ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜ່ານໂທລະພາບ RFE/RL ຂອງ ສ. ເຊັກສ໌ ທ. ພອມພຽວ ສັນຍາວ່າ ສຫລ ຈະກະທໍາການ ເພື່ອໃຫ້ມີ 'ຜົນດີ' ແກ່ປະຊາຊົນ ເບລາຣຸສ


ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄມຄ໌ ພອມພຽວ ກ່າວຄໍາປາໄສຢູ່ໃນພິທີ ທີ່ອະນຸສອນສະຖານຂອງນາຍພົນ Patton ຢູ່ໃນເມືອງ Pilsen ໃກ້ນະຄອນຫລວງປຣາກຂອງສາທາລະນະລັດ ເຊັກສ໌ ໃນວັນທີ 11 ສິງຫາ, 2020
ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄມຄ໌ ພອມພຽວ ກ່າວຄໍາປາໄສຢູ່ໃນພິທີ ທີ່ອະນຸສອນສະຖານຂອງນາຍພົນ Patton ຢູ່ໃນເມືອງ Pilsen ໃກ້ນະຄອນຫລວງປຣາກຂອງສາທາລະນະລັດ ເຊັກສ໌ ໃນວັນທີ 11 ສິງຫາ, 2020

ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄມຄ໌ ພອມພຽວ, ເວົ້າກ່ຽວກັບ ການເລືອກຕັ້ງປະທານາທິບໍດີ ທີ່ມີຄວາມເຄັ່ງຕຶງຂອງເບລາຮຸສ ແລະ ການ ດໍານີນການທັບມ້າງຂອງຕໍາຫລວດຕໍ່ພວກປະທ້ວງຢ່າງສັນຕິວ່າ “ພວກເຮົາຢາກ ໃຫ້ມີຜົນອອກມາທີ່ດີຕໍ່ປະຊາຊົນເບລາຣຸສ ແລະພວກເຮົາຈະເອົາບາດກ້າວ ກະ ທໍາການ ທີ່ສອດຄ່ອງຕາມນັ້ນ.”

ທ່ານພອມພຽວ ຜູ້ທີ່ໄດ້ປະນາມການປະພຶດໃນການເລືອກຕັ້ງກ່ອນໜ້ານີ້ ທີ່ເຮັດ ໃຫ້ປະທານາທິບໍດີ ອາເລັກແຊນເດີ ລູກຄາສເຊັນໂກ (Alexander Luka-shenka) ໄດ້ໄຊຊະນະຢ່າງຂາດຂັ້ນ ເພື່ອເຂົ້າດໍາລົງຕໍາແໜ່ງ ເປັນສະໄໝ ທີ 6 ຕິດຕໍ່ກັນນັ້ນ ເວົ້າຢູ່ໃນການໃຫ້ສໍາພາດໃນຫລາຍໆເລື້ອງ ກັບໂທລະພາບ RFE/RL ໃນນະຄອນຫລວງປຣາກໃນວັນພຸດວານນີ້ວ່າ “ພວກເຮົາໄດ້ເບິ່ງການ ກໍ່ຄວາມຮຸນແຮງ ແລະຜົນຕາມມາຫລັງຈາກນັ້ນ, ພວກປະທ້ວງຢ່າງສັນຕິ ໄດ້ ຖືກກະທໍາຕໍ່ໃນແບບທີ່ບໍ່ຖືກຕ້ອງກັບວິທີທີ່ພວກເຂົາເຈົ້າຄວນໄດ້ຮັບເລີຍ."

ການລົງຄະແນນສຽງໃນວັນອາທິດແລ້ວນີ້, ທີ່ຝ່າຍຄ້ານເອີ້ນວ່າ “ສໍ້ໂກງ” ນັ້ນ ໄດ້ພາໃຫ້ເກີດການປະທ້ວງຢ່າງໃຫຍ່ຫລວງໃນຕອນແລງ ສາມມື້ລຽນຕິດກັນທີ່ຖືກທັບມ້າງໂດຍການກະທໍາຮຸນແຮງຂອງຕໍາຫລວດ ແລະການກັກຂັງຫລາຍພັນຄົນ.

ທ່ານພອມພຽວກ່າວວ່າ ສະຫະລັດຍັງບໍ່ທັນໄດ້ຕົກລົງກັນກ່ຽວກັບການຕອບໂຕ້ ທີ່ເໝາະສົມເທື່ອ ແຕ່ກໍຈະເຮັດວຽກຮ່ວມກັບຄູ່ພາຄີຢູໂຣບຂອງວໍຊິງຕັນ ເພ່ືອກໍາ ນົດວ່າ ຈະເອົາບາດກ້າວການກະທໍາແນວໃດດີ.

ເມື່ອຖືກຖາມວ່າ ການເລືອກຕັ້ງ ແລະຜົນຕາມມາຂອງມັນຈະມີຜົນກະທົບ ຕໍ່ ສາຍພົວພັນຂອງສະຫະລັດກັບເບລາຣຸສ ໃນອະນາຄົດ ລວມທັງການສົ່ງນໍ້າມັນ ຂອງສະຫະລັດ ທີ່ໄດ້ສັນຍາໄວ້ແລ້ວໃຫ້ນັ້ນ ຫລືບໍ່, ທ່ານ ພອມພຽວຕອບວ່າ: "ພວກເຮົາຕ້ອງໄດ້ເຮັດວຽກ ເພື່ອແກ້ໄຂບັນຫານັ້ນ ...ພວກເຮົາຮູ້ສຶກບໍ່ດີຫລາຍ ທີ່ສຸດ ຕໍ່ການເລືອກຕັ້ງນັ້ນ ແລະຮູ້ສຶກຜິດຫວັງຢ່າງເລິກເຊິ່ງທີ່ສຸດທີ່ເຫັນວ່າ ມັນ ບໍ່ມີເສລີພາບຫລາຍກວ່ານີ້ ແລະມີຄວາມຍຸຕິທໍາຫລາຍກວ່ານີ້."

ທ່ານ ພອມພຽວ ທີ່ຢູ່ໃນນະຄອນປຣາກ ຢູ່ໃນຕອນເລີ້ມຕົ້ນຂອງການເດີນທາງ ໄປຢູໂຣບເປັນເວລາ 5 ວັນນັ້ນ ທີ່ຍັງຈະນໍາເອົາທ່ານ ໄປຍັງສະໂລເວເນຍ, ອອສເຕຣຍ ແລະໂປແລນນັ້ນ ໄດ້ສົນທະນາຫາລືກ່ຽວກັບຫລາຍບັນຫາ ລວມທັງ ການກ່າວຫາວ່າຣັດເຊຍມີສ່ວນກ່ຽວພັນກັບການສະເໜີຂອງຣັດເຊຍ ໃຫ້ແກ່ພວກນັກລົບກຸ່ມຕາລີບານວ່າຈະໃຫ້ເງິນຄ່າຫົວໃນການໂຈມຕີ ທະຫານ ຂອງສະຫະລັດຢູ່ໃນອັຟການິສຖານ; ການຄາດຫວັງຂອງວໍຊິງຕັນທີ່ຈະຫາທາງ ຕໍ່ອາຍຸການຂວໍ້າບາດຂອງສະຫະປະຊາຊາດໃນການຂາຍອາວຸດໃຫ້ແກ່ອີຣ່ານ; ແລະຜົນກະທົບຂອງການກໍ່ຄວາມຮຸນແຮງຕໍ່ພວກປະທ້ວງ ໃນສະຫະລັດອາດ ຈະ ມີຕໍ່ພາບພົດຂອງວໍຊິງຕັນໃນຕ່າງປະເທດ.

ລັດຖະມົນຕີກະຊວງການຕ່າງປະເທດທ່ານນີ້ ບໍ່ໃຫ້ຄໍາເຫັນໃດໆ ເມື່ອຖືກຖາມ ວ່າທ່ານເຊື່ອການລາຍງານລັບທີ່ເວົ້າງວ່າ ຣັດເຊຍຖືກລາຍງານມາວ່າໄດ້ ສະ ເໜີໃຫ້ເງິນແກ່ພວກຕາລີບານ ແລະຜູ້ຕາງໜ້າຂອງພວກເຂົາ ໃນອັຟການິສ ຖານ ໃຫ້ສັງຫານຊີວິດຂອງທະຫານສະຫະລັດຫລືບໍ່ ໂດຍໄດ້ເວົ້າວ່າ ທ່ານບໍ່ ເຄີຍໃຫ້ຄໍາເຫັນໃນເລື້ອງສືບລັບຂອງສະຫະລັດຈັກເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG