ສະພາສູງຂອງໂປແລນ ໄດ້ຮັບຜ່ານຮ່າງກົດໝາຍ ທີ່ຈະລົງໂທດຕໍ່ການສະເໜີແນະວ່າ
ຊາວໂປແລນ ຮັບຜິດຊອບກ່ຽວກັບໂທດກຳຂອງພວກນາຊີ ທີ່ໄດ້ກໍ່ຂຶ້ນ ໃນປະເທດ
ດັ່ງກ່າວ ໃນລະຫວ່າງການຂ້າລ້າງເຊື້ອຊາດເຜົ່າພັນຊາວຢິວ ຫຼື ໂຮໂລຄອສ.
ສະມາຊິກສະພາສູງ ໄດ້ຮັບຜ່ານມາດຕະການທີ່ວ່ານີ້ ໃນວັນພະຫັດມື້ນີ້ ດ້ວຍຄະແນນ
57 ຕໍ່ 23. ສະພາຕ່ຳຂອງໂປແລນ ໄດ້ໃຫ້ການອະນຸມັດຕໍ່ມາດຕະການດັ່ງກ່າວ ໃນສັບ
ປະດາແລ້ວນີ້. ກ່ອນຈະເປັນກົດໝາຍໄດ້ ມາດຕະການສະບັບນີ້ຕ້ອງການ ພຽງແຕ່ລາຍເຊັນຂອງປະທານາທິບໍດີ ແອນເຊຈ ດູດາ (Andzej Duda) ເທົ່ານັ້ນ.
ກົດໝາຍທີ່ວ່ານີ້ ຈະຖືວ່າເປັນຄວາມຜິດ ທີ່ຈະເອີ້ນການຂ້າລ້າງເຊື້ອຊາດເຜົ່າພັນ
ຊາວຢິວ ຂອງພວກນາຊີ ວ່າ ເປັນການອາຊະຍາກຳຂອງຊາວໂປແລນ ຫຼືສູນມໍລະນະ
ຂອງນາຊີວ່າເປັນສູນມໍລະນະຂອງໂປແລນ ເຖິງແມ່ນວ່າ ການກໍ່ໂທດກຳທີ່ໂຫດຮ້າຍ
ປ່າເຖື່ອນທີ່ສຸດຂອງນາຊີຈຳນວນນຶ່ງ ໄດ້ເກີດຂຶ້ນຢູ່ໃນດິນແດນຂອງໂປແລນ ກໍຕາມ.
ສະຫະລັດ ໄດ້ສະແດງເປັນຫ່ວງ ກ່ຽວກັບການເອົາມາດຕະການທີ່ວ່ານີ້ຈະມີຜົນກະທົບ
ແນວໃດ ຕໍ່ສິດເສລີພາບໃນການປາກເວົ້າ ແລະສາຍພົວພັນລະຫວ່າງໂປແລນກັບ
ສະຫະລັດແລະ ອິສຣາແອລ.
“ພວກເຮົາເຂົ້າໃຈ ຄຳເວົ້າເຊັ່ນວ່າ “ສູນມໍລະນະຂອງໂປແລນ ນັ້ນແມ່ນບໍ່ຖືກຕ້ອງ
ພາໃຫ້ເຂົ້າໃຈຜິດ ແລະເຈັບປວດ,” ນັ້ນຄືຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງແຮເຕີ ນາວເອີດໄດ້ກ່າວ ຢູ່ໃນຖະແຫຼງການສະບັບນຶ່ງ ໃນວັນພຸດ
ວານນີ້ ແລະທ່ານນາງ ຍັງໄດ້ກ່າວຕື່ມວ່າ “ພວກເຮົາທັງຫຼາຍ ຄວນຈະມີຄວາມລະມັດ
ລະວັງໃນການທີ່ຈະບໍ່ຂັດຂວາງການສົນທະນາ ແລະການອອກຄວາມເຫັນ ກ່ຽວກັບ
ການຂ້າລ້າງເຊື້ອຊາດເຜົ່າພັນຊາວຢິວ. ພວກເຮົາເຊື່ອໃນການອະພິປາຍ ແບບເປີດ
ກວ້າງ. ການໃຫ້ທຶນການສຶກສາ ແລະການສຶກສາ ແມ່ນເປັນວິທີທາງທີ່ດີທີ່ສຸດ ທີ່ຈະ
ຮັບມືກັບການການປາກເວົ້າທີ່ບໍ່ຖືກຕ້ອງ ແລະເຈັບປວດນີ້.”
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ໄດ້ກ່າວວ່າ ອິສຣາແອລ
ຈະບໍ່ຍອມຮັບເອົາ ຕໍ່ການ “ບິດເບືອນຄວາມຈິງ, ຂຽນປະຫວັດສາດໃໝ່ ແລະປະຕິເສດ
ເຖິງການຂ້າລ້າງເຊື້ອຊາດເຜົ່າພັນຊາວຢິວ.”
ພວກນັກຊ່ຽວຊານ ບາງທ່ານຢ້ານກົວວ່າ ກົດໝາຍໃໝ່ຂອງໂປແລນນີ້ ອາດໝາຍເຖິງ
ການຈຳຄຸກຂອງພວກທີ່ລອດຊີວິດມາໄດ້ ຈາກການຂ້າລ້າງເຊື້ອຊາດເຜົ່າພັນຊາວຢິວ
ເວລາກ່າວເຖິງຄວາມທຸກທໍລະມານຂອງພວກເຂົາເຈົ້າ. ມາດຕະການທີ່ວ່ານີ້ ແມ່ນຍົກ
ເວັ້ນວຽກງານດ້ານສິນລະປະ ແລະການວິໄຈຄົ້ນຄວ້າ.
ປະທານາທິບໍດີ ແອນເຊຈ ດູດາ ໄດ້ກ່າວໃນສັບປະດານີ້ວ່າ ມັນບໍ່ມີສະຖາບັນໃດເຂົ້າມາປະກອບສ່ວນ ໂດຍໂປແລນ ກ່ຽວກັບເລື່ອງໂຮໂລຄອສ ນີ້, ແຕ່ກໍໄດ້ຮັບຮູ້ວ່າ ມີການກະ
ທຳໃນການກໍ່ຄວາມຜິດຂອງຊາວຢິວ ຈາກສ່ວນບຸກຂອງຊາວໂປແລນ.
“ມັນມີພວກຜູ້ຄົນທີ່ປ່າເຖື່ອນ ທີ່ສາມາດຂາຍເພື່ອນບ້ານຂອງຕົນເພື່ອເງິນ. ແຕ່ນັ້ນ
ບໍ່ແມ່ນໃນປະເທດໂປແລນ. ມັນບໍ່ແມ່ນການກະທຳທີ່ມີການຈັດຕັ້ງ,” ນັ້ນຄືຄຳເວົ້າ
ຂອງທ່ານດູດາ ທີ່ໄດ້ກ່າວໄວ້.