ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກຄົ້ນຄວ້າເວົ້າວ່າ ຄວາມທຸກຈົນ ເຮັດໃຫ້ຄວາມສ່ຽງ ຕໍ່ການເສຍຊີວິດ ຍ້ອນໂຄວິດ-19 ເພີ້ມຂຶ້ນ


ທ່ານໝໍຄົນນຶ່ງ ກຽມພ້ອມທີ່ຈະເອົາຕົວຢ່າງຈາກຊາຍຄົນນຶ່ງເພື່ອກວດຫາໄວຣັສໂຄໂຣນາ ຢູ່ໃນສູນກວດພະຍາດແຫ່ງນຶ່ງ ທ້າມກາງການແຜ່ລະບາດຂອງພະຍາດດັ່ງກ່າວ ໃນນະຄອນນີວເດລີຂອງອິນເດຍ, ວັນ 22 ມີຖຸນາ, 2020
ທ່ານໝໍຄົນນຶ່ງ ກຽມພ້ອມທີ່ຈະເອົາຕົວຢ່າງຈາກຊາຍຄົນນຶ່ງເພື່ອກວດຫາໄວຣັສໂຄໂຣນາ ຢູ່ໃນສູນກວດພະຍາດແຫ່ງນຶ່ງ ທ້າມກາງການແຜ່ລະບາດຂອງພະຍາດດັ່ງກ່າວ ໃນນະຄອນນີວເດລີຂອງອິນເດຍ, ວັນ 22 ມີຖຸນາ, 2020

ໂອກາດທີ່ຈະເສຍຊີວິດຍ້ອນພະຍາດໂຄວິດ-19 ໄດ້ເພີ້ມຂຶ້ນຢ່າງຫລວງຫຼາຍ ໄປພ້ອມໆກັບການເພີ້ມຂຶ້ນຂອງຄວາມທຸກຈົນ ຍ້ອນຄວາມບໍ່ສະເໝີພາບ ທີ່ ແອບແຝງຢູ່ໃນສັງຄົມໃນຫຼາຍໆປະເທດທີ່ທຸກຈົນກວ່ານັ້ນ, ອີງຕາມພວກນັກ ຄົ້ນຄວ້າຈາກມະຫາວິທະຍາໄລ ອິມພີຣຽລ ຄໍເລກຈ໌ ໃນນະຄອນລອນດອນ.

ການເຕືອນດັ່ງກ່າວ ແມ່ນມີຂຶ້ນໃນຂະນະທີ່ການລະບາດຢ່າງໜັກຂອງໄວຣັສ ໂຄໂຣນາຂະຫຍາຍອອກຢ່າງວ່ອງໄວຢູ່ໃນຫຼາຍປະເທດ ທີ່ຖືກຈັດຢູ່ໃນໝວດ ທີ່ມີລາຍຮັບຕໍ່າກວ່າ ຫຼືມີລາຍຮັບປານກາງທີ່ຂ້ອນຂ້າງຕໍ່າກວ່າ ເຊັ່ນອິນເດຍ ແລະໄນຈີເຣຍ. ອິນເດຍມີຄົນເສຍຊີວິດ ຍ້ອນພະຍາດໂຄວິດ-19 13,500 ຄົນ ຊຶ່ງສູງເປັນປະຫວັດການ ແລະມີຈໍານວນຄົນ ທີ່ເປັນພະຍາດນີ້ ເກືອບ ຮອດ 250,000 ຄົນ ໂດຍທີ່ມີອັດຕາຄົນຕິດພະຍາດນີ້ເພີ້ມຂຶ້ນຢ່າງວ່ອງໄວ ໃນຫລາຍມື້ມໍ່ໆມານີ້, ອີງຕາມຂໍ້ມູນຂອງສູນກາງຊັບພະຍາກອນດ້ານໄວຣັສ ໂຄໂຣນາຂອງມະຫາວິທະຍາໄລຈອນສ໌ ຮອບຄິນສ໌ Johns Hopkins).

ພວກນັກຄົ້ນຄວ້າ ຢູ່ມະຫາວິທະຍາໄລອິມພີຣຽລເວົ້າວ່າ ມັນເປັນຄວາມແຕກຕ່າງກັນທີ່ບໍ່ຍຸຕິທໍາ ຫລື ຫລີກລ້ຽງບໍ່ໄດ້ເລີຍ ໃນດ້ານສຸຂະພາບຂອງຄົນຢູ່ໃນ ກຸ່ມຕ່າງໆທີ່ແຕກຕ່າງກັນໃນສັງຄົມ-ທີ່ຮູ້ກັນໃນນາມວ່າເປັນ “ຄວາມບໍ່ສະເໝີ ພາບກັນທາງດ້ານສຸຂະພາບ.”

ທ່ານ ພີເຕີ ວິນສ໌ຄີລ (Peter Winskill) ທີ່ມະຫາວິທະຍາໄລອິມພີຣຽລໃນນະຄອນລອນດອນ ກ່າວຕໍ່ວີໂອເອ ຢູ່ໃນການສໍາພາດຜ່ານທາງສໄກພ໌ ໃນຕອນຕົ້ນເດືອນນີ້ວ່າ “ມີພຽງແຕ່ 3 ປະເດັນເທົ່ານັ້ນ ຄືມີບ່ອນໃຫ້ລ້າງມື, ມີຄວາມສາມາດທີ່ຈະເຮັດວຽກຢູ່ເຮືອນ ແລະຄວາມສາມາດເຂົ້າເຖິງໂຮງໝໍໄດ້, ໝົດເທົ່ານັ້ນ, ພວກເຮົາຄໍານວນວ່າ ໂດຍສະເລ່ຍແລ້ວ ມີການເພີ້ມຂຶ້ນຂອງການຕາຍຍ້ອນພະຍາດໂຄວິດ-19 ຢູ່ 32 ເປີເຊັນ ເມື່ອສົມທຽບບຸກຄົນທີ່ມາຈາກຄົວເຮືອນທີ່ທຸກຈົນທີ່ສຸດ ໃສ່ກັບຄົວເຮືອນທີ່ຮັ່ງມີທີ່ສຸດ ໂດຍທີ່ມີຕົວຜັກ ດັນຫລັກແມ່ນຂາດຊ່ອງທາງເຂົ້າເຖິງໂຮງໝໍ ແລະຕຽງນອນໃນຫ້ອງ ICU.”

ຄອບຄົວທີ່ທຸກຈົນກວ່າ ມັກຈະດໍາລົງຊີວິດຢູ່ໃນຄົວເຮືອນທີ່ໃຫຍ່ກວ່າ, ມີຄົນຫລາຍລຸ້ນຄົນອາໄສຢູ່ນໍາກັນ ທີ່ເຮັດໃຫ້ການດໍາເນີນຄວາມພະຍາຍາມໃນການປ້ອງກັນສະມາຊິກຄອບຄົວທີ່ເປັນຜູ້ສູງອາຍຸໂດຍການໃຊ້ມາດຕະການຢູ່ຫ່າງກັນໃນສັງຄົມນັ້ນເປັນໄປໄດ້ຍາກ. ການກະທົບທາງອ້ອມຂອງການລະບາດຢ່າງໜັກຂອງພະຍາດນີ້ ຍັງເຮັດໃຫ້ມີຜົນກະທົບ ທີ່ບໍ່ເທົ່າທຽມກັນອີກ.

“ມີຄວາມເລື່ອມກັນທີ່ເປັນໄປໄດ້ສູງ ລະຫວ່າງເວລາທີ່ມີການປິດເມືອງ ຢູ່ໃນເຂດເຫລົ່ານີ້ ກັບລະດູການເກັບກ່ຽວພືດທີ່ໃຊ້ເປັນອາຫານຫລັກ,” ນັ້ນຄືຄໍາເວົ້າຂອງທ່ານວິນສຄີລ. ທ່ານກ່າວຕໍ່ໄປອີກວ່າ “ແລະພວກເຮົາ ຍັງຮູ້ຈາກຂໍ້ມູນອີກວ່າ ບຸກຄົນທີ່ມາຈາກຄົວເຮືອນທີ່ທຸກຈົນກວ່າ ຢູ່ໃນເຂດເຫລົ່ານີ້ຍັງເພິ່ງພາອາໄສຕໍ່ອາຫານທີ່ປູກເອົາເອງອີກດ້ວຍ ເພາະສະນັ້ນມີ ບັນຫາດ້ານຄວາມໝັ້ນຄົງຂອງອາຫານຢ່າງຮ້າຍແຮງ.”

ການບໍລິການດ້ານສຸຂະພາບສໍາລັບປິ່ນປົວພະຍາດອື່ນ ກໍາລັງໄດ້ຮຮັບຜົນກະທົບຢ່າງໜັກຈາກະພຍາດໂຄວິດ-19.

ທ່ານວິນສຄລີ ກ່າວວ່າ “ການເສຍຊີວິດທີ່ມີສາເຫດກ່ຽວຂ້ອງກັບເຊື້ອເອສໄອ ວີ ຫລື ໂຣກເອດ, ວັນນະໂຣກ ແລະໄຂ້ມາເລເຣຍ ຢູ່ໃນ 5 ປີຂ້າງໜ້ານີ້ ຢູ່ ໃນບ່ອນທີ່ມີພາລະແບກຫາບໜັກ ອາດຈະເພີ້ມຂຶ້ນປະມານ 10, 20 ແລະ 36 ເປີເຊັນເປັນລໍາດັບໄປກໍເປັນໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG