ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຫຼັງການເລືອກຕັ້ງ ບັນດາສະມາຊິກສະພາ ສຫລ ແລະຜູ້ບໍລິຫານ ສື່ສັງຄົມ ເຫັນດີ ຕ້ອງໃຫ້ມີການປ່ຽນແປງ


US Senate Social Media USAGM
please wait

No media source currently available

0:00 0:02:24 0:00

ເຊີນຊົມວີດີໂອ ພາສາອັງກິດ

ໃນຂະນະປະເຊີນກັບຂໍ້ກ່າວຫາວ່າ ກວດສອບເນື້ອຫາ ບັນດາຫົວໜ້າບໍລິຫານຂອງທວິດເຕີ້ ແລະເຟສບຸກ ໄດ້ໄປປາກົດໂຕຕໍ່ໜ້າບັນດາສະມາຊິກສະ ພາສູງສະຫະລັດ ໃນການຮັບຟັງຄຳໃຫ້ການເມື່ອວັນອັງຄານທີ່ຜ່ານມາເພື່ອປ້ອງກັນມາດຕະການຕ່າງໆທີ່ຕົນໄດ້ເອົາ ໃນລະຫວ່າງການເລືອກຕັ້ງສະຫະລັດເມື່ອບໍ່ດົນມານີ້ ທີນາ ທຣິນ ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫົວໜ້າບໍລິຫານຂອງເຟສບຸກ ແລະທວິດເຕີ້ ໄດ້ປາກົດໂຕຜ່ານທາງອອນໄລນ໌ ຢູ່ທີ່ລັດຖະສະພາສະຫະລັດຫຼື Capitol Hill ໃນວັນອັງຄານຜ່ານມາ ເພື່ອໃຫ້ ການຕໍ່ໜ້າຄະນະກຳມະການຂອງສະພາສູງ ເປັນຄັ້ງທີສອງ ໃນຊ່ວງໄລຍະ 3 ອາທິດ.

ທ່ານລິນຊີ ແກຣມ ສະມາຊິກສະພາສູງສັງກັດພັກຣີພັບບລີກັນຈາກລັດຄາໂຣໄລນາໃຕ້ ໄດ້ກ່າວຖະແຫລງເປີດກອງປະຊຸມ.

ຄຳຕ້ອງຕິທັງຫຼາຍທີ່ໄດ້ຖືກກ່າວຕໍ່ ທ່ານມາກຄ໌ ຊັກເກີເບີກ ຂອງເຟສບຸກ ແລະທ່ານແຈັກຄ໌ ດໍຊີ ນັ້ນ ບໍ່ແມ່ນເລື້ອງໃໝ່ເລີຍ ແຕ່ມັນໄດ້ອອກມາ ພາຍຫຼັງຈາກການເລືອກຕັ້ງສະຫະລັດ ເມືີ່ອບໍ່ດົນຜ່ານມານີ້.

ທ່ານລິນຊີ ແກຣມ ສະມາຊິກສະພາສູງ ກ່າວວ່າ “ເມື່ອທ່ານມີບໍລິສັດຕ່າງໆທີ່ມີອຳນາດຂອງລັດຖະບານ ມີອຳນາດເໜືອກວ່າສື່ສັງຄົມດັ່ງເດີມອື່ນໆ ຊຶ່ງບາງສິ່ງບາງຢ່າງຈະຕ້ອງເລີກໄປ.”

ເວັບໄຊ້ສື່ສັງຄົມຕ່າງໆ ກວດກາຫາຂໍ້ມູນທີ່ຜິດຫຼືບິດເບືອນ...ເຊັ່ນວ່າ ຄຳເວົ້າທີ່ກຽດຊັງ ແລະເລື້ອງບັນຫາອື່ນໆ ໄດ້ຖືກຍົກຂຶ້ນມາຕັ້ງເປັນຄຳຖາມໂດຍບັນດາສະມາຊິກສະພາຈາກທັງສອງພັກການເມືອງ ມາເປັນເວລາດົນນານແລ້ວ. ພັກຣີພັບບລີກັນ ກ່າວຫາພວກເວັບໄຊ້ດັ່ງກ່າວວ່າ ກວດສອບເນື້ອຫາເພື່ອຫ້າມນຳລົງ.

ທ່ານຈອນ ຄໍນິນ ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ ກ່າວວ່າ “ໃນຂະນະທີ່ພວກເຮົາບໍ່ເຄີຍໃຫ້ລັດຖະບານ ວາງກົດລະບຽບສິ່ງທີ່ອົງ ການຂ່າວຂຽນຫຼືບໍ່ຂຽນນັ້ນ ຊຶ່ງໃນທີ່ສຸດພວກເຮົາອຳນວຍໃຫ້ພວກບໍລິສັດເອກກະຊົນ ຊຶ່ງດຽວນີ້ຈັດຕັ້ງເວທີສົນທະນາຢ່າງເປີດເຜີຍເພື່ອວາງກົດລະບຽບຕໍ່ການປາກເວົ້ານັ້ນ.”

ສ່ວນພັກເດໂມແຄຣັດ ກ່າວວ່າ ພວກບໍລິສັດທັງຫຼາຍຕ້ອງເຮັດຫຼາຍກວ່າເກົ່າ ເພື່ອປ້ອງກັນບໍ່ໃຫ້ຖືກໃຊ້ເປັນເຄື່ອງມືສຳລັບການແຜ່ກະຈາຍເລື້ອງບິດເບືອນ.

ທ່ານຣິຊາດ ບລູເມັນຕອລ ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດຄອນເນັກຕີຄັດ ກ່າວວ່າ “ພວກທ່ານໄດ້ສ້າງເຄື່ອງມືທີ່ເປັນຕາໜ້າຢ້ານ ຂອງການຊັກຊວນໂນ້ມນ້າວ ແລະການປອມແປງແນບນຽນ ດ້ວຍອຳນາດກາຍເກີນພວກໂຈນຂະໂມຍຂອງຍຸກສະໄໝຫຼ້າສຸດຂອງສະຫະລັດທີ່ປະຊາກອນແລະເສດຖະກິດ ຂະຫຍາຍຕົວຢ່າງວ່ອງໄວ.”

ພວກບໍລິສັດດັ່ງກ່າວຮັບຮູ້ວ່າ ຕ້ອງມີການປະຕິຮູບ.

ທ່ານມາກຄ໌ ຊັກເກີເບີກ ປະທານບໍລິຫານເຟສບຸກ ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ພວກເຮົາແມ່ນກາຍກຳນົດທີ່ຈະປັບປຸງລະບຽບການຕ່າງໆສຳລັບອິນເຕີເນັດ ທີ່ ກ່ຽວພັນກັບເລື້ອງເນື້ອຫາ ການເລືອກຕັ້ງ ສິດສ່ວນຕົວ ແລະການເຄື່ອນຍ້າຍຂໍ້ມູນ.”

ສ່ວນທ່ານດໍຊີ ຈາກທວິດເຕີ້ ໄດ້ຊີ້ໃຫ້ເຫັນເຖິງຜົນກະທົບຂອງສູດການຄຳນວນທີ່ມີຢູ່ ໃນການກຳນົດສິ່ງທີ່ພວກຜູ້ຊົມໃຊ້ເຫັນ.

ທ່ານດໍຊີ ປະທານບໍລິຫານຂອງທວິດເຕີ້ ກ່າວວ່າ “ພວກເຮົາເຊື່ອວ່າ ພວກເຮົາຄວນມີທາງເລືອກຫຼາຍກວ່າເກົ່າ ໃນວິທີສູດຄຳນວນທັງຫຼາຍເຫຼົ່ານີ້ ທີ່ໃຊ້ກັບເນື້ອຫາຂອງພວກເຮົາ. ພວກເຮົາໃຊ້ພວກມັນທັງໝົດຫຼືບໍ່ ເພື່ອວ່າພວກເຮົາສາມາດເປີດຫຼືປິດພວກມັນໄດ້ ແລະໃຫ້ມີຄວາມແຈ່ມແຈ້ງ ທີ່ກ່ຽວພັນກັບຜົນຕ່າງໆທີ່ພວກມັນຄາດຄະເນອອກມາ.”

ບັນດານັກຊ່ຽວຊານ ກ່າວວ່າ ພາບລັກສະນະທີ່ປາກົດຂອງການເປີດກວ້າງເພື່ອການປ່ຽນແປງໂດຍບໍລິສັດທັງຫຼາຍນັ້ນ ເປັນທ່າທີໃໝ່.

ທ່ານພອລ ບາແຣັດ ຈາກມະຫາວິທະຍາໄລ ນິວຢອກ ກ່າວຜ່ານທາງສໄກ້ປ໌ ວ່າ “ພວກບໍລິສັດນີ້ ແມ່ນສົ່ງສັນຍານຢ່າງຈະແຈ້ງວ່າ ພວກເຂົາເຈົ້າ ພະຍາຍາມຫາທາງທີ່ຈະຜ່ອນສັ້ນຜ່ອນຍາວ ກັບບັນດາສະມາຊິກຂອງລັດຖະສະພາໃນການຮ່າງກົດລະບຽບໃໝ່ ທີ່ກຳລັງຈະອອກມານັ້ນ.”

ບັນດານັກຊ່ຽວຊານ ກ່າວວ່າ ມີຄວາມເປັນໄປໄດ້ສູງ ກົດໝາຍໃໝ່ໃດໆ ທີ່ຈະຮຽກຮ້ອງຕໍ່ພວກບໍລິສັດເທັກໂນໂລຈີ ໃຫ້ມີຄວາມໂປ່ງໃສຫຼາຍຂຶ້ນ ໃນວິທີທີ່ພວກເພິ່ນຕັດສິນໃຈ ກ່ຽວກັບເນື້ອຫາເພື່ອໃຫ້ກຳນົດເຄື່ອງໝາຍ ຫຼື ກີດກັນ.

ແລະຕາບໃດທີ່ສື່ສັງຄົມ ມີອຳນາດທີ່ຈະແຊກແຊງແລະປ່ຽນຄວາມຄິດເຫັນຢູ່ນັ້ນ ກໍຈະຕ້ອງມີການກວດກາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Facing charges of censorship, the CEOs of Twitter and Facebook appeared before a hearing of U.S. lawmakers Tuesday to defend actions taken during the recent U.S. elections. Tina Trinh reports.

The CEOs of Facebook and Twitter made virtual appearances on Capitol Hill Tuesday - testifying before a U.S. Senate committee for the second time in three weeks.

Much of the criticism leveled at Facebook’s Mark Zuckerberg and Twitter’s Jack Dorsey was not new, but it came in the aftermath of the recent U.S. elections.

(Lindsey Graham, Republican senator from South Carolina)

“When you have companies that have the power of governments, have far more power than traditional media outlets, something has to give.”

Social media sites policing of misinformation, hate speech and other issues have long been called.......into question by lawmakers of both parties. Republicans accuse the sites of censorship.

(John Cornyn, Republican senator from Texas)

“While we would never let the government regulate what the press writes or doesn’t write, essentially we are allowing private companies which are now de facto public forums to regulate that speech.”

Democrats say the companies need to do more to prevent being used for spreading falsehoods.

(Richard Blumenthal, Democratic senator from Connecticut)

“You have built terrifying tools of persuasion and manipulation, with power far exceeding the robber barons of the last Gilded Age.”

The companies acknowledged reforms are needed.

(Mark Zuckerberg, CEO, Facebook)

“I believe we are well overdue to update the rules for the internet around content, elections, privacy and data portability.”

Twitter’s Dorsey pointed to the impact algorithms have in determining what users see.

(Jack Dorsey, CEO, Twitter)

“We believe that we should have more choice in how these algorithms are applied to our content. Whether we use them at all. So we can turn them on or off and have clarity around the outcomes that they’re projecting.”

Experts say the companies’ appearance of being open to change is new.

(Paul Barrett, New York University)

“The companies are clearly signaling that they are trying to find a way to compromise with members of Congress in coming up with a new regulatory framework.”

Most likely, say experts, any new law will call on the tech companies to be more transparent in how they make decisions about content to label or block.

And as long as social media has the power to influence and sway opinions, there will also be scrutiny.

XS
SM
MD
LG