຍັງມີການຈຳກັດຢູ່ ແລະ ຕົວເລກຂອງຜູ້ທີ່ຖືກຈັບກຸມ ໂດຍພະລະການຢູ່ໃນປະເທດ ກໍໄດ້ເພີ່ມຂຶ້ນໃນປີກາຍນີ້ ຫຼັງຈາກສາຍພົວພັນກັບ ສະຫະລັດ ໄດ້ປ່ຽນແປງໃຫ້ດີຂຶ້ນ.

ການຢ້ຽມຢາມຂອງທ່ານປະທານາທິບໍດີ ອາດສາມາດຊ່ວຍໃຫ້ເປີດການເຈລະຈາ ກ່ຽວກັບ ການປ່ຽນແປງປະຫວັດທາງດ້ານສິດທິມະນຸດຂອງປະເທດທີ່ເຄີຍມີບັນຫານັ້ນ.

ທ່ານ Marselha GonçalvesMargerin ຫົວໜ້າຜູ້ສະໜັບສະໜູນ, ຈາກອົງການນິລະໂທດ ກຳສາກົນ ກ່າວວ່າ “ມັນຈະເປັນການປ່ຽນແປງທີ່ຈະເຮັດໃຫ້ປະຊາຊົນມີສະແດງຄວາມບໍ່ ເຫັນດ້ວຍ, ມີແນວຄິດທີ່ແຕກຕ່າງ, ສາມາດສະແດງອອກ ແລະ ສະແດງແນວຄິດຂອງ ພວກເຂົາເຈົ້າອອກມາ.”

ເມື່ອຫວນກັບຄືນໄປຫາຄິວບາ ເຮົາຈະເຫັນວ່າ ມັນມີຄວາມຫວັງທີ່ວ່າ ທັງສອງປະເທດຈະສາ ມາດເຊື່ອມຕໍ່ກັນໄດ້ໃນທາງສ່ວນຕົວ. ຊາວບ້ານ ຄິວບາ ຄົນນຶ່ງ ກ່າວວ່າ “ຂ້າພະເຈົ້າຫວັງວ່າ ການຢ້ຽມຢາມໃນຄັ້ງນີ້ ຈະເຮັດໃຫ້ສາຍພົວພັນຂອງສອງປະເທດຈະດີຂຶ້ນ ແລະ ວ່າມັນຈະ ມີສາຍພົວພັນລະຫວ່າງຄົນສອງຄົນ ເພາະວ່າເວົ້າລວມແລ້ວບໍ່ແມ່ນວ່າ ພວກເຮົາຈະເປັນ ຜູ້ຖືກຕ້ອງຕິ."

XS
SM
MD
LG