ການຈັບກຸມຄຸມຂັງທາງການເມືອງ ພວກນັກຕໍ່ສູ້ເພື່ອສິດທິມະນຸດ ແລະນັກຂ່າວແມ່ນອາການນຶ່ງກ່ຽວກັບການຖອຍຫຼັງຂອງປະຊາທິປະໄຕໃນຂອບເຂດທີ່ກວ້າງຂວາງ ອີງຕາມລາຍງານ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້.
ລາຍງານຂອງອົງການຟຣີດອມເຮົ້າ (Freedom House) ໄດ້ເພັ່ງເລັງໃສ່ນິກາຣາກົວ ແທນຊາເນຍ ໄທ ຕູນີເຊຍ ເທີກີ ແລະເວເນຊູເອລາ ໂດຍກ່າວວ່າ ທັງ 6 ປະເທດໄດ້ປະເຊີນໜ້າກັບປະສົບການທີ່ຖືວ່າເປັນການຖອຍຫຼັງຂອງປະຊາທິປະໄຕໃນຮອບສອງທົດສະວັດທີ່ຜ່ານມາ.
“ຢູ່ໃນທົ່ວໂລກ ມີພວກຜູ້ນຳຂອງຫຼາຍໆປະເທດ ທີ່ຕໍ່ຕ້ານປະຊາທິປະໄຕ ພວມວາງໂຕເປັນຜະເດັດການຫຼາຍຂຶ້ນ ໂດຍນຳໃຊ້ເຄື່ອງມືໃນການຂະຫຍາຍກົນລະຍຸດໃນການກົດຂີ່ເພື່ອຫາທາງປິດປາກປິດສຽງຂອງພວກທີ່ຕ້ອງຕິແລະຄັດຄ້ານ” ນັ້ນຄືຄຳເວົ້າຂອງທ່ານນາງເອມີ ສລິບໂປວິດສ໌ (Amy Slipowitz) ຜູ້ຮ່ວມຂຽນລາຍງານ ກ່າວຕໍ່ວີໂອເອ.
ນຶ່ງໃນເຄື່ອງມືຕົ້ນຕໍ ກໍແມ່ນການຈັບກຸມຄຸມຂັງທາງການເມືອງ ຊຶ່ງເປັນ “ຄວາມພະຍາຍາມເພື່ອກຳຈັດພວກຕ້ອງຕິແຮງທີ່ສຸດອອກໄປຈາກສັງຄົມ” ທ່ານນາງໄດ້ກ່າວ.
“ພວກເຮົາຕ້ອງການຢາກຮູ້ຈັກວ່າການຈັບກຸມຄຸມຂັງທາງການເມືອງມີຜົນກະທົບແບບໃດ ຕໍ່ການຊຸດໂຊມລົງ ຂອງປະຊາທິປະໄຕ” ນັ້ນຄືຄຳເວົ້າ ຂອງທ່ານນາງສລິບໂປວິດສ໌ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງວໍຊິງຕັນ ໄດ້ກ່າວ.
“ມັນບໍ່ແມ່ນວ່າ ປະເທດປະເທດດັ່ງກ່າວ ກາຍເປັນລະບອບຜະເດັດການເພີ້ມຂຶ້ນແລະຫຼັງຈາກນັ້ນ ພວກເຂົາກໍເລີ້ມຈັບກຸມຄຸມຂັງ ພວກຝ່າຍຄ້ານຫຼືພວກທີ່ຕ້ອງຕິເຂົາເຈົ້າ. ແຕ່ມັນບັງເອີນມີຄວາມກ່ຽວພັນກັນ ດັ່ງນັ້ນ ການນຳໃຊ້ການຈັບກຸມຄຸມຂັງທາງການເມືອງແມ່ນການເນັ້ນຢ້ຳໃຫ້ເຫັນເຖິງການເຊື່ອມໂຊມລົງຂອງປະຊາທິປະໄຕໃນຂອບເຂດທີ່ກວ້າງຂວາງ” ທ່ານນາງກ່າວຕໍ່.
ທ່າອຽງທີ່ກ່າວມາໃນລາຍງານສະບັບນີ້ໄດ້ເນັ້ນໃຫ້ເຫັນເຖິງໄພຂົ່ມຂູ່ໃນຂອບເຂດທີ່ກວາງຂວາງ: ສິດເສລີພາບຂອງໂລກໄດ້ເຊື່ອມຖອຍເປັນເວລາ 17 ປີລຽນຕິດ ອີງການຟຣີດອມເຮົ້າໄດ້ກ່າວຢູ່ໃນລາຍງານປີ 2023.
ຟໍຣັມສະແດງຄວາມຄິດເຫັນ