ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໃຊ້ສິດອອກສຽງ ເລີ້ມຂຶ້ນແລ້ວ ຢູ່ອິນເດຍ ໃນການເລືອກຕັ້ງ ທົ່ວປະເທດ ຂະໜາດໃຫຍ່ ສຸດຂອງໂລກ


ຊາວອິນເດຍຢືນລຽນແຖວ ເພື່ອຈະປ່ອນບັດເລືອກຕັ້ງ ຂອງພວກເຂົາເຈົ້າ ຢູ່ທີ່ໜ່ວຍເລືອກຕັ້ງ ສຳລັບຂັ້ນທຳອິດຂອງ ການເລືອກຕັ້ງທົ່ວປະເທດ, ຢູ່ໃກ້ໆເມືອງ ກາເຊຍບາດ ຂອງອິນເດຍ, ວັນທີ 11 ເມສາ 2019.
ຊາວອິນເດຍຢືນລຽນແຖວ ເພື່ອຈະປ່ອນບັດເລືອກຕັ້ງ ຂອງພວກເຂົາເຈົ້າ ຢູ່ທີ່ໜ່ວຍເລືອກຕັ້ງ ສຳລັບຂັ້ນທຳອິດຂອງ ການເລືອກຕັ້ງທົ່ວປະເທດ, ຢູ່ໃກ້ໆເມືອງ ກາເຊຍບາດ ຂອງອິນເດຍ, ວັນທີ 11 ເມສາ 2019.

ໜ່ວຍເລືອກຕັ້ງທັງຫຼາຍໄດ້ເປີດແລ້ວ ໃນວັນພະຫັດມື້ນີ້ຢູ່ໃນອິນເດຍ ໃນການເລືອກຕັ້ງ
ທົ່ວໄປ ທີ່ໃຫຍ່ທີ່ສຸດຂອງໂລກ ຊຶ່ງຈະກຳນົດຊະຕາກຳ ຂອງນາຍົກ ລັດຖະມົນຕີ
ນາເຣນດຣາ ໂມດີ ຜູ້ທີ່ດຳລົງຕຳແໜ່ງໃນປັດຈຸບັນ.

ພົນລະເມືອງອິນເດຍຫຼາຍເຖິງ 900 ລ້ານຄົນ ຂອງຈຳນວນທັງໝົດ 1 ພັນ 3 ຮ້ອຍລ້ານ
ຄົນ ແມ່ນ​ມີ​ສິດອອກ​ສຽງ​ປ່ອນ​ບັດ ໃນ​ການ​ເລືອກ​ຕັ້ງ ຊຶ່ງ​ຈະ​ມີ​ຂຶ້ນ ຢ່າງກະ​ຈັດ​ກະ​ຈາຍ
ໃນໄລຍະ 6 ສັບປະດາ ​ຢູ່​ໃນ​ປະ​ເທດປະຊາທິປະໄຕ ​ທີ່​ມີ​ປະ​ຊາຊົນຫຼາຍທີ່ສຸດຂອງໂລກ.
ປະ​ມານ 142 ລ້ານ​ຄົນ ຈະ​ລົງ​ຄະ​ແນນ​ສຽງ​ ໃນ​ຮອບທຳ​ອິດ​ ຫຼັງ​ຈາກ​ເປີດ​ໃຫ້​ມີ​ການ
​ປ່ອນ​ບັດ.

ນາຍົກລັດຖະມົນຕີ ໂມດີ ແລະ ພັກບາຣາຕີຢາ ຈານາຕາ ຫຼືເອີ້ນຫຍໍ້ວ່າ BJP ທີ່ເປັນ​
ພັກສາສະໜາຮິນດູ ​ຫົວຊາດນິຍົມ ຂອງທ່ານ ຊຶ່ງໄດ້ຂຶ້ນ​ມາກຳອຳນາດ ດ້ວຍການ​ໄດ້​
ຮັບໄຊຊະນະ ຢ່າງຖ້ວມລົ້ນ ໃນປີ 2014 ນັ້ນ ແມ່ນຖືວ່າ ຍັງເປັ​ນ ພັກທີ່​ໄດ້​ຮັບ​ຄວາມນິ
ຍົມສູງ ໃນການເລືອກຕັ້ງນີ້ ແຕ່ວ່າ ກຳລັງປະເຊີນກັບ ຄວາມບໍ່ພໍອົກພໍໃຈຫຼາຍຂຶ້ນນັບມື້
ຢູ່ໃນເຂດຊົນນະບົດຂອງເມືອງຕ່າງໆ ຍ້ອນລາຍຮັບຈາກການກະສິກຳ ໄດ້ຕົກຕ່ຳລົງ.
ຄວາມຄຽດແຄ້ນນັ້ນ ໄດ້ມີ​ການ​ຖິ້ມ​ໂທດ​ໃສ່ ການທົດຖອຍລົງໃນຄະແນນສຽງຂອງພັກ
BJP ຢ້ອນຄືນຫຼັງໄປເມື່ອເດືອນທັນວາ ປີກາຍນີ້ ໃນເລືອກຕັ້ງຢູ່ສາມລັດ.

ທ່ານໂມດີ ຍັງຖືກຖິ້ມໂທດໃສ່ ໃນ​ການ​ເພີ້ມ​ທະ​ວີ​ຂຶ້ນຂອງຄວາມຮຸນແຮງ ໃນການແບ່ງ
ແຍກ​ສາ​ສະ​ໜາ ໂດຍກຸ່ມພົນລະເມືອງທີ່ຮັກສາບູຊາງົວ ທີ່ແນເປົ້າໝາຍໃສ່ພວກຊາວ
ມຸສລິມ ຊຶ່ງກຸ່ມດັ່ງກ່າວ ຖືວ່າ ງົວທັງຫຼາຍ ເປັນສັດທີ່ສັກສິດ ໃນສາສະໜາຮິນດູ.

ແຕ່ ຖານະຂອງນາຍົກລັດຖະມົນຕີ ກໍໄດ້ຮັບ​ຄວາມ​ນິ​ຍົມສູງຂຶ້ນ ໂດຍການຕອບໂຕ້
ຂອງທ່ານ ຕໍ່ການໂຈມຕີດ້ວຍລົດລະເບີດສະຫຼະຊີບ ເມື່ອເດືອນກຸມພາ ຜ່ານມາ ທີ່ໄດ້
ສັງຫານ ກຳລັງຮັກສາຄວາມສະຫງົບຂອງອິນເດຍຫຼາຍກວ່າ 40 ຄົນ ຢູ່ທີ່ ແຄວ້ນ
ແຄັສເມຍ ໃນຂົງເຂດພູຫິມາໄລ ທີ່ເປັນບັນຫາຂັດແຍ້ງກັນນັ້ນ.

ແມ່ຍິງຊົນເຜົ່າ ລຳບາດາ ຂອງອິນເດຍ ສະແດງນິ້ວມືໃຫ້ເຫັນ ນ້ຳໝຶກ ຢູ່ນິ້ວຊີ້ຂອງລາວ ຫຼັງຈາກທີ່ໄດ້ປ່ອນບັດໄປແລ້ວ ຢູ່ທີ່ ໜ່ວຍເລື່ອກຕັ້ງ ຊຶ່ງເປັນຂັ້ນຕອນທຳອິດ ຂອງການເລືອກຕັ້ງທົ່ວໄປ ໃນເມືອງ ໄຮເດີຣາບາດ ຂອງອິນເດຍ, ວັນທີ 11 ເມສາ 2019.
ແມ່ຍິງຊົນເຜົ່າ ລຳບາດາ ຂອງອິນເດຍ ສະແດງນິ້ວມືໃຫ້ເຫັນ ນ້ຳໝຶກ ຢູ່ນິ້ວຊີ້ຂອງລາວ ຫຼັງຈາກທີ່ໄດ້ປ່ອນບັດໄປແລ້ວ ຢູ່ທີ່ ໜ່ວຍເລື່ອກຕັ້ງ ຊຶ່ງເປັນຂັ້ນຕອນທຳອິດ ຂອງການເລືອກຕັ້ງທົ່ວໄປ ໃນເມືອງ ໄຮເດີຣາບາດ ຂອງອິນເດຍ, ວັນທີ 11 ເມສາ 2019.

Polls opened Thursday in India in the world's biggest general election that will determine the fate of incumbent Prime Minister Narendra Modi.

As many as 900 million of India's 1.3 billion citizens are eligible to vote in the election, which will be scattered over the course of six weeks in the world's most populous democracy.About 142 million people will cast ballots in the opening phase.

Prime Minister Modi and his Hindu nationalist Bharatiya Janata Party, which came to power in a landslide in 2014, are considered the favorites in this election, but are facing growing discontent in rural districts due to plunging farm incomes.The anger is blamed for the BJP's electoral setbacks in three state elections back in December.

Modi is also blamed for rising sectarian violence by cow vigilantes targeting Muslims, as cows are holy for Hindus.

But the prime minister's standing has been boosted by his response to February's suicide car bomb attack that killed more than 40 Indian security forces in the disputed Himalayan region of Kashmir.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG