ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ທ່ານ​ພອມພຽວ ກ່າວວ່າ ຍັງບໍ່ທັນ ຍົກເລີກ ການລົງໂທດ ຕໍ່ ເກົາຫຼີເໜືອ ເທື່ອ


​​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ຮັບຟັງ ທີ່ກອງປະຊຸມຖະແຫຼງຂ່າວຮ່ວມ ທີ່ເກົາຫຼີໃຕ້ ກັບ​ລັດຖະມົນຕີ ການ​ຕ່າງປະ​ເທດ​ ຂອງ​ເກົາຫຼີ​ໃຕ້ ທ່ານນາງ ກັງ​ ກຢຸງ​-ຫວາ ​ແລະລັດຖະມົນຕີ​ການ​ຕ່າງປະ​ເທດຍີ່ປຸ່ນ ທ່ານ​ທາໂຣ ໂກ​ໂນະ ຫລັງຈາກ ກອງປະຊຸມ ບັນດາລັດຖະມົນຕີ
ການຕ່າງປະເທດ ທີ່ນະຄອນຫຼວງໂຊລ, ເກົາຫຼີໃຕ້, 14 ພຶດສະພາ 2018.
​​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ຮັບຟັງ ທີ່ກອງປະຊຸມຖະແຫຼງຂ່າວຮ່ວມ ທີ່ເກົາຫຼີໃຕ້ ກັບ​ລັດຖະມົນຕີ ການ​ຕ່າງປະ​ເທດ​ ຂອງ​ເກົາຫຼີ​ໃຕ້ ທ່ານນາງ ກັງ​ ກຢຸງ​-ຫວາ ​ແລະລັດຖະມົນຕີ​ການ​ຕ່າງປະ​ເທດຍີ່ປຸ່ນ ທ່ານ​ທາໂຣ ໂກ​ໂນະ ຫລັງຈາກ ກອງປະຊຸມ ບັນດາລັດຖະມົນຕີ ການຕ່າງປະເທດ ທີ່ນະຄອນຫຼວງໂຊລ, ເກົາຫຼີໃຕ້, 14 ພຶດສະພາ 2018.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ​ໄດ້ຄັດຄ້ານ ​ໃນ​ວັນ
​ພະຫັດ​ມື້​ນີ້ ຕໍ່ລາຍງານຂ່າວ ໂດຍອົງການ​ຂ່າວຂອງເກົາຫຼີ​ເໜືອທີ່​ເວົ້າວ່າ ປະທານາ
ທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ຕົກລົງ​ ​ໃນ​ລະຫວ່າງການພົບ​ປະ​ສຸດ​ຍອດ​ທີ່​
ສິງກະ​ໂປ ໃນສັບປະ​ດານີ້ ກັບ​ທ່ານ​ກິມ ຈົງ ​ອຶນ ທີ່​ຈະ​ຄ່ອຍໆ​ຍົກ​ເລີກ​ການ​ລົງ​ໂທດ​
ຕໍ່​ພຽງ​ຢາງ ​ໂດຍ​ກ່າວ​ວ່າ ທ່ານ​ທຣຳ ​ແມ່ນ​ໄດ້​ສະແດງໃຫ້ເຫັນຢ່າງຈະ​ແຈ້ງ ກ່ຽວ​ກັບ​ບາດກ້າວຕາມລຳດັບກ່ຽວກັບຂັ້ນຕອນດັ່ງກ່າວ.

ອົງການ​ຂ່າວ​ສູນກາງຂອງ​ລັດຖະບານເກົາຫຼີເໜືອ ຫຼື KCNA ​ໄດ້​ກ່າວ​ວ່າ ທ່ານ​ທຣຳ ​
ໄດ້​ສະ​ເໜີ​ ທີ່ຈະ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ເກົາຫຼີ​ເໜືອ ​ຖ້າຄວາມສຳພັນຫາກດີຂຶ້ນ,
ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການໃຊ້ຂັ້ນ​ຕອນ​ ບ່ອນ​ທີ່​ການ​ຜ່ອນຜັນ ຈະໄດ້ຮັບການສະໜອງ
​ໃນລະດັບຕ່າງໆ ​ຂອງ​ການ​ປົດ​ອາວຸດ​ນິວ​ເຄລຍ.

ໃນການຖະ​ແຫຼ​ງຢູ່​ກອງ​ປະຊຸມ​ນັກຂ່າວ ​ທີ່ນະຄອນຫຼວງ​ໂຊ​ລ ຄຽງ​ຂ້າງ​ກັບ​ລັດຖະມົນຕີ
​ການ​ຕ່າງປະ​ເທດ​ຂອງ​ເກົາຫຼີ​ໃຕ້ ທ່ານນາງ ກັງ​ ກຢຸງ​-ຫວາ ​ແລະລັດຖະມົນຕີ​ການ
​ຕ່າງປະ​ເທດຍີ່ປຸ່ນ ທ່ານ​ທາໂຣ ​ໂກ​ໂນະ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​
ໄດ້​ກ່າວ​ວ່າ ​ລັດຖະບານ​ຂອງ​ທ່ານ​ທຣຳ ຈະ​ບໍ່​ກ່າວ​ຍ້ຳຄືນ​ເຖິງຄວາມ​ຜິດພາດ ທີ່​ໄດ້
​ກະທຳ​ໂດຍ​ອະດີດປະທານາທິບໍດີ​ ທີ່​ໃຫ້​ລາງວັນ​ພຽງ​ຢາງ ​ໃນການ​ໃຫ້​ຄຳ​ໝັ້ນ​ສັນຍາ​
ທີ່​ຈະ​ປົດ​ອາວຸດ​ນິວ​ເຄລຍ.

​ທ່ານ​ພອມພຽວ ​ໄດ້​ກ່າວ​ວ່າ “ເວລາ​ພວກ​ເຮົາ​ກ່າວ​ເຖິງ​ສິ່ງ​ທີ່​ຜິດພາດ​ໃນ​ອະດີດ.
ພວກ​ທ່ານ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ເງິນ ກ່ອນ​ທີ່​ຂັ້ນ​ຕອນ
ການ​ປົດ​ອາວຸດ​ນິວ​ເຄລຍຢ່າງສິ້ນເຊີງຈະເລີ້ມຂຶ້ນ. ​ເລື້ອງ​ແບບ​ນີ້ຈະ​ບໍ່​ເກີດ​ຂຶ້ນ. ປະທາ
ນາທິ ບໍດີ​ທຣຳ ​ໄດ້​ສະແດງໃຫ້ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ.”

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ພົບກັບທ່ານນາງກັງ ກຢຸງ-ຫວາ ແລະລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານທາໂຣ ໂກໂນະ, ໂຊລ, ເກົາຫຼີໃຕ້, 14 ພຶດສາພາ 2018.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ພົບກັບທ່ານນາງກັງ ກຢຸງ-ຫວາ ແລະລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານທາໂຣ ໂກໂນະ, ໂຊລ, ເກົາຫຼີໃຕ້, 14 ພຶດສາພາ 2018.

ປະທານາທິບໍດີ​ທຣຳ ​ໄດ້​ກ່າວ​ເຖິງ​ການ​ພົບ​ປະກັນ ກັບ​ທ່ານ​ກິມວ່າ ​ປະສົບ​ຜົນສຳ​ເລັດ ​
ແລະ​ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ວ່າ “ມັນ​ບໍ່​ມີ​ການ​ຂົ່ມຂູ່​ດ້ວຍອາວຸດ​ນິວ​ເຄລຍອີກ​ຕໍ່​ໄປ​ແລ້ວ
ຈາກ​ເກົາຫຼີເໜືອ.” ​ແຕ່​ວ່າຖະແຫຼງການຮ່ວມ ​ຂອງ​ສະຫະລັດ​ກັບ​ເກົາຫຼີ ​ບໍ່ໄດ້ໃຫ້ລາຍ
​ລະອຽດ​ຫຍັງຫຼາຍ ບໍ່​ໄດ້​ໃຫ້​ຄຳຈຳກັດຄວາມຢ່າງຈະແຈ້ງ​ກ່ຽວ​ກັບ​ວ່າ ​ແມ່ນ​ຫຍັງ​ແທ້​ຄື
ການປົດ​ອາວຸດ​ນິວ​ເຄລຍ, ບໍ່​ໄດ້​ມີການ​ກຳໜົດວັນ​ເວລາ ​ສຳລັບ​ຂັ້ນ​ຕອນໃນການທັບ
ມ້າງ ​ແລະ​ບໍ່​ໄດ້​ກ່າວ​ຫຍັງ​ຫຼາຍ​ກ່ຽວ​ກັບການກວດພິສູດຈາກພາຍນອກ.

ແຕ່ແນວໃດ ກໍ​ຕາມ, ທ່ານ​ພອມພຽວ ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ໃນຖະ​ແຫຼ​ງການ​ຮ່ວມທີ່​ສິງ
ກະ​ໂປ​ ​ປະ​ເທດທັງສອງ​ ​ໄດ້​ໃຫ້ການຢືນຢັນ ຕໍ່ຄຳປະກາດ ຫວ່າງເກົາຫຼີທີ່ບ້ານປັນມຸນ
ຈອມ ໃນ​ເດືອນ​ເມສາຜ່ານມາ ຊຶ່ງ​ທັງເກົາຫຼີ​ໃຕ້ ​ແລະ​ເກົາຫຼີ​ເໜືອ ໄດ້​ຕົກລົງ ທີ່​ຈະປະ
ຕິບັດຕາມ​ຂໍ້​ຕົກລົງຕ່າງໆໃນ​ອະດີດ ທີ່ໄດ້​ໃຫ້​ລາຍ​ລະອຽດ​ແບບ​ສະ​ເພາະ​ເຈາະ​ຈົງ
ໃນ ການເກືອດ​ຫ້າມ ​ແລະ​ການບັງຄັບກ່ຽວກັບການກວດພິສູດທັງໝົດ.

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ​ແລະບັນດາ​ຄູ່​ຕຳ​ແໜ່​ງຝ່າຍເກົາຫລີໃຕ້
ແລະຍີປຸ່ນ ​ໄດ້​ກ່າວ​ວ່່າ ພວກ​ເພິ່ນແມ່ນພ້ອມພຽງສາມັກຄີ​ກັນ ​ໃນ​ການ​ສະ​ນັບ​ສະ​ໜຸນ
ຂໍ້​ຕົກລົງ​ລະຫວ່າງ​ສະຫະລັດ ​ແລະ​ເກົາຫຼີ​ເໜືອ, ​ແລະ​ເຫັນພ້ອມກັບເປົ້າໝາຍ​ທີ່​ຈະ​
ເຮັດ​ໃຫ້​ການທັບມ້າງ ໂຄງການອາວຸດ​ນິວ​ເຄລຍ ຂອງ​ເກົາຫຼີ​ເໜືອ ສຳເລັດເສັດສິ້ນ
ບໍ່ສາມາດຕ່າວປີ້ນ ແລະກວດພິສູດໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ຍ່າງກັບນາຍພົນວິນເຊັນ ເຄ ບຣຸກ (Vincent K. Brooks), ຜູ້ບັນຊາການກອງກຳລັງທີ່ເກົາຫຼີໃຕ້, ໃນການໄປຮອດໄປເຖິງ ກອງທັບອາກາດໂອຊານ ທີ່ພຽງເຕັກ (Pyeongtaek), ໂຊລ, ເກົາຫຼີໃຕ້, 13 ພຶດສາພາ 2018.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ຍ່າງກັບນາຍພົນວິນເຊັນ ເຄ ບຣຸກ (Vincent K. Brooks), ຜູ້ບັນຊາການກອງກຳລັງທີ່ເກົາຫຼີໃຕ້, ໃນການໄປຮອດໄປເຖິງ ກອງທັບອາກາດໂອຊານ ທີ່ພຽງເຕັກ (Pyeongtaek), ໂຊລ, ເກົາຫຼີໃຕ້, 13 ພຶດສາພາ 2018.

XS
SM
MD
LG