ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີສະຫະລັດຂະຫຍາຍ 'ຄວາມຮ່ວມມືທາງຍຸດທະສາດ' ລະຫວ່າງສະຫະລັດ ແລະASEAN


Biden Expands US-ASEAN ‘Strategic Partnership’
please wait

No media source currently available

0:00 0:03:21 0:00

ທ່ານໄບເດັນຂະຫຍາຍ 'ຄວາມຮ່ວມມືທາງຍຸດທະສາດ' ລະຫວ່າງສະຫະລັດ-ASEAN.

ປະທານາທິບໍດີໂຈ ໄບ​ເດັນ​ຂອງສະຫະລັດໄດ້ປະກາດແຜນການ ທີ່ຈະໃຫ້ເງິນສູງເຖິງ 102 ລ້ານໂດລາ ເພື່ອຂະຫຍາຍຍຸດທະສາດຂອງ ສະຫະລັດໃນການເປັນຄູ່ພາຄີກັບສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫລື ASEAN. ຖະແຫລງການດັ່ງກ່າວມີຂຶ້ນໃນມື້ວັນອັງຄານຜ່ານມາ ຢູ່ໃນການປະຊຸມສຸດຍອດທາງອອນລາຍກັບກຸ່ມ 10 ປະເທດນັ້ນ, ແພັທຊີ ວິດາກຸສວາຣາ (Patsy Widakuswara) ນັກຂ່າວ VOA ປະຈໍາທໍານຽບຂາວ ມີລາຍງານກ່ຽວ​ກັບ​ເລື້ອງນີ້, ຊຶ່ງທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີ ທ່ານໃນອັນດັບຕໍ່ໄປ.

ປະມຸກຂອງບຣູນາຍ ກະ​ສັດຊຸລຕານ ຮັສຊານາລ ໂບລເກຍ (Hassanal Bolkiah) ເປັນເຈົ້າພາບຈັດກອງປະຊຸມສຸດຍອດທາງອອນລາຍຂອງສະມາຄົມ ປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫລື ASEAN, ໃນມື້ວັນອັງ ຄານ ຜ່ານມາ.

ກະ​ສັດຊຸລຕານຮັສຊານາລ ໂບລເກຍ ຂອງບລູນາຍກ່າວວ່າ:

“ໃນປີນີ້, ພວກເຮົາມີຄວາມກ້າວໜ້າຢ່າງຫລວງຫລາຍ ໃນການເສີມສ້າງຄວາມ ຮ່ວມມືຂອງພວກເຮົາກັບບັນດາຄູ່ພາຄີພາຍນອກ.”

ນຶ່ງໃນຄູ່ພາຄີພາຍນອກດັ່ງກ່າວກໍ​ຄືສະຫະລັດ. ໃນຂະ​ນະ​ທີ່ຢູ່ໃນກອງປະຊຸມ ສຸດຍອດນັ້ນ, ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ປະກາດ ແຜນການທີ່ຈະໃຫ້ເງິນຈຳ​ນວນສູງເຖິງ 102 ລ້ານໂດລາ ເພື່ອຂະຫຍາຍ ຍຸດທະສາດຂອງສະຫະລັດແກ່ກຸ່ມປະເທດດັ່ງກ່າວ...ລວມເຖິງ 40 ລ້ານໂດລາ ເພື່ອຊ່ວຍແກ້​ໄຂການລະບາດຂອງໂຄວິດ-19 ທີ່​ມີ​ຢູ່ໃນປັດຈຸບັນ ແລະເສີມສ້າງ ຄວາມສາມາດຂອງອາຊຽນໃນການປ້ອງກັນ, ກວດຫາແລະຕອບ​ໂຕ້ກັບການລະ ບາດຄັ້ງໃຫຍ່ໃນອະນາຄົດ.
ທ່ານໄບເດັນກ່າວດັ່ງ​ນີ້:

“ສິ່ງທີ່ສໍາຄັນທີ່ສຸດຂອງພວກເຮົາກໍຄືວ່າ ASEAN ມີ​ຄວາມ​ສຳ​ຄັນ, ຂ້າພະເຈົ້າ ຢາກເວົ້າແນວນີ້, ມັນສຳ​ຄັນຕໍ່ໂຄງສ້າງໃນຂົງ​ເຂດອິນໂດ-ປາຊີຟິກ. ແລະ ສະຫະລັດມີຄວາມມຸ້ງໝັ້ນຕໍ່​ສະ​ຖາ​ນະ​ພາບທີ່ເປັນຈຸດສູນກາງຂອງ ASEAN. ກໍ​ຄື​ດັ່ງ​ທີ່ພວກທ່ານຮູ້, ມັນຄືເກຍ​ຢູ່ແກນ​ກາງ, ມັນ​ເປັນ​ເກຍແກນ​ກາງ​ຂອງ​ການ​ຮັກສາ​ຄວາມ​ໝັ້ນ​ໜຽວ, ຄວາມຈະເລີນຮຸ່ງເຮືອງ ແລະຄວາມໝັ້ນຄົງຂອງຂົງ​ເຂດທີ່ຢູ່ຮ່ວມກັນຂອງ​ພວກ​ເຮົາ.”

ປະທານາທິບໍດີດໍໂນລ ທຣໍາ ເຂົ້າຮ່ວມກອງປະຊຸມສຸດຍອດ ASEAN ໃນປີ 2017, ແຕ່ບໍ່ໄດ້ເຂົ້າຮ່ວມກອງ​ປະ​ຊຸມທີ່​ວ່ານີ້ໃນປີຕໍ່ມາ.

ກຸ່ມທີ່ມີການເຄື່ອນໄຫວທາງດ້ານເສດຖະກິດທີ່​ມີ​ພະລັງຂອງ 10 ປະເທດໃນ ເຂດເອເຊຍຕາເວັນອອກສຽງໃຕ້ຖືກມອງວ່າ ເປັນກຸນແຈສໍາຄັນໃນການຕອບ ໂຕ້ກັບການ​ຂະ​ຫຍາຍ​ອຳ​ນາດຂອງຈີນ. ສະພາທຸລະກິດສະຫະລັດ​ແລະສະມາ ຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫລື US-ASEAN Business Council ຊຶ່ງ​ເປັນກຸ່ມການຄ້ານັ້ນ ມີຄວາມຍິນດີນຳການ​ທີ່ອາເມຣິກາ ກັບມາ ມີສ່ວນພົວ​ພັນ​ກັບ​ຂົງ​ເຂດນັ້ນອີກຄັ້ງນຶ່ງ.

ທ່ານມາຣ໌ກ ມີລີ, ຈາກສະພາທຸລະກິດສະຫະລັດ-​ASEAN ກ່າວຜ່ານທາງ Skype ວ່າ:

“ພວກເຮົາກໍາລັງເວົ້າເຖິງຂົງ​ເຂດທີ່ວ່າ ພາຍໃນປີ 2030 ກໍາລັງຈະກາຍ ເປັນນຶ່ງໃນບັນ​ດາເສດຖະກິດລະດັບພູມີພາກທີ່ໃຫຍ່ທີ່ສຸດຂອງໂລກ. ພວກເຮົາ ກໍາລັງເວົ້າເຖິງສ່ວນນຶ່ງຂອງໂລກທີ່ 21 ລັດຂອງສະຫະລັດ ອາເມຣິກາ ສົ່ງສິນຄ້າອອກຫລາຍກວ່າ 1 ຕື້ໂດລາ ໃນແຕ່ລະປີໄປ​ຂາຍໃນ 10 ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້.”

ໃນຂະນະທີ່ສະຫະລັດຖືກມອງວ່າເປັນຜູ້ນຶ່ງທີ່ມີກໍາລັງແຮງໃນການຕ້ານຢັນກັບ ຄວາມທະເຍີທະຍານທາງທະຫານຂອງຈີນ, ແຕ່ໃນດ້ານເສດຖະກິດແລ້ວ ວໍຊິງ ຕັນຊໍ້າພັດນຳຫລັງປັກກິ່ງ.

ASEAN ແມ່ນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງຈີນ. ທັງສອງຝ່າຍແມ່ນສ່ວນນຶ່ງຂອງ ຄູ່ຮ່ວມມືທາງເສດຖະກິດແບບກວມ​ລວມ​ຂອງ​ຂົງ​ເຂດ ຫລື RCEP. ໂດຍ​ໄດ້ລົງນາມຮ່ວມກັນໃນປີ 2020, ເປັນຂໍ້ຕົກລົງທາງການຄ້າເສລີທີ່ໃຫຍ່ ທີ່ສຸດໃນໂລກ, ແຕ່ບໍ່ໄດ້ລວມເອົາສະຫະລັດເຂົ້າ​ນຳ.

ສະຫະລັດຍັງຖືກລະເວັ້ນຈາກຂໍ້ຕົກລົງແບບກວມ​ລວມແລະກ້າວໜ້າສໍາລັບຄູ່ ພາ​ຄີຂ້າມມະຫາສະໝຸດປາຊີຟິກ ຫລື CPTPP ອັນເປັນຂໍ້ຕົກລົງການຄ້າເສລີ ເຊິ່ງຮູ້ກັນໃນນາມຄູ່ພາ​ຄີ​ທາງເສດຖະກິດໃນພາກພື້ນປາຊີຟິກ ຫລື TPP.

ຂໍ້ຕົກລົງ TPP ປະຈໍາປີ 2016 ໄດ້ຮັບການສົ່ງເສີມໂດຍປະທານາທິບໍດີ ບາຣັກ ໂອບາມາ....ແຕ່​ຕໍ່ມາຖືກປະທານາທິບໍດີ ດາໂນລ ທຣໍາ ປະຖິ້ມຂໍ້ຕົກລົງ ດັ່ງກ່າວໄປໃນປີ 2017.

ທ່ານທຣໍາປະກາດວ່າ “ພວກເຮົາໄດ້ລົບ​ລ້າງ TPP ຢ່າງເປັນທາງການແລ້ວ.”

ທ່ານປຣາຊັນທ໌ ປາຣາເມສະວາຣານ (Prashanth Parameswaran), ນັກ​ຄົ້ນ​ຄວ້າຈາກໂຄງ​ການ​ເອ​ເຊຍ​ຢູ່ສູນກາງວີລສັນກ່າວຜ່ານທາງ Skype ວ່າ:

“ໃນຫລາຍປະເດັນ, ບໍ່ວ່າຈະເປັນທາງດ້ານການຄ້າ ຫລື ເລື້ອງ​ດິນ​ຟ້າອາກາດ ກໍ​ຕາ​ມ, ສະຫະລັດມີບົດບາດສໍາຄັນໃນການຈັດຕັ້ງໂຄງສ້າງດັ່ງກ່າວ, ແລະ ຈາກນັ້ນກໍ່ໜີຈາກໂຄງ​ສ້າງນັ້ນ​ໄປ​ໃນ​ໄລ​ຍະ​ນຶ່ງ. ແລະ ຫລັງຈາກນັ້ນປະເທດ ຕ່າງໆເຫລົ່ານີ້ ເຊັ່ນ ຍີປຸ່ນ ແລະກຸ່ມ ASEAN ແມ່ນສາມາດສືບຕໍ່​ມູນ​ເຊື້ອ​ອັນ​ນັ້ນໄປ. ແຕ່ຂ້າພະເຈົ້າຄິດວ່າ ສະຫະລັດໃນ​ທີ່​ສຸດກໍ​ພົບ​ກັບການສູນເສຍ.”

ໃນຂະນະທີ່ການແຂ່ງຂັນກັນ​ລະ​ຫວ່າງສະຫະລັດ ແລະຈີນເພີ້ມທະວີຄວາມ ຮຸນແຮງຂຶ້ນຢູ່ນີ້, ສະມາຊິກຂອງ ASEAN ໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນ ໃນການຮ່ວມມືກັນກັບທັງສອງປະເທດນີ້, ແຕ່ໃນເວດຽວກັນ ກໍຮັບປະ​ກັນການ​ມີເສລີພາບໃນການດໍາເນີນງານ ເຊິ່ງລວມທັງ​ການຈັດການກ່ຽວກັບຄວາມ ເຄັ່ງຕຶງຢູ່ໃນຊ່ອງແຄບຂອງໄຕ້ຫວັນອີກ​ດ້ວຍ.

ມຽນມາບໍ່ໄດ້ເຂົ້າຮ່ວມການປະຊຸມສຸດຍອດ​ຂອງ ASEAN ໃນຄັ້ງນີ້ເພາະ​ວ່າ​ກຸ່ມ​ດັ່ງ​ກ່າວໄດ້ຫ້າມຜູ້ນໍາລັດຖະບານທະຫານຂອງ​ປະ​ເທດນັ້ນເຂົ້າ​ຮ່ວມ ຍ້ອນໄດ້ ເມີນ​ເສີຍຕໍ່ແຜນ​ທີ່​ນຳ​ໄປ​ຫາສັນຕິພາບທີ່ໄດ້ຕົກ​ລົງນຳກັນໃນຫົກເດືອນ ຜ່ານມາ ຫລັງຈາກເກີດການເຮັດລັດຖະປະຫານຂອງທະຫານຢູ່ໃນປະເທດດັ່ງ​ກ່າວ​ແລ້ວ.

U.S. President Joe Biden has announced plans to provide up to $102 million to expand the U.S. strategic partnership with the Association of Southeast Asian Nations (ASEAN). The announcement came Tuesday during a virtual summit with the 10-nation bloc, as VOA’s White House Bureau Chief Patsy Widakuswara reports.

Brunei's head of state Sultan Hassanal Bolkiah hosted Tuesday’s virtual summit of the Association of Southeast Asian Nations, or ASEAN.

((Hassanal Bolkiah, Sultan of Brunei))

"This year, we have made significant progress in strengthening our cooperation with external partners.”

One of those external partners is the U.S. During the summit, President Joe Biden announced plans to provide up to $102 million to expand its strategic partnership with the bloc....including $40 million to help address the current COVID-19 pandemic and strengthen ASEAN's ability to prevent, detect and respond to future pandemics.

((President Joe Biden))
“Our bottom line is that ASEAN is essential - I want to say this, is essential - to the regional architecture of the Indo-Pacific. And the United States is committed to ASEAN's centrality. You know, it's a linchpin, it's a linchpin from maintaining the resilience, the prosperity and security of our shared region."

President Donald Trump participated at the ASEAN summit in 2017 but skipped the following years.

The economically dynamic regional bloc of 10 Southeast Asian nations is seen as key to countering a rising China. The trade group, US-ASEAN Business Council, welcomes America’s re-engagement.

((Marc Mealy, US-ASEAN Business Council))

((Mandatory cg: Skype))

“We're talking about a region that, by 2030, is going to be one of the largest regional economies in the world. We're talking about a part of the world where over 21 different states in the United States have annual exports of over 1 billion U.S. dollars of goods to the 10 countries in Southeast Asia.”

While the U.S. is seen as a security guarantor against China’s military ambitions, Washington is lagging behind Beijing in economic ties.

ASEAN is China’s largest trading partner. Both are part of the Regional Comprehensive Economic Partnership or RCEP. Signed in 2020, it’s the world’s biggest free trade agreement, but excludes the U.S.

The U.S. is also left out of the Comprehensive and Progressive Agreement for Trans-Pacific Partnership, CPTPP, a free trade agreement formerly known as the Trans-Pacific Partnership.

The 2016 TPP was promoted by President Barack Obama…

(Nats up, Trump: "We just officially terminated TPP"))

… but abandoned by President Donald Trump in 2017.

((Prashanth Parameswaran, Wilson Center))

((Mandatory cg: Skype))

“On several issues, whether it's trade or climate, the United States plays an important role in setting the table, and then sometimes leaves the table. And these countries like Japan and ASEAN are able to continue on (the) legacy thereafter. But I do think the United States ends up losing.”

((Mandatory courtesy: Taiwan Defense Ministry))

While U.S.-China rivalry has intensified, ASEAN members underscore the need to cooperate with both nations, but at the same time ensure freedom of navigation including managing tensions in the Taiwan Strait.

Myanmar did not attend this year’s ASEAN summit since the group banned its junta leader for ignoring a peace roadmap agreed to six months ago following the country’s military coup.

XS
SM
MD
LG