ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະສັນຕະປາປາ Francis ຊົງຮຽກຮ້ອງ ໃຫ້ເປີດການເຈລະຈາ ໃນ ເວເນຊູເອລາ


ລັດຖະມົນຕີນໍ້າມັນ ເວເນຊູເອລາ ແລະປະທານ ບໍລິສັດລັດວິສະຫະກິດ ເວເນຊູເອລາ PDVSA, Eulogio del Pino ຢືນຢູ່ຂ້າງປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro.
ລັດຖະມົນຕີນໍ້າມັນ ເວເນຊູເອລາ ແລະປະທານ ບໍລິສັດລັດວິສະຫະກິດ ເວເນຊູເອລາ PDVSA, Eulogio del Pino ຢືນຢູ່ຂ້າງປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro.

ພະ​ສັນຕະປາປາ Francis ​ໄດ້​ພົບ​ປະ​ເປັນ​ການ​ສ່ວນ​ຕົວ​ ກັບ ປະທານາທິບໍດີ ​ເວ​ເນ​ຊູເອລາ ທ່ານ Nicolas Maduro ທີ່​ນະຄອນ Vatican ​ໃນ​ວັນ​ຈັນ​ວານ​ນີ້ ​ແລະຮຽກຮ້ອງທ່ານ​ເປີດ​ການສົນທະນາ​ທີ່​ມີຄວາມໝາຍອັນ​ສຳຄັນ​ກັບບັນດາ​ຜູ້ນຳຝ່າຍ​ຄ້ານ.

ທ່ານ Maduro ​ທີ່​ຫາ​ກໍ່​ເສັດ​ສິ້ນ​ ການຢ້ຽມຢາມ​ພາກຕາ​ເວັນ​ອອກ​ກາງ ​ໄດ້​ເດີນ ທາງກັບ​ຄືນໄປ​ເຖິງ​ເວ​ເນ​ຊູ​ເອລາ ພຽງ​ບໍ່​ເທົ່າ​ໃດມື້ຫຼັງ​ຈາກ​ລັດຖະບານ​ຂອງ​ທ່ານ​ ໄດ້​ຂັດຂວາງ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ພວກ​ຝ່າຍ​ຄ້ານ ທີ່​ຈະ​ປົດທ່ານ​ອອກ​ຈາກ​ຕຳ​ແໜ່ງ ​ໂດ​ຍຜ່ານ​ການ​ຮຽກຮ້ອງ​ລົງປະຊາ​ມະຕິ.

ບັນດາພວກຝ່າ​ຍຄ້ານ​ຂອງ​ທ່ານ Maduro ​ໄດ້​ກ່າວ​ຫາ​ທ່ານ​ວ່າ ເຮັດ “ລັດຖະ ປະຫານ” ເພື່ອຢຸດ​ຄວາມ​ພະຍາຍາ​ມທີ່​ຈະຈັດການລົງ​ປະຊາ​ມະຕິ​ປົດ​ທ່ານອອກ ຈາກ​ຕຳ​ແໜ່ງ. ນອກ​ນັ້ນ​ຍັງ​ມີ​ການ​ຮຽກຮ້ອງ​ໃຫ້​ມີ​ການເດີ​ນຂະ​ບວນປະ​ທ້ວງ ຕໍ່​ການ​ຕັດສິນ​ໃຈທີ່​ວ່າ​ນີ້.

ຢູ່​ໃນ​ຖະ​ແຫລ​ງການນັ້ນ ສຳນັກ Vatican ກ່າວ​ວ່າ ພະ​ສັນ​ຕະປະ​ປາ Francis ​ໄດ້​ຮ້ອງ​ຂໍ​ໃຫ້ທ່ານ Maduro ເປີດ​ການ​ເຈລະຈາ​ຫາລື​ກັບ​ພວກຝ່າຍຄ້ານ​ ດ້ວຍ “ຄວາມ​ຈິງໃຈ ​ແລະສ້າງ​ສັນ” ຊຶ່ງ​ຈະ​ເປັນ​ຜົນ​ປະ​ໂຫຍ​ດ​ແກ່​ປະຊາຊົນ​ຊາວ​ເວ​ເນ​ຊູ​ເອລາ ທີ່​ໄດ້​ຮັບຄວາ​ມທຸກທໍລະມານ​. ພະ​ສັນຕະປາ​ປາ Francis ​ຍັງໄດ້ຮຽກ ຮ້ອງ​ໃຫ້​ທ່ານ Maduro ສົ່ງ​ເສີມ​ຄວາມເປັນ​ນ້ຳ​ນຶ່ງ​ໃຈດຽວ​ທາງສັງຄົມ​ເພື່ອ​ຊ່ວຍ​ໃຫ້​ເວ​ເນ​ຊູ​ເອລາ ​ພົ້ນ​ຈາກ​ວິ​ກິດ​ການ​ດ້ານເສດຖະກິດ​ຫວ່າງ​ມໍ່ໆ​ມານີ້.

​ໃນ​ການ​ຖະ​ແຫຼງ​ຢູ່​ນະຄອນຫຼວງ Caracas ນັ້ນ ທູດ​ພິ​ເສດ​ພະ​ສັນຕະປາປາ Emil Paul Tscherrig ກ່າວ​ວ່າ ທັງ​ສອງ​ຝ່າຍຫວັງ​ວ່າຈະ​ເລີ້ມ​ສົນທະນາ​ຫາ
ລີກັນ​ໃນ​ວັນ​ທີ 30 ເດືອນຕຸລານີ້ ທີ່​ເກາະ​ Margarita ຂອງເວ​ເນ​ຊູ​ເອລາ.

​ໂຄສົກາຂອງ​ແນ​ວ​ໂຮມ MUD ຂອງ​ພວກ​ຝ່າຍ​ຄ້ານ​ໃນ​ເວລາຕໍ່​ມາ​ໄດ້​ປະຕິ​ເສດ​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກລົງກັນ ​ກ່ຽວ​ກັບ​ເງື່ອນ​ໄຂ​ຕ່າງໆ​ໃນ​ການ​ພົບ​ປະ​ທີ່​ເກາະ Margarita ​ແຕ່​ແນວ​ໃດ​ກໍ​ຕາມ ​ທ່ານແມ່ນ​ມີ​ກຳລັງ​ໃຈ​ ໃນ​ການ​ເຂົ້າມາ​ພົວພັນ​ຂອງ Vatican​ ກ່ຽວ​ກັບການສົນທະນາຫາລື​ດັ່ງກ່າວ.

Pope Francis met privately with Venezuelan President Nicolas Maduro at the Vatican Monday and urged him to spark a meaningful dialogue with opposition leaders.

Maduro, who just ended a trip to the Middle East, is arriving back in Venezuela just days after his government blocked an opposition effort to remove him from office through a recall referendum.

Maduro’s political opponents have accused him of staging a “coup d’etat” by stopping the effort to hold a vote to remove him. There have also been calls for demonstrations to protest the decision.

In a statement, the Vatican said Pope Francis asked Maduro to engage the opposition in a “sincere and constructive dialogue” that will benefit all of the people suffering in Venezuela. Francis urged Maduro to promote a social cohesion to help Venezuela recover from its recent economic crisis.

Speaking in Caracas, Papal envoy Emil Paul Tscherrig said the two sides hoped to begin talks on October 30 on the Venezuelan island of Margarita.

A spokesman for the opposition MUD coalition later denied that the two sides agreed to the terms of the Margarita meeting, though he was encouraged by the involvement of the Vatican in the talks.

"What dialogue? No dialogue has been started in Venezuela," Henrique Capriles, a senior MUD member, said in an online statement.

On Saturday, several thousand women marched on the streets of Caracas to protest the suspension of the referendum effort. Analysts have said violent unrest is more likely in Venezuela after the country’s economy crashed and people began looting due to shortages of food and basic health products.

Polls show around 75 percent of Venezuelans want to see Maduro removed from power and blame him for the collapse in the country’s standard of living. Maduro has called the economic collapse a capitalist conspiracy.

XS
SM
MD
LG