ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ສັນ​ຕະ​ປາ​ປາ ເປີດກວ້າງ​ ທີ່​ຈະ​ຊ່ວຍ​ເຫຼືອ ​ເດັກ​ນ້ອຍ ຢູ​ເຄ​ຣນ ທີ່​ຖືກ​ລັກ​ໄປ ຣັດ​ເຊຍ ກັບ​ຄືນ​​ບ້ານ


ພະ​ສັນ​ຕະ​ປາ​ປາ​ລົມ​ກັບ​ນັກ​ຂ່າວ​ໃນ​ລະ​ຫວ່າ​ງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ​ເທິງ​ເຮືອ​ບິນ ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ເດີນ​ທາງ​ກັບ​ນະ​ຄອນຫຼວງ ໂຣມ, ລຸນຫຼັງ​ການ​ຢ້ຽມ​ຢາມ​ປະ​ເທດ ຮັງ​ກາ​ຣີ, 30 ເມ​ສາ 2023.
ພະ​ສັນ​ຕະ​ປາ​ປາ​ລົມ​ກັບ​ນັກ​ຂ່າວ​ໃນ​ລະ​ຫວ່າ​ງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ​ເທິງ​ເຮືອ​ບິນ ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ເດີນ​ທາງ​ກັບ​ນະ​ຄອນຫຼວງ ໂຣມ, ລຸນຫຼັງ​ການ​ຢ້ຽມ​ຢາມ​ປະ​ເທດ ຮັງ​ກາ​ຣີ, 30 ເມ​ສາ 2023.

ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ໄດ້​ກ່າວ​ວ່າ ​ວັງ​ວາ​ຕິ​ກັນ ແມ່ນ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ຊ່ວຍ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ນຳ​ເອົາ​ເດັກ​ນ້ອຍ​ ຢູ​ເຄ​ຣນ ທີ່​ຖືກ ​ຣັດ​ເຊຍ ລັກ​ໄປ​ ໃນ​ລະ​ຫວ່າງ​ສົງ​ຄາມ​ກັບ​ຄືນ​ມາ​ປະ​ເທດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ ຂ່າວ​ເອ​ພີ. ພະ​ອົງ​ໄດ້​ກ່າວ​ວ່າ ​ວັງ​ວາ​ຕິ​ກັນ ແມ່ນ​ໄດ້​ຊ່ວຍ​ເຫຼືອ​ໄກ່​ເກ່ຍ​ການ​ແລກ​ປ່ຽນຊະ​ເລີຍຈຳ​ນວນ​ນຶ່ງ​ແລ້ວ ແລະ ຈະ “ເຮັດ​ທຸກ​ຢ່າງ​ດ້ວຍ​ເມດ​ຕາ ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້” ເພື່ອ​ນຳ​ເອົາ​ຄອບ​ຄົວ​ຊາວ ຢູ​ເຄ​ຣນ ກັບ​ມາ​ລວມ​ຕົວ​ກັນ​ຄືນ. ພະ​ສັນ​ຕະ​ປາ​ປາ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເທິງ​ເຮືອ​ບິນ ຂະ​ນະ​ທີ່​ກຳ​ລັງ​ເດີນ​ທາງ ​ກັບ​ບ້ານ​ຈາ​ກປະ​ເທດ ຮັງ​ກາ​ຣີ. ສານ​ອາ​ຍາ​ສາ​ກົນ​ເມື່ອ​ເດືອນ​ແລ້ວນີ້​ໄດ້​ອອກ​ໝາຍ​ຈັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແລະ ຄະ​ນະ​ກຳ​ມາ​ທິ​ການ​ເດັກ​ນ້ອຍ​ຂອງ ຣັດ​ເຊຍ, ໂດຍ​ກ່າວ​ຫາ​ເຂົາ​ເຈົ້າ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ສົງ​ຄາມ​ສຳ​ລັບ​ກາ​ນ​ລັກ​ພາ​ຕົວ​ເດັກ​ນ້ອຍ​ຈາກ ຢູ​ເຄ​ຣນ. ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ການ​ກະ​ທຳ​ຜິດ​ທຸກ​ຢ່າງ, ໂດຍ​ໂຕ້​ແຍ້ງວ່າ ​ພວກ​ເດັກ​ນ້ອຍ​ຖືກ​ຍ້າຍ​ໄປ ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ.

Pope Francis said the Vatican is willing to help facilitate the return of Ukrainian children taken to Russia during the war. He said the Holy See has already helped mediate some prisoner exchanges and would do "all that is humanly possible" to reunite Ukrainian families. Francis spoke Sunday during an airborne news conference en route home from Hungary. The International Criminal Court last month issued an arrest warrant for Russia President Vladimir Putin and Russia’s children's commissioner, accusing them of war crimes for abducting children from Ukraine. Russia has denied any wrongdoing, contending the children were moved for their safety.

XS
SM
MD
LG