ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທໍ່ສົ່ງ​ອາຍ​ແກັ​ສ 'ພະລັງງານຂອງໄຊເບີ​ເຣຍ 2' ອາດ​ເຮັດ​ໃຫ້ຢູ​ໂຣບ​ ແລະ​ຈີນຍາດ ​ແຍ່ງ​ກັນ ​ຊື້​ອາຍ​ແກ​ັສ​ຈາກຣັດ​ເຊຍ


‘Power of Siberia 2’ Pipeline Could See Europe, China Compete for Russian Gas
please wait

No media source currently available

0:00 0:03:04 0:00

ທໍ່ສົ່ງ​ອາຍ​ແກັ​ສ 'ພະລັງງານຂອງໄຊເບີ​ເຣຍ 2' ສາ​ມາດ​ເຮັດ​ໃຫ້ ຢູ​ໂຣບ​ ແລະ​ຈີນຍາດ​ແຍ່ງ​ກັນ​ຊື້​ອາຍ​ແກ​ສ​ ຈາກຣັດ​ເຊຍ

ໃນ​ຂະ​ນະ​ທີ່​ລະ​ດູ​ໜາວ​ໄດ້​ສົ່ງ​ຜົນ​ກະ​ທົບ​ໜັກ​ຢູ່ນີ້, ຢູ​ໂຣບ ​ກຳ​ລັງ​ປະ​ເຊີນກັບ​ການ​ຂາດ​ແຄນ​ອາຍ​ແກັສ - ໂດຍມີ​ປະ​ລິ​ມານ​ການ​ສົ່ງ​ອອກ​ອາຍ ​ແກັ​ສ​ຈາກ​ ຣັດ​ເຊຍ ​ຫຼຸດ​ລົງ​ຊຶ່ງເຮັດ​ໃຫ້​ລາ​ຄາ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ແຕ່​ຄວາມ​ຜັນ​ແປ​ຂອງ​ການ​ສະໜອງ​ອາຍ​ແກັສ​ຂອງ ຣັດ​ເຊຍ​ ອາດ​ຈະ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ ​ຂະນະ​ທີ່​ ມົສກູ ​ມີ​ແຜນທີ່​ຈະ​ສ້າງ​ທໍ່​ສົ່ງ​ອາຍແກັສ​ໃໝ່​ໄປ​ຫາ​ຈີນ, ​ຊຶ່ງສາມາດ​ໃຫ້ ຣັດ​ເຊຍ ​ມີ​ອຳນາດ​ໃນ​ການ​ຂາຍ​ອາຍແກັສ​ແກ່​ຜູ້ທີ່​ໃຫ້​ລາ​ຄາ​ສູງທີ່​ສຸດ. Henry Ridgwell ນັກ​ຂ່າວ​ວີ​ໂອ​ເອ​ມີລາຍງານເລື້ອງນີ້​ມາຈາກ ລອນດອນ ຊຶ່ງ​ ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ຈາກຂອບເຂດ​ໜາວແຂງກະ​ດ້າງທີ່ກວ້າງຂວາງ​ຂອງເຂດ​ໄຊ​ເບີ​ເຣຍ, ຣັດ​ເຊຍ ແມ່ນ​ໄດ້ສົ່ງ​ອາຍ​ແກັ​ສ​ທໍາ​ມະ​ຊາດຈຳນວນນຶ່ງ​ໄປໃຫ້ ​ຈີນ ແລ້ວ.

ທໍ່ສົ່ງ​ອາຍ​ແກັ​ສ 'ພະລັງງານຂອງໄຊເບີ​ເຣຍ (Siberia) 1' ໄດ້ເລີ້ມຂຶ້ນໃນປີ 2019 -ຊຶ່ງ​ໄດ້ຂຸດ​ຄົ້ນ​ບໍ່ອາຍແກັສຢູ່ໃນພາກຕາເວັນອອກໄກຂອງຣັດເຊຍ ເພື່ອຊ່ວຍຊຸກຍູ້ເສດຖະກິດຂອງຈີນ.

ທ່ານ ທອມ ມາ​ເຊັກ-ແມນ​ເຊີ (Tom Marzec-Manser), ຫົວຫນ້ານັກ ວິເຄາະອາຍແກັສຂອງອົງ​ການ ICIS ກ່າວ​ວ່າ:
"ທໍ່ສົ່ງພະລັງງານຂອງໄຊບີເຣຍ 1 ໃຊ້ອາຍແກັສທີ່ບໍ່ເຊື່ອມຕໍ່ກັບບໍ່ທີ່ສາ ມາດສະຫນອງອາຍແກັສໃຫ້ແກ່ຕະຫຼາດ ຢູໂຣບ. ສະນັ້ນ ຢ່າງຫນ້ອຍມັນ ກໍບໍ່ມີຄຳຖາມຫຍັງເທື່ອໃນເວລານີ້ວ່າ ອາຍແກັສຈາກ ຣັດເຊຍ ທີ່ໄປຫາ ຈີນ ນັ້ນເປັນການສູນເສຍອາຍແກັສທີ່ອາດສົ່ງໄປຫາຢູໂຣບໄດ້ຫລືບໍ່."

ແຕ່​ສິ່ງນັ້ນອາດຈະປ່ຽນ​ໄປໃນໄວໆນີ້. ມົສກູ ແລະ ປັກ​ກິ່ງ​ ໃກ້​ຈະ​ຕົກລົງ​ສ້າງ​ທໍ່​ສົ່ງ​ອາຍແກັສ​ແຫ່ງ​ທີ​ສອງຄື "​ພະລັງ​ງານຂອງ​ໄຊ​ບີ​ເຣຍ 2" ​ເຊິ່ງຈະ​ເປັນ​ການ​ສົ່ງ​ອອກ​ອາຍແກັສຈາກ ຣັດ​ເຊຍ ​ໄປ ​ຈີນ ເພີ້ມ​ຂຶ້ນ​ເປັນ​ສອງ​ເທົ່າ. ມັນຈະຜ່ານ ​ມົງ​ໂກເລຍ ​ແລະ ​ເຂົ້າ​ໄປ​ໃນ​ເຂດ​ອຸດ​ສາ​ຫະ​ກໍາ​ທີ່​ຫິວ​ພະ​ລັງ​ງານທີ່​ຢູ່​ໃກ້​ກັບ ​ປັກ​ກິ່ງ.

ນອກ​ນັ້ນ​ແລ້ວ ມັນຍັງ​ຈະ​ເອົາ​ຕໍ່​ໃສ່​ກັບ​ເຄືອ​ຂ່າຍ​ອາຍ​ແກັສ​ພາຍ​ໃນ​ຂອງ ຣັດ​ເຊຍ - ເຊື່ອມ​ຕໍ່ ​ຈີນ ໃສ່​ກັບບໍ່ອາຍ​ແກັສອັນດຽວ​ກັນ​ໃນ​ແຫຼມ ຢາ​ມາ​ລ (Yamal) ຂອງ ຣັດ​ເຊຍ ​ທີ່​ສະໜອງ​ອາຍ​ແກັ​ສໃຫ້ແກ່​ຢູ​ໂຣບ.

ທ່ານ ມາ​ເຊັກ-ແມນ​ເຊີ (Marzec-Manser), ຫົວຫນ້ານັກວິເຄາະອາຍແກັສ ຂອງອົງ​ການ ICIS ກ່າວອີກ​ວ່າ:
"ມັນເຮັດໃຫ້ບໍລິສັດ ແກສພຣອມ (Gazprom)- ໃນນາມຜູ້ສົ່ງອອກທີ່ສໍາຄັນ ນັ້ນ -ມີທາງເລືອກທີ່ຈະນໍາເອົາອາຍແກັສໄປສູ່ຕະຫຼາດນຶ່ງແທນທີ່ຈະເອົາໄປໃຫ້ອີກຕະຫລາດນຶ່ງ."

ສິ່ງ​ນັ້ນ​ສາມາດ​ໃຫ້ ​ຣັດ​ເຊຍ​ ມີ​ຂໍ້​ໄດ້​ປຽບ​ຢ່າງຫລວງ​ຫລາຍ.

ທ່ານ ຟີ​ລິບ ມີ​ດູ​ນິກ (Filip Medunic), ຈາກສະພາ​ການ​ພົວພັນ​ຕ່າງປະ​ເທດຂອງ​ຢູ​ໂຣບ​ກ່າວ​ວ່າ:
"ໃນດ້ານວິຊາການແລ້ວ, ມັນເປັນການຍາກທີ່ຈະບອກໄດ້ວ່າ ລະບົບການ ກໍານົດລາຄາຈະຖືກອອກແບບມາໃນລັກສະນະທີ່ເປັນໄປໄດ້ວ່າ ຈະຂາຍໃຫ້ຜູ້ ທີ່ໃຫ້ລາຄາສູງສຸດຫຼືບໍ່, ແຕ່ຂ້າພະເຈົ້າຄິດວ່າ ຣັດເຊຍ ແນ່ນອນມີເຈດຈຳນົງທີ່ຈະເບິ່ງໄປໃນທິດທາງນີ້ ເພື່ອໃຫ້ສາມາດໃຊ້ມັນເປັນທ່າແຮງໄດ້- ຢ່າງຫນ້ອຍກໍໃນດ້ານວາຈາທີ່ຈະເວົ້າໄດ້ - ໃນທົດສະວັດທີ່ຈະມາເຖິງນີ້."

ຣັດ​ເຊຍ​ໄດ້​ເພີ້ມກຳ​ລັງ​ທະ​ຫານຂຶ້ນ​ຫຼາຍ​ກວ່າ 1 ແສນຄົນ​ຢູ່ຕາມ​ຊາຍ​ແດນ​ຕິດ​ກັບ​ ຢູ​ເຄ​ຣນ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ຂົ່ມຂູ່​ວ່າ​ຈະ​ມີ​ການ​ລົງ​ໂທດ​ຢ່າງ​ຮ້າຍ​ແຮງ​ຖ້າ ຣັດ​ເຊຍ ​ບຸກ​ໂຈມ​ຕີ - ​ແລະ​ຍັງ​ມີ​ແຮງ​ຈູງ​ໃຈ​ອື່ນໆ​ອີກທີ່​ເຮັດໃຫ້​ ມົສກູ ​ຊອກ​ຫາ​ລູກ​ຄ້າ​ໃໝ່​ສຳລັບອາຍ​ແກັສຂອງ​ຕົນ.

ເຄື່ອງ​ໝາຍໂຄງ​ການ​ສ້າງທໍ່​ສົ່ງ​ອາຍ​ແກັ Nord Stream 2 ທີ່​ສົ່ງ​ອາຍ​ແກັ​ສ​ໄປ​ຢູ​ໂຣບ ຫລຽວ​ເຫັນ​ຢູ່​ເທິງ​ທໍ່​ໃຫຍ່​ສາຍ​ນຶ່ງຂອງໂຮງ​ງານ Chelyabinsk ໃນເມືອງ Chelyabinsk ຂອງ​ຣັດ​ເຊຍ, ວັນ​ທີ 26 ກຸມ​ພາ, 2020
ເຄື່ອງ​ໝາຍໂຄງ​ການ​ສ້າງທໍ່​ສົ່ງ​ອາຍ​ແກັ Nord Stream 2 ທີ່​ສົ່ງ​ອາຍ​ແກັ​ສ​ໄປ​ຢູ​ໂຣບ ຫລຽວ​ເຫັນ​ຢູ່​ເທິງ​ທໍ່​ໃຫຍ່​ສາຍ​ນຶ່ງຂອງໂຮງ​ງານ Chelyabinsk ໃນເມືອງ Chelyabinsk ຂອງ​ຣັດ​ເຊຍ, ວັນ​ທີ 26 ກຸມ​ພາ, 2020

ທ່ານ ມາ​ເຊັກ-ແມນ​ເຊີຈາກ​ອົງ​ການ ICIS ກ່າວ​ອີກວ່າ:
"ເສັ້ນໂຄ​ຈອນຂອງສະຫະພາບຢູ​ໂຣບ ໂດຍສະເພາະໃນແງ່ຂອງການເຮັດ​ໃຫ້​ອາຍ​ຄາ​ບອນໝົດ​ໄປນັ້ນກໍແມ່ນວ່າ ອາຍແກັສຈະມີບົດບາດຫຼຸດໜ້ອຍລົງ ໃນ ໄລຍະກາງຫາໄລຍະຍາວ."

​ແຕ່​ການ​ໄປ​ຕາມ​ຕະຫຼາດ​ ຈີນ ແຫ່ງ​ໃໝ່​ຈະ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳລັບ ​ມົສກູ, ອີງ​ຕາມການ​ສັງ​ເກດ​ຂອງບັນ​ດານັກ​ວິ​ເຄາະ.​

ທ່ານ​ມີ​ດຸ​ນິກ (Medunic) ກ່າວ​ວ່າ:
“ຈີນເປັນທີ່ຮູ້ຈັກກັນດີໃນເລື້ອງໃຊ້ທ່າທີ ແລະນ້ຳໜັກຂອງຕົນທາງດ້ານການເມືອງ, ເສດຖະກິດ, ການທະຫານ, ແລະເປັນຄູ່ເຈລະຈາທີ່ຍາກຫລາຍ. ແລະ (ເຂົາເຈົ້າ) ຍັງຖືກກ່າວຫາວ່າໄດ້ພິຈາລະນາຕົນເອງວ່າເປັນຜູ້ມີອິດທິພົນເໜືອກວ່າໃນທີ່ນີ້, ແລະ ຣັດເຊຍ ເປັນຄູ່ເຈລະຈາທີ່ຢູ່ໃນຕຳແໜ່ງຕ່ຳກວ່າ.”

ມີ​ການ​ຄາດເດົາ​ກັນວ່າ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ທໍ່​ສົ່ງ 'ພະລັງ​ງານໄຊ​ເບີ​ຣີ 2' ອາດ​ຈະ​ໄດ້​ຮັບ​ການ​ເຊັນ​ກັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ ປັກ​ກິ່ງ​ ໃນ​ເດືອນ​ໜ້ານີ້, ແຕ່​ຍັງ​ບໍ່​ທັນ​ມີ​ການ​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການໃດໆ​ເທື່ອ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG