ຫຸ່ນຍົນ ຫລື ເຄື່ອງໂຣບັອດ ໄດ້ຖືກນຳມາເຮັດວຽກໃນການປະກອບລົດຢູ່ໃນໂຮງງານ
ຕ່າງໆ, ຕອບຄຳຖາມຕ່າງໆ ຢູ່ງານວາງສະແດງ ແລະໃນເຂດຮັບຕ້ອນຂອງໂຮງແຮມ,
ຍົກກ່ອງສິ່ງຂອງຢູ່ໃນສາງ ແລະສິ່ງອື່ນໆອີກ. ດຽວນີ້ ທີມງານນຶ່ງ ຢູ່ໃນມະຫາວິທະຍາ
ໄລ ພາກໃຕ້ຂອງລັດຄາລິຟໍເນຍ ກຳລັງສຶກສາຄົ້ນຄວ້າເບິ່ງວ່າ ຫຸ່ນຍົນຈະສາມາດ
ເຮັດວຽກໂອ້ລົມກັບເດັກນ້ອຍທີ່ເປັນໂຣກຜິດປົກກະຕິ ທາງດ້ານການສື່ສານ ແລະ
ການປະພຶດ ຫລື ອໍທິສຕິກໄດ້ດີປານໃດ ເພື່ອຈະສະໜອງການ ຊ່ວຍເຫລືອແລະການ
ສອນພວກເຂົາເຈົ້າ. ເຟດ ລາພີດັສ, ນັກຂ່າວວີໂອເອ ມີລາຍລະອຽດກ່ຽວກັບເລື້ອງນີ້
ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ທ້າວເອດຣຽນ (Adrien) ອາຍຸ 6 ປີ ກຳລັງຫລິ້ນເກມກັບ ກີວີ ເພື່ອນທີ່ເປັນຫຸ່ນຍົນຂອງ
ລາວຢູ່.
ຫຸ່ນຍົນກີວີເວົ້າວ່າ: ນີ້ເປັນການເຮັດໄດ້ດີຫລາຍ.
ເອດຣຽນ ແມ່ນຢູ່ໃນການເປັນໂຣກຜິດປົກກະຕິທາງດ້ານການສື່ສານ ແລະ ການປະພຶດ
ປະສົມປະສານກັນ ຫລືໂຣກອໍທິສຕິກ ແລະກີວີບໍ່ແມ່ນຂອງຫລິ້ນ ມັນແມ່ນ "ຫຸ່ນຍົນທີ່ໃຫ້
ການຊ່ວຍເຫລືອດ້ານສັງຄົມ."
ຫຸ່ນຍົນກີວີເວົ້າອີກວ່າ: ເຈົ້າເຮັດໄດ້ດີຫລາຍອີ່ຫລີ. ເອົາຈົ່ງສືບຕໍ່ເຮັດໃຫ້ດີເດີ້.
ທ່ານນາງມາຍຢາ ແມທາຣິກ ຈາກມະຫາວິທະຍາໄລພາກໃຕ້ລັດຄາລິຟໍເນຍກ່າວວ່າ
"ຫຸ່ນຍົນທີ່ໃຫ້ການຊ່ວຍເຫລືອດ້ານສັງຄົມ ແມ່ນເປັນວຽກງານໃນຂົງເຂດໃໝ່ ທີ່ພວກ
ເຮົາໄດ້ສ້າງຂຶ້ນມາ ໃນເວລາປະມານ 15 ປີກ່ອນ ໂດຍອີງໃສ່ຄວາມສາມາດຂອງຫຸ່ນ
ຍົນໃນການຊ່ວຍເຫລືອຄົນ. ເດັກນ້ອຍຫລາຍຄົນ ທີ່ເປັນໂຣກຜິດປົກກະຕິທາງດ້ານ
ການສື່ສານ ແລະການປະພຶດປະສົມປະສານກັນ ຫລື ອໍທິສຕິກ ສາມາດທີ່ຈະມີການ
ຕອບກັບຕໍ່ຫຸ່ນຍົນໃນທາງທີ່ດີໄດ້ ແລະທີ່ຈິງແລ້ວ ມັນສາມາດ ທີ່ຈະເປັນການຊຸກຍູ້
ແລະຮຽນຮູ້ທັກສະໃນສັງຄົມໄດ້ອີກດ້ວຍ."
ໂດຍໄດ້ຮັບການສະໜັບສະໜຸນຈາກມູນນິທິດ້ານວິທະຍາສາດທຳມະຊາດ, ນັກວິທະຍາ
ສາດດ້ານຫຸ່ນຍົນມາຍຢາ ແມທາຣິກ (Maja Mataric) ແລະທີມງານນຶ່ງກຳລັງສ້າງແລະ
ເຮັດໂປຣແກຣມຂອງພວກຫຸ່ນຍົນ ທີ່ມີລັກສະນະພິເສດແຕກຕ່າງໝູ່ນີ້ ຢູ່ໃນຫ້ອງທົດລອງ
ຂອງພວກເຂົາເຈົ້າທີ່ມະຫາວິທະຍາໄລພາກໃຕ້ຂອງລັດຄາລິຟໍເນຍ. ພວກເຂົາເຈົ້າທັ້ງປະ
ຕິບັດງານກັບພວກເຮັດຫຸ່ນຕຸກກະຕາ ເພື່ອອອກແບບໜ້າຕາຂອງມັນອີກດ້ວຍ. ມັນເປັນ
ສ່ວນນຶ່ງ ຂອງການສຶກສາຄົ້ນຄວ້າ ຢູ່ພາກສະໜາມ ທີ່ບໍ່ເຄີຍມີກາກ່ອນ ທີ່ອອກແບບມາ
ເພື່ອຈະເບິ່ງວ່າ ເດັກນ້ອຍ ຄືທ້າວເອດຣຽນນີ້ ຈະໄດ້ຮັບຜົນປະໂຫຍດຈາກການມີຫຸ່ນຍົນ
ທີ່ຊ່ວຍດ້ານສັງຄົມຢູ່ເຮືອນໄດ້ແນວໃດ.
ຫຸ່ນຍົນກີວີເວົ້າວ່າ: ອັນນີ້ ແມ່ນດີສຸດ ແລະເລີດເລີຍຫລະ.
ທ່ານນາງ ແມທາຣິກ ກ່າວເພີ້ມອີກວ່າ "ສະນັ້ນ, ຈຸດປະສົງກໍຄື ທຳການຄົ້ນຄວ້າ ສິ່ງ
ທີ່ເກີດຂຶ້ນຢ່າງແທ້ຈິງ ເມື່ອຫຸ່ນຍົນຢູ່ໃນເຮືອນ ເປັນເວລາດົນໆໄປ."
ນັກຄົ້ນຄວ້າທ່ານນຶ່ງກ່າວວ່າ: "ພວກເຮົາມີຫຸ່ນຍົນສອງ ສາມອັນອອກມາໃຊ້ຢູ່ໃນເວລານີ້."
ສາດສະດາຈານ ແມທາຣິກ ແລະນັກສຶກສາຂອງທ່ານນາງ ເຮັດວຽກຢ່າງໃກ້ສິດກັບທ່ານ
ນາງ ຈີແຊລ ຣາກູຊາ (Gisele Ragusa) ນັກຈິດຕະວິທະຍາດ້ານການຮຽນຮູ້. ທ່ານນາງ
ໄດ້ຊ່ວຍໃນດ້ານເນື້ອໃນຂອງເກມ, ການລະດົມເອົາຄອບຄົວມາເຂົ້າຮ່ວມໂຄງການຄົ້ນ
ຄວ້າ, ແລະ ປະເມີນຄວາມກ້າວໜ້າຂອງເດັກນ້ອຍຢູ່ໃນໂຄງການນັ້ນ.
ທ່ານນາງຣາກູຊາ (Ragusa) ຈາກມະຫາວິທະຍາໄລ ພາກໃຕ້ຂອງລັດຄາລິຟໍເນຍກ່າວ
ວ່າ "ຄວາມຄິດຢູ່ເບື້ອງຫລັງຂອງປະສົບການຢູ່ໃນເຮືອນທັງໝົດ ທັງປວງ ກໍແມ່ນວ່າ
ພວກເຮົາຢາກເອົາການຊ່ວຍເຫລືອ ແລະ ປະຕິກິລິຍາຕອບ ຕໍ່ກັນ ທີ່ມີລັກສະນະເປັນ
ການບຳບັດໄປໃຫ້ເດັກນ້ອຍ ຢູ່ໃນລະດັບຂອງພວກເຂົາ, ຢູ່ໃນສະພາບແວດລ້ອມ ທີ່
ມີພວກເຂົາ ມີຄວາມສະດວກສະບາຍ ທີ່ເຂົາຕ້ອງການຢູ່ໃນ ເຮືອນ ເພື່ອພວກເຂົາຈະ
ສາມາດເລືອກທີ່ຈະທຳປະຕິກິລິຍາຕອບ ໃນເວລາທີ່ເຮັດໄດ້ດີທີ່ສຸດ ແລະສູງທີ່ສຸດ
ສຳລັບການຮ່ຳຮຽນແລະການປະພຶດທາງສັງຄົມຂອງພວກເຂົາ."
ຜົນການສຶກສາເບື້ອງຕົ້ນ ແມ່ນເຮັດໃຫ້ມີຄວາມຫວັງສູງ - ທັກສະໃນການຄິດໄລ່ເລກ
ຂອງເດັກນ້ອຍ ກຳລັງຖືກປັບປຸງຂຶ້ນ ແລະຊຸດຂໍ້ມູນ ທີ່ໄດ້ເກັບກຳມາໂດຍຫຸ່ນຍົນນັ້ນ
ແມ່ນຫລວງຫລາຍຂະໜາດເລີຍ.
ທ່ານນາງ ແມທາຣິກເວົ້າອີກວ່າ "ໃນແຕ່ລະຕອນ ທີ່ເດັກນ້ອຍ ແລະຫຸ່ນຍົນພົວພັນສື່
ສານຕໍ່ກັນນັ້ນ ພວກເຮົາຈະໄດ້ຮັບວີດິໂອ, ສຽງ, ພວກເຮົາຈະໄດ້ຮັບການປະຕິດບັດ
ການຢູ່ໃນເວລາຫລິ້ນເກມ. ສະນັ້ນ, ມີຫລາຍສິ່ງ ຫລາຍຢ່າງ ທີ່ຈະໄດ້ເອົາມາວິໄຈ."
ນັກຄົ້ນຄວ້າເວົ້າອີກວ່າ: ສິ່ງທີ່ຂ້າພະເຈົ້າໃຫ້ທີມງານ ຂຽນຄຳອະທິບາຍປະກອບໃສ່ໃນ
ບົດຄົ້ນຄວ້າ ກໍຄືການຈ້ອງຕາໃສ່...
ທີມງານດັ່ງກ່າວ ໄດ້ບັນທຶກເອົາສະພາບການນີ້ຫລາຍ ເທົ່າທີ່ຈະຫລາຍໄດ້- ບັນທຶກເອົາ
ທຸກຢ່າງນັບແຕ່ການຈ້ອງຕາ ຈົນຮອດການຕອບດ້ວຍການປາກເວົ້າ.
ທ່ານນາງ ແມທາຣິກ ເວົ້າວ່າ "ສະນັ້ນ, ພວກເຮົາຫວັງວ່າ ຈະເກັບກຳເອົາຂໍ້ມູນທີ່ພຽງ
ພໍຈົນເຖິງຂັ້ນທີ່ພວກເຮົາສາມາດຈະຝຶກເຄື່ອງຈັກບາງອັນໃຫ້ຮຽນຮູ້ການຄິດໄລ່ເລກ
ເພື່ອໃຫ້ຫຸ່ນຍົນຂອງພວກເຮົາສາມາດເຮັດໄດ້ດີຂຶ້ນໄປເລື້ອຍໆ ໃນການດັດປັບໃຫ້
ເໝາະກັບເດັກນ້ອຍແຕ່ລະຄົນ.”
ຫຸ່ນຍົນກີວີເວົ້າວ່າ: ຂ້ອຍຂໍໂທດ, ອັນນັ້ນບໍ່ແມ່ນຄຳຕອບທີ່ຖືກຕ້ອງ. ເຈົ້າຈະໄດ້ຮັບຄຳ
ຕອບໃນຕອນຕໍ່ໄປ.
ນອກຈາກເປັນການເສີມໃຫ້ແກ່ການພົວພັນສື່ສານກັບທີ່ເດັກນ້ອຍໄດ້ຮັບຈາກນັກບຳບັດ
ທີ່ເປັນມະນຸດແລ້ວ ຫຸ່ນຍົນທີ່ຊ່ວຍເຫລືອທາງສັງຄົມ ຍັງສາມາດຊ່ວຍ ຄົນທີ່ຢູ່ໂດດດ່ຽວ,
ຮູ້ສຶກປ່ຽວພອຍ ຫລື ເປັນໂລກຊຶມເສົ້າໄດ້ອີກດ້ວຍ.
ທ່ານນາງ ແມທາຣິກກ່າວມ້ວນທ້າຍວ່າ "ພວກຫຸ່ນຍົນນີ້ ສາມາດເຂົ້າໄປໃຊ້ແທນ ບ່ອນ
ທີ່ຄົນບໍ່ສາມາດຊ່ວຍເຫລືອຄົນອື່ນໄດ້. ນັ້ນຄືຈຸດປະສົງຂອງຄວາມຄິດນີ້, ບໍ່ແມ່ນວ່າ
ພວກມັນຈະເອົາໄປໃຊ້ແທນຄົນ, ແຕ່ວ່າ ເວລາທີ່ບໍ່ມີຜູ້ໃດເຮັດ ມັນຈະຕ້ອງມີໃຜຜູ້ນຶ່ງ
ຫລືບໍ່ ກໍຕ້ອງມີສິ່ງໃດສິ່ງນຶ່ງ ເຮັດຢູ່ຫັ້ນແທນ."
ເພື່ອນມາຫາໃນຍາມທີ່ຕ້ອງການ ກໍຄືເພື່ອນແທ້. ບໍ່ວ່າ ຈະແມ່ນຄົນ ຫລື ຫຸ່ນຍົນ ກໍແມ່ນ
ໃຊ້ໄດ້.
Robots have been put to work assembling cars in factories, answering questions at conventions and hotel lobbies, moving packages in warehouses, and more. Now, a team at the University of Southern California is studying how well robots work with autistic children, to offer personalized support and learning.
Six-year-old Adrien is playing a game with his robot friend, Kiwi.
Kiwi: This is some great work.
Adrien is on the autism spectrum, and Kiwi is no toy - it's a "Socially Assistive Robot."
Kiwi: You're doing really great. Keep up the good work.
MAJA MATARIC, UNIVERSITY OF SOUTHERN CALIFORNIA
"Socially assistive robotics is a new field that we actually founded about 15 years ago based on the ability of robots to help people. Many children on the autism spectrum can respond positively to robots, and, in fact, can be motivated and learn social skills."
With support from the National Science Foundation, roboticist Maja Mataric and a team are building and programming these unique robots in their lab at the University of Southern California.
They even worked with a puppeteer to design its look. It's part of a first-of-its-kind field study designed to see how children like Adrien would benefit from having a Socially Assistive Robot in the home.
Kiwi: This is truly above and beyond.
MAJA MATARIC, UNIVERSITY OF SOUTHERN CALIFORNIA
"So, the goal is to really study what happens when the robot is in the home for an extended period of time."
Researcher: We have a few robots deployed now.
Professor Mataric and her students work closely with educational psychologist Gisele Ragusa. She's helped develop the game content, recruit families, and assess the progress of the children in the program.
GISELE RAGUSA, UNIVERSITY OF SOUTHERN CALIFORNIA
"The idea behind the whole in-home experience is that we want to bring the intervention and the therapeutic interaction to the child at their level, in their environment with the kind of comfort that they have and need at home so that they can select to interact at a time that is best and optimal for their learning and for their social behaviors."
Early results are promising - the children's math skills are improving and the datasets collected by the robots are huge.
MAJA MATARIC, "For every session where the child and the robot are interacting, we're getting video, audio, we're getting performance on the game. So, there's much to analyze."
Researcher: What I'm having the team annotate for is eye gaze...
The team documents as much as they can - everything from eye gaze to verbal responses.
MAJA MATARIC said "So, we're hoping to collect enough data to where we can train some machine learning algorithms so that our robot could get better over time in adapting to each child."
Kiwi: I'm sorry, that's not the right answer. You'll get it next time.
In addition to supplementing the interactions a child has with a human therapist, socially assistive robots could help people who are isolated, lonely, or depressed.
MAJA MATARIC said, "They could fill in where people cannot be to help other people. That's the idea, not that they're replacing people, but when there is no one else, someone or something should be there."
A friend in need, is a friend indeed. Human...or robot.