ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄູ່ຜົວເມຍ ຍິງສັງຫານຜູ້ຄົນ ຢູ່ລັດຄາລີຟໍເນຍ ຕິດອາວຸດ ເຕັມອັດຕາ


ພວກເຈົ້າໜ້າທີ່ຕຳຫລວດ ກຳລັງກວດເບິ່ງຫລັກຖານ ໃກ້ກັບລົດ SUV ທີ່ພົວພັນກັບການໂຈມຕີ.
ພວກເຈົ້າໜ້າທີ່ຕຳຫລວດ ກຳລັງກວດເບິ່ງຫລັກຖານ ໃກ້ກັບລົດ SUV ທີ່ພົວພັນກັບການໂຈມຕີ.

ຕຳຫຼວດກ່າວ​ວ່າ ສອງຜົວ​ເມຍໄດ້ຍິງ​ສັງຫານ 14 ຄົນ ຢູ່​ທີ່​ງານ
​ລ້ຽງ​ສະຫຼອງ ​ວັນພັກ​ເທສການຄຣິສມັສ​ເມື່ອ​ວັນ​ພຸດ​ຜ່ານ​ມານີ້​ມີ
​ລະ​ເບີດ​ທໍ່ 12​ ລູກ ວັດຖຸ​ເຮັດ​ລະ​ເບີດ​ຈຳນວນນຶ່ງ ​ແລະ​ລູກປືນ​
ຫລາຍໆ​ພັນ​ລູກ ຢູ່​ທີ່​ເຮືອນ​ຂອງ​ພວກ​ກ່ຽວ.

ທ້າວ Sayed Rizwan Farook ​ແລະ​ນາງ Tashfeen Malik
​ໄດ້​ຖືກ​ຂ້າຕາຍ​ໃນ​ການ​ຍິງ​ຕໍ່ສູ້​ກັບ​ຕຳຫຼວດ​ໃນ​ຄຸ້ມ​ທີ່​ມີ​ປະຊາຊົນ
​ອາ​ໄສ​ຢູ່ ​ໃກ້ໆ​ກັບ​ສູນ​ຝຶກ ​ແອບ​ຄົນ​ເສຍ​ອົງຄະ​ ເມື​ອງ San Ber-
nardino ບ່ອນ​ທີ່​ພວກ​ເຂົາ​ໄດ້​ຍິງສັງຫານ 14 ຄົນ ແລະ​ອີກ 21
ຄົນ​ບາດ​ເຈັບ. ​ເມືອງ San Bernardino ​ແມ່ນ​ຕັ້ງຫ່າງ​ ຈາກ​ນະ
ຄອນ ​Los Angeles ​ໄປ​ທາງ​ກ້ຳ​ຕາ​ເວັນ​ອອກປະມານ ​100 ກິ
​ໂລ​ແມັດ.

ຜູ້​ບັນຊາ​ການຕຳຫລວດ​ເມືອງ San Bernardino ທ່ານ Jarrod Burguan ກ່າວ​ວ່າ
ສອງ​ຄົນ​ໄດ້​ຍິງປືນ 75 ລູກ ​ແລະ​ປະ​ລົດຫລິ້ນຂອງ​ເດັກນ້ອຍ ທີ່​ຫ້າງລະ​ເບີດ​ທໍ່​ 3ລູກ​ໃສ່
​ໄວ້ ​ແຕ່ລະ​ເບີດທັງ 3 ບໍ່​ໄດ້ແຕກ.

ຄຳ​ຖາມ​ທີ່​ໃຫຍ່​ສຸດ ສຳລັບ​ບັນດາເຈົ້າໜ້າ​ທີ່​ສືບສວນ​ນັ້ນ​ກໍ​ຄື ​ເປັນ​ຫຍັງ​ຄູ່​ຜົ​ວເມຍ​ຈຶ່ງເຮັດ
​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ. ທ້າວ Farook ​ເກີດ​ຢູ່​ນະຄອນ Chicago ​ເປັນ​ເຈົ້າ​ໜ້າ​ທີ່​ກວດກາ​
ອະນາ​ໄມ. ​ເມຍ​ຂອງ​ລາວ​ມາ​ຈາກ ປາ​ກິ​ສຖານ ​ແລະ​ໄດ້​ເຂົ້າ​ມາ ສະ​ຫະລັດ ໂດຍ​ການ​ຂໍ
​ວີ​ຊາ ​ໃນ​ຖານະ​ເປັນຄູ່​ໝັ້ນ. ທັງ​ສອງ​ຄົນ​ບໍ່ເຄີຍ​ມີ​ປະ ຫວັດການ​ກະ​ທຳ​ຜິດມາ​ກ່ອນ ​ແລະ​
ບໍ່​ໄດ້​ຢູ່​ບັນຊີ​ລາຍ​ຊື່​ບຸກຄົນ​ທີ່​ຖືກ​ສິ້ງຊອມ.

ປະທານາທິບໍດີ Barack Obama ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ຂ້າພະ​ເຈົ້າ ສາມາດ
ຄໍ້າປະກັນ ຕໍ່ປະຊາຊົນ​ອາ​ເມຣິກັນ ​ໄດ້​ວ່າ ພວກ​ເຮົາຈະ​ໄປ​ເຖິງ​ທີ່​ມາ​ຂອງ​ເລື້ອງ​ນີ້.”
ປະທານາທິບໍດີ Obama ຕຳຫລວດ ​ແລະຫ້ອງການ​ສັນຕິ​ບານ ລັດຖະບານ​ກາງ FBI
​ບໍ່ໄດ້​ປະຕິ​ເສດ​ ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ກ່ຽວ​ກັບ​ເລື້ອງນີ້​ວ່າ ​ອາດເປັນການ​ກໍ່​ການ​ຮ້າຍ.
ຍັງ​ເປັນ​ໄປ​ໄດ້​ອີກ​ວ່າ ການຍິງ​ສັງຫານ​ອາດ​ນີ້ ອາດ​ພົວພັນ​ກັບການ​ຜິດ​ຖຽງ​ກັນ​ກ່ຽວ​ກັບ
​ເລື້ອງ​ວຽກ​ງານ.

​ແຕ່​ວ່າ ຮອງ​ຫົວໜ້າອົງການ FBI ​ໃນ​ນະຄອນ Los Angeles ທ່ານ David Bowditch
ກ່າວ​ວ່າ ມັນ​ເປັນ​ແຜນ​ທີ່​ແຈ້ງ​ຂາວ.

ທ່ານ Bowdich ກ່າວວ່າ “​ມັນ​ເປັ​ນການ​ປະຕິບັດ​ງານ​ທີ່​ເຫັນ​ແຈ້ງ​ຢູ່​ທີ່​ນີ້. ພວກ​ເຮົາ​ຮູ້.
ພວກເຮົາ​ບໍ່​ຮູ້​ວ່າ​ເປັນ​ຫຍັງ. ພວກ​ເຮົາ​ບໍ່​ຮູ້​ວ່າ ນີ້​ເປັນ​ເປົ້າ​ໝາ​ຍທີ່​ໄດ້​ຕັ້ງ​ໃຈ​ເອົາ​ໄວ້ ຫລື​ວ່າ
ມີ​ສິ່ງ​ໃດ​ທີ່​ກະ​ຕຸ້ນ​ໃຫ້​ລາວ​ເຮັດ​ຢ່າງ​ກະທັນຫັນ​.” ທ່ານ​ຍັງ​ກ່າວ​ວ່າ ອົງການ FBI ກຳລັງ
​ກວດ​ເບິ່ງ​ເຄື່ອງຄອມ​ພິວ​ເຕີ ​ເພື່ອ​ຊອກ​ຫາ​ຫລັກ​ຖານ.

ຕຳຫລວດ ກ່າວ​ວ່າ ທ້າວ Farook ​ໄດ້ໄປ​ຮ່ວມ​ໃນ​ງານ​ກິນ​ລ້ຽງ ​ແຕ່ໜີ​ອອກ​ໄປ ​ແລ້ວ​ກັບ
​ຄືນ​ມາພ້ອມ​ກັບ​ເມຍ​ຂອງ​ລາວ. ທັງ​ສອງ​ຄົນໄດ້ນຸ່ງ​ເຄຶ່ອງ “ທີ່​ທຳ​ການ​ໂຈມຕີ” ຕິດ​ອາວຸດ
ປືນ​ຍາວ ​ແລະ​ປືນ​ສັ້ນ.

ຮ້ອຍ​ຕຳຫລວດ​ຕີ Mike Madden ​ແຫ່ງ​ເມືອງ San Bernardino ເປັນ​ຜູ້​ທຳ​ອິດ ​ທີ່​ໄດ້
ໄປເຖິງ​ບ່ອນ​ເກີດ​ເຫດ. ທ່ານ​ກ່າວ​ຕໍ່ບັນດາ​ນັກ​ຂ່າວ​ວ່າ​ ເຫດ​ຮ້າຍ​ດັ່ງ ກ່າວ “​ແມ່ນ​ຕ່ຳ​ຊ້າ
​ຈົນບໍ່​ສາມາດ​ອະທິບາຍ​ເປັນ​ຄຳ​ເວົ້າ​ໄດ້” ​ແລະ​ພວກ​ທີ່​ບໍ່​ໄດ້​ຮັບ​ບາດ​ເຈັບ​ “ມີ​ຄວາມ​ຢ້ານ
​ກົວ​ທີ່​ສຸດ” ຢູ່່​ໃນ​ໃບ​ໜ້າ​ຂອງ​ເຂົາ​ເຈົ້າ.

ຫັລງຈາກ​ການ​ໂຈມຕີສູນ​ກາງດັ່ງກ່າວ​ແລ້ວ ທັງ​ສອງ​ຄົນ​ພາກັນ​ຫລົບໜີ ໃນ​ລົດ SUV
ສີ​ດຳ​ ທີ່​ຕຳຫລວດ​ໄດ້ພົບ​ເຫັນ ​ຢູ່​ໃກ້​ກັບເມືອງ Redlands ຈຶ່ງ​ພາ​ໃຫ້​ມີ​ການຍິງ​ກັນ​ເກີດ
​ຂຶ້ນ. ພວກ​ເຈົ້າ​ໜ້າ​ທີ່ ໄດ້​ຍິງປືນ​ເກືອບ 400 ນັດ​ໃສ່ລົດຄັນດັ່ງ ກ່າວສັງຫາ​ນຄູ່​ຜົວ​ເມຍ
ຕາຍຄາທີ່. ​ເຈົ້າ​ໜ້າ​ທີ່​ສອງຄົນ​ໄດ້​ຮັບ​ບາດ​ເຈັບ​ແຕ່​ບໍ່​ຮ້າ​ຍ​ແຮງ.

ການ​ສັງຫານ​ໝູ່ ​ໄດ້​ເປັນ​ທີ່​ຕຶ່ນຕົກ​ໃຈ​ແກ່​ປະຊາ​ຄົມ​ມຸສລິ​ມສະຫະລັດ ຊຶ່ງ​ບັນດາ​ຜູ້ນຳ​ກ່າວ​
ວ່າ ​ເຂົາ​ເຈົ້າ​ພາກັນ​ເສຍ​ອົກ​ເສຍ​ໃຈ ​ແລະ​ຢ້ານກົວ​ດັ່ງ​ທຸກໆຄົນ​.

California Shooting
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG