ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການລ້ຽງສັດ ທີ່ບໍ່ໄດ້ມາດຕະຖານ ຄືສາຍເຫດສໍາຄັນ ທີ່ເຮັດໃຫ້ເກີດການລະບາດ ຂອງພະຍາດຕິດຕໍ່


ງົວກໍາລັງກິນອາຫານ ຢູ່ທີ່ຟາມລ້ຽງງົວແຫ່ງນຶ່ງ.
ງົວກໍາລັງກິນອາຫານ ຢູ່ທີ່ຟາມລ້ຽງງົວແຫ່ງນຶ່ງ.

ການລ້ຽງສັດທີ່ບໍ່ໄດ້ມາດຕະຖານໃນລາວ ຄືສາຍເຫດສໍາຄັນທີ່ເຮັດໃຫ້ເກີດການລະບາດຂອງພະຍາດຕິດຕໍ່ໃນສັດລ້ຽງໄດ້ງ່າຍ ພ້ອມທັງເຮັດໃຫ້ຕະຫລາດຕ່າງ ປະເທດ ບໍ່ເຊື່ອໝັ້ນຕໍ່ການອະນາໄມສັດລ້ຽງໃນລາວ. ຊົງລິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະການປະມົງຢືນຢັນວ່າ ການລ້ຽງສັດທີ່ບໍ່ໄດ້ມາດຕະຖານ ໃນລາວ ຄືສາຍເຫດສໍາຄັນທີ່ເຮັດໃຫ້ເກີດພະ ຍາດຕິດຕໍ່ໃນສັດໄດ້ຢ່າງງ່າຍດາຍ ໂດຍສະເພາະແມ່ນການລ້ຽງງົວ-ຄວາຍເພື່ອສົ່ງອອກເປັນສິນຄ້າໄປຕ່າງປະເທດນັ້ນຈະຕ້ອງໄດ້ຮັບການພັດທະນາ-ປັບປຸງໃຫ້ດີຂຶ້ນຢ່າງຮີບດ່ວນ ເພາະການລ້ຽງທີ່ບໍ່ໄດ້ມາດຕະຖານນັ້ນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງງົວ-ຄວາຍນັ້ນເອງ, ດັ່ງທີ່ທ່ານາງ ວິໄລພອນ ຢືນຢັນວ່າ:

“ການລ້ຽງສັດຂອງພວກເຮົາແມ່ນຍັງລ້ຽງແບບກະແຈກກະຈາຍ ລ້ຽງປະປ່ອຍ, ຄັນລ້ຽງປະປ່ອຍແລ້ວເວົ້າເລື້ອງເບິ່ງແຍງດູແລ ມັນບໍ່ໄດ້ດີເທົ່າທີ່ຄວນ ແລະການສັກຢາປ້ອງກັນກໍ່ສັກບໍ່ໄດ້ຕາມກໍານົດເວລາ, ຄັນເມື່ອເປັນຈັງຊັ້ນ ເວລາພະຍາດມັນມາ ສັດເຮົາບໍ່ໄດ້ສັກຢາຫັ້ນໜາ ມັນກໍ່ຕ້ອງຕິດພະຍາດຫັ້ນແລ້ວເນາະ, ແລະກົງກັນຂ້າມ ກັບໃນເຂດທີ່ໄດ້ສັກຢາ ຫລືວ່າການລ້ຽງແບບເປັນຟາມ ມີການຄຸ້ມຄອງຕິດຕາມຄັກແນ່ນັ້ນ ບໍ່ເຫັນມີການລາຍງານກ່ຽວກັບການລະບາດຂອງພະຍາດ.”

ທັ້ງນີ້ ໄດ້ເກີດການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍຢູ່ເຂດ 126 ບ້ານຂອງ 30 ເມືອງໃນ 7 ແຂວງພາກກາງ ໂດຍມີງົວ-ຄວາຍຫລາຍກວ່າ 11,000 ໂຕ ທີ່ຕິດພະຍາດດັ່ງກ່າວ ແລະໃນນີ້ຄິດເປັນ 1 ເປີເຊັນ ທີ່ຕາຍໄປ ສ່ວນເກີນກວ່າ 80 ເປີເຊັນ ໄດ້ຮັບການຮັກສາຈົນຫາຍດີແລ້ວ ແລະທີ່ເຫລືອນັ້ນຍັງຢູ່ໃນການຮັກສາປິ່ນປົວ ຫາກແຕ່ວ່າວຽກງານສໍາຄັນໃນໄລຍະນີ້ກໍ່ຄືການສະກັດກັ້ນບໍ່ໃຫ້ພະຍາດລະບາດໄປໃນເຂດ 11 ແຂວງ, ໂດຍສະເພາະແມ່ນເຂດທີ່ເປັນດ່ານຊາຍແດນສໍາລັບການສົ່ງອອກງົວ-ຄວາຍຈາກລາວໄປຈີນທັງໝົດ ເນື່ອງຈາກທາງການຈີນ ຈະປິດດ່ານຊາຍແດນເພື່ອສະກັດກັ້ນ ບໍ່ໃຫ້ພະຍາດຕິດຕໍ່ດັ່ງກ່າວລະບາດເຂົ້າໄປໃນຈີນນັ້ນເອງ.

ສ່ວນທ່ານ ພິມແກ້ວ ທໍາລາສິນ ຫົວໜ້າພະແນກກະສິກໍາປ່າໄມ້ ແລະແຂວງຫລວງນໍ້າທາຢືນຢັນວ່າ ທາງການຈີນໄດ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາສຸຂະພາບງົວ-ຄວາຍ ກ່ອນທີ່ຈະນໍາເຂົ້າຈາກລາວນັບແຕ່ເດືອນມິຖຸນາ 2021 ເປັນຕົ້ນມາ ເນື່ອງຈາກວ່າ ໄດ້ເກີດການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍຢ່າງກ້ວາງຂວາງໃນລາວ ເພາະສະນັ້ນ ເພື່ອສະກັດກັ້ນ ແລະປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວເຂົ້າໄປລະບາດຢູ່ໃນຈີນ ຈຶ່ງຕ້ອງເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາຫລາຍຂຶ້ນເປັນພິເສດ ແລະທາງການລາວກໍ່ຈະຕ້ອງເພີ້ມມາດຕະການເຂັ້ມງວດດັ່ງກ່າວດ້ວຍເຊັ່ນກັນ ຫາກບໍ່ດັ່ງນັ້ນແລ້ວທາງການຈີນກໍ່ຈະບໍ່ອະນຸຍາດໃຫ້ນໍາເຂົ້າງົວ-ຄວາຍຈາກລາວຢ່າງເດັດຂາດ ດັ່ງທີ່ທ່ານ ພິມແກ້ວຢືນຢັນວ່າ:

“ອັນທີນຶ່ງ ກະແມ່ນເຮັດໜ້າທີ່ກ່ຽວກັບການບໍລິການທາງດ້ານເທັກນິກ ໂດຍສະ ເພາະແມ່ນການສັກຢາ ແລະຕິດຕາມສຸຂະພາບສັດຢູ່ສູນກັກກັນຫັ້ນ, ແລ້ວອັນທີສອງ ກໍ່ມີໜ້າທີ່ໂຄສະນາເຜີຍແຜ່ ແລະຕິດຕາມການນໍາເຂົ້າ-ສົ່ງອອກງົວທີ່ບໍ່ຖືກຕ້ອງຕາມລະບຽບການ ເນື່ອງມາຈາກວ່າທາງການຈີນນີ້ເຂົາເຈົ້າເຂັ້ມງວດຕໍ່ກັບການເຂົ້າ-ອອກຂອງງົວຫັ້ນ ເນື່ອງມາຈາກວ່າເລື້ອງການລະບາກພະຍາດ ເນື່ອງຈາກວ່າເຮົາມາບ່ອນອື່ນບໍ່ຈະບໍ່ແຈ້ງ ບໍ່ໄດ້ຜ່ານການກວດກາທາງດ້ານເທັກນິກຂອງວິຊາການ ແມ່ນບໍ່ໄດ້.”

ກະຊວງການຄ້າຂອງຈີນໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກລາວ 5 ແສນໂຕຕໍ່ປີເມື່ອປີ 2019 ທີ່ຜ່ານມາ, ແຕ່ວ່າການລ້ຽງງົວໃນລາວ ຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫລາດໃນຈີນກໍ່ຄືງົວທີ່ຈະສາມາດສົ່ງໄປຈີນໄດ້ນັ້ນຈະຕ້ອງມີນໍ້າໜັກແຕ່ 350 ກິໂລກຣາມ ຂຶ້ນໄປ ແລະມີອາຍຸບໍ່ເກີນ 4 ປີ. ໂດຍປີ 2019 ລາວໄດ້ສົ່ງງົວ-ຄວາຍໄປຈີນ 8 ຫມື່ນໂຕ ແລະ 2 ຫມື່ນໂຕຕາມລໍາດັບ, ແລະຫລຸດລົງໃນປີ 2020 ຍ້ອນການລະບາດ ຂອງພະ ຍາດໂຄວິດ-19 ແລະໃນລາວມີຟາມລ້ຽງງົວ ແລະຄວາຍທີ່ໄດ້ມາດຕະຖານພຽງ 290 ແຫ່ງທີ່ມີງົວ 45,000 ກວ່າໂຕກັບຄວາຍ 7,000 ກວ່າໂຕເທົ່ານັ້ນ. ດ້ວຍເຫດນີ້ ບໍລິສັດສາງຈຽງການລົງທຶນຈາກຈີນຈຶ່ງຕັ້ງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນຈໍາກັດທີ່ມີມູນຄ່າລົງທຶນຮວມ 300 ລ້ານໂດລາເພື່ອພັດທະນາການລ້ຽງສັດໃນລາວໃຫ້ໄດ້ມາດຕະຖານແນໃສ່ການສົ່ງງົວໄປຈີນໃຫ້ໄດ້ 4 ແສນໂຕ ຫລື 80 ເປີເຊັນຂອງໂຄຕ້າທີ່ຈີນຈະຊື້ງົວຈາກລາວ 5 ແສນໂຕຕໍ່ປີນັ້ນ.

XS
SM
MD
LG