ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ພອມພຽວ ສະແດງຄວາມຍິນດີ ຕໍ່ລາວ ທີ່ ຈະເປັນ ຜູ້ປະສານງານ ຂອງ ກຸ່ມອາຊຽນ ກັບ ສຫລ

ທ. ໄມຄ໌ ພອມພຽວ (ກາງ), ລັດຖະມົນຕີກະຊວງການຕ່າງປະເທດ ສຫລ, ຢືນຖ່າຍຮູບຮ່ວມກັບຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ທີ 2 ຈາກຊ້າຍ), ລັດຖະມົນຕີກະຊວງການຕ່າງປະເທມາເລເຊຍ (ທີ 2 ຈາກຂວາ) ແລະ ທ. ສະເຫລີມໄຊ ກົມມະສິດ (ຂວາ), ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະລັດຖະມົນຕີການຕ່າງປະເທດໄທ (ຊ້າຍສຸດ) ທີ່ກອງປະຊຸມ ລັດຖະມົນຕີຂອງກຸ່ມອາຊຽນ ຄັ້ງທີ 51 ທີ່ສິງກະໂປ ໃນວັນທີ 3 ສິງຫາ, 2018

ທ່ານ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ພົບປະກັບ
ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ຢູ່ນອກ
ກອງປະຊຸມທີ່ມີການເຕົ້າໂຮມຂອງບັນດາລັດຖະມົນຕີຂອງປະເທດໃນກຸ່ມອາຊຽນ
ຢູ່ສິງກະໂປ.

ທ່ານລັດຖະມົນຕີຂອງສະຫະລັດ ໄດ້ສະແດງຄວາມຍິນດີຕໍ່ລາວ ທີ່ເປັນຈະເປັນຜູ້
ປະສານງານ ຂອງກຸ່ມອາຊຽນ ກັບສະຫະລັດ ແລະໄດ້ເນັ້ນເຖິງ ຄວາມໝາຍໝັ້ນ
ຂອງສະຫະລັດ ຕໍ່ໂຄງການລິເລີ້ມໃນເຂດລຸ່ມແມ່ນໍ້າຂອງ ໂດຍທີ່ຜ່ານໂຄງການນີ້
ສະຫະລັດ ເປັນພາຄີກັບລາວ, ກໍາປູເຈຍ, ມຽນມາ, ໄທ,ແລະຫວຽດນາມ ເພື່ອເຮັດ
ໃຫ້ການຮ່ວມມືຂ້າມພົມແດນໄດ້ຮັບການພັດທະນາໃຫ້ກ້າວຂຶ້ນໄປ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະ ລັດຖະມົນຕີກະຊວງການ
ຕ່າງປະເທດລາວ ໄດ້ຢືນຢັນວ່າ ຈະຍຶດໝັ້ນ ໃນສາຍພົວພັນອັນແໜ້ນແກ່ນ ຂອງ
ສອງຝ່າຍ ແລະໄດ້ກ່າວເນັ້ນເຖິງຮັບທີ່ດີຂອງການຮ່ວມມື ໃນການຊ່ວຍເຫລືອດ້ານ
ພັດທະນາ, ການເກັບກູ້ລະເບີດບໍ່ທັນແຕກຫລື UXO ແລະການຊ່ວຍເຫຼືອ ດ້ານໄພ
ພິບັດ ພາຍຫລັງທີ່ມີໂສກນາດຕະກໍາເຂື່ອນແຕກເກີດຂຶ້ນເມື່ອມໍ່ໆ ມານີ້ ຢູ່ລາວ.

US Secretary Pompeo met today with Lao Foreign Minister Saleumxay Kommasith on the margins of the ASEAN-centered ministerials in Singapore. The Secretary welcomed Laos as the United States’ incoming ASEAN coordinator, and underscored the U.S. commitment to the Lower Mekong Initiative, through which the United States partners with Laos, Cambodia, Myanmar, Thailand, and Viet Nam to advance transboundary cooperation. The Secretary and the Foreign Minister affirmed our strong bilateral ties, and highlighted the positive impact of cooperation on development assistance, the clearance of unexploded ordnance, and U.S. disaster assistance following the recent tragic dam breach in Laos.

XS
SM
MD
LG