ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ໄມ​ຄ໌ ພອ​ມ​ພຽວ ເດີນ​ທາງ​ໄປ ຢ້ຽມ​ຢາມ ຢູ​ເຄ​ຣນ ໃນ​ສັບ​ປະ​ດານີ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຖະ​ແຫລງ ຢູ່​ທີ່ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 19 ທັນ​ວາ 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຖະ​ແຫລງ ຢູ່​ທີ່ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 19 ທັນ​ວາ 2019.

ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່າ​ນ​ໄມ​ຄ໌ ພອມ​ພຽວ ​ອອກເດີນ​ທາງ​ໄປ​ຍັງ​ຢູ​ເຄ​ຣນ ໃນ​ສັບ​ປະ​ດານີ້ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ ກຳ​ລັງ​ເປັນ​ສູນ​ກາງ​ຂອງ​ເລື້ອງ​ການ​ຟ້ອງ​ຮ້ອງ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ​ ທຣຳ ຢູ່ນັ້ນ.

ທ່ານ​ພອມ​ພຽວ ຈະ​ຢູ່​ໃນ​ນະ​ຄອນຫຼວງ​ກີ​ຢິບ ໃນ​ວັນ​ສຸກ​ ຈະ​ມາ​ເຖິງນີ້ ອັນ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ ຂອງ​ການເດີນ​ທາງຢ້ຽມ​ຢາມ 5 ປະ​ເທດ ໃນ​ທະ​ວີບ​ຢູ​ໂຣບ ແລະ​ເອ​ເຊຍກາງ ທີ່​ຈະ​ຍັງ​ນຳ​ທ່ານ​ໄປ​ຍັງ​ປະ​ເທດ ເບ​ລາ​ຣຸ​ສ ກາ​ຊັກ​ສະ​ຖານ ອຸ​ສ​ເບັກ​ກິ​ສ​ຖານ ແລະ ໄຊ​ປ​ຣັ​ສ ນຳ​ດ້ວຍ.

ເຖິງ​ປັດ​ຈຸ​ບັນ​ນີ້ ທ່ານ​ພອມ​ພຽວ ຍັງ​ເປັນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ທີ່​ຈະ​ໄປ​ຢ້ຽມ​ຢາມຢູ​ເຄ​ຣນ ແລະ​ຈະ​ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊເລັນ​ສ​ກີ.

ທັງ​ສອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຜູ້​ທີ່​ໄດ້​ແຈ້ງ​ໃຫ້​ບັນ​ດາ​ນັກ​ຂ່າວ​ຊາບ ໃນ​ວັນ​ຈັນ​ວານນີ້ ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ທ່ານ​ພອມ​ພຽວ ກໍ​ໄດ້​ຫລີກ​ລ່ຽງ​ຄຳ​ຖາມ​ຕ່າງໆ​ທັງ​ໝົດ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ທີ່​ເກີດ​ຂຶ້ນ​ຍ້ອນ ການ​ໂທ​ລະ​ສັບ​ໄປ​ລົມ​ກັບທ່ານ​ເຊ​ເລັນ​ສ​ກີ ຂອງ​ທ່ານ​ທ​ຣຳ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ ນັ້ນ ໃນ​ເວ​ລາ​ທີ່​ທ່ານ​ທ​ຣຳ ໄດ້​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ ຜູ້​ນຳ​ຢູ​ເຄ​ຣນ “​ເປັນການ​ຕອບ​ແທນ” ແລະ​ໃຫ້​ເປີດ​ການ​ສືບ​ສວນ​ສອບ​ສວນ ຄູ່​ແຂ່ງຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງປີ 2020 ຄື ທ່ານ​ໂຈ ໄບ​ເດັນ ແລະວຽກ​ງານ​ຂອງ​ລູກ​ຊາຍທ່ານ ຄື ທ່ານ​ຮັນ​ເຕີ ຜູ້​ທີ່ເຮັດ​ວຽກ​ຢູ່​ໃນ​ບໍ​ລິ​ສັດ​ແກັ​ສ​ຂອງ​ຢູ​ເຄ​ຣນ.

ທ່ານ​ທ​ຣຳ ຍັງ​ໄດ້ຖືກ​ກ່າວ​ຫາວ່າ ໂຈະ​ການ​ມອບ​ທຶນ​ຊ່ອຍ​ເຫຼືອ​ດ້ານ​ການ​ທະ​ຫານ​ໃຫ້​ແກ່​ຢູ​ເຄ​ຣນ ຈົນ​ກວ່າ​ວ່າ ທ່ານ​ເສ​ລ​ເລັນ​ສ​ກີ ​ໝັ້ນ​ໝາຍ​ທີ່ຈະ​ປະ​ກາດ ການ​ສືບ​ສວນ​ຢ່າງເປີດ​ເຜີຍ.

ບໍ່​ມີຫຼັກ​ຖານ​ໃດໆ ຕໍ່​ທ່ານ​ໄບ​ເດັນ ທີ່​ໄດ້​ປາ​ກົດ​ອອກ​ມາ ແລະ ຄວາມ​ເຊື່ອ​ຂອງ​ທ່ານ​ທ​ຣຳ ​ທີ່ວ່າ ຢູ​ເຄ​ຣນ ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ປີ 2016 ແມ່ນ​ໃນ​ນາມ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ນັ້ນ ແມ່ນ​ບົນ​ພື້ນ​ຖານຂອງ​ທິດ​ສະ​ດີການສົມ​ຮູ້​ຮ່ວມ​ຄິດທີ່​ຣັດ​ເຊຍ​ໄດ້​ແຜ່​ກະ​ຈາຍ​ອອກ​ໄປ ຊຶ່ງ​ເລື້ອງນີ້ ໄດ້​ຖືກເຜີຍ​ແບ​ຄວາມບໍ່ເປັນ​ຈິງ​ໄປ​ແລ້ວນັ້ນ.

ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ໄດ້​ເອີ້ນ ການ​ຢ້ຽມ​ຢາມຢູ​ເຄ​ຣນຂອງ​ທ່ານ​ພອມ​ພຽວ ໃນ​ສັບ​ປະ​ດານີ້ ວ່າ “​ເປັນ​ສັນ​ຍາ​ລັກ ຫຼາຍກວ່າ.”

ເຈົ້າ​ໜ້າ​ທີ່​ທ່ານນີ້ ໄດ້​ກ່າວ​ວ່າ “ການ​ຢ້ຽມ​ຢາມຢູ​ເຄ​ຣນ​ຂອງ​ລັດ​ຖະ​ມົນ​ຕີ ນັ້ນ ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນ​ໝາຍ​ທີ່ບໍ່​ສາ​ມາດປ່ຽນ​ແປງ​ໄດ້​ຕໍ່​ອະ​ທິ​ປະ​ໄຕ​ ແລະ​ອາ​ນາ​ເຂດ​ທີ່​ຊອບ​ທຳຂອງ​ຢູ​ເຄ​ຣນ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ “ໄຄ​ຣ​ເມຍ ເປັນ​ສ່ວນ​ນຶ່ງ​ຂອງ​ຢູ​ເຄ​ຣນ ແລະ​ສະ​ຫະ​ລັດ ຈະ​ບໍ່​ມີ​ວັນ​ຮັບ​ຮູ້​ຕໍ່​ການ​ພະ​ຍາ​ຍາມ​ຍຶດ​ຄອງ​ເອົາ
ໄ​ຄ​ຣ​ເມຍ ​ຂອງ​ຣັດ​ເຊຍ. ການ​ຢ້ຽມ​ຢາມ​ທີ່​ສຳ​ຄັນ​ນີ້ ຍັງ​ຈະ​ເນັ້ນ​ຢ້ຳ ການ​ສະ​ໜັບ​ສະ​ໜຸນ​ຂອງ​ພວກ​ເຮົາ​ຕໍ່​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ຕົນ​ຕອບໂຕ້​ກັບ​ການ​ຮຸກ​ຮານ​ ແລະ​ການ​ສົ່ງ​ຂໍ້​ມູນ​ທີ່ບໍ່​ເປັນ​ຄວາມ​ຈິງຂອງ​ຣັດ​ເຊຍ​ຢູ່ນັ້ນ ແລະ​ການ​ເຄື່ອນ​ໄຫວ​ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ກຳ​ຈັດ​ການ​ສໍ້​ລາດ​ບັງຫຼວງ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG