ອະດີດລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໂຄລິນ ພາວ (Colin Powell), ເສຍຊີວິດແລ້ວ ໃນມື້ວັນຈັນວານນີ້ ຮວມອາຍຸໄດ້ 84 ປີ, ທ່ານໄດ້ໃຊ້ເວລາຫຼາຍທົດສະວັດ ໃນອາຊີບທາງການເມືອງ ແລະການທະຫານເພື່ອປົກປ້ອງບັນດາພັນທະມິດ ທີ່ເກົ່າແກ່ຂອງສະຫະລັດກັບບັນດາປະເທດໃນຢູໂຣບ, ອີງຕາມຄຳເວົ້າຂອງນັກວິເຄາະບາງຄົນ.
ສະມາຊິກຄົນອື່ນໆພາຍໃນຄອບຄົວຂອງທ່ານກ່າວວ່າ ທ່ານພາວ ເສຍຊີວິດ ຍ້ອນໂຣກແຊກຊ້ອນຈາກໂຄວິດ-19. ບັນດາທ່ານໝໍກ່າວວ່າ ທ່ານຍັງໄດ້ເສຍຊີວິດຍ້ອນການປ່ວຍເປັນມະເຮັງໄຂກະດູກ (Myeloma), ເຊິ່ງເປັນມະເຮັງເມັດເລືອດຊະນິດນຶ່ງ ທີ່ຫລຸດພູມຄຸ້ມກັນຂອງຮ່າງກາຍ, ຕະຫຼອດທັງ ໂຣກພາຣ໌ກິນສັນ (Parkinson’s), ເຊິ່ງເປັນໂຣກ ທີ່ເຮັດໃຫ້ກ້າມເນື້ອອ່ອນແຮງ.
ທ່ານເຂົ້າມາມີອິດທິພົນທື່ອທຳອິດ ໃນນະໂຍບາຍຂອງສະຫະລັດທີ່ມີຕໍ່ຢູໂຣບໃນຖານະຜູ້ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະຈາກນັ້ນກໍເປັນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ປະທານາທິບໍດີທ່ານໂຣນັນ ຣີແກນ (Ronald Reagan) ຈາກປີ 1987 ຫາ 1989, ແລະຫລັງຈາກນັ້ນໄດ້ກາຍມາເປັນນາຍທະຫານລະດັບສູງຂອງສະຫະລັດໃນສະໄໝຂອງປະທານາທິບໍດີທ່ານຈອຣ໌ຈ ເອັຈ. ດັບເບິນຢູ ບຸສ (George H.W. Bush) ຈາກປີ 1989 ຫາ 1993.
“ທ່ານເປັນແກນນໍາຫລັກໃນການຊ່ວຍກໍາໜົດນະໂຍບາຍຂອງສະຫະລັດໃນຊຸມປີ 1980 ແລະຕົ້ນຊຸມປີ 1990, ໃນລະຫວ່າງເຊິ່ງພວກເຮົາສາມາດຢຸດຕິສົງຄາມເຢັນ ແລະລຶບລ້າງເສັ້ນແບ່ງບາງສ່ວນໃນທົ່ວຢູໂຣບ,” ນັ້ນຄືຄຳເວົ້າ ຂອງທ່ານອາເລັກຊານເດີ ເວີສໂບລ (Alexander Vershbow) ອະດີດເອກອັກຄະລັດ ຖະທູດສະຫະລັດ ປະຈໍາອົງການ NATO ແລະຣັດເຊຍກ່າວ ໃນການໃຫ້ສໍາພາດກັບ VOA ພາກພາສາຣັດເຊຍ. ທ່ານເວີສໂບລຜູ້ເຊິ່ງຕໍ່ມາດໍາລົງຕໍາແໜ່ງຮອງເລຂາທິການໃຫຍ່ ແຫ່ງອົງການ NATO, ເປັນນັກວິເຄາະປະຈໍາສະພາແອັດແລນຕິກ, ເຊິ່ງເປັນໜ່ວຍງານດ້ານຄວາມຄິດຂັ້ນພື້ນຖານຂອງວໍຊິງຕັນ.
ໃນນະໂຍບາງບາງສ່ວນ ທີ່ທ່ານພາວ ມີສ່ວນກ່ຽວຂ້ອງໃນຊຸມປີ 1980 ຫາຕົ້ນຊຸມປີ 1990 ລວມເຖິງການວາງແຜນຂອງສະຫະລັດ ເພື່ອປ້ອງກັນບັນດາພັນທະມິດຂອງສະຫະລັດໃນຢູໂຣບຕາເວັນຕົກ ຈາກການໂຈມຕີທາງບົກທີ່ອາດຈະເກີດຂຶ້ນໄດ້ ໂດຍສະຫະພາບໂຊຫວຽດ.
ທ່ານ ຊາລສ໌ ຣາຍສ໌ ເປັນອະດີດເອກອັກຄະລັດຖະທູດສະຫະລັດ ປະຈໍາປະເທດກຣິສ ແລະເປັນນັກວິເຄາະປະຈໍາອົງການ RAND ຊຶ່ງການຄົ້ນຄວ້າດ້ານນະໂຍບາຍທີ່ມີສຳນັກງານຕັ້ງຢູ່ລັດຄາລີຟໍເນຍ. ທ່ານຣາຍສ໌ ກ່າວຕໍ່ວີໂອເອໃນການໃຫ້ສຳພາດວ່າ ທ່ານຈຳໄດ້ທີ່ທ່ານພາວ ໄດ້ສະທ້ອນໃຫ້ເຫັນແຜນການຂອງສະຫະລັດ ກ່ຽວກັບການຮຸກຮານຂອງໂຊຫວຽດທີ່ອາດມີຂຶ້ນຕໍ່ການຟູລດາ ຊຶ່ງເປັນເສັ້ນທາງໃນບໍລິເວນທົ່ງພຽງ ໃນເຢຍຣະມັນຕາເວັນອອກທີ່ໂຊຫວຽດຢຶດຄອງໃນເວລານັ້ນ ແລະເຢຍຣະມັນຕາເວັນຕົກທີ່ພັນທະມິດຂອງສະຫະລັດຄວບຄຸມຢູ່.