ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນັກຊ່ຽວ​ຊານເວົ້າ​ວ່າ ກອງ​ປະ​ຊຸມ​ຊຸດຍອດ ​ຂອງ ປ. ທ​ຣຳ ແລະ ທ. ກິມ ຢູ່​ເຂດ​ຊາຍ​ແດນ​ຂອງ​ 2 ​ເກົາ​ຫລີ ​ມີ​ການ​ປ່ຽນ​ແປງ ​ເລັກ​ນ້ອຍ


ຢູ່ໃນບ້ານປັນມູນຈອມ, ​ຕັ້ງ​ຢູ່​ໃນເຂດປອດທະຫານ ຫລື DMZ ຊຶ່ງເປັນຊາຍແດນ ຂັ້ນສອງປະເທດເກົາຫລີໄວ້ນັ້ນ ໃນ​ວັນ​ທີ 30 ມິ​ຖຸ​ນາ, 2019
ຢູ່ໃນບ້ານປັນມູນຈອມ, ​ຕັ້ງ​ຢູ່​ໃນເຂດປອດທະຫານ ຫລື DMZ ຊຶ່ງເປັນຊາຍແດນ ຂັ້ນສອງປະເທດເກົາຫລີໄວ້ນັ້ນ ໃນ​ວັນ​ທີ 30 ມິ​ຖຸ​ນາ, 2019

ກອງ​ປະ​ຊຸມ​ສຸດຍອດ​ລ​ະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ​ກິມ ຈົງ​ ອຶນ ໄດ້​ມີ​ຂຶ້ນ​ຍ້ອນ​ຄວາມ​ປາດ​ຖະ​ໜາ ​ທີ່​ກົງ​ກັນ​ຂອງ​ພວກ​ເພິ່ນ ໃນ​ການທີ່​ຈະ "ເຮັດ​ໃຫ້​ມະ​ໂນພາບອັນບໍ່​ຈິງ ​ກ່ຽວ​ກັບ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍມີຢູ່​ຕະ​ຫລອດການ" ເຖິງ​ແມ່ນ​ວ່າ ຄຳ​ນິ​ຍາມ​ຂອງ ພວກ​ເພິ່ນ​ ກ່ຽວ​ກັບການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ ທີ່​ແຕກ​ຕ່າງ​ກັນ​ນັ້ນ ຍັງ​ບໍ່​ມີ​ຫຍັງ​ປ່ຽນ​ແປງກໍ​ຕາມ, ອີງ​ຕາມ​ຄຳ​ຄິດ​ເຫັນ​ຂອງ​ພວກ​ນັກຊ່ຽວ​ຊານ.

ປ. ທ​ຣຳ ແລະທ່ານ ກິມ ຈັບ​ມື​ກັນ​ຢູ່ກອງປະຊຸມສຸດຍອດທີ່ຈັດຂຶ້ນໃນວັນທີ 30 ມິ​ຖຸ​ນາ, 2019 ຢູ່ໃນບ້ານປັນມູນຈອມ ຊຶ່ງຢູ່ຊາຍແດນຂອງສອງປະເທດເກົາຫລີ
ປ. ທ​ຣຳ ແລະທ່ານ ກິມ ຈັບ​ມື​ກັນ​ຢູ່ກອງປະຊຸມສຸດຍອດທີ່ຈັດຂຶ້ນໃນວັນທີ 30 ມິ​ຖຸ​ນາ, 2019 ຢູ່ໃນບ້ານປັນມູນຈອມ ຊຶ່ງຢູ່ຊາຍແດນຂອງສອງປະເທດເກົາຫລີ

ອົງ​ການຂ່າວ​ສູນກາງ​ເກົາ​ຫລີ ຫລື KCNA ຂອງທາງ​ການເກົາ​ຫລີ ໃນ​ວັນ​ຈັນ​ວານນີ້ ໄດ້​ກ່າວ​ສັນ​ລະ​ເສີນກອງ​ປະ​ຊຸມ​ສຸດຍອດທີ່​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ຢູ່ໃນ​ບ້ານປັນ​ມູນ​ຈອມ ຊຶ່ງ​ຢູ່​ຊາຍ​ແດນຂອງ​ສອງ​ປະ​ເທດ​ເກົາ​ຫລີນັ້ນ​ ແລະ​ລາຍ​ງານວ່າ ຂັ້ນ​ຕອນ​ຕໍ່​ໄປ​ຈະ​ເປັນການ​ເຈ​ລະ​ຈາກ່ຽວ​ກັບການ​ລົບ​ລ້າງ​ອາ​ວຸດ​ນິວ​ ເຄ​ລຍກັບ​ວໍ​ຊິງ​ຕັນ, ຊຶ່ງ​ເປັນ​ການປ່ຽນ​ທ່າ​ທີ​ຢ່າງ​ໃຫຍ່​ຂອງ​ພຽງ​ຢາງ.

ອົງ​ການຂ່າວ KCNA ເວົ້າ​ວ່າ "ບັນ​ດາຜູ້​ນຳ​ສູງ​ສຸດ​ຂອງ​ທັງ​ສອງ​ປະ​ເທດ ເຫັນ​ພ້ອມ​ນຳ​ກັນ ​ທີ່​ຈະ​ຮັກ​ສາ​ການ​ພົວ​ພັນ​ທີ່​ໃກ້​ຊິດ​ໄວ້​ໃນ​ອະ​ນາ​ຄົດ ເຊັ່ນ​ກັນ ແລະ ຈະ​ທຳ​ການ​ໂອ້​ລົມ​ສົນ​ທະ​ນາ​ກັນ​ທີ່​ມີ​ປະ​ສິດ​ທິ​ຜົນ​ຄືນ​ອີກ ແລະ​ພັກ​ດັນ​ໃຫ້​ມັນ​ກ້າວ​ໄປ ເພື່ອ​ຈະ​ເຮັດ​ໃຫ້​ມີ​ຜົນ​ສຳ​ເລັດ​ອັນ​ໃໝ່ ໃນ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍອອກ​ຈາກ​ແຫລມ​ເກົາ​ຫລີ ແລະ​ໃນ​ເລື້ອງສາຍ​ພົວ​ພັນ​ສອງ​ຝ່າຍ."

​ທ່ານ ທ​ຣຳ ຜູ້ທີ່ມີແຜນ​ການຢ້ຽມ​ຢາມ​ເກົາ​ຫລີ​ໃຕ້ທີ່​ລວມ​ມີ ການ​ໄປ​ຢ້ຽມ​ຢາມ ເຂດ​ປອດ​ທະ​ຫານ​ຫລື DMZ ນຳ​ນັ້ນ ໄດ້ຂຽນ​ການ​ເຊື້ອ​ເຊີນທ່ານ ກິມ ລົງ​ໃນ ທ​ວີດ​ເຕີໃນວັນ​ສຸກ​ຜ່ານ​ມາ ໂດຍ​ສະ​ເໜີ​ໃຫ້​ພວກເພິ່ນ​ພົບ​ກັນຢູ່​ຊາຍ​ແດນ​ທີ່​ແບ່ງ​ເກົາ​ຫລີ​ອອກ​ເປັນ​ສອງ​ປະ​ເທດນັ້ນ. ທ່ານ ກິມ​ ເຫັນ​ດີ​ນຳ​ທ່ານ ທ​ຣຳ ໃນ​ວັນ​ອາ​ທິດ​ຜ່ານ​ມາ ແລະ​ໄດ້​ເຊື້ອ​ເຊີນ​ທ່ານ​ໃຫ້​ໄປ​ພົບ​ກັນ​ຢູ່​ຟາກ​ຊາຍ​ແດນຂອງ​ເກົາ​ຫລີ​ເໜືອ.

ຫລັງ​ຈາກໄດ້​ຂ້າມ​ຊາຍ​ແດນມາ​ເບື້ອງ​ຂອງ​ເກົາ​ຫລີ​ໃຕ້ ​ຢູ່​ໃນເຂດ DMZ ແລ້ວ ຜູ້​ນຳ​ທັງ​ສອງ​ກໍ​ໄດ້​ໃຊ້​ເວ​ລາ 1 ຊົ່ວ​ໂມງ​ ເພື່ອພົບປະ​ກັນ​ຢູ່​ໃນ​ເຮືອນ​ແຫ່ງ​ເສ​ລີ​ພາບ. ທ່ານ ທ​ຣຳ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ​ກັບປະ​ທາ​ນາ​ທິ​ບໍ​ດີມູນ ແຈ-ອິນ (Moon Jae-in) ຂອງ​ເກົາ​ຫລີ​ໃຕ້​ວ່າ ການ​ເຈ​ລະ​ຈາ​ໃນ​ລະ​ດັບ​ປະ​ຕິ​ບັດ​ການຈະ​ມີ​ຂຶ້ນອີກ​ພາຍ​ໃນ​ບໍ່​ພໍ​ເທົ່າ​ໃດ​ອາ​ທິດ​ຂ້າງ​ໜ້ານີ້. ການ​ພົບ​ປະ​ລະ​ຫວ່າງ ທ່ານ​ທ​ຣຳ ແລະ​ທ່ານ ກິມ ໄດ້​ຢຸດ​ສະ​ງັກ​ບໍ່​ໄປ​ບໍ່​ມາ ພາຍ​ຫລັງ​ກອງ​ປະ​ຊຸມ​ສຸດຍອດຂອງ​ພວກ​ເພິ່ນ​ຢູ່​ຮາ​ໂນ່ຍ ໃນ​ເດືອນ​ກຸມ​ພາ​ຜ່ານ​ມາຈົບ​ລົງ​ແລ້ວ.

ກອງ​ປະ​ຊຸມ​ຂອງ​ທ່ານ​ກິມ ກັບ​ທ່ານ​ທ​ຣຳ​ຄັ້ງ​ນັ້ນ ໄດ້​ຮັບການ​ຕ້ອນ​ຮັບ​ທີ່​ດີ, ຮ່ອງ​ຮອຍສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ມີການ​ເຈ​ລະ​ຈາ​ກັບ​ວໍ​ຊິງ​ຕັນ​ໃນ​ອະ​ນາ​ຄົດ​ກໍ​ເຊັ່ນ​ກັນ, ຊຶ່ງ​ເປັນ​ຂີດ​ໝາຍທີ່ຕ່າວ​ປີ້ນ​ຕໍ່​ຄຳ​ເຫັນ​ຂອງ​ທ່ານ​ກິມ​ທີ່ກ່າວ​ຕໍ່​ພວກ​ນາຍ​ພົນ​ຂັ້ນ​ສູງ​ຂອງ​ເພິ່ນ​ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ. ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ເພິ່ນ​ຕໍ່​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດນັ້ນ ທ່ານ ກິມ ເວົ້າ​ວ່າ ທ່ານ​ຈະ​ບໍ່​ພົບ ​ກັບ​ທ່ານ ທ​ຣຳ​ອີກ​ຕໍ່​ໄປ​ເວັ້ນ​ເສຍ​ແຕ່​ວ່າ ວໍ​ຊິງ​ຕັນ​ຈະ​ປ່ຽນ​ທ່າ​ທີ​ຂອງ​ຕົນ​ຢູ່​ໃນ​ທ້າຍ​ປີນີ້. ຢູ່​ໃນ​ກອງປະ​ຊຸມ​ສຸດຍອດ ​ຢູ່​ຮາ​ໂນ່ຍ ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ ສະ​ຫະ​ລັດ ໄດ້ວາງ​ເງື່ອນ​ໄຂ ຕໍ່​ຄຳ​ຮ້ອງ​ຂໍ​ຂອງ​ເກົາ​ຫລີ​ເໜືອ​ທີ່​ຢາກໃຫ້​ຍົກ​ເລີກ​ການ​ລົງ​ໂທດ​ແກ່​ພຽງ​ຢາງນັ້ນ ​ຈະ​ມີ​ຂຶ້ນ​ເທື່ອ​ລະ​ກ້າວ​ຈົນ​ກວ່າ​ຈະມີການ​ລົບ​ລ້າງ​ອາ​ວຸດ​ນິວ​ຢ່າງ​ສິ້ນ​ເຊິງ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດເກົາ​ຫລີ​ເໜືອ ກໍ​ໄດ້​ກ່າວ​ຢ້ຳ​ຄຳ​ເວົ້າ​ຂອງ ທ່ານ​ກິມ​ເຊັ່ນ​ກັນ ຢູ່​ໃນ​ຖະ​ແຫລງ​ການ​ຂອງ​ຕົນ​ທີ່​ຂຽນ​ລົງ​ໃນ​ເວັບ​ໄຊ​ທ໌​ໃນ​ວັນ​ທີ 24 ພຶດ​ສະ​ພາ​ຜ່ານ​ມາ ໂດຍ​ເວົ້າ​ວ່າ "ເວັ້ນ​ເສຍ​ແຕ່​ວ່າ ສະ​ຫະ​ລັດເອົາ​ວິ​ທີ​ການ​ຄິດ​ໄລ່ປັດ​ຈຸ​ບັນ​ຂອງ​ຕົນອອກ​ໄປ ແລະ​ນຳ​ເອົາ​ການ​ຄິດ​ໄລ່​ໃໝ່ ຂອງ​ຕົນ​ມາໃຊ້, ການ​ໂອ້​ລົມ​ກັນ​ລະ​ຫວ່າງ DPRK ແລະ​ສ​ະ​ຫະ​ລັດ ຈະ​ບໍ່​ມີ​ຂຶ້ນອີກ​ ແລະ ໂດຍ​ການ​ຕໍ່​ວິ​ທີ​ການ​ຄິດ​ໄລ່​ນັ້ນ​ອອກ​ໄປ ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ແກ້​ໄຂ​ເລື້ອງ​ນິວ​ເຄ​ລຍ​ໃນ​ອະ​ນາ​ຄົດ ກໍ​ຍິ່ງ​ຈະ​ມືດ​ມົນ​ໄປ​ກວ່ານີ້​ອີກ." ຊື່​ທາງ​ການ​ເກົາ​ຫລີ​ເໜືອ​ແມ່ນ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ເກົາ​ຫລີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG