ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ພອມ​ພຽວ ກ່າວ​ວ່າ ບໍ່​ມີ ການ​ພົວ​ພັນ ໂດຍ​ກົງ ລະ​ຫວ່າງ ອົງ​ມົງ​ກຸດ ແລະ ການ​ຕາຍ ຂອງ​ ທ່ານ​ຄາ​ຊອກ​ກີ


Senate Advances Resolution to Cut US Help to Saudi-Led Campaign in Yemen
please wait

No media source currently available

0:00 0:03:06 0:00

ສະ​ພາ​ສູງ ສ​ຫລ ຈະ​ດຳ​ເນີນ​ການ​ຕໍ່​ໄປ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ ເພື່ອ​ຍຸ​ຕິ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ຂອງ​ສະ​ຫະ​ລັດ ຕໍ່​ການ​ປະ​ຕິ​ບັດ​ງານ ທາງ​ທະ​ຫານ ພາຍ​ໃຕ້​ການ​ນຳ​ພາ​ ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ ຢູ່​ປະ​ເທດ​ເຢ​ເມນ.

ສະ​ພາ​ສູງ​ສະ​ຫະ​ລັດ ໄດ້​ລົງ​ຄະ​ແນນ​ສຽງ 63 ຕໍ່ 37 ໃນ​ວັນ​ພຸດ​ວານນີ້ ເພື່ອ​ດຳ​ເນີນ​ການ​ຕໍ່​ໄປ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຊອກ​ຫາຊ່ອງ​ທາງເພື່ອຈະ​ຍຸ​ຕິ​ການ​ພົວ​ພັນຂອງ​ສະ​ຫະ​ລັດ ໃນ​ສົງ​ຄາມ​ຢູ່​ເຢ​ເມນທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ ອາ​ຣາ​ເບຍ. ​ການ​ລົງຄະ​ແນນ​ສຽງ​ດັ່ງ​ກ່າວ ແມ່ນ​ເປັນພຽງສັນ​ຍານ​ເຕືອນ​ຕໍ່​ລັດ​ຖະ​ບານ ຍ້ອນ​ພວກ​ຜູ້​ນຳ​ພັກ​ຣີ​ພັບ​ບ​ລີ​ກັນ​ຢູ່​ໃນ​ສະ​ພາ​ຕ່ຳ ບໍ່​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃຫ້​ເຫັ​ນ​ວ່າ ເຂົາ​ເຈົ້າຈະ​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ທີ່​ວ່ານີ້.

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ ແມ່ນ​ເປັນ​ຫຼັກ​ຖານ​ ທີ່​ສະ​ແດງ​ໃຫ້​ເຫັນ ​ເຖິງ​ຄວາມ​ແຕກ​ຕ່າງ ທີ່ ກວ້າງ​ອອກ ລະ​ຫວ່າງ​ທຳ​ນຽບ​ຂາວແລະ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະຫະ​ລັດ ກ່ຽວ​ກັບ​ເລື້ອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເຖິງ​ແມ່ນ​ຫຼັງ​ຈາກ​ທີ່​ສະ​ມາ​ຊິກ​ຄົນ​ສຳຄັນ​ໃນ​ຄະ​ນະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ສອງທ່ານ​ໄດ້​ລາຍ​ງານ​ຂໍ້​ມູນ​ລັບ ໃຫ້​ສະ​ພາ​ສູງ​ຄົບ​ຄະ​ນະ​ຊາບ.

ເກືອບ​ສອງ​ເດືອນ ​ຫ​ລັງ​ຈາກ​ນັກ​ຂ່າວ ທີ່​ຄັດ​ຄ້ານ​ລັດ​ຖະ​ບານ​ຊາ​ອຸ​ດີ ໄດ້​ຖືກ​ຂ້າ​ຕາຍ​ທີ່​ສະ​ຖານ​ກົງ​ສຸນ​ຂອງ​ປະ​ເທດ​ດັ່ງ​ກ່າວ ​ຢູ່​ເທີ​ກີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະເທດ ​ທ່ານ​ຈິມ ແມັດ​ຕິ​ສ ໄດ້​ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ຄວາມ​ສຳ​ພັນ​ອັນ​ໃກ້​ຊິດ​ເປັນ​ປະຫວັດ​ການ ລະ​ຫວ່າງວໍ​ຊິງ​ຕັນ ແລະ​ຣິ​ຢາດ ຮວມ​ທັງ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ ຕໍ່​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ ​ຢູ່​ໃນ​ປະ​ເທດ​ເຢ​ເມນ ທີ່ນຳ​ພາ​ໂດຍ​ຊາ​ອຸ​ດີ ອາ​ຣາ​ເບຍ.

ການ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ​ແມ່ນ​ບໍ່​ໄດ້​ຖືກ​ຮັບ​ຟັງ ໃນ​ຂະ​ນະ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ໄດ້​ກ່າວໂຈມ​ຕີ ຕໍ່​ການ​ທີ່​ລັດ​ຖະ​ບານ​ບໍ່ໄດ້​ສົ່ງ​ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ສືບ​ລັບ​ຊີ​ໄອ​ເອ ທ່ານ​ນາງ​ຈີ​ນາ ແຮັ​ສ​ແປ​ລ ມາ​ຮ່ວມ​ການ​ລາຍ​ງານ​ແບບປິດ​ລັບ. ອົງ​ການ​ສືບ​ລັບ​ຊີ​ໄອ​ເອ ​ມີ​ລາຍ​ງານ​ຢ່າງ ກວ້າງ​ຂວາງໂດຍ​ສະ​ຫຼຸບ​ວ່າ ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເຈົ້າ​ຟ້າ​ຊາຍ​ໂມ​ຮຳ​ເມັດ ບິນ ຊາ​ລ​ມານ ເປັນ​ສັ່ງ​ໃຫ້​ສັງ​ຫານ​ນັກ​ຂ່າວ​ຄາ​ຊອກ​ກີ
ທີ່​ພຳ​ນັກ​ຢູ່ໃນ​ສະ​ຫະ​ລັດ.

​ຜູ້​ນຳຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ຄະ​ນະ​ກຳ​ມະ​ການ ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ ​ຂອງ​ສະ​ພາ​ສູງ ທ່ານບອບ ເມ​ເນັນ​ເດັ​ສ ຈາກ​ລັດ ​ນິວ​ເຈີ​ຊີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ມັນ​ໄດ້​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າເຫັນເຖິງຄວາມ​ສຳ​ຄັນ ​ກ່ຽວ​ກັບ​ວ່​າ​ຄວາມ​ຈິງ​ແລ້ວ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນຢູ່​ທີ່ນີ້.”

ສ່ວນ​ທ່ານ​ບອບ ຄອກ​ເກີ້ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດຂອງ​ສະ​ພາ​ສູງ ຊຶ່ງ​ເປັນ​ສະ​ມາ​ຊິກ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ເທນ​ເນັ​ສ​ຊີກ່າວ​ວ່າ “ເບິ່ງ​ດຸ ​ລາວ (ເຈົ້າ​ຊ​າຍ​ຊາ​ລ​ມານ) ເປັນ​ຜູ້​ຮັບ​ຜິດ​ຊອບ ​ຕໍ່​ການ​ຕາຍນີ້ (ຂອງ​ທ່ານ​ຄາ​ຊອກ​ກີ) ຄວາມ​ຈິງ​ແລ້ວ​ ລາວ​ບໍ່ທັນ​ໄດ້​ເປັນ​ບຸກ​ຄົນ​ທີ່​ສະ​ອາດ​ເທືຶ່ອ ໃນ​ຄວາມ​ຈິງ​ທີ່​ວ່າ​ ພວກ​ເຮົາ​ບໍ່​ໄດ້​ບັງ​ຄັບ ​ໃຫ້​ລາວ​ກາຍ​ເປັນ ​ບຸກ​ຄົນ​ທີ່​ສະ​ອາດເທື່ອ ພວມ​ພາ​ໃຫ້​ເກີດ​ບັນ​ຫາ ແລະ​ສະ​ພາ​ມີ​ທ່າ​ທາງວ່າຈະ​ສະ​ໜອງ​ຕອບ​ຕໍ່​ສິ່ງ​ດັ່ງ​ກ່າວນີ້.”

ທ່ານ​ພອມ​ພຽວ​ກ່າວ​ວ່າ ອີງ​ຕາມ​ຂໍ້​ມູນ​ລັບ​ທີ່​ທ່ານ​ໄດ້​ເຫັນ ຍັງ​ບໍ່​ມີ​ຫລັກ​ຖານ​ທີ່​ພົວ​ພັນ​ໂດຍ​ກົງ​ໃດໆ​ວ່າ ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ ມີ​ສ່ວນ​ໃນ​ການ​ສັງ​ຫານ​ທ່ານ​ຄາຊອກ​ກີ. ນອກນັ້ນ ທ່​ານ​ຍັງ​ໄດ້​ຄັດ​ຄ້ານ​ຢ່າງ​ແຂງ​ຂັນ ຕໍ່​ຮ່າງ​ກົດ​ໝາຍ ​ທີ່​ຈະ​ຍຸ​ຕິການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ ​ຕໍ່​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ໂດຍຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ເຢ​ເມນ ໂດຍ​ກ່າວ​ວ່າ “ມັນ​ເປັນ​ເວ​ລາ​ທີ່​ບໍ່​ຖືກ​ຕ້ອງ” ແລະ​ຖົກ​ຖຽງ​ວ່າ ມັນ​ຈະ​ເສຍ​ຫາຍ ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຍຸ​ຕິ​ສົງ​ຄາມ​ກາງ​ເມືອງ​ໃນ​ປະ​ເທດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG