ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີລາວ ຢືນຢັນວ່າ GDP ຂອງລາວໃນປີ 2021 ເພີ້ມຂຶ້ນ 3 ເປີເຊັນ ແລະລາຍໄດ້ຕໍ່ຫົວຄົນ ຢູ່ທີ່ 2,649 ໂດລາຕໍ່ປີ


ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ນາຍົກລັດຖະມົນຕີຢືນຢັນວ່າ ເສດຖະກິດລາວໃນປີ 2021 ຂະຫຍາຍໂຕເພີ້ມຂຶ້ນທີ່ລະດັບ 3 ເປີເຊັນ ແລະຍອດຜະລິດຕະພັນລວມພາຍໃນ (GDP) ຄິດສະເລ່ຍເປັນລາຍໄດ້ຂອງປະຊາກອນລາວທີ່ລະດັບ 2,649 ໂດລາຕໍ່ຄົນ ຕໍ່ປີ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີຢືນຢັນວ່າ ການຈັດຕັ້ງແຜນການພັດ ທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໃນຕະຫຼອດປີ 2021 ນອກຈາກລັດຖະບານ ຈະສາມາດເຮັດໃຫ້ເສດຖະກິດຂອງລາວ ບໍ່ຕົກຢູ່ພາຍໃຕ້ສະພາວະທີ່ຕົກຕໍ່າລົງຢ່າງຮຸນແຮງໄດ້ແລ້ວ ການທີ່ລັດຖະບານໄດ້ປະສານງານກັບທຸກພາກ ສ່ວນທັງພາຍໃນແລະຕ່າງປະເທດ ໄດ້ຢ່າງມີປະສິດທິຜົນສູງນັ້ນ ກໍຍັງເຮັດໃຫ້ສາມາດແກ້ໄຂບັນຫາທາງການເງິນໄດ້ຕາມເປົ້າໝາຍ ແລະເຮັດໃຫ້ເສດຖະກິດຂອງລາວໃນປີ 2021 ຂະຫຍາຍໂຕເພີ້ມຂຶ້ນທີ່ລະດັບ 3 ​ເປີ​ເຊັນອີກດ້ວຍ, ດັ່ງ ທີ່ທ່ານພັນຄໍາ ໄດ້ໃຫ້ການຢືນຢັນວ່າ:

“ໄດ້ພະຍາຍາມສ້າງລາຍຮັບ ຄຸ້ມຄອງລາຍຈ່າຍ ສູ້ຊົນຊໍາລະສະສາງໜີ້ສິນທັງພາຍໃນ ແລະຕ່າງປະເທດ ໂດຍລັດຖະບານຳດ້ລະດົມການປະກອບສ່ວນຂອງຜູ້ປະກອບການພາຍໃນ ເຂົ້າຮ່ວມໃນຂະບວນການຊໍາລະສະສາງໜີ້ໜີ້ຕໍ່ຕ່າງປະ ເທດໄດ້ສໍາເລັດຕາມແຜນການ ສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຂອງປະ ເທດເຮົາຕົກເຂົ້າສູ່ສະພາບວິກິດ ພ້ອມກັນນີ້ ກໍໄດ້ສ້າງພື້ນຖານສໍາຄັນຈໍານວນນຶ່ງ ເພື່ອບືນໂຕກ້າວຕໍ່ໄປ ຄາດວ່າໝົດປີ 2021 GDP ຈະຂະຫຍາຍໂຕ ໃນລະດັບ 3 ເປີເຊັນ.”

ທັງນີ້ ໂດຍມູນຄ່າ GDP ຂອງລາວໃນປີ 2021 ສາມາດຄິດສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ ທີ່ລະດັບ 2,649 ໂດລາຕໍ່ຄົນຕໍ່ປີ ຫາກແຕ່ວ່າການແຕກໂຕນກັນດ້ານລາຍຮັບລະຫວ່າງປະຊາຊົນລາວທີ່ຢູ່ໃນເຂດຕົວເມືອງ ແລະເຂດຊົນນະບົດນັ້ນ ກໍຍັງຄົງເປັນບັນຫາສໍາຄັນ ໃນປັດຈຸບັນ ເຊິ່ງເຫັນໄດ້ຈາກປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນທີ່ມີລາຍໄດ້ສະເລ່ຍ 6,170 ໂດລາຕໍ່ຄົນຕໍ່ປີ ສ່ວນປະຊາຊົນລາວຢູ່ໃນແຂວງຫຼວງນໍ້າທາ ມີລາຍສະເລ່ຍບໍ່ເຖິງ 1,900 ໂດລາຕໍ່ຄົນຕໍ່ປີ.

ໂດຍການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງນໍ້າທາໃນປີ 2016-2020 ຜ່ານມາສາມາດປະຕິບັດໄດ້ຕໍ່າກວ່າເປົ້າໝາຍ ໂດຍສະເພາະແມ່ນການຈັດເກັບລາຍຮັບບໍ່ໄດ້ຕາມແຜນການການພັດທະນາພື້ນຖານໂຄງລ່າງທີ່ຊັກຊ້າ ການລົງທຶນທີ່ມີການທໍາລາຍຊັບພະຍາກອນທໍາມະຊາດ ແລະບໍ່ປະຕິບັດຕາມລະບຽບກົດໝາຍ ລວມເຖິງການດໍາເນີນໂຄງການພັດທະນາຕ່າງໆ ເພື່ອລຶບລ້າງບັນຫາທຸກຍາກຂອງປະຊາຊົນໃນແຂວງຫຼວງນໍ້າທານັ້ນ ລ້ວນແຕ່ຈັດຕັ້ງປະຕິບັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ໃນທຸກດ້ານ ດັ່ງ ທີ່ ທ່ານຄໍາໄຫຼ ສີປະເສີດ ເຈົ້າແຂວງ ແລະເລຂາພັກແຂວງຫຼວງນໍ້າທາ ໄດ້ໃຫ້ການຢືນຢັນວ່າ:

“ພື້ນຖານໂຄງລ່າງ ບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການໃນການພັດທະນາ ແລ້ວມາເບິ່ງລາຍຮັບກໍ ບໍ່ທັນໝັ້ນທ່ຽງ ການລົງທຶນພາຍໃນ ແລະເອກະຊົນນີ້ຄຸນນະພາບບໍ່ທັນດີ ຍັງມີການທໍາລາຍສິ່ງແວດລ້ອມ ຍັງມີການຊັກຊ້າ ຍັງມີການບໍ່ປະຕິບັດລະບຽບກົດໝາຍ ເກີດມີຫາງສຽງແລ້ວກໍໄປສັ່ງຍຸບກໍມີຈໍານວນນຶ່ງ ການປະຕິບັດໂຕເລກຄາດໝາຍບາງດ້ານ ໂດຍສະ ເພາະຄາດໝາຍດ້ານລາຍຮັບ ກໍຍັງບໍ່ໄດ້ຕາມແຜນ ການຈັດສັນອາຊີບຄົງທີ່ ການສ້າງບ້ານພັດທະນາ ແກ້ໄຂຄວາມທຸກຍາກ ກໍບໍ່ທັນໄດ້ດີ.”

ໂດຍສະເພາະໃນປີ 2016-2020 ເສດຖະກິດແຂວງຫຼວງນໍ້າທາຂະຫຍາຍໂຕເພີ້ມຂຶ້ນ ໃນອັດຕາສະເລ່ຍ 8.56 ເປີເຊັນ ຕໍ່ປີ GDP ມີມູນຄ່າລວມ 3,114.42 ຕື້ກີບ ທີ່ຄິດເປັນລາຍໄດ້ສະເລ່ຍຂອງປະຊາຊົນພຽງແຕ່ 1,897 ໂດລາຕໍ່ຄົນໃນປີ 2020 ສ່ວນແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2021-2025 ທາງການແຂວງຫຼວງນໍ້າທາໄດ້ວາງເປົ້າໝາຍການຂະຫຍາຍໂຕທາງເສດຖະກິດໄວ້ທີ່ລະດັບ 5.5 ເປີເຊັນ ເພື່ອເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນເພີ້ມຂຶ້ນ ເປັນ 2,286 ໂດລາຕໍ່ຄົນໃນປີ 2025 ແຕ່ກໍບໍ່ແມ່ນເລື້ອງງ່າຍທີ່ຈະບັນລຸເປົ້າໝາຍໄດ້ຈິງ ເພາະຍັງມີປະຊາຊົນຍາກຈົນຢູ່ໃນ 143 ບ້ານ ຫຼື 39.5 ເປີເຊັນຂອງບ້ານທັງໝົດ ສ່ວນການລະບາດພະຍາດໄວຣັສໂຄວິດ- 19 ກໍຍັງກະທົບຕໍ່ເສດຖະກິດໃນແຂວງຫຼວງນໍ້າທາຢູ່ເລື້ອຍມາຈົນເຖິງປັດຈຸບັນນີ້.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກອງທຶນລຶບລ້າງຄວາມທຸກຍາກແຫ່ງຊາດເປີດເຜີຍວ່າ ລັດຖະບານລາວໃຫ້ການສະໜັບສະໜຸນງົບປະມານແກ່ກອງທຶນລຶບລ້າງຄວາມທຸກຍາກແຫ່ງຊາດໄດ້ພຽງແຕ່ 120 ຕື້ກີບເທົ່ານັ້ນ ເຊິ່ງພຽງພໍສໍາລັບການຈັດຕັັ້ງປະຕິບັດໂຄງການພັດທະນາຊົນນະບົດ ເພື່ອລຶບລ້າງຄວາມຍາກຈົນໃນ 144 ຈຸດສຸມ ຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ ທັງຍັງເຮັດໃຫ້ເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ ໃນຊ່ວງປີ 2020-2021 ຕ້ອງເລື່ອນມາຈັດຕັ້ງປະຕິບັດໃນປີ 2022 ເຊິ່ງກໍຍັງຄົງມີຂໍ້ຈໍາກັດທາງດ້ານງົບປະມານເຊັ່ນດຽວກັນ ຈຶ່ງເຮັດໃຫ້ບັນຫາຍາກຈົນໃນລາວ ຍັງຢູ່ໃນສະ ພາບການດຽວກັນກັບໃນປີ 2019 ທີ່ຜົນການສໍາຫຼວດໂຕຈິງພົບວ່າ ຍັງມີປະ ຊາຊົນລາວທີ່ທຸກຍາກ ຄິດເປັນອັດຕາສະເລ່ຍເຖິງ 18.3 ເປີເຊັນຂອງປະຊາ ກອນລາວທັງໝົດ ແລະໃນນີ້ກໍມີເຖິງ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຫຼືມີລາຍໄດ້ສະເລ່ຍຕໍ່າກວ່າ 1.9 ໂດລາຕໍ່ວັນ ເຊິ່ງຄິດເປັນ 9 ເປີເຊັນ ຂອງປະຊາກອນລາວທົ່ວປະເທດ.

XS
SM
MD
LG