ຕຳຫຼວດໄດ້ຍິງແກັສນ້ຳຕາເຂົ້າໃສ່ພວກປະທ້ວງຫຼາຍພັນຄົນຢູ່ຮົງກົງ ເພື່ອກະຈາຍພວກເຂົາເຈົ້າ ໃນວັນອາທິດວານນີ້ ລຸນຫຼັງການປະທ້ວງທີ່ສະຫງົບລົງນຶ່ງອາທິດ.
ການປະທ້ວງໄດ້ຖືກຈັດຂຶ້ນເພື່ອຕໍ່ຕ້ານການກະທຳຄວາມຮຸນແຮງຂອງຕຳຫຼວດ ໃນລະຫວ່າງທີ່ເກີດຄວາມບໍ່ສະຫງົບມາເປັນເວລາຫຼາຍເດືອນ ຢູ່ໃນເມືອງທີ່ປົກຄອງໂດຍຈີນ. ຕຳຫຼວດກ່າວວ່າ ການປະທ້ວງໃນວັນອາທິດວານນີ້ ຊຶ່ງໄດ້ເກີດຂຶ້ນຢູ່ໃນຖະໜົນ ເນຕັນ ໃນບໍລິເວນສວນສາທາລະນະແຄມນ້ຳນັ້ນ ແມ່ນບໍ່ໄດ້ຮັບອະນຸຍາດ.
ພວກປະທ້ວງໄດ້ພາກັນຮ້ອງເຍາະເຢີ້ຍເຈົ້າໜ້າທີ່ຕຳຫຼວດ ໂດຍຮ້ອງຊື່ສຽດສີຕ່າງໆນາໆ ພ້ອມກັນນັ້ນ ພວກປະທ້ວງທົ່ວໄປ ກໍພາກັນຮ້ອງໂຮວ່າ “ຕໍ່ສູ້ເພື່ອຮົງກົງ” ໃນການປະເຊີນໜ້າກັບອຳນາດການປົກຄອງ.
ຕຳຫຼວດໃນຮົງກົງ ໄດ້ປະນາມການກ່າວຫາດັ່ງກ່າວ ທີ່ວ່າພວກເຂົາເຈົ້າ ໄດ້ໃຊ້ກຳລັງເກີນຂອບເຂດຕໍ່ພວກປະທ້ວງທັງຫຼາຍ ໂດຍໂຕ້ແຍ້ງວ່າ ພວກເຈົ້າໜ້າທີ່ຕຳຫຼວດໄດ້ສະແດງຄວາມອົດກັ້ນແລ້ວ.
ເມື່ອສັບປະດາແລ້ວນີ້ ຕຳຫຼວດກໍໄດ້ອອກມາຂໍໂທດ ຫຼັງຈາກທີ່ໄດ້ໃຊ້ປືນນ້ຳ ສີດໃສ່ ວັດອິສລາມແຫ່ງນຶ່ງ ແລະພວກຄົນທີ່ຍືນເບິ່ງເຫດການ ໃນຂະນະທີ່ ພະຍາຍາມຈະລະງັບການປະທ້ວງເພື່ອປະຊາທິປະໄຕຢູ່ ໃນເຂດທີ່ປົກຄອງດ້ວຍຕົນເອງເຄິ່ງນຶ່ງ. ພວກປະທ້ວງໄດ້ກ່າວວ່າ ພວກເຂົາເຈົ້າຈະຈັດການເດີນຂະບວນເພື່ອພວກຊົນເຜົາ ແລະສາສະໜາ ທີ່ເປັນຊົນກຸ່ມນ້ອຍຕ່າງໆ ຫຼັງຈາກການປະທ້ວງຕໍ່ຕ້ານຕຳຫຼວດ.
ພວກປະທ້ວງຫຼາຍສິບພັນຄົນ ໄດ້ພາກັນລົງສູ່ຖະໜົນສາຍຕ່າງໆຢ່າງເປັນປົກກະຕິ ຕະຫຼອດໄລຍະ 4 ເດືອນຜ່ານມາ ຫຼັງຈາກມີການນຳສະເໜີຮ່າງກົດໝາຍສົ່ງຄົນຮ້າຍຂ້າມແດນ ທີ່ໄດ້ກາຍເປັນເລື້ອງຖົກຖຽງກັນ ຊຶ່ງພົນລະເມືອງດັ່ງກ່າວຫຼາຍຄົນຢ້ານວ່າ ຈະເຮັດໃຫ້ພວກເຂົາເຈົ້າມີຄວາມສ່ຽງ ທີ່ຈະຖືກສົ່ງໄປໃຫ້ພັກຄອມມິວນິສຂອງຈີນ ທີ່ຄວບຄຸມລະບົບຍຸຕິທຳ ນັ້ນ.
ລັດຖະບານ ຮົງກົງ ກໍໄດ້ຖອນຮ່າງກົດໝາຍດັ່ງກ່າວຢ່າງເປັນທາງການ ເມື່ອສັບປະດາແລ້ວນີ້ ແຕ່ການເດີນຂະບວນປະທ້ວງ ຍັງຂະຫຍາຍຂຶ້ນເລື້ອຍໆ ຊຶ່ງປະກອບດ້ວຍການຮຽກຮ້ອງ ໃຫ້ປະຕິຮູບດ້ານການເມືອງ ແລະໃຫ້ຕຳຫຼວດຮັບຜິດຊອບຕໍ່ການກະທຳຂອງຕົນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Police fired tear gas to disperse thousands of protesters in Hong Kong on Sunday, following a weeklong lull in demonstrations.
The protests were organized against perceived police brutality during months of unrest in the Chinese-ruled city. Police say that the Sunday's protest, which took place on Nathan road around a waterfront park, was not authorized.
Protesters taunted the officers, calling them names as well as regular protest chants including "Fight for Hong Kong" in the standoff.
Police in Hong Kong have denounced accusations that they have used excess force against protesters, arguing that they have shown restraint.
Last week, police apologized after spraying a mosque and bystanders with water cannons while trying to quell pro-democracy demonstrations in the semi-autonomous state. Protesters have said they will organize marches for ethnic and religious minorities following the incident.
Tens of thousands of protesters have regularly taken to the streets for over four months, after a controversial extradition bill which many residents feared would put them at risk of being sent into China's Communist Party-controlled judicial system.
The government formally withdrew the bill last week, but demonstrations have ballooned to include demands for political reform and police accountability.