ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານພອມພຽວ ເນັ້ນເຖິງ ‘ຄວາມດີເດັ່ນ ຂອງອາເມຣິກາ’ ໃນການກ່າວຄໍາປາໄສ ຢູ່ທີ່ວີໂອເອ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໂອ້ລົມກັບທ່ານ Robert Reilly, ອໍານວຍການ
ວິທະຍຸ VOA ຢູ່ສໍານັກງານໃຫຍ່ຂອງວີໂອເອ ໃນນະຄອນຫລວງ ວໍຊິງຕັນ, ວັນທີ 11 ມັງກອນ, 2021
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໂອ້ລົມກັບທ່ານ Robert Reilly, ອໍານວຍການ ວິທະຍຸ VOA ຢູ່ສໍານັກງານໃຫຍ່ຂອງວີໂອເອ ໃນນະຄອນຫລວງ ວໍຊິງຕັນ, ວັນທີ 11 ມັງກອນ, 2021

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວໄດ້ມາຢ້ຽມຢາມສໍານັກງານໃຫຍ່ຂອງວິທະຍຸສຽງອາເມຣິກາ ຫລື ວີໂອເອ ໃນວັນຈັນຜ່ານມາ, ຊຶ່ງໃນນັ້ນທ່ານໄດ້ກ່າວເຖິງຄວາມສຳຄັນໃນການອອກຂ່າວຂອງວິທະຍຸກະຈາຍສຽງຂອງສະຫະລັດ ແລະເລື່ອງລາວຄວາມດີເລີດຂອງອາເມຣິກາຢູ່ໃນໂລກ. ຜູ້ສື່ຂ່າວດ້ານການທູດຂອງວີໂອເອ Cindy Saine ມີລາຍງານມາກ່ຽວກັບເລື້ອງນີ້ ຊຶ່ງ ບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ ໄປ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ ໄມຄ໌ ພອມພຽວ ໄດ້ມາຢ້ຽມຢາມສໍານັກງານໃຫຍ່ຂອງວິທະຍຸສຽງອາເມຣິກາ ຫລື ວີໂອເອເປັນຄັ້ງທໍາອິດໃນວັນຈັນວານນີ້ໂດຍໄດ້ເບິ່ງຄືນຫົວຂໍ້ສຳຄັນ ທີ່ທ່ານໄດ້ສະແດງອອກໃນຂະນະທີ່ ທ່ານເດີນທາງໄປຕ່າງປະເທດ ໃນຖານະຫົວໜ້ານັກການທູດຂອງສະຫະລັດ.

ທ່ານພອມພຽວກ່າວດັ່ງນີ້:
“ຂ້າພະເຈົ້າເວົ້າໃຫ້ຜູ້ຟັງຮູ້ ກ່ຽວກັບຄວາມດີເດັ່ນຂອງອາເມຣິກາ ທຸກຄັ້ງເທົ່າທີ່ຂ້າພະເຈົ້າຈະສາມາດເຮັດໄດ້, ເພາະວ່າມັນແມ່ນຄວາມຈິງ. ອາເມຣິກາແມ່ນດີແລະ ຍິ່ງໃຫຍ່ - ທຸກຄົນທີ່ເຂົ້າໃຈເຖິງຜູ້ກໍ່ຕັ້ງປະເທດຂອງພວກເຮົາແມ່ນເຂົ້າ ໃຈໃນເລື້ອງນີ້ດີ. …ພວກເຮົາໄດ້ພະຍາຍາມທີ່ຈະເຮັດໃຫ້ມີຄວາມສະໝານສາມັກຄີກັນທີ່ສົມບູນແບບຂຶ້ນກວ່າເກົ່າຕະຫຼອດມາ. ພວກເຮົາບໍ່ເຮັດຢ່າງຖືກຕ້ອງສະເໝີໄປ. ພວກເຮົາຕ້ອງການທັງຄວາມພາກພູມໃຈແລະຄວາມຖະໜອມຖ່ອມ ຕົວກ່ຽວກັບອະດີດ ແລະປັດຈຸບັນຂອງພວກເຮົາ.”

ທ່ານພອມພຽວ ໄດ້ກ່າວເຊັ່ນນັ້ນຫລາຍມື້ ຫລັງຈາກຜູ້ສະໜັບສະໜຸນປະທານາທິບໍດີດໍໂນລ ທຣໍາ ໄດ້ບຸກເຂົ້າໄປໃນຫໍລັດຖະສະພາສະຫະລັດ. ຮູບພາບຕ່າງໆຂອງຄວາມວຸ້ນວາຍຢູ່ບ່ອນທີ່ເປັນສັນຍາລັກປະຊາທິປະໄຕຂອງອາເມຣິກາໄດ້ຕົກເປັນຫົວຂໍ້ຂ່າວຢູ່ທົ່ວໂລກ.

ທ່ານພອມພຽວໄດ້ກ່າວປະນາມຄວາມຮຸນແຮງໃນອາທິດແລ້ວນີ້ ແຕ່ກໍບໍ່ໄດ້ໃຫ້ ຄຳເຫັນໃດໆ ນັບແຕ່ນັ້ນມາ.

ຜູ້ຊ່ຽວຊານຄົນນຶ່ງກ່າວຕໍ່ວີໂອເອວ່າ ທ່ານຮູ້ສຶກຕົກຕະລຶງ ທີ່ເຫັນວ່າທ່ານພອມພຽວ ບໍ່ໄດ້ກ່າວເຖິງ ແລະບໍ່ໄດ້ຖືກຖາມກ່ຽວກັບການປິດລ້ອມທີ່ເກີດຂຶ້ນຢູ່ນອກອາຄານບ່ອນ ທີ່ທ່ານເວົ້າຢູ່ເທົ່ານັ້ນ.

ທ່ານໄມເກີລ ຄິມເມກຈ໌ (Michael Kimmage) ຈາກກອງທຶນມາຊອລ (Marshall) ຂອງເຢຍຣະມັນ ກ່າວຕໍ່ວິດີໂອເອ ຢູ່ໃນການໂອ້ລົມທາງວີດິໂອ ສົ່ງຜ່ານ Skype ວ່າ:
“ …ມັນເປັນສິ່ງທີ່ໜ້າປະຫລາດໃຈຫລາຍທີ່ທ່ານລັດຖະມົນຕີພອມພຽວ ບໍ່ໄດ້ກ່າວເຖິງເຫດການໃນອາທິດທີ່ຜ່ານມານີ້, ເຊິ່ງເປັນສິ່ງທີ່ສໍາຄັນຫລາຍ, ແລະຂ້າພະເຈົ້າຄິດວ່າ ມັນເປັນເຫດການທີ່ສໍາຄັນຫລາຍຢູ່ຄວາມຄິດຂອງທຸກໆຄົນ. ແລະມັນເປັນເລື້ອງແປກຫລາຍ ທີ່ທ່ານບໍ່ເວົ້າເຖິງເລື້ອງນັ້ນເລີຍ ເຖິງແມ່ນວ່າຈະເປັນການຕື່ມຂໍ້ມູນໃສ່ບ່ອນເປົ່າຫວ່າງວ່າປັນຫຍັງທ່ານຈຶ່ງອາດເຮັດແນວນັ້ນໄດ້. "

ລັດຖະບານສະຫະລັດໄດ້ໃຫ້ທຶນສະໜັບສະໜຸນແກ່ວີໂອເອ ແລະສະຖານີອອກອາກາດແຫ່ງອື່ນໆ ເພື່ອໃຫ້ເອົາຂ່າວ ແລະຂໍ້ມູນຂ່າວສານໄປໃຫ້ຜູ້ຟັງຢູ່ທົ່ວໂລກເປັນພາສາຕ່າງປະເທດ ຫລາຍສິບພາສາ.

ທ່ານພອມພຽວເອີ້ນວ່າສຽງອາເມຣິກາ ຫລື ວີໂອເອວ່າ ເປັນກະບອກສຽງຂອງຄວາມດີເລີດຂອງອາເມຣິກາ. ທ່ານກ່າວວ່າ ສະຖານີວິທະຍຸກະຈາຍສຽງສາກົນຂອງສະຫະລັດມີບົດບາດສຳຄັນໃນການສົ່ງເສີມອຸດົມການດີເລີດຂອງສະຫະລັດ ໃນທົ່ວໂລກ ແລະບໍ່ແມ່ນເປັນບ່ອນທີ່ເອົາເວທີໃຫ້ແກ່ລະບອບການປົກຄອງຜະເດັດ.

ທ່ານພອມເພວກ່າວກ່ຽວກັບເລື້ອງນີ້ວ່າ:
“ລັດຖະບານຂອງປະເທດຕ່າງໆ ເຊັ່ນຈີນ, ອີຣ່ານ, ແລະເກົາຫຼີເໜືອ …ພວກເຂົາບໍ່ມີຄວາມເຄົາລົບຕໍ່ກຽດສັກສີຂອງມະນຸດສາກົນ ທີ່ເປັນພື້ນຖານສ້າງຕັ້ງປະເທດໃຫ້ແກ່ອາເມຣິກາ. ລະບອບການປົກຄອງເຫຼົ່ານັ້ນ ໄດ້ວິພາກວິຈານຕໍ່ທຸກສິ່ງທຸກຢ່າງທີ່ປະເທດຊາດຂອງພວກເຮົາຍຶດໝັ້ນໄວ້. ພວກເຮົາຮູ້ວ່າລັດຖະບານແມ່ນມີໄວ້ເພື່ອຮັບໃຊ້ປະຊາຊົນ. ສ່ວນພວກເຂົາກັບເຊື່ອວ່າ ປະຊາຊົນ ແມ່ນມີ ໄວ້ເພື່ອຮັບໃຊ້ລັດຖະບານ. ວຽກງານຂອງວີໂອເອ (VOA) ແມ່ນສຳຄັນຫລາຍ. ພວກເຈົ້າແມ່ນປາຍຫອກແຫ່ງອິດສະຫລະພາບ.”

ການດໍາລົງຕຳແໜ່ງຂອງທ່ານພອມພຽວ ໃນຖານະທີ່ເປັນຫົວໜ້ານັກການທູດສະຫະລັດຄາດວ່າ ຈະສິ້ນສຸດລົງ ໃນທ້າຍເດືອນນີ້. ຜູ້ທີ່ເປັນປະທານາທິບໍດີເລືອກໃໝ່, ທ່ານໂຈ ໄບເດັນ ໄດ້ເລືອກເອົາອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານແອນໂທນີ ບລິນເຄນ (Anthony Blinken) ໃຫ້ເປັນລັດຖະມົນຕີຄົນຕໍ່ໄປຂອງກະຊວງການຕ່າງປະເທດ, ຖ້າທ່ານຫາກໄດ້ຮັບການຮັບຮອງຈາກສະພາສູງສະຫະລັດ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດຂ້າງລຸ່ມນີ້:
Secretary of State Mike Pompeo visited Voice of America headquarters Monday, where he spoke about the importance of U.S. broadcasting and the story of American exceptionalism in the world. VOA’s Diplomatic Correspondent Cindy Saine reports from Washington.

Secretary of State Mike Pompeo paid his first visit to the Voice of America headquarters on Monday, looking back at some of the top themes he has sounded on his trips abroad as the top U.S. diplomat.

Mike Pompeo, Secretary of State:

“I tell audiences about American exceptionalism whenever I can, because it’s true. America is good and great – everyone who truly grasps our founding understands this. … We’ve always strived for a more perfect union. We don’t always get it right. We need both pride and humility about our past and our present.”

Pompeo spoke days after supporters of President Donald Trump overran the U.S. Capitol. The images of chaos at a symbol of American democracy drew headlines around the world.

Pompeo denounced the violence last week but has not commented since.

One expert told VOA he was shocked that Pompeo did not mention, and was not asked, about the siege, which occurred just outside the building where he spoke.

Michael Kimmage. German Marshall Fund Skype Video:

“… It was striking that Secretary Pompeo did not mention the events of this past week, which are momentous, and I think really on everybody's mind. And it's odd that he would skip over them, although fill in the blank as to why he may have done so.”

The U.S. government funds VOA and other broadcasters to provide news and information to audiences around the world in dozens of foreign languages.

Pompeo called Voice of America the voice of American exceptionalism. He said U.S. international broadcasting has a key role to play in promoting U.S. ideals around the world and is not the place to give authoritarian regimes a platform.

Mike Pompeo, Secretary of State:
“Governments like those in China, Iran, and North Korea … they don’t have the respect for the universal human dignity America was founded upon. Those regimes are anathema to everything that our nation stands for. We know that government exists to serve the people. They believe that people exist to serve the government. VOA’s work is vital. You are the tip of freedom’s spear.”
Pompeo’s tenure as the chief U.S. diplomat is expected to come to an end later this month. President-elect Joe Biden has chosen former Deputy Secretary of State Anthony Blinken to be the next secretary of state, if he is confirmed by the U.S. Senate.

ເບີ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG