ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ມີ​ນັກ​ທຸ​ລະ​ກິດ ​ທີ່​ຮັ່ງ​ມີ ຫຼາຍ​ຂຶ້ນ ແຕ່ບໍ່​ໄດ້ ​ປະ​ກອບ​ສ່ວນ ​ເງິນ​ທຶນ ​ເຂົ້າ​ໃນ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ​ ຂອງ​ຊາດ


ບັນ​ດາ​ນັກ​ທຸ​ລະ​ກິດ​ແມ່​ຍິງ​ລາວ ໄດ້​ຮັບ​ລາງວັນ​ ນັກ​ປະ​ກອບ​ກິດ​ຈະ​ການ ແມ່​ຍິງ​ດີ​ເດັ່ນ​ ອາ​ຊຽນ.
ບັນ​ດາ​ນັກ​ທຸ​ລະ​ກິດ​ແມ່​ຍິງ​ລາວ ໄດ້​ຮັບ​ລາງວັນ​ ນັກ​ປະ​ກອບ​ກິດ​ຈະ​ການ ແມ່​ຍິງ​ດີ​ເດັ່ນ​ ອາ​ຊຽນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ ລາວ ມີ​ນັກ​ທຸ​ລະ​ກິດ​ທີ່​ຮັ່ງ​ມີຫຼາຍ​ຂຶ້ນ​ນັບ​ມື້ ແຕ່​ກໍ​ປາ​ກົດ
ວ່ານັກທຸລະກິດເຫຼົ່ານີ້ ບໍ່ໄດ້ປະກອບສ່ວນເງິນທຶນ ເຂົ້າໃນການພັດທະນາເສດຖະກິດ
ຂອງຊາດເລີຍ ໃນໄລຍະຜ່ານມາ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ທຸ​ລະ​ກິດ ລາວ ປະ
ຈຳປີ 2018 ເມື່ອບໍ່ນານມານີ້ວ່າ ໃນປັດຈຸບັນມີນັກທຸລະກິດ ລາວ ຈຳນວນຫຼາຍທີ່ມີ
ຖານະທາງການເງິນ ແລະ ຊັບສິນຢ່າງຫຼວງຫຼາຍ ແຕ່ກໍປາກົດວ່ານັກທຸລະກິດ ລາວ
ສ່ວນໃຫຍ່ບໍ່ໄດ້ປະກອບສ່ວນເງິນລົງທຶນເຂົ້າໃນການພັດທະນາເສດຖະກິດຂອງຊາດ
ເລີຍໃນໄລຍະທີ່ຜ່ານມາ ໃນຂະນະດຽວກັນນັກທຸລະກິດເຫຼົ່ານີ້ ຍັງໄດ້ສະແຫວງຫາ
ຜົນປະໂຫຍດຈາກພາກລັດເປັນສ່ວນໃຫຍ່ ໃນນີ້ລວມເຖິງການກູ້ຢືມເງິນທຶນຈາກທະ
ນາຄານ ໂດຍອາໄສສິດສຳປະທານໂຄງການຕ່າງໆທີ່ໄດ້ຮັບການອະນຸຍາດຈາກລັດ
ຖະບານ ລາວ ດ້ວຍດັ່ງທີ່ທ່ານ ທອງລຸນ ໄດ້ກ່າວເນັ້ນຢ້ຳວ່າ

"ດຽວນີ້​ມີຫຼາຍ​ແລ້ວ​ເດ້​ເງິນ ເປັນຫຼາຍ​ລ້ານ​ໂດ​ລາ​ແລ້ວ​ເດ້ແຕ່​ລະ​ຄົນ ແຕ່​ລະ​ຄົນ​ຫັ້ນ ​ຜູ້​
ມີຮອດຮ້ອຍລ້ານ ສອງຮ້ອຍລ້ານ ຮອດຕື້ກະມີແລ້ວບໍ່ຈັກນັກທຸລະກິດ ລາວ ເຮົານີ້ນະ
ຫັນແມ້ຫັນເອົາທຶນນີ້ໄປແມ ຢ່າລໍຖ້າແຕ່ວ່າຈະໄປຢືມເອົາກັບທະນາຄານມັນບໍ່ໄດ້ເດ້
ເອົາອອກມາແມ ສິ່ງທີ່ມີຢູ່ແລ້ວນີ້ ດິນຢູ່ໃສ ອະສັງຫາລິມະຊັບຢູ່ໄສ ຫຼຸດຜ່ອນສິ່ງທີ່ຫຼູ
ຫຼາຟຸມເຟືອຍລົງໜ້ອຍນຶ່ງ."

​ໃນ​ແຜນ​ການ​ງົບ​ປະ​ມານ​ປະ​ຈຳ​ປີ 2018 ລັດ​ຖະ​ບານ ລາວ ໄດ້​ຈັດ​ສັນ​ງົບ​ປະ​ມານ​ສຳ​
ລັບຊຳລະໜີໃຫ້ກັບບັນດາບໍລິສັດເອກະຊົນ ລາວ ທີ່ລົງທຶນໃຫ້ກ່ອນໃນໂຄງການພັດ
ທະນາຕ່າງໆຂອງລັດຈຳນວນທັງໝົດ 1,831 ໂຄງການ ຊຶ່ງໃນຊ່ວງ 5 ເດືອນຕົ້ນປີ
2018 ກໍໄດ້ຊຳລະໜີ້ໄປແລ້ວ 529 ກວ່າຕື້ກີບຫາກແຕ່ກໍຍັງເຫຼືອທີ່ຈະຕ້ອງຊຳລະຄືນ
ອີກກວ່າ 6,513 ຕື້ກີບ ແລະ ເນື່ອງຈາກລັດຖະບານ ລາວ ບໍ່ມີງົບປະມານຈຶ່ງຕ້ອງປັບ
ປ່ຽນວິທີການຊຳລະໜີ້ດັ່ງກ່າວນີ້ ດ້ວຍການອອກພັນທະບັດລັດຖະບານ ເພື່ອອ່ວຍໜີ້
ທີ່ບັນດາບໍລິສັດເອກະຊົນມີຢູ່ກັບບັນດາທະນາຄານຕ່າງໆໃນ ລາວ ໃຫ້ມາເປັນໜີ້ຂອງ
ພາກລັດແທນໃນມູນຄ່າ 3,250 ຕື້ກີບ ສ່ວນໜີ້ສິນທີ່ເຫຼືອອີກໃນມູນຄ່າ 3,263 ຕື້ກີບ
ນັ້ນກໍຈະຂໍການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດມາຊຳລະຄືນຕໍ່ໄປ.

ສ່ວນ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​
ການເງິນ ຢືນຢັນວ່າ ການອ່ວຍໜີ້ໃຫ້ບໍລິສັດເອກະຊົນ ລາວ ດັ່ງກ່າວບໍ່ລວມເຖິງໂຄງ
ການນອກແຜນການຂອງລັດຖະບານຈຳນວນ 285 ໂຄງການທີ່ມີມູນຄ່າກວ່າ 4,483
ຕື້ກີບແຕ່ຢ່າງໃດ ຊຶ່ງໃນປັດຈຸບັນນີ້ຍັງບໍ່ມີແນວທາງແກ້ໄຂທີ່ຄັກແນ່ ເພາະໂຄງການ
ເຫຼົ່ານີ້ໄດ້ຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍດ້ານງົບປະມານ ທັງຍັງບໍ່ໄດ້
ຜ່ານການຮັບຮອງໂດຍສະພາແຫ່ງຊາດ ລາວ ອີກດ້ວຍ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວນີ້​ ຍັງ​ສົ່ງ​ຜ​ົນ​ກະ​ທົບ​ຕໍ່​ແຜນ​ການ​ພັດ​ທະ​ນາ​ເພື່ອຫຼຸດ​ຜ່ອນ
ບັນຫາຍາກຈົນຂອງປະຊາຊົນ ລາວ ອີກດ້ວຍ ໂດຍສະພາເສດຖະກິດ ແລະ ສັງຄົມ
ແຫ່ງສະຫະປະຊາຊາດ ໄດ້ມີຖະແຫຼງການຢືນຢັນວ່າ ສປປ ລາວ ຈະຫຼຸດພົ້ນຈາກສະ
ພາບດ້ອຍພັດທະນາໄດ້ໃນປີ 2024 ເນື່ອງຈາກລັດຖະບານ ລາວ ສາມາດປະຕິບັດໄດ້
2 ໃນ 3 ເງື່ອນໄຂຂອງການຫຼຸດພົ້ນຈາກສະພາບດ້ອຍພັດທະນາ.

ໂດຍ 2 ເງື່ອນ​ໄຂ​ທີ່​ລັດ​ຖະ​ບານ ລາວ ສາ​ມາດ​ປະ​ຕິ​ບັດ​ໄດ້​ແລ້ວ​ຄື ເກນ​ມາດ​ຕະ​ຖານ​ຂັ້ນ
​ຕ່ຳ​ຂອງຍອດ​ລາຍ​ຮັບ​ແຫ່ງ​ຊາດ​ຕ​ໍ່​ຫົວ​ຄົນ (GNI) ຊຶ່ງ​ເກນ​ມາດ​ຕະ​ຖານ​ຂັ້ນ​ຕ່ຳ​ທີ່​ສະ​ຫະ​
ປະຊາຊາດກຳນົດໄວ້ທີ່ລະດັບ 1,242 ໂດລາຕໍ່ຄົນ ແຕ່ລັດຖະບານ ລາວ ສາມາດປະຕິ
ບັດໄດ້ແລ້ວທີ່ລະດັບ 1,996 ໂດລາຕໍ່ຄົນນັບແຕ່ປີ 2015 ເປັນຕົ້ນມາ ສ່ວນດັດສະນີ
ຊັບສິນມະນຸດ (HAI) ທີ່ສະຫະປະຊາຊາດກຳນົດໄວ້ທີ່ອັດຕາສະເລ່ຍ 66 ເປີເຊັນ ແຕ່
ລັດຖະບານ ລາວ ກໍສາມາດປະຕິບັດໄດ້ທີ່ອັດຕາສະເລ່ຍ 72.8 ເປີເຊັນໃນປີ 2015
ເຊັ່ນກັນ ຈຶ່ງເຫຼືອພຽງດັດສະນີຄວາມອ່ອນໄຫວທາງເສດຖະກິດ (EVI) ຊຶ່ງສະຫະປະ
ຊາຊາດກຳນົດໄວ້ທີ່ລະດັບ 36.2 ເປີເຊັນ ຫາກແຕ່ລັດຖະບານ ລາວ ຍັງສາມາດຈັດ
ຕັ້ງປະຕິບັດໄດ້ພຽງ 33.7 ເປີເຊັນເທົ່ານັ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ສະ​ພາ​ເສ​ດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຍັງ​ໄດ້​ບັນ​ລຸ​
ດ້ວຍວ່າການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນ
ລາວ ໃນໄລຍະທີ່ຜ່ານມາຍັງເຮັດໃຫ້ສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ
ໃນເມືອງກັບຊົນນະບົດມີການແຕກໂຕນກັນເພີ່ມຂຶ້ນອີກດ້ວຍ ຊຶ່ງຈະເຫັນໄດ້ຈາກອັດ
ຕາຄວາມຍາກຈົນໃນນະຄອນຫຼວງວຽງຈັນ ຍັງເຫຼືອພຽງ 1 ເປີເຊັນ ສ່ວນທີ່ແຂວງສາ
ລະວັນສູງເຖິງ 49.8 ເປີເຊັນ, ບໍ່ແກ້ວ 44 ເປີເຊັນ, ເຊກອງ 42.7 ເປີເຊັນ ແລະ ຫົວພັນ
39.2 ເປີເຊັນເປັນຕົ້ນ.

XS
SM
MD
LG