ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການແບ່ງແຍກ ທາງການເມືອງ ເພີ້ມຂຶ້ນ ນັບມື້ ຕາມເສັ້ນຂະໜານ ຂອງເຊື້ອຊາດ ໃນສະຫະລັດ


Polarized US Politics Highlight Fault Lines on Race, Identity
please wait

No media source currently available

0:00 0:02:28 0:00

ເຊີນຊົມວີດີໂອ ພາກພາສາອັງກິດ

ຢູ່ໃນສະຫະລັດ ມີການແບ່ງແຍກ ທາງການເມືອງເພີ້ມຂຶ້ນນັບມື້ ຕາມເສັ້ນຂະໜານຂອງ
ຊົນຊາດ ພ້ອມກັນນັ້ນ ຄຳເວົ້າປຸກລະດົມທາງດ້ານເຊື້ອຊາດ ຂອງປະທານາທິບໍດີ ດໍໂນລ
ທຣຳ ກະຕຸ້ນໃຫ້ເກີດການຖົກຖຽງກັນກ່ຽວກັບວ່າ ການເປັນອາເມຣິກັນ ໝາຍຄວາມວ່າ
ແນວໃດ. ໃນຂະນະທີ່ນັກຂ່າວຂອງວີໂອເອ ບຣາຍແອນ ແພດເດັນ ລາຍງານມາວ່າ
ຄວາມໄຝ່ຝັນຂອງຊາວອາເມຣິກັນ ຊຶ່ງເປັນພື້ນຖານ ທີ່ວ່າ ພວກອົບພະຍົບໝົດທຸກຄົນ
ສາມາດປະກອບສ່ວນເຂົ້າຮ່ວມໃນສັງຄົມ ທີ່ມີວັດທະນະທຳທີ່ຫຼາກຫຼາຍ ໄດ້ຢ່າງກົມກຽວ
ຊຶ່ງໃນສະໄໝນີ້ ແມ່ນຫຍຸ້ງຍາກສັບສົນ ຍ້ອນຄຳຖາມຕ່າງໆ ກ່ຽວກັບວ່າ ຄວາມຈົງຮັກ
ພັກດີ ຄວາມຖືກຕ້ອງຕາມກົດໝາຍ ແລະການຈຳແນກເຊື້ອຊາດ ຊຶ່ງໄຊຈະເລີນສຸກ ຈະ
ນຳເອົາລາຍອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ພວກຕ້ອງຕິ ປະທານາທິບໍດີ ທຣຳ ກ່າວວ່າ ຄຳເວົ້າຂ້ອງທ່ານ ກ່ຽວກັບ ຊາວມຸສລິມ ແລະ
ພວກທີ່ປາກເວົ້າພາສາສະເປນ ຢູ່ໃນອາເມຣິກາ ແລະ ນະ ໂຍບາຍການຈຳກັດຄົນເຂົ້າ
ເມືອງຂອງທ່ານ ນັ້ນ ເປັນການກ່າວໃສ່ຮ້າຍຕໍ່ກຸ່ມ ຊົນຊາດອື່ນໆທັງຫຼາຍ ໃຫ້ຮູ້ສຶກຄື​ກັນ
ກັບວ່າ ບໍ່ແມ່ນຄົນອາເມຣິກັນ ເພື່ອທີ່ຕົນ ຈະໄດ້ປຽບ ທາງດ້ານການເມືອງ.

ທ່ານອານເດຣ ແພຣີ ຈາກສະຖາບັນບຣຸກກິງສ໌ ກ່າວວ່າ “ໃນທີ່ສຸດ ພວກເຮົາຮູ້ດີວ່າ ​ຜູ້
ຄົນ​ກຳ​ລັງ​ໃຊ້ ການຈຳແນກເຊື້ອຊາດຜິ​ວ​ພັນ ເປັນ​ຊ່ອງ​ທາງ​ ໃຫ້​ໄດ້​ມາຊຶ່ງອຳນາດ ແລະ
ຊັບສິນຕ່າງໆ ເພື່ອໃຫ້ສິດທິພິເສດ ແກ່ພວກຄົນບາງສ່ວນແລະ ກໍເປັນພາລະຂອງ
ພວກຄົນອື່ນໆ.”

ສ່ວນພວກທີ່ສະໜັບສະໜຸນທ່ານປະທານາທິບໍດີ ກໍໂຕ້ຖຽງວ່າ ມັນຖືກຕ້ອງແລ້ວ ທີ່ຈະ
ຕ້ອງຍົກເອົາຄວາມເປັນຫ່ວງ ໃນເລື້ອງຂອງຄົນເຂົ້າເມືອງທີ່ບໍ່ມີເອກກະສານຢັ້ງຢືນ ຜູ້ທີ່
ບໍ່ຮຽນພາສາອັງກິດ ຫຼື ຕັ້ງຄຳຖາມ ກ່ຽວກັບຄວາມຈົງຮັກພັກດີຂອງ ຊຸມຊົນຊາວ
ອາເມຣິກັນ ມຸສລິມ ບາງສ່ວນ ຫຼັງຈາກ ຊາວອາເມຣິກັນ ເຊື້ອສາຍ ໂຊມາເລຍ ຈຳນວນ
ນຶ່ງ ຈາກລັດມິນເນໂຊຕາ ໄດ້ໄປເຂົ້າຮ່ວມ ກັບກຸ່ມກະບົດ ອາລ-ຊາບາບ ໃນໂຊມາເລຍ.

ທ່ານໄມໂກລ ບາຣອນ ຈາກສະຖາບັນວິສາຫະກິດຂອງອາເມຣິກາ ກ່າວວ່າ “ຂ້າພະເຈົ້າ
ຄຶດວ່າ ພວກຄົນທົ່ວໄປຮູ້ສຶກເປັນຫ່ວງເປັນໃຍ ກ່ຽວກັບພວກຄົນ ເຂົ້າເມືອງຜິດກົດໝາຍ
ຊຶ່ງເປັນເຫດຜົນທີ່ເຂົ້າໃຈໄດ້. ແລະພວກເຂົາ ຍັງມີ ຄວາມກັງວົນຢູ່ ໃນບາງສ່ວນທີ່ວ່າ
ສະຖາບັນທັງຫຼາຍຂອງພວກເຮົາ ທີ່ຊ່ອຍ ພວກອົບພະຍົບກາຍເປັນພົນລະເມືອງດີ ນັ້ນ
ແມ່ນບໍ່ໄດ້ຜົນດີເທົ່າທີ່ເຄີຍເຮັດ ມາ ເມື່ອນຶ່ງສັດຕະວັດກ່ອນ.”

ຄຳເວົ້າຂອງທ່ານທຣຳ ຊຶ່ງບັນດານັກວິຈານ ກ່າວວ່າ ກໍ່ໃຫ້ເກີດຄວາມເຄັ່ງຕຶງ ດ້ານຊົນ
ຊາດ ເມື່ອທ່ານກ່າວເຖິງ ພວກຄົນເຂົ້າເມືອງຊາວເມັກຊິໂກທີ່ບໍ່ມີເອກ ກະສານຢັ້ງຢືນ
ທັງຫຼາຍ ວ່າ ເປັນພວກອາຊະຍາກອນ ແລະພວກຂົ່ມຂືນແມ່ຍິງ.........

ແລະການກ່າວປະນາມ ຊາວອາເມຣິກັນ ເຊື້ອສາຍອາຟຣິກາ ທີ່ເປັນນັກກິລາ ອາເມຣິກັນຟຸດບອນ ທີ່ຄຸກເຄົ່າລົງເບື້ອງນຶ່ງ ໃນລະຫວ່າງເພງຊາດກຳລັງບັນ ເລັງຢູ່ນັ້ນ ຊຶ່ງເປັນການປະທ້ວງຕໍ່ຕ້ານ ການກະທຳທີ່ໂຫດຮ້າຍຂອງຕຳຫຼວດ ນັ້ນ............

ແລະການເອົາເລື້ອງຄວາມຊື່ສັດຕໍ່ປະເທດຊາດ ມາປຽບທຽບດ້ວຍການສະໜັບສະໜຸນ
ນະໂຍບາຍທັງຫຼາຍຂອງທ່ານ ໃນເວລາດຽວກັນ ທ່ານໄດ້ເອີ້ນ ສະມາຊິກສະພາຕ່ຳ ຊາວ
ອາເມຣິກັນ ມຸສລິມ 2 ທ່ານວ່າ ບໍ່ສັດຊື່ຍ້ອນການສະໜັບ ສະໜຸນ ການເຄື່ອນໄຫວຂວ້ຳ
ບາດຕໍ່ ອິສຣາແອລ ທີ່ເປັນພັນທະມິດຂອງສະ ຫະລັດ ເພາະອິສຣາແອລ ເຂົ້າໄປຍຶດ
ຄອງດິນແດນຂອງປາແລັສໄຕນ໌.


ທ່ານແພຣີ ກ່າວອີກວ່າ “ທ່ານບໍ່ຕ້ອງສະໜັບສະໜຸນ ປະທານາທິບໍດີ ດອກ ທ່ານກໍເປັນ
ຜູ້ຮັກຊາດໄດ້ ແລະແນ່ນອນ ທ່ານບໍ່ຕ້ອງສະໜັບສະໜຸນ ປະທາ ນາທິບໍດີ ທ່ານກໍເປັນ
ອາເມຣິກັນໄດ້. ອັນນັ້ນ ບໍ່ແມ່ນສ່ວນນຶ່ງຂອງເລື້ອງນີ້ ເລີຍ.

ພວກທີ່ປົກປ້ອງ ທ່ານທຣຳ ບໍ່ເອົາຫົວຊານຳ ຂໍ້ກ່າວຫາ ກ່ຽວກັບການຈຳແນກເຊື້ອຊາດ
ໂດຍກ່າວວ່າ ທ່ານທຣຳ ໃຊ້ຄຳເວົ້າແບບກົງໄປກົງມາ ເພື່ອຕອບໂຕ້ຄືນ ຕໍ່ພວກວິພາກ
ວິຈານທ່ານ ແລະພວກຄັດຄ້ານ​ທາງ​ການ​ເມືອງ.

ສ່ວນທ່ານບາຣອນ ໄດ້ໃຫ້ຄຳເຫັນວ່າ “ຂ້າພະເຈົ້າຄຶດວ່າ ທ່ານປະທານາທິບໍດີ ທຣຳ
ກໍເປັນຜູ້ດູຖືກຄົນອື່ນ ຊ່ຳໆກັນ. ຜູ້ໃດກໍຕາມ ທີ່ເຮັດໃຫ້ທ່ານໂມໂຫ ຫຼືຕຳ ນິຕິຕຽນທ່ານ
ກໍຈະຖືກກ່າວປະນາມ ໂດຍບໍ່ສົນໃຈເລື້ອງ ເຊື້ອຊາດ ສາສະໜາ ຜິວພັນ ຫຼື ຕົ້ນກຳເນີດ
ຂອງຄົນຜູ້ນັ້ນເລີຍ.”

ຮອຍແຕກແຍກ ດ້ານຊົນຊາດ​ຊົນ​ເຜົ່າ ແລະເຊື້ອຊາດ ຂອງອາເມຣິກາ ໄດ້ເກີດຂຶ້ນມາ
ແລ້ວ ກ່ອນທີ່ປະທານາທິບໍດີ ທຣຳ ຈະເຂົ້າມາຮັບຕຳແໜ່ງ ແຕ່ທ່ານໄດ້ ນຳເອົາເລື້ອງ
ດັ່ງກ່າວອອກມາໃຫ້ເຫັນຢ່າງຊັດແຈ້ງ ໃນລະຫວ່າງດຳລົງຕຳແໜ່ງ ໃນທຳນຽບຂາວ
ຊຶ່ງເປັນຊ່ວງເວລາ ທີ່ອາເມຣິກາກຳລັງມີຄວາມຫຼາກຫຼາຍດ້ານ ຊົນຊາດຊົນເຜົ່າ ແລະ
ເອກະລັກດ້ານການເມືອງ ທີ່ມີຢູ່ຢ່າງແຜ່ຫຼາຍ.

ອ່ານລາຍງານນີ້ຕື່ມ ເປັນພາສາອັງກິດ

In the United States, the growing political divide along ethnic lines, along with President Donald Trump's racially charged rhetoric, are renewing debate over what it means to be an American.As VOA's Brian Padden reports, the American Dream's premise that all immigrants can assimilate into a diverse cultural melting pot is today complicated by questions of loyalty, legality and racism.

President Trump's critics say his rhetoric about Muslims and Hispanics in America, and his restrictive immigration policies, are maligning entire ethnic groups as un-American to gain political advantage.

(Andre Perry, Brookings Institution)
"At the end of the day we know that people are using racism as a way to gain power and resources for the privilege of some and the burden of others."

The president's supporters argue it is valid to raise concerns about undocumented immigrants who do not learn English, or to question the allegiance of some Muslim-American communities, after a number of Somali-Americans from Minnesota joined the Somalia-based Islamic insurgency al-Shabab.

(Michael Barone, American Enterprise Institute)
"I think that people have qualms about illegal immigrants, which is understandable. And people also have some qualms that our assimilation institutions are not working as well as they did a century ago."

Trump's rhetoric, critics say, has stoked ethnic tensions, in referring to undocumented Mexican immigrants as criminals and rapists....

....denouncing African American football players for kneeling during the national anthem to protest police brutality....

And conflating loyalty to the country with support for his policies when he calledtwo Muslim American congresswomen disloyal for supporting a boycott movement against U.S. ally Israel over its occupation of Palestinian territories.

(Andre Perry, Brookings Institution)
"You don't have to support a president to be patriotic and you certainly don't have to support a president to be American. That just is not part of deal."

Trump's defenders dismiss accusations of racism, saying he uses blunt language to strike back at critics and political opponents.

(Michael Barone, American Enterprise Institute)
"President Trump, I think, is an equal opportunity insulter. Anybody who raises his ire or criticizes him is liable to be insulted regardless of race, creed, color, or ethnic origin."

America's ethnic and racial fault lines predate Trump's presidency but have been brought into sharper relief during his time in the White House, a period in which America is becoming more diverse and identity politics more prevalent.

XS
SM
MD
LG