ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ຂັ້ນທີ 3 ຂອງອິນເດຍ ສິ້ນສຸດລົງແລ້ວ (ສະໄລດ໌/ວີດີໂອ)


ພວກແມ່ຍິງ ຈາກເຂດ Gurgaon ໃກ້ໆນະຄອນຫຼວງນິວເດລີ ຍົກນິ້ວມືໃຫ້ເບິ່ງ ຫລັງຈາກໄດ້ປ່ອນບັດແລ້ວ (10 ເມສາ 2014)
ພວກແມ່ຍິງ ຈາກເຂດ Gurgaon ໃກ້ໆນະຄອນຫຼວງນິວເດລີ ຍົກນິ້ວມືໃຫ້ເບິ່ງ ຫລັງຈາກໄດ້ປ່ອນບັດແລ້ວ (10 ເມສາ 2014)
ຊາວອິນເດຍ ຈຳນວນຫຼາຍໆລ້ານຄົນ ໄດ້ພາກັນໄປປ່ອນບັດ
ໃນການເລືອກຕັ້ງ ຂັ້ນທີ 3 ທີ່ມີຄວາມຫຼໍ່ແຫຼມສຳຄັນຕໍ່ການດຳ
ເນີນຄວາມພະຍາຍາມຂອງພັກສາສະໜາຮິນດູຫົວຊາດນິຍົມ
ຊຶ່ງເປັນພັກຝ່າຍຄ້ານ ທີ່ໃຫຍ່ທີ່ສຸດ ເພື່ອເຂົ້າກຳອຳນາດແທນ
ການປົກຄອງ ທີ່ໄດ້ດຳເນີນມາເປັນເວລາ 10 ປີຂອງພັກຄອງ
ແກຣັສ.

ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ໃນຫຼາຍໆເຂດໃນວັນພະຫັດວານ
ນີ້ ລະເບີດລູກນຶ່ງໄດ້ແຕກຂຶ້ນຊຶ່ງສົງໄສວ່າເປັນນ້ຳມືຂອງພວກ
ກະບົດນິຍົມເໝົາເຈີຕຸງນັ້ນ ໄດ້ສັງຫານທະຫານອິນເດຍ 2 ຄົນ ແລະບາດເຈັບອີກຢ່າງໜ້ອຍ 3 ຄົນໃນແຂວງ Bihar ທາງພາກ ຕາເວັນອອກຂອງປະເທດ.

ພວກກະບົດນິຍົມເໝົາເຈີຕຸງໄດ້ຮຽກຮ້ອງໃຫ້ບັນດາຜູ້ມີສິດປ່ອນບັດບໍ່ໃຫ້ພາກັນໄປລົງ ຄະແນນສຽງແລະຂົ່ມຂູ່ວ່າ ຈະລົບກວນການເລືອກຕັ້ງ.

ການເລືອກຕັ້ງສະພາແຫ່ງຊາດທີ່ມີຫລາຍໆຂັ້ນຂອງອິນເດຍແມ່ນໃຊ້ເວລານຶ່ງເດືອນ
ກວ່າໆ ເພື່ອອຳນວຍໃຫ້ພວກທີ່ຈົດທະບຽນປ່ອນບັດຫລາຍກວ່າ 800 ລ້ານຄົນ ມີໂອ
ກາດໄດ້ໄປໃຊ້ສິດໃຊ້ສຽງເຂົາເຈົ້າ.

ເກືອບ 110 ລ້ານຄົນແມ່ນມີສິດໄປປ່ອນບັດໃນວັນພະຫັດວານນີ້ໃນການເລືອກຕັ້ງຢູ່
ໃນ 11 ລັ ແລະດິນແດນ 3 ເຂດທີ່ຢູ່ພາຍໃຕ້ການປົກຄອງຂອງລັດຖະບານກາງ.

ພັກຫົວສາສະໜາຮິນດູຫົວຊາດນິຍົມ ຫຼື BJP ຊຶ່ເປັນພັກຝ່າຍຄ້ານພວມຊອກຫາຊ່ອງ ທາງທີ່ຈະຂັບໄລ່ພັກຄອງແກຣັສ ໃຫ້ອອກຈາກອຳນາດ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະ ຟື້ນຟູເສດຖະກິດທີ່ຂະຫຍາຍຕົວແບບຊ້າໆນັ້ນ.

ນາຍົກລັດຖະມົນຕີ Manmohan Shingh ທີ່ກຳລັງຈະພົ້ນຈາກຕຳແໜ່ງກ່າວວ່າ ມັນ ຈະເປັນຄວາມຫາຍຍະນະ ຖ້າທ່ານ Narendra Modi ຈາກພັກ BJP ຫາກໄດ້ເປັນ ນາຍົກລັດຖະມົນຕີຂອງປະເທດ.

ສານສູງສຸດຂອງອິນເດຍ ໄດ້ຕັດສິນວ່າ ທ່ານ Modi ພົ້ນຂໍ້ຫາຕ່າງໆໃນການຍຸຍົງໃຫ້ ເກີດການຈະລາຈົນລະຫວ່າງພວກທີ່ນັບຖືກສາສະໜາຮິນດູ ແລະສາສະໜາອິສລາມ
ທີ່ລັດ Gujarat ໃນປີ 2002 ທີ່ເຮັດໃຫ້ມີຜູ້ເສຍຊີວິດປະມານ 1 ພັນຄົນນັ້ນ.

ວັນສຸດທ້າຍຂອງການເລືອກຕັ້ງ ແມ່ນວັນທີ 2 ພຶດສະພາ.
INDIA ELECTION VO
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG