ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີຄາດວ່າ ເສດຖະກິດລາວໃນປີ 2020 ຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 3.3 ຫາ 3.6 ເປີເຊັນ


ໂຄງການກໍ່ສ້າງຕ່າງໆ ຢູ່ໃນນະຄອນຫຼວງວຽງຈັນ ໄດ້ຖືກໂຈະໄວ້ ຫຼືຢຸດສະຫງັກຍ້ອນການລະບາດຂອງໂຄວິດ-19.
ໂຄງການກໍ່ສ້າງຕ່າງໆ ຢູ່ໃນນະຄອນຫຼວງວຽງຈັນ ໄດ້ຖືກໂຈະໄວ້ ຫຼືຢຸດສະຫງັກຍ້ອນການລະບາດຂອງໂຄວິດ-19.

ນາຍົກລັດຖະມົນຕີຄາດວ່າ ເສດຖະກິດລາວໃນປີ 2020 ຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 3.3 ຫາ 3.6 ເປີເຊັນ ເພາະຜົນກະທົບຈາກການລະບາດຂອງໄວຣັສ Covid-19 ໂດຍພາກບໍລິການຈະຖືກກະທົບໜັກທີ່ສຸດ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດລາວ ຊຶ່ງໄດ້ເປີດກອງປະຊຸມຢ່່າງເປັນທາງການໃນວັນທີ 24 ມິຖຸນາ 2020 ວ່າການຂະຫຍາຍຕົວທາງເສດຖະກິດຂອງລາວໃນປີ 2020 ນີ້ ຈະຢູ່ທີ່ອັດຕາສະເລ່ຍ 3.3 ຫາ 3.6 ເປີເຊັນ ໂດຍໃນກໍລະນີທີ່ເສດຖະກິດຂະຫຍາຍຕົວ 3.6 ເປີເຊັນນັ້ນ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ ຫຼື GDP ມີມູນຄ່າລວມເຖິງ 175,720 ຕື້ກີບ ຊຶ່ງໃນນີ້ກໍຄາດໝາຍວ່າຂະແໜງການຜະລິດຕ່າງໆ ຈະຂະຫຍາຍຕົວໃນລະດັບທີ່ຕ່ຳກວ່າແຜນການທີ່ວາງເອົາໄວ້ ໂດຍສະເພາະຫແມ່ນຂະແໜງບໍລິການແລະທ່ອງທ່ຽວນັ້ນ ອາດຈະມີການຂະຫຍາຍຕົວທີ່ຕິດລົບກໍເປັນໄປໄດ້ ເພາະຖືກະທົບຈາກການລະບາດຂອງພະຍາດໄວຣັສ Covid-19 ດັ່ງທີ່ ທ່ານທອງລຸນ ໄດ້ຖະແຫລງຢືນຢັນວ່າ:

“ໃນກໍລະນີ GDP ຂະຫຍາຍຕົວ 3.6 ເປີເຊັນ ຈະມີມູນຄ່າປະມານ 175,720 ຕື້ກີບ ຂະແໜງກະສິກຳຈະຂະຫຍາຍຕົວ 2.3 ເປີເຊັນ ຫລຸດແຜນ 0.4 ເປີເຊັນ ຂະແໜງອຸດສາຫະກຳຂະຫຍາຍຕົວ 6.8 ເປີເຊັນຫລຸດແຜນການ 1.5 ເປີເຊັນ ຂະແໜງບໍລະການຈະສາມາດປະຕິບັດໄດ້ພຽງ 1.7 ເປີເຊັນຫລຸດແຜນ 5.2 ເປີເຊັນ ແລະອາດຈະຫລຸດເຖິງລົບ 4.5 ເປີເຊັນ.”

ສ່ວນກອງທຶນການເງິນສາກົນ ຫຼື IMF ກໍໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກິດໃນບັນດາປະເທດສະມາຊິກອາຊຽນລົງທັງ 10 ປະເທດຍ້ອນຜົນກະທົບຈາກການລະບາດຂອງໄວຣັສ Covid-19 ໃນນີ້ມີຢູ່ 4 ປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະຄາດວ່າ GDP ໃນປີ 2020 ຈະລົດລົງຈາກປີ 2019 ກໍຄື ໄທ ສິງກະໂປ ມາເລເຊຍ ແລະກຳປະເຈຍ ທີ່ຄາດວ່າ GDP ຈະລົດລົງ 6.7 ເປີເຊັນ, 3.5 ເປີເຊັນ, 1.7 ເປີເຊັນ ແລະ 1.6 ເປີເຊັນ ຕາມລຳດັບ ສ່ວນຫວຽດນາມນັ້ນ IMF ຄາດວ່າ GDP ຈະເຕີບໂຕສູງທີ່ສຸດໃນອາຊຽນ ກໍຄືທີ່ລະດັບ 2.7 ເປີເຊັນ ຕິດຕາມດ້ວຍມຽນມາ ບຣູໄນ ລາວ ຟີລິບປິນ ແລະອິນໂດເນເຊຍຕາມລຳດັບ ຫາກແຕ່ກໍເປັນການເຕີບໂຕທາາງເສດຖະກິດທີ່ລົດລົງໃນທຸກປະເທດ ໂດຍສຳລັບລາວ ກໍໄດ້ມີການປັບລົດລະດັບການຂະຫຍາຍຕົວທາງເສດຖະກິດລົງຈາກເດີມເຖິງ 5.5 ເປີເຊັນ ກໍຄືການປັບລົດຈາກລະດັບ 6.2 ເປີເຊັນ ລົງມາທີ່ລະດັບ 0.7 ເປີເຊັນໃນປີ ຕະຫຼອດປີ 2020 ທັງຍັງເປັນຄາດໝາຍການຂະຫຍາຍຕົວທາງເສດຖະກິດທີ່ຕ່ຳກວ່າຄາດໝາຍຂອງທະນາຄານພັດທະນາເອເຊຍ ຫຼື ADB ອີກດ້ວຍ.

ຕາຕະລາງແບ່ງເປັນສ່ວນໃຫ້ເຫັນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຕໍ່ຂະແໜງອຸດສາຫະກຳ
ຕາຕະລາງແບ່ງເປັນສ່ວນໃຫ້ເຫັນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຕໍ່ຂະແໜງອຸດສາຫະກຳ

ທັງນີ້ ADB ໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກິດລາວໃນປີ 2020 ນີ້ ຈາກລະດັບ 6.2 ເປີເຊັນລງມາເປັນ 3.5 ເປີເຊັນ ເພາະຖືກກະທົບໜັກທີ່ສຸດ ຊຶ່ງຄາດວ່າ ຈະຂະຫຍານຕົວໃນອັດຕາສະເລ່ຍພຽງ 1.3 ເປີເຊັນເທົ່ານັ້ນ ທຽບກັບປີ 2019 ສ່ວນພາກະສິກຳ ແລະພາກອຸດສາຫະກຳ ຈະຂະຫຍາຍຕົວເພີ້ມຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນ ຕາມລຳດັບ ຊຶ່ງລົດລົງທຸກດ້ານເມື່ອທຽບກັບປີ 2019.

ພ້ອມກັນນີ້ ADB ຍັງຄາດໝາຍວ່າ ລັດຖະບານລາວຈະຕ້ອງປະເຊີນບັນຫາຂາດດຸນບັນຊີໝຸນວຽນເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງ GDP ໃນປີ 2020 ນີ້ ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວເຫຼືອບໍ່ເຖິງ 1,000 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າບໍ່ເຖິງ 2 ເດືອນເທົ່ານັ້ນ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດປີ 2020 ໄວ້ທີ່ລະດັບ 6.5 ເປີເຊັນ ຫາກແຕ່ດ້ວຍຜົນກະທົບຈາກການລະບາດຂອງໄວຣັສ Covid-19 ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ຢ່າງແນ່ນອນ ທັງນີ້ ສະພາອຸດສາຫະກຳແລະການຄ້າຂອງສະຫະພາບຢູໂຣບ ຫຼື EU ໃນລາວຄາດການວ່າ ການລະບາດຂອງໄວຣັສ Covid-19 ໄດ້ເຮັດໃຫ້ເກີນກວ່າ 70 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດໃນລາວຕ້ອງສູນເສຍລາຍຮັບຫລາຍກວ່າ 50 ເປີເຊັນ ຂອງລາຍໄດ້ທັງໝົດໃນຕະຫຼອດປີ 2020 ຊຶ່ງຈະເຮັດໃຫ້ຫວໜ່ວຍທຸລະກິດເຫຼົ່ານີ້ ບໍ່ມີເງິນສຳລັບຊຳຫລະໜີ້ເງິນກູ້ແລະດອກເບ້ຍທະນາຄານ.

ສ່ວນທ່ານລິເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຖະແຫລງຍອມຮັບວ່າ ການລະບາດຂອງໄວຣັສ Covid-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວຢ່າງຮຸນແຮງທີ່ສຸດນັບແຕ່ໄດ້ສ້າງຕັ້ງ ສປປ ລາວຂຶ້ນ ໂດຍຄາດວ່າ ຈະຕ້ອງໃຊ້ເວລາເກີນກວ່າ 2 ປີ ເພື່ອການຟື້ນຟູໃນໃຫ້ກັບຄືນສູ່ສະພາວະປົກະກິ

XS
SM
MD
LG