ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະດູໃບໄມ້ປົ່ງ ສົ່ງຜົນກະທົບຕໍ່ຫຼາຍໆຄົນ ຍ້ອນບັນຫາຂອງອາການພູມແພ້ ຕໍ່ສະພາບອາກາດ


ອາສາສະໝັກ ຊາຍນາ ເຮລເຊລ (Shaina Helsel) ກຽມທີ່ຈະຄຸບເອົາເຜິ້ງໃຫຍ່ ຢູ່ບໍລິເວນທົ່ງຫຍ້າ ໃນເມືອງ ໂທກັສ (Togus), ລັດ ເມນ, ເມື່ອວັນທີ 10 ກໍລະກົດ 2015.
ອາສາສະໝັກ ຊາຍນາ ເຮລເຊລ (Shaina Helsel) ກຽມທີ່ຈະຄຸບເອົາເຜິ້ງໃຫຍ່ ຢູ່ບໍລິເວນທົ່ງຫຍ້າ ໃນເມືອງ ໂທກັສ (Togus), ລັດ ເມນ, ເມື່ອວັນທີ 10 ກໍລະກົດ 2015.

ລະດູໃບໄມ້ປົ່ງ ໄດ້ນໍາເອົາສີສັນຂອງດອກໄມ້ ແລະຕົ້ນໄມ້ກັບມາມີຊີວິດຊີວາອີກຄັ້ງ, ແຕ່ທຸກໆປີຂອງຍາມນີ້ ກໍເປັນຍາມທີ່ຫຼາຍໆຄົນພົບກັບບັນຫາເຊັ່ນກັນ, ນັ້ນກໍ່ແມ່ນ ສະພາບຂອງອາການທີ່ເປັນພູມແພ້ກັບອາກາດ.

ປະຊາຊົນຊາວອາເມຣິກັນເຊື້ອສາຍລາວທ່ານນຶ່ງກ່າວວ່າ ເພິ່ນເປັນໂຣກພູມແພ້ອາກາດ ໂດຍສະເພາະແມ່ນຍາມໃບໄມ້ປົ່ງ. ດັ່ງນັ້ນ ສິ່ງທີ່ຊ່ວຍເພິ່ນໄດ້ກໍຄືຢາ ເມັດສໍາລັບກິນ ທີ່ມີຂາຍຕາມຮ້ານຂາຍຢາທົ່ວໄປ, ເຊິ່ງເພິ່ນໄດ້ເລົ່າໃຫ້ຟັງວ່າ:

“ກິນທຸກມື້, ກິນຍາມໃດກໍໄດ້ ແຕ່ຕ້ອງໃຫ້ກິນເວລາດຽວກັນ, ເປັນຢາຢູ່ ເຄົາເຕີ້ (ຂາຍຕາມຮ້ານຂາຍຢາທົ່ວໄປ ບໍ່ແມ່ນຢາຕາມໃບສັ່ງຢາຈາກທ່ານໝໍ່) ແອເລີຈີ ເຄົາເຕີ້ຫັ້ນໜາ ຂອງເຄົາເຕີ້ຢາ, ກິນທຸກມື້ ຂ້ອຍກິນເປັນປະຈໍາ ກິນມາຫຼາຍປີ ເປັນເວລາສິບປີແລ້ວ, ມັນກໍພູມແພ້ຂອງໃຜຂອງມັນເນາະ.”

ພູມຄຸ້ມກັນຂອງແຕ່ລະຄົນ ກໍ່ຕ່າງກັນ ແລ້ວແຕ່ສະພາບຮ່າງກາຍຂອງໃຜມັນ, ເພາະບາງຄົນ ຖ້າມີອາການຮຸນແຮງຫຼາຍ ກໍຕ້ອງໄດ້ສັກຢາ ຕາມທີ່ຊ່ຽວຊານທາງດ້ານໂຣກພູມແພ້ກວດພົບແລະແນະນໍາ. ແນວໃດກໍຕາມ ຍັງມີບາງຄົນທີ່ເປັນຮຸນແຮງກວ່ານັ້ນ ຈົນຕ້ອງໄດ້ສັກຢາເປັນປະຈໍາກໍມີ.

ໂດຍລວມແລ້ວ ເກືອບໝົດທຸກຄົນແມ່ນມີອາການນໍ້າມູກຍ້ອຍ ນໍ້າຕາໄຫຼ, ໄອ, ຄັນຕາ, ຄັນຄໍ, ຄັນຫູ ຫຼືບາງຄົນ ກໍເປັນຜື່ນຄັນຕາມຜິວໜັງ.

ຈາກຂໍ້ມູນຂອງ CDC ກ່ຽວກັບສານ ກໍ່ໃຫ້ເກີດພູມແພ້ ແລະລະອອງເກສອນ (Allergens and Pollen) ໄດ້ຮູ້ວ່າ ການປ່ຽນແປງຂອງສະພາບອາກາດ ມີຄວາມເປັນໄປໄດ້ ທີ່ຈະເຮັດໃຫ້ລະດູການຂອງ Pollen ຫຼືລະອອງເກສອນທີ່ເປັນສາເຫດເຮັດໃຫ້ສານທີ່ກໍ່ໃຫ້ເກີດໂຣກພູມແພ້ນັ້ນ ມີຄວາມໜາແໜ້ນຫຼາຍຂຶ້ນ ແລະມີໄລຍະເວລາດົນກວ່າເກົ່າ, ອັນໄດ້ສົ່ງຜົນກະທົບຕໍ່ລະບົບສຸຂະພາບຂອງຄົນເຮົາຫຼາຍໆຄົນ.

Pollen ແມ່ນສານທີ່ເຮັດໃຫ້ເກີດພູມແພ້ປົນຢູ່ໃນອາກາດ ແລະສາມາດສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາໄດ້, ມັນເປັນເມັດນ້ອຍໆທີ່ປິວກະຈາຍອອກມາຈາກດອກຂອງພືດຕ່າງໆ, ຕົ້ນໄມ້, ຫຍ້າ, ແລະດອກຫຍ້າ, ເຊິ່ງຈໍານວນແລະລັກສະນະຂອງ Pollen ແມ່ນແຕກຕ່າງກັນ ຢູ່ໃນແຕ່ລະຂົງເຂດ ແລະລະດູການ. ເຖິງແມ່ນວ່າ Pollen ຈະມີຫຼາຍໃນຊ່ວງທີ່ມີອາກາດອົບອຸ່ນຂຶ້ນ, ແຕ່ພືດບາງຊະນິດ ແມ່ນປ່ອຍລະອອງເກສອນອອກມາຕະຫຼອດປີ, ອີງຕາມຂໍ້ມູນຂອງ CDC.

XS
SM
MD
LG