ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ ພອມ​ພຽວ ຈະ​ສືບ​ຕໍ່ ​ການ​ເຈ​ລະ​ຈາ ນິວ​ເຄ​ລຍ ກັບ ເກົາຫຼີ​ເໜືອ ໃນ​ອາທິດນີ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 3 ຕຸ​ລາ, 2018.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 3 ຕຸ​ລາ, 2018.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ ທ່ານ​ຈະສືບ
ຕໍ່ການເຈລະຈາປົດອາວຸດນິວເຄລຍ ກັບ ເກົາຫຼີເໜືອ ໃນສັບປະດານີ້ ທີ່ນະຄອນ ນິວ
ຢອກ, ດ້ວຍການພົບປະກັບຮອງຜູ້ບັນຊາການສູງສຸດຂອງ ພຽງຢາງ, ທ່ານ ກິມ ຢອງ
ຈອລ (Kim Yong Chol).

ຄວາມ​ກ້າວ​ໜ້າ ກ່ຽວ​ກັບ ການ​ສິ້ນ​ສຸດ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ຂອງ ພຽງ​ຢາງ ໄດ້​ຊັກ
ຊ້າລົງ ໃນຫຼາຍເດືອນທີ່ຜ່ານມາ ນັບຕັ້ງແຕ່ກອງປະຊຸມສຸດຍອດ ສິງກະໂປ ໃນເດືອນ
ມິຖຸນາແລ້ວນີ້ ລະຫວ່າງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ຜູ້ນຳເກົາ
ຫຼີເໜືອ ທ່ານ ກິມ ຈົງ ອຶນ, ເມື່ອທັງສອງທ່ານໄດ້ເຊັນຖະແຫຼງການທົ່ວໄປ ທີ່ຮຽກຮ້ອງ
ໃຫ້ປົດອາວຸດນິວເຄລຍໃນແຫຼມ ເກົາຫຼີ.

ແຕ່​ທ່ານ ພອມ​ພຽວ ໄດ້​ເອີ້ນ​ການ​ເຈ​ລະ​ຈາ​ທີ່​ໃກ້​ຈະ​ມາ​ເຖິງນີ້​ວ່າ “ເປັນ​ໂອ​ກາດ​ທີ່​ດີ”
ເພື່ອເລັ່ງຫາລາຍລະອຽດ ກ່ຽວກັບ ເວລາ ແລະ ວິທີ ທີ່ ເກົາຫຼີເໜືອ ອາດຢຸດໂຄງການ
ອາວຸດນິວເຄລຍຂອງເຂົາເຈົ້າ. ສະຫະລັດ ພະຍາຍາມທີ່ຈະສະຫຼຸບຂໍ້ຕົກລົງສະບັບນຶ່ງ
ໃນຕອນທ້າຍຂອງການດຳລົງຕຳແໜ່ງສະໄໝທຳອິດຂອງທ່ານ ທຣຳ ໃນເດືອນມັງ
ກອນ 2021.

ພຽງ​ຢາງ​ ໄດ້​ເວົ້າ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າຈະ​ພິ​ຈາ​ລະ​ຈາການ​ສືບ​ຕໍ່​ໂຄງ​ການ​
ທົດລອງອາວຸດນິວເຄລຍຂອງເຂົາເຈົ້າ “ຢ່າງຈິງຈັງ” ຖ້າມາດຕະການລົງໂທດທາງ
ເສດຖະກິດຂອງ ສະຫະລັດ ຕໍ່ ເກົາຫຼີເໜືອ ຫາກບໍ່ຖືກຍົກເລີກ, ແຕ່ທ່ານ ພອມພຽວ,
ໄດ້ກ່າວປະຕິເສດຕໍ່ການຂົ່ມຂູ່ດັ່ງກ່າວ ໃນການສຳພາດໃນລາຍການ News Sunday
ຂອງໂທລະພາບ Fox.

ທູດ​ລະ​ດັບ​ສູງ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນ​ຫ່ວງ
ກ່ຽວກັບ ເລື່ອງນັ້ນ, ພວກເຮົາມີຄວາມຕັ້ງໃຈຫຼາຍ. ພວກເຮົາຮູ້ວ່າພວກເຮົາກຳລັງເຈ
ລະຈາກັບໃຜ, ພວກເຮົາຮູ້ຖານະຂອງເຂົາເຈົ້າ ແລະ ປະທານາທິບໍດີ ທຣຳ ກໍໄດ້ລະບຸ
ຢ່າງຈະແຈ້ງແລ້ວ.”

ທ່ານ ພອມ​ພຽວ ​ກ່າວ​ວ່າ ມັນ​ຈະ​ “ບໍ່​ມີ​ການ​ຊ່ວ​ຍ​ເຫຼືອ​ທາງ​ເສດ​ຖະ​ກິດ ຈົນ​ກວ່າ​ວ່າພວກ​
ເຮົາຈະໄດ້ບັນລຸຈຸດປະສົງຂັ້ນສູງສຸດ,” ເຊິ່ງແມ່ນການສິ້ນສຸດໂຄງການນິວເຄລຍຂອງ
ເກົາຫຼີເໜືອ.

ສະ​ຫະ​ລັດ ​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ຮັກ​ສາ​ມາດ​ຕະ​ການ​ລົງ​ໂທດຕໍ່ ເກົາຫຼີ​ເໜືອ ໄວ້​ຄື​ເກົ່າ
ຈົນກວ່າເຂົາເຈົ້າຈະບັນລຸ ການປົດອາວຸດນິວເຄລຍ ຄັ້ງສຸດທ້າຍ ແລະ ສາມາດລະບຸ
ໄດ້ຢ່າງເຕັມທີ່,” ເຖິງແມ່ນວ່າ ພຽງຢາງ ຈະໄດ້ອະທິບາຍການຮຽກຮ້ອງດັ່ງກ່າວນັ້ນວ່າ
“ພວກນັກເລງອັນຕະພານກໍຕາມ.”

ກະ​ຊວງ​ການ​ຕ່າງ​ປະ​ເທດ ເກົາຫຼີ​ເໜືອ, ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບຫຼ້າ​ສຸດ​ຂອງ​
ເຂົາເຈົ້າວ່າ, “ການພັດທະນາສາຍພົວພັນ ແລະ ມາດຕະການລົງໂທດແມ່ນບໍ່ສາມາດ
ທຽບກັນໄດ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG