ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່າ​ນັ່ງ ທ່າ​ຢືນ​ທີ່ບໍ່​ຖືກ​ຕ້ອງ ພາ​ໃຫ້​ມີ​ອາ​ການ​ປວດ ໃນ​ຮ່າງ​ກາຍ ​ແບບຊຳ​ເຮື້ອໄດ້


ຄົນ​ພາ​ກັນ​ໃຊ້​ຄອມ​ພີວ​ເຕີ​ແບບ​ວາງ​ໃສ່​ຕັ້ງ ຫລື laptop ຢູ່​ໃນ​ຫ້ອງ​ອ່ານ​ໜັງ​ສື ຂອງ​ຫ້ອງ​ສະ​ໝຸດ​ອັງ​ກິດ ຢູ່​ໃນ​ນະ​ຄອນ​ລອນດອນ, ວັນ​ທີ 20 ມິ​ຖຸ​ນາ, 2011
ຄົນ​ພາ​ກັນ​ໃຊ້​ຄອມ​ພີວ​ເຕີ​ແບບ​ວາງ​ໃສ່​ຕັ້ງ ຫລື laptop ຢູ່​ໃນ​ຫ້ອງ​ອ່ານ​ໜັງ​ສື ຂອງ​ຫ້ອງ​ສະ​ໝຸດ​ອັງ​ກິດ ຢູ່​ໃນ​ນະ​ຄອນ​ລອນດອນ, ວັນ​ທີ 20 ມິ​ຖຸ​ນາ, 2011

ທ່ານເຄີຍຄິດກ່ຽວກັບລັກສະນະທ່າ​ນັ່ງ ທ່າ​ຢືນຂອງທ່ານໃນຂະນະທີ່ໃຊ້ໂທລະສັບມືຖື ຫລືຄອມພີວເຕີຫລືບໍ່? ພວກນັກຄົ້ນຄວ້າພົບວ່າ ຄົນສ່ວນໃຫຍ່ ຫລື ຢ່າງໜ້ອຍກໍແມ່ນ ຄົນອາເມຣິກັນບໍ່ໄດ້ຄຶດກ່ຽວກັບເລື້ອງນີ້ເລີຍ. ແຕ່ວ່າມັນເປັນສິ່ງໃດສິ່ງນຶ່ງທີ່ທຸກຄົນຄວນ ຄິດເຖິງ. Carol Pearson, ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ງານ​ກ່ຽວ​ກັບ ​ເລື້ອງນີ້ເພີ້ມອີກ ຊຶ່ງ
ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ໂທ​ລະ​ສັບມືຖື ແລະຄອມພີວເຕີແມ່ນມີຢູ່ທຸກຫົນທຸກແຫ່ງໃນໂລກອັນນີ້. ຜູ້ຄົນພາກັນກົ້ມ
ໜ້າ ກົ້ມຕາຈ້ອງໃສ່ເຄື່ອງອຸປະກອນເຫລົ່ານີ້ ແລະມັນເຮັດໃຫ້ເກີດຜົນເສຍ ຫລາຍຫລາຍ
ກວ່າ ສິ່ງທີ່ເຂົ້າເຈົ້າຄິດໄວ້ອີກ.

ອັນ​ນີ້​ເປັນ​ຄວາມ​ຈິງ, ແມ່ນ​ແຕ່ບັນ​ດາ​ພວກ​ທ່ານ​ໝໍກໍ​ຍັງ​ເປັນ. ເມື່ອ ດ​ຣ. ລູຊັນ​ທາ ​ກູນາ​ເຊ​ກຣາ (Lushantha Gunasekera) ຮູ້​ສຶກ​ປວດ ທ່ານ​ກໍ​ຄິດ​ວ່າ ທ່ານ​ຕ້ອງ​ການອອກ​ກຳ​ລັງ​ກາຍ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.

ດ​ຣ. ລູຊັນ​ທາ ກູ​ນາ​ເຊ​ກຣາ ໄປສູນດູ​ແລ​ສຸ​ຂະ​ພາບເມືອງໂອ​ແລນ​ໂດ (Orlando) ໃນ​ລັດ​ຄາ​ລິ​ຟໍ​ເນຍກ່າວ​ວ່າ:
"ຕົ້ນ​ຕໍແມ່ນມັນ​ປວດ​ຢູ່​ແຖວເທິງ​ຫລັງ ແລະ​ຄໍ ແລະ​ບ່າ​ຂອງ​ຂ້ອຍ. ມັນ​ປວດ​ຢູ່​ແຕ່ຂ້າງດຽວ."

ຄູ​ຝຶກ​ດ້ານ​ການ​ອອກ​ກຳ​ລັງ​ກາຍ​ຢູ່ໃນ​ບ່ອນ​ອອກ​ກຳ​ລັງ​ກາຍ​ຂອງສູນດູ​ແລ​ສຸ​ຂະ​ພາບເມືອງໂອ​ແລນ​ໂດ (Orlando) ຮູ້​ວ່າ ​ອາ​ການ​ເຈັບປວດດັ່ງ​ກ່າວ ແມ່ນ​ເປັນ​ຍ້ອນ​ທ່າ​ນັ່ງ ທ່າ​ຢືນ​ທີ່​ບໍ່​ຖືກ​ຕ້ອງ.

ທ້າວ ນາ​ທາ​ນຽ​ລ ເມ​ເລັນ​ເດ​ສ໌ (Nathaniel Melendez) ຢູ່ສູນດູ​ແລ​ສຸ​ຂະ​ພາບເມືອງໂອ​ແລນ​ໂດ (Orlando) ເວົ້າ​ວ່າ:
"ການ​ໝູນ​ຂອງບ່າ​ໄຫລ່​ຢູ່​ພາຍ​ໃນ​ຕົວ​ຂອງ​ມັນ, ຫລັງຂົດ, ຫົວ​ກົ້ມລົງ, ຄໍ​ກົ່ງ​ລົງ ພວກ​ນີ້."

ທ້າວ ເມ​ເລັນ​ເດ​ສ໌ (Melendez) ໄດ້​ເຮັດ​ວຽກ​ຮ່ວມ​ກັບ ດ​ຣ. ກູ​ນາ​ເຊ​ກຣາ (Gunasekera) ເພື່ອຊ່ວຍດັດ​ປັບ​ການ​ກົ່ງ​ທີ່​ເກີດ​ຈາກທ່າ​ນັ່ງທ່າ​ຢືນຂອງທ່ານ.

ການກົ້ມຫົວ ຫລື ເດ່​ຫົວ​ອອກ​ໄປເພື່ອ​ເບິ່ງ​ໜ້າ​ຈໍ ທັງ​ຫລາຍທັງ​ປວງ​ເຫລົ່າ​ນີ້​ເຮັດ​ໃຫ້​ກ້າມ​ເນື້ອ​ຂອງ​ຄໍ​ຖືກກົດ​ດັນ. ການ​ເຮັດ​ແນວນີ້ ແມ່ນ​ພາ​ໃຫ້​ເກີດ​ຄວາມ​ອິດ​ເມື່ອຍ, ກ້າມ​ເນື້ອ​ເຄັ່ງ​ຕຶງ ແລະ​ເຈັບ​ຫົວ.

ມັນ​ຍັງ​ສາ​ມາດ​ເຮັດ​ໃຫ້ກະ​ດູກ​ສັນ​ຫລັງ​ຂອງ​ທ່ານຖືກ​ບາດ​ເຈັບ​ອີກດ້ວຍ. ແຕ່​ວ່າ​ມັນ​ກໍ​ສາ​ມາດ​ທີ່​ຈະ​ປ້ອງ​ກັນ​ ແລະດັດປັບໄດ້. ​

ທ້າວ ເມ​ເລັນ​ເດ​ສ໌ (Melendez) ​ເວົ້າ​ວ່າ:
"ທ່ານ​ອາດຈະ​ແປ​ກ​ໃຈ​ຫລາຍ​ ທີ່​ຮູ້​ວ່າການ​ອອກ​ກຳ​ລັງ​ກາຍແບບ​ເຮັດ​ໃຫ້​ກ້າມ​ເນື້ອ ຂອງ​ທ່ານແໜ້ນຂຶ້ນ ແລະ​ການອອກ​ກຳ​ລັງ​ກາຍ​ເພື່ອ​ດັດ​ປັບ​ທ່າ​ນັ່ງ​ ທ່າ​ຢືນຕ່າງໆ​ຂອງ​ທ່ານສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ຕໍ່​ຮ່າງ​ກາຍ​ຂອງ​ທ່ານ."

ທ້າວເມ​ເລັນ​ເດ​ສ໌ (Melendez) ເວົ້າອີກ​ວ່າ ແມ່ນ​ແຕ່​ຫລັງ​ກົ່ງພຽງ​ເລັກ​ນ້ອຍກໍ​ສາ​ມາດພາ​ໃຫ້​ເກີດຄວາມ​ເຄັ່ງ​ຕຶງ ​ຢ່າງ​ໃຫຍ່​ຫລວງ​ໄດ້. ແຕ່​ວ່າ ພວກ​ນັກ​ຄົ້ນ​ຄວ້າຢູ່ສູນ​ກາງດູ​ແລ​ສຸ​ຂະ​ພາບຂອງ​ເມືອງໂອ​ແລນ​ໂດ (Orlando) ​ພົບ​ວ່າ ມີຄົນ​ບໍ່​ຮອດ​ເຄິ່ງ​ນຶ່ງ​ຂອງ​ຈຳ​ນວນ​ຄົນ​ທີ່​ຢູ່​ໃນ​ການ​ສຳ​ຫລວດຂອງ​ເຂົາ​ເຈົ້າປາ​ກົດ​ວ່າ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ເລື້ອງນີ້.

ການ​ຄົດຂອງ​ກະ​ດູກພຽງ​ເລັກ​ນ້ອຍກໍ​ສາ​ມາດພາ​ໃຫ້​ເກີດຄວາມ​ເຄັ່ງ​ຕຶງ​ຢ່າງ​ໃຫຍ່​ຫລວງ​ໄດ້.

ແມ່ນ​ແຕ່​ຫົວ​ຂອງ​ທ່ານກົ້ມໂດ່​ໄປ​ທາງ​ໜ້າກາຍ​ໂຕ​ຂອງ​ທ່ານ ສອງ​ຊັງ​ຕີ​ແມັດ​ເຄິ່ງ​ໃດ ມັນເທົ່າ​ກັບ​ມີ​ນ້ຳ​ໜັກ​ເຕັງໃສ່​ບ່າ​ຂອງທ່ານ 4 ກິ​ໂລກ​ຣາມ​ເຄິ່ງ.

​ຖ້າ​ຫາກຫົວ​ຂອງ​ທ່ານກົ້ມໂດ່​ໄປ​ທາງ​ໜ້າກາຍ​ໂຕ​ຂອງ​ທ່ານໄປ 100 ມິ​ລ​ລີ​ແມັດ ຄວາມ​ບໍ່​ດຸ່ນ​ດ່ຽງ​ຂອງ​ນ້ຳ​ໜັກ​ຍິ່ງ​ມີ​ຫລາຍກວ່ານັ້ນ​ອີກ. ທ່ານເມ​ເລັນ​ເດ​ສ໌ (Melendez) ເວົ້າ​ວ່າສູ່​ຟັງ​ອີກວ່າ:
"ອັນ​ນັ້ນ ແມ່ນ​ເທົ່າ​ກັນ​ກັບ​ວ່າ ມີ​ເດັກ​ນ້ອຍ​ຄົນ​ນຶ່ງ ນັ່ງ​ຢູ່ເ​ທິງ​ບ່າ​ຂອງ​ທ່ານ.”

ດ​ຣ. ກູ​ນາ​ເຊ​ກຣາ ເວົ້າ​ວ່າການ​ປ່ຽນ​ແປງ​ທ່າ​ນັ່ງ​ ທ່າ​ຢືນຂອງ​ທ່ານ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ຕ່າງ​ຢ່າງ​ຫລວງ​ຫລາຍ. ທ່ານ​ກ່າວ​ດັ່ງ​ນີ້:
"ໂດຍ​ການ​ສົນ​ທະ​ນາ​ກ່ຽວ​ກັບວ່າ​ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ຂ້ອຍ​ກຳ​ລັງ​ເຮັດ​ຢູ່ ບໍ່​ຖືກ​ຕ້ອງ, ອອກ​ກຳ​ລັງ​ກາຍ​ທີ່​ເຮັດ​ໃຫ້​ກ້າມ​ເນື້ອ​ແຂງ​ ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ, ເຄື່​ອນ​ໄຫວ​ໄປ​ມາ​ຫລາຍ​ຂຶ້ນ, ມີ​ສະ​ຕິ​ຫລາຍ​ຂຶ້ນ ກ່ຽວ​ກັບ​ທ່າ​ນັ່ງ​ຂອງ​ຂ້ອຍ ໃນ​ແຕ່​ລະ​ມື້​ໃນ…. ແມ່ນ​ຊ່ວຍ​ໄດ້​ຫລາຍ​ອີ່​ຫລີ. ດຽວນີ້, ຂ້ອຍບໍ່​ມີ​ອາການ​ປວດຢູ່​ບ່ອນນັ້ນ ອີກ​ແລ້ວ."

ທ້າວເມ​ເລັນ​ເດ​ສ໌ (Melendez) ຢືນ​ອີງ​ຝາ​ຢູ່, ຍົກສົ້ນ​ໜ່ອງຂຶ້ນ ສູງ​ຈາກ​ພື້ນ 150 ມິ​ລ​ລີ​ແມັດ.
ທ້າວເມ​ເລັນ​ເດ​ສ໌ ກ່າວ​ດັ່ງ​ນີ້:
"ເມື່ອ​ທ່ານ​ນັ່ງ ທ່ານ​ຢາກ​ຈະ​ເຮັດ​ໃຫ້​ແອວ, ແຂນ​ສອກ ແລະ​ຂໍ່ແຂນ ແລະ ຈາກ​ທ່າ​ນັ່ງ​ອັນ​ນີ້ ທ່ານ​ຢາກ​ຈະ​ເດ່​ແຂນ​ຂອງ​ທ່ານ​ອອກ​ໄປ ໃນ​ຂະ​ນະ​ທີ່​ຮັກ​ສາ​ການ​ສຳ​ພັດ​ທັງ 5 ຈຸດ​ໄວ້.”

ທ້າວເມ​ເລັນ​ເດ​ສ໌ ບອກ​ອີກວ່າ ເມື່ອ​ທ່ານ​ໃຊ້​ຄອມ​ພີວ​ເຕີ ຫລື​ໂທ​ລະ​ສັບ ມື​ຖື ຈົ່ງ​ໃຫ້​ແນ່​ໃຈ​ວ່າ ລະ​ດັບ​ຂອງ​ຕາ​ທ່ານ ​ຊຶ່ງ​ກັນ​ກັບ​ໜ້າ​ຈໍ ຖ້າ​ຫາກ​ເຮັດ​ໄດ້ ກໍ​ໃຫ້​ພັດ​ຜ່ອນ​ຢູ່​ເລື້ອຍໆ ແລະ​ໃຫ້​ດັດ​ປັບ​ທ່າ​ນັ່ງ​ຂອງ​ທ່ານ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ເລື້ອງນີ້​ເປັນ​ພາ​ສາ​ອັງ​ກິດ

​ອ່ານ​ຂ່າວນີ້ເພີ້ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG