ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂປແລນ ວາງມາດຕະການລົງໂທດ ຕໍ່ຊາວເບລາຣຸສ 365 ຄົນ ຍ້ອນການຕັດສິນແບບ 'ໜັກເກີນໄປ' ຕໍ່ນັກຂ່າວ


ແຟ້ມພາບ - ນັກຂ່າວ ທ່ານ ອານເດຣັຈ ໂປກໂຊບູຕ (Andrzej Poczobut), ກາງ, ຢືນຢູ່ໃນຫ້ອງຂັງຂອງໂຈດ ໃນລະຫວ່າງການດຳເນີນຄະດີຂອງສານ ໃນເມືອງໂກຣດໂນ ຂອງເບລາຣຸສ, ວັນທີ16 ມັງກອນ 2023.
ແຟ້ມພາບ - ນັກຂ່າວ ທ່ານ ອານເດຣັຈ ໂປກໂຊບູຕ (Andrzej Poczobut), ກາງ, ຢືນຢູ່ໃນຫ້ອງຂັງຂອງໂຈດ ໃນລະຫວ່າງການດຳເນີນຄະດີຂອງສານ ໃນເມືອງໂກຣດໂນ ຂອງເບລາຣຸສ, ວັນທີ16 ມັງກອນ 2023.

ໂປແລນ ໄດ້ວາງມາດຕະການລົງໂທດຕໍ່ພົນລະເມືອງຂອງເບລາຣຸສ 365 ຄົນ ແລະກັກຊັບສິນດ້ານການເງິນຂອງ 20 ອົງການຈັດຕັ້ງ ແລະອີກ 16 ຄົນ ທີ່ກ່ຽວຂ້ອງກັບນະຄອນຫຼວງຂອງຣັດເຊຍ ໃນການ​ສະ​ແດງ​ປະ​ຕິ​ກິ​ລິ​ຍາຕໍ່ສິ່ງທີ່ຕົນໄດ້ປະນາມວ່າ ເປັນຄຳຕັດສິນຕໍ່ນັກຂ່າວທີ່ “ໜັກເກີນໄປ” ໃນວັນຈັນວານນີ້ ອີງຕາມອົງການຂ່າວເອພີ.

ພາຍໃຕ້ມາດຕະການລົງໂທດດັ່ງກ່າວ ທີ່ໄດ້ປະກາດໂດຍກະຊວງພາຍໃນຂອງໂປແລນ ຊຶ່ງຊາວເບລາຣຸສ 365 ຄົນ ຈະຖືກຫ້າມບໍ່ໃຫ້ເຂົ້າໄປໃນເຂດ ສເຈັນເກັນ (Schengen) ອັນເປັນເຂດທີ່ບໍ່ຕ້ອງມີວີຊາເພື່ອການເດີນທາງໃນຢູໂຣບ. ກຸ່ມຄົນເຫຼົ່ານັ້ນ ລວມມີບັນດາ ສະມາຊິກສະພາ ຜູ້ພິພາກສາ ໄອຍະການ ສະມາຊິກສື່ມວນຊົນຂອງທາງການ ນັກກິລາ ແລະພວກພະນັກງານລັດວິສາຫະກິດ.

ການເຄື່ອນໄຫວນີ້ ເປັນສະພາບການຫຼ້າສຸດ ທ່າມກາງຄວາມເຄັ່ງຕຶງໃນຄວາມສຳພັນລະຫວ່າງ ໂປແລນ, ສະມາຊິກຂອງອົງການເນໂຕ້ ແລະສະຫະພາບຢູໂຣບ, ກັບເບລາຣຸສ ຊຶ່ງເປັນປະເທດຕິດຊາຍແດນທາງຕາເວັນອອກສຽງເໜືອຂອງຕົນ ທີ່ເປັນພັນທະມິດກັບຣັດເຊຍ ແລະ ນຳພາໂດຍປະທານາທິບໍດີ ຜະ ເດັດການ ອາແລັກແຊນເດີ ລູກາເຊັງໂກ ຜູ້ທີ່ໄດ້ກຳອຳນາດນັບແຕ່ປີ 1994 ເປັນຕົ້ນມາ.

ກະຊວງພາຍໃນຂອງໂປແລນ ໄດ້ກ່າວວ່າ “ພວກຄົນເຫຼົ່ານີ້ ສົ່ງເສີມລະບອບການປົກຄອງຂອງເບລາຣຸສ ແລະຍັງໄດ້ມີສ່ວນກ່ຽວຂ້ອງໃນການເຮັດໃຫ້ມີຄວາມຊອບທຳ ແລະສະໜັບສະໜຸນນະໂຍບາຍທີ່ກົດຂີ່ຂົ່ມເຫັງ ຂອງອຳນາດການປົກຄອງໃນມິງສ໌. ພວກເຂົາຍັງຮັບຜິດຊອບສຳລັບການລົງໂທດທີ່ມີແຮງ ຈູງໃຈທາງດ້ານການເມືອງຕໍ່ ທ່ານອານເດຣັຈ ໂປກໂຊບຸຕ (Andrzej Poczobut) ໃນການແຈ້ງຂໍ້ກ່າວຫາທີ່ບໍ່ຈິງ.”

ສານສູງສຸດນຂອງເບລາຣຸສ ໃນວັນສຸກຜ່ານມານີ້ ໄດ້ຢັ້ງຢືນຕາມການລົງໂທດໃຫ້ຂັງຄຸກແປດປີ ຕໍ່ທ່ານໂປກໂຊບຸຕ ຜູ້ທີ່ມີຊື່ສຽງແລະເປັນສະມາຊິກຂອງຊົນກຸ່ມນ້ອຍຂອງໂປແລນ ທີ່ມີຂະໜາດໃຫຍ່ສົມຄວນຂອງປະເທດ ແລະເປັນນັກຂ່າວລາຍງານໃຫ້ແກ່ໜັງສືພິມຊັ້ນນຳໃນໂປແລນ.

ຄຳຕັດສິນດັ່ງກ່າວ ຕໍ່ນັກຂ່າວ ທ່ານໂປກໂຊບຸຕ ອາຍຸ 50 ປີ ຂອງໜັງສືພິມລາຍວັນ ກາຊີຕາ ໄວໂບຣຊາ (Gazeta Wyborcza) ທີ່ເສລີນິຍົມຂອງໂປແລນ ແມ່ນຖືກມອງວ່າ ເປັນສ່ວນນຶ່ງໃນການປາບປາມຄັ້ງໃຫຍ່ ຂອງລັດຖະ ບານເບລາຣຸສ ຕໍ່ບັນດາ ຜູ້ທີ່ມີຊື່ສຽງຝ່າຍຄ້ານ, ນັກເຄື່ອນໄຫວເພື່ອສິດທິມະ ນຸດ ແລະນັກຂ່າວອິດສະຫຼະທັງຫຼາຍ.

ຜູ້ນຳຝາຍຄ້ານຂອງເບລາຣຸສ ທ່ານນາງ ສະວຽດລານາ ຊີການູສກາຍຢາ (Sviatlana Tsikhanouskaya) ໄດ້ເອີ້ນການເຄື່ອນໄຫວຂອງໂປແລນນັ້ນ ວ່າ “ເປັນການສະແດງອອກທ່າທີ່ຂອງຄວາມສາມັກຄີທີ່ສຳຄັນກັບ ອານເດຣັຈ ໂປກໂຊບຸຕ ແລະຊາວເບລາຣຸສທຸກຄົນ ຜູ້ທີ່ຕ້ອງທົນທຸກທໍລະມານຈາກນ້ຳມືຂອງລະບອບການປົກຄອງນີ້.”

Poland imposed sanctions Monday on 365 Belarusian citizens and froze the financial assets of 20 entities and 16 other people associated with the Russian capital in reaction to what it condemned as a "draconian" verdict against a journalist.

Under the sanctions announced by Poland's interior ministry, the 365 Belarusians will be barred from entering the Schengen area, an area of visa-free travel in Europe. The group includes lawmakers, judges, prosecutors, members of state media, athletes and people working for state enterprises.

The move is the latest development amid a tense relationship between Poland, a member of NATO and the European Union, and Belarus, a country on its northeastern border that is allied with Russia and led by an authoritarian president, Alexander Lukashenko, who has held power since 1994.

"These people promoted the Belarusian regime and were also involved in legitimizing and supporting the repressive policy of the authorities in Minsk. They are also responsible for the politically motivated sentence against Andrzej Poczobut, issued on false charges," the interior ministry said.

Belarus' Supreme Court on Friday upheld an eight-year prison sentence against Poczobut, a prominent member of the country's sizable Polish minority and a correspondent for a top newspaper in Poland.

The rulings against Poczobut, a 50-year-old reporter with Poland's liberal Gazeta Wyborcza daily, is seen as part of the Belarusian government's sweeping crackdown on opposition figures, human rights activists and independent reporters.

Belarusian opposition leader Sviatlana Tsikhanouskaya called Poland's move "an important gesture of solidarity with Andrzej Poczobut and all Belarusians who suffer at the hands of the regime."

XS
SM
MD
LG