ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນຢູ່ເຂດແມ່ນໍ້າຂອງ ຕອນລຸ່ມ ໄຫວ້ວອນຂໍຝົນ ເມື່ອລະດູຝົນ ໄດ້ຍ່າງເຂົ້າມາ


Praying for Rain by the Mekong as Monsoon Season Begins
please wait

No media source currently available

0:00 0:02:59 0:00

ຜູ້ຄົນຢູ່ແຄມແມ່ນໍ້າຂອງຕອນລຸ່ມ ໄຫວ້ວອນຂໍຟ້າ ຂໍຝົນໃຫ້ຕົກລົງມາ ເມື່ອຍ່າງເຂົ້າລະດູຝົນແລ້ວ.

ຂະນະທີ່ລະດູມໍລະສຸມກໍາລັງມາຜ່ານແຫລມອິນດູຈີນຢູ່ນີ້ ພວກຊາວນາ ຊາວ ສວນ ແລະຊາວປະມົງ ກໍາລັງໄຫວ້ວອນຂໍຝົນ ພາຍຫລັງທີ່ມີໄພແຫ້ງແລ້ງມາ ເປັນເວລາດົນນານ ຊຶ່ງເຮັດໃຫ້ຮ້າຍແຮງຂຶ້ນຍ້ອນການປ່ຽນແປງດິນຟ້າອາກາດ ແລະການສ້າງເຂື່ອນໄຟຟ້າ.

ປີນີ້ນໍ້າຂອງແມ່ນມີນໍ້າໃນລະດັບຕໍ່າທີ່ສຸດນັບແຕ່ເລີ້ມມີການບັນທຶກມາໃນ 60 ປີຜ່ານມາ.

ອີງຕາມຄະນະກໍາມາທິການແມ່ນໍ້າຂອງສາກົນ ຫລື MRC ແລ້ວ ລະດັບນໍ້າຝົນ ຕົກຢູ່ໃນເຂດລຸ່ມແມ່ນໍ້າຂອງຊຶ່ງກວາມເອົາພາກຕ່າງໆຂອງມຽນມາ, ລາວ, ໄທ, ກໍາປູເຈຍ ແລະ ຫວຽດນາມ ໃນເດືອນພຶດສະພາຜ່ານມາແມ່ນປະມານ 68 ເປີ ເຊັນ ຕໍ່າກວ່າໃນເດືອນພຶດສະພາປີ 2019.

ສະພາບການໄດ້ຮ້າຍແຮງຂຶ້ນໃນເດືອນມິຖຸນາ ເມື່ອລະດັບນໍ້າຝົນປະມານ 73 ເປີເຊັນ ຕໍ່າກວ່າເດືອນດຽວກັນໃນປີ 2019 ເມື່ອໄພແຫ້ງແລ້ງເລີ້ມເກີດຂຶ້ນ ມາແລ້ວ.

ຢູ່ໃນບົດລາຍງານຂອງຕົນນັ້ນ, MRC ເວົ້າວ່າ ການຕິດຕາມທີ່ໄດ້ຮັບການປັບ ປຸງເບິ່ງໄພແຫ້ງແລ້ງ ເພີ້ມຂຶ້ນ, ນໍ້າຖ້ວມຢ່າງໜັກ ແລະອາກາດທີ່ຮ້າຍແຮງສຸດ ຂີດ ເປັນບັນຫາຫລັກທີ່ຕ້ອງໄດ້ຖືກແກ້ໄຂ ໂດຍບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ.

“ໄພນໍ້າຖ້ວມ ແລະໄພແຫ້ງແລ້ງໄດ້ກະທົບໃສ່ຂົງເຂດຂອງພວກເຮົາໜັກເມື່ອມໍ່ໆ ມານີ້ ແລະຮຽກຮ້ອງໃຫ້ມີການຮ່ວມມື ກັນຢ່າງແໜ້ນແກ່ນ,” ນັ້ນຄືຄໍາເວົ້າຂອງ ຫົວໜ້າບໍລິຫານສໍານັກງານເລຂາທິການຂອງ MRC, ທ່ານອານ ພີສ ຮາດດາ (An Pich Hatda) ໂດຍກ່າວເພີ້ມອີກວ່າ ອັນນີ້ລວມທັງການຮັບປະກັນເລື້ອງ ຄວາມໂປ່ງໃສ, ຄຸນນະພາບ ແລະໄລຍະຂອງການແບ່ງປັນຂໍ້ມູນກ່ຽວກັບນໍ້າ.

ຄວາມໝັ້ນຄົງທາງອາຫານ ໄດ້ປາກົດອອກມາໃຫ້ເຫັນໃນຂະນະທີ່ບັນຫາໃຫຍ່ ສໍາລັບພົນລະເມືອງປະມານ 70 ລ້ານຄົນທີ່ກາງຕໍ່ແມ່ນໍ້າຂອງເພື່ອດໍາລົງຊີວິດ ແລະອາຫານທີ່ມີທາດບໍາລັງນັ້ນ. ໃນນັ້ນກໍມີ ທ້າວ ແມນ ລີ ເຮ ຜູ້ທີ່ໄດ້ ໃຊ້ ແມ່ນໍ້າຢູ່ບ່ອນທີ່ນໍ້າຂອງຄົບກັນກັບສາຂາຂອງຕົງເລສາບມາໄດ້ 4 ທົດສະວັດ ແລ້ວ.

ລາວມີຄວາມເສຍໃຈ ກັບການສ້າງເຂື່ອນຕ່າງໆ ຢູ່ພາກເໜືອຂອງກໍາປູເຈຍ, ລາວ, ແລະຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG