ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂປແລນ ກ່າວຫາ ເບລາຣຸສ ວ່າ ກໍ່ການຮ້າຍ ຢູ່ທີ່ເຂດຊາຍແດນ ລະຫວ່າງ ສອງປະເທດ


ນາຍົກລັດຖະມົນຕີຂອງໂປແລນ ທ່ານມາຕຸສຊ໌ ມໍຣາວິກີ ກ່າວຕໍ່ບັນດາສະມາຊິກທະຫານຢູ່ໃກ້ເຂດແນວໜ້າ, ໃນຂະນະທີ່ພວກອົບພະຍົບຫຼາຍຮ້ອຍຄົນ ໄດ້ໄປເຕົ້າໂຮມກັນຢູ່ຊາຍແດນຟາກຂອງເບລາຣຸສ of the border with ຕິດກັບໂປແລນ ໃນຄວາມພະຍາຍາມ ທີ່ຈະຂ້າມຊາຍແດນ, ໃກ້ກັບເຂດ Kuznica Bialostocka ຂອງໂປແລນ, ວັນທີ 9 ພະຈິກ 2021.
ນາຍົກລັດຖະມົນຕີຂອງໂປແລນ ທ່ານມາຕຸສຊ໌ ມໍຣາວິກີ ກ່າວຕໍ່ບັນດາສະມາຊິກທະຫານຢູ່ໃກ້ເຂດແນວໜ້າ, ໃນຂະນະທີ່ພວກອົບພະຍົບຫຼາຍຮ້ອຍຄົນ ໄດ້ໄປເຕົ້າໂຮມກັນຢູ່ຊາຍແດນຟາກຂອງເບລາຣຸສ of the border with ຕິດກັບໂປແລນ ໃນຄວາມພະຍາຍາມ ທີ່ຈະຂ້າມຊາຍແດນ, ໃກ້ກັບເຂດ Kuznica Bialostocka ຂອງໂປແລນ, ວັນທີ 9 ພະຈິກ 2021.

ນາຍົກລັດຖະມົນຕີຂອງໂປແລນ ທ່ານມາຕຸສຊ໌ ມໍຣາວິກີ (Mateusz Morawiecki) ໃນວັນພຸດວານນີ້ ໄດ້ກ່າວຫາເບລາຣຸສ ວ່າເປັນ “ປະເທດກໍ່ການຮ້າຍ” ໂດຍການມີສ່ວນກ່ຽວຂ້ອງກັບວິກິດການດ້ານອົບພະຍົບຢູ່ຊາຍແດນລະຫວ່າງທັງສອງປະເທດ.

ທ່ານມໍຣາວິກີ ໄດ້ໃຫ້ຄຳເຫັນດັ່ງກ່າວ ຕໍ່ບັນດານັກຂ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັບປະທານສະພາຂອງຢູໂຣບ ທ່ານຊອລສ໌ ມິດໂຊລ (Charles Michel) ໃນນະຄອນຫຼວງວໍຊໍ ຜູ້ທີ່ໄດ້ເດີນທາງມາຍັງໂປແລນ ເພື່ອສະແດງການສະໜັບສະໜຸນຂອງສະຫະພາບຢູໂຣບ ແກ່ໂປແລນ ກ່ຽວກັບສະຖານະການດ້ານອົບພະຍົບ.

ໂປແລນ ແລະສະຫະພາບຢູໂຣບ ຫຼື EU ຕ່າງກໍກ່າວຫາລັດຖະບານເບລາຣຸສຂອງປະທານາທິບໍດີ ອາແລັກແຊນເດີ ລູກາເຊັງໂກ (Alexander Lukashenko) ວ່າ ນຳໃຊ້ເລື້ອງຂອງອົບພະຍົບ “ເປັນອາວຸດ” - ທີ່ມາຈາກອາຟຣິກາ ຕາເວັນອອກກາງ ແລະອັຟການິສຖານ ໂດຍສ່ວນໃຫຍ່ -ໂດຍເຊື້ອເຊີນພວກເຂົາໃຫ້ເຂົ້າມາໃນເບລາຣຸສ ແລະຕ້ອນເອົາພວກເຂົາໄປຍັງຊາຍແດນຂອງໂປແລນ ບາງເທື່ອດ້ວຍການບັງຄັບ.

ກຳລັງທະຫານຂອງໂປແລນ ໄດ້ປະທະກັບພວກອົບພະຍົບເປັນບາງຄັ້ງບາງຄາວ ໃນຂະນະທີ່ພວກເຂົາໄດ້ພະຍາຍາມທີ່​ຈະ​ບຸກຂ້າມຊາຍແດນ. ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຂອງໂປແລນໄດ້ກ່າວວ່າ ອາດຈະມີພວກອົບພະຍົບຫຼາຍເຖິງ 12,000 ຄົນຢູ່ໃນເບລາຣຸສ ທີ່ໄດ້ຕັ້ງທີ່ພັກໃກ້ກັບເຂດ​ຊາຍ​ແດນຂອງໂປແລນ.

ຢູ່ທີ່ກອງປະຊຸມຖະແຫລງຂ່າວນັ້ນ ທ່ານມໍຣາວິກີ ໄດ້ກ່າວວ່າ ທ່ານເຊື່ອວ່າ ການກະທຳຢູ່ທີ່ຊາຍ​ແດນ ແມ່ນການ “ລ້າງແຄ້ນ” ຂອງທ່ານລູກາເຊັງໂກ ເພາະວ່າໂປແລນ ພ້ອມກັນກັບບັນດາປະເທດສະມາຊິກຂອງ EU ໄດ້ສະໜັບສະໜຸນມາດຕະການລົງໂທດທີ່ກຸ່ມນີ້ໄດ້ວາງຕໍ່ເບລາຣຸສ ເມື່ອຕົ້ນປີນີ້ ສຳລັບການລະເມີດຕໍ່ສິດທິມະນຸດ. ລັດຖະບານຂອງທ່ານລູກາເຊັງໂກ ໄດ້ປາບປາມພວກປະທ້ວງຝ່າຍຄ້ານ ແລະບັນດານັກຂ່າວ ຫຼັງຈາກການແຂ່ງຂັນເລືອກຕັ້ງປະທານາທິບໍດີ ເມື່ອປີກາຍນີ້.

ທ່ານມິໂຊລ ໄດ້ເອີ້ນການກະທຳຂອງເບລາຣຸສ ກ່ຽວກັບສະຖານະການດັ່ງກ່າວຢູ່ທີ່ເຂດຊາຍແດນນັ້ນ ວ່າເປັນ “ການໂຈມຕີແບບປະສົມ, ທີ່ໂຫດຮ້າຍ, ຮຸນແຮງ ແລະບໍ່ມີສັກສີ” ແລະໄດ້ກ່າວວ່າ EU ກຳລັງພິຈາລະນາເອົາການຕອບໂຕ້ທີ່ໜັກແໜ້ນໂດຍຝ່າຍດຽວ ​ຊຶ່ງ​ສ່ວນ​ໃຫຍ່​ມີ​ຂຶ້ນ​ໃນທັນທີ​ໃນ​ຮູບ​ແບບຂອງມາດຕະການລົງໂທດຕ່າງໆຕື່ມອີກ.

ທ່ານໄດ້ກ່າວວ່າ EU ພວມເບິ່ງການກີດກັນສາຍການບິນຕ່າງໆຂອງເບລາຣຸສ ຊຶ່ງໄດ້ນຳເອົາພວກອົບພະຍົບບາງສ່ວນເຂົ້າມາໃນປະເທດນັ້ນ ພ້ອມດ້ວຍການວາງມາດຕະການລົງໂທດທາງດ້ານເສດຖະກິດອື່ນໆນຳ ຊຶ່ງໄດ້ຖືກນຳມາປຶກສາຫາລືກັນຢູ່ທີ່ກອງປະຊຸມສະພາຂອງຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG