ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສື່ມວນຊົນ ແລະ ພວກນັກຂ່າວ ໃນ ທົ່ວໂລກ ກຳລັງຖືກຄຸກຄາມ ຢ່າງໜັກ


Journalism Under Fire
please wait
Embed

No media source currently available

0:00 0:29:33 0:00

ເຊີນຊົມ ວີດີໂອ ພາສາອັງກິດ

ການຫາຍຕົວໄປ ແລະ ປາກົດວ່າ ມີການຄາດຕະກຳນັກຂຽນບົດຄວາມ ຂອງໜັງສືພິມ
ວໍຊິງຕັນ ໂພສທ໌ ທ່ານ ຈາມາລ ຄາຊອກກີ ຢູ່ພາຍໃນສະຖານ ກົງສຸນຂອງ ຊາອຸດີ
ອາຣາເບຍ ປະຈຳ ນະຄອນອິສຕັນບູລ ຊຶ່ງໄດ້ຂະຫຍາຍການສົນທະນາອອກໄປ ກ່ຽວ
ກັບເລື້ອງເສລີພາບໃນດ້ານການຂ່າວ ແລະ ຄວາມປອດ ໄພ ຂອງບັນດານັກຂ່າວ ຢູ່
ໃນທົ່ວໂລກ. ໃນສັບປະດານີ້ ຢູ່ໃນລາຍການ “Plugged In” ຂອງວີໂອເອ ທີ່​ຈັດໂດຍ
ທ່ານນາງ ເກຣຕາ ແວນ ຊັດເຕີເຣັນ ໄດ້ນຳເອົາຫົວຂໍ້ເລື້ອງຕ່າງໆເຫຼົ່ານີ້ ມາ​ໂອ້​ລົມກັນ
ກັບບັນດານັກຂ່າວ ພ້ອມດ້ວຍ ຮອງຜູ້ອຳນວຍການ ຂອງຄະນະກຳມະການປົກປ້ອງ
ບັນດານັກຂ່າວ. ເອລີຊາເບັຕ ເຊີຣເນັຟ ນັກຂ່າວຂອງວີໂອເອ ມີລາຍລະອຽດກ່ຽວ​ກັບ
​ເລື້ອງນີ້ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຫາຍສາບສູນໄປ ແລະອາດເປັນໄປໄດ້ວ່າ ມີການສັງຫານນັກຂ່າວ ຊາວຊາອຸດີ
ທ່ານນຶ່ງ ໃນເດືອນນີ້ ທີ່ໄດ້ກໍ່ໃຫ້ເກີດຄວາມຄຽດແຄ້ນໃນທົ່ວໂລກ ແລະ ຮຽກຮ້ອງໃຫ້
ຊອກຫາຄຳຕອບ.

ນັກຂຽນບົດຄວາມຂອງໜັງສືພິມ ວໍຊິງຕັນ ໂພສທ໌ ທ່ານ ຈາມາລ ຄາຊອກກີ ໄດ້ຖືກ
ພົບເຫັນຄັ້ງສຸດທ້າຍ ເມື່ອສອງສັບປະດາກ່ອນ ຊຶ່ງຜູ້ກ່ຽວໄດ້ເຂົ້າໄປໃນ ກົງສຸນຂອງ
ຊາອຸດີ ອາຣາເບຍ ທີ່ປະເທດເທີກີ ແຕ່ບໍ່ໄດ້​ກັບອອກມາເລີຍ.

ທ່ານ ເຈສັນ ຣີຊາອຽນ ຄູ່ຮ່ວມງານ ຂອງທ່ານ ຄາຊອກກີ ກໍໄດ້ຖືກຄຸມຂັງຢູ່ ໃນປະເທດ
ອີຣ່ານ ເປັນເວລາ 544 ວັນແລ້ວ ກ່ອນທີ່ຜູ້ກ່ຽວຈະໄດ້ຖືກປ່ອຍໂຕ ໃນປີ 2016. ທ່ານ
ຣີຊາອຽນ ກ່າວວ່າ ການແນເປົ້າໝາຍໃສ່ພວກນັກຂ່າວທີ່ ເພີ້ມຂຶ້ນເລື້ອຍໆນັ້ນ ຖືວ່າ
ເປັນຊ່ວງເວລາທີ່ອັນຕະລາຍ ສຳລັບສື່ມວນຊົນ.

ທ່ານ ເຈສັນ ຣີຊາອຽນ ນັກຂຽນບົດຄວາມຂອງໜັງສືພິມ ວໍຊິງຕັນ ໂພສທ໌ ກ່າວວ່າ
“ພວກເຮົາ ກຳລັງເຫັນພວກນັກຂ່າວຖືກຈັບກຸມ ຖືກກົດຂີ່ ຖືກຄາດ ຕະກຳ ຫຼາຍຂຶ້ນ
ແລະ ຫຼາຍຂຶ້ນ ແລະ ສ່ວນໃຫຍ່ຢູ່ໃນບັນດາປະເທດທີ່ເປັນ ພັນທະມິດຂອງ ສະຫະ-
ລັດ ຫຼື ປະເທດທີ່ມີລະບອບປະຊາທິປະໄຕ ຖືກບໍ່? ແລະອັນນີ້ ກໍບໍ່ເຄີຍເປັນບັນຫາ
ເລີຍ ທີ່ພວກເຮົາໄດ້ປະເຊີນກັບ ບໍ່ພໍເທົ່າໃດ ໃນເມື່ອກ່ອນ. ມັນກຳລັງເພີ້ມຂຶ້ນນັບມື້
ແລະ ມັນເປັນຊ່ວງເວລາ ບ່ອນທີ່ ສະຫະລັດ ຕ້ອງໄດ້ມີຈຸດຢືນ ກ່ຽວກັບເລື້ອງນີ້ ແລະ
ຕ້ອງໄດ້ອອກໜ້າອອກຕາ ຢ່າງແຂງຂັນ ແລະ ກ່າວວ່າ ພວກເຮົາ ບໍ່ສະໜັບສະໜຸນ
ສິ່ງນີ້ ພວກເຮົາສະ ໜັບສະໜຸນ ເສລີພາບດ້ານການຂ່າວ ແລະ ປົກປ້ອງສື່ມວນຊົນ.
ແລະຂ້າພະ ເຈົ້າ ບໍ່ເຫັນເລີຍວ່າ ອັນນັ້ນໄດ້ເກີດຂຶ້ນ.”

ອີງຕາມ ຄະນະກຳມະການປົກປ້ອງບັນດານັກຂ່າວ ຫຼື CPJ ແລ້ວ ຈຳນວນ ຂອງບັນດາ
ນັກຂ່າວທີ່ຖືກຄຸມຂັງ ໃນການປະຕິບັດໜ້າທີ່ຂອງພວກເຂົາເຈົ້ານັ້ນ ແມ່ນເຖິງລະດັບ
ສູງສຸດເປັນປະຫວັດການ ໃນປີ 2017. ເທີກີ ຈີນ ແລະ ອີຈິບ ແມ່ນເປັນຜູ້​ກະ​ທຳ​ທີ່ຂີ້
ຮ້າຍທີ່ສຸດ.

ອົງການປົກ​ປ້ອງ​ນັກ​ຂ່າວ​ຫຼື CPJ ຍັງລາຍງານວ່າ ມາຮອດປີນີ້ ນັກຂ່າວ 44 ຄົນ ໃນ
ທົ່ວໂລກ ໄດ້ຖືກຂ້າຕາຍ ໃນຂະນະທີ່ ປະຕິບັດໜ້າທີ່ຢູ່ນັ້ນ. ພວກປະ ເທດທີ່ສູ້ລົບກັນ
ໃນຂະນະທີ່ບັນດານັກຂ່າວ ປະເຊີນກັບອັນຕະລາຍຢູ່ນັ້ນ ແມ່ນ ບໍ່ພຽງແຕ່ເປັນໄພຂົ່ມຂູ່
ຕໍ່ເສລີພາບໃນດ້ານການຂ່າວເທົ່ານັ້ນ ອີງຕາມຄຳ​ເວົ້າ ຂອງ ທ່ານ ອາເຢຊາ ແທນຊີມ
ຫົວໜ້າຫ້ອງ​ການ​ຂ່າວ ວີໂອເອ ປະຈຳ​ນະ​ຄອນ ອິສລາມາບັດ.

ທ່ານ ແທນຊີມ ເວົ້າວ່າ “ໂດຍສະເພາະແມ່ນຢູ່ໃນ ປາກິສຖານ ແລະ ອັຟການິສຖານ
ການຖືກລັກ ພາຕົວໄປ ແມ່ນເປັນໄພຂົ່ມຂູ່ທີ່ໃຫຍ່. ແລະເຈົ້າກໍບໍ່ພຽງຈະຖືກ ລັກພາ
ຕົວໄປ ໂດຍກຸ່ມລັດອິສລາມ ຫຼື ກຸ່ມຕາລີບານ ເທົ່ານັ້ນ ເຈົ້າຈະຖືກລັກພາ ຕົວໄປ
ໂດຍພວກອາຊະຍາກອນ ເພາະວ່າ ພວກເຂົາ ເຫັນເຈົ້າເປັນຖົງເງິນ ເປັນການລັກ
ພາຕົວໄປເພື່ອຮຽກຄ່າໄຖ່ ແລະ ນອກເໜືອຈາກນັ້ນ ຖ້າພວກເຂົາ ບໍ່ໄດ້ ເງິນຈາກ
ເຈົ້າໄວທີ່ສຸດ ພວກເຂົາກໍຈະຂາຍເຈົ້າໃຫ້ກັບ ກຸ່ມຕາລີບານ ຜູ້ທີ່ຕໍ່ຈາກນັ້ນ ກໍຈະ
ຮຽກຮ້ອງເອົາຄ່າໄຖ່ນຳເຈົ້າ ຫຼື ຜູ້ທີ່ຕໍ່ຈາກນັ້ນ ກໍຈະໃຊ້ເຈົ້າເພື່ອເຈລະຈາແລກປ່ຽນ
​ນັກ​ໂທດ.”

ໂດຍມີໄພຕ່າງໆນາໆ ແລະ ຄວາມຮຸນແຮງ ຕໍ່ສື່ມວນຊົນ ທີ່ກຳລັງເພີ້ມຂຶ້ນ ເລື້ອຍໆນັ້ນ
ບັນດານັກຊ່ຽວຊານ ກ່າວວ່າ ບັນຫາກ່ຽວກັບຄວາມຮັບຜິດຊອບ ຍັງຈະຕ້ອງໄດ້ຮັບ​
ການແກ້ໄຂ.

ທ່ານ ຣອບ ມາໂຮນີ ສະມາຊິກຂອງຄະນະກຳມະການປົກປ້ອງບັນດານັກຂ່າວ ກ່າວວ່າ
“ບໍ່ວ່າ ຈະເປັນການວາງລະເບີດລົດຂອງນັກຂ່າວ ຢູ່ໃນ ມາລຕາ ຫຼື ໃນເວລານີ້ ດັ່ງທີ່
ພວກເຮົາສົງໄສກັນ ກໍຄືການລໍ້ເອົາ ນັກຂ່າວຊາວຊາອຸດີ ເຂົ້າໄປໃນສະຖານທີ່ ການ
ທູດ ແລະ ຕັດສົບຂອງລາວເປັນຕ່ອນໆ. ສະນັ້ນແລ້ວ ມັນເປັນເຫດຜົນ ທີ່ພວກເຮົາ
ຕ້ອງໃຫ້ມີການສືບສວນສອບສວນ ໂດຍສາກົນຢ່າງໂປ່ງໃສ ໃນກໍລະນີຂອງ ທ່ານ
ຈາມາລ ຄາຊອກກີ ຍົກຕົວຢ່າງ ເພື່ອວ່າ ອຳນາດການປົກຄອງ ຈະຖືກນຳມາລົງ
ໂທດ ແລະ ກຳນົດເອົາສິ່ງທີ່ບໍ່ດີນີ້ ເປັນແບບຢ່າງ ທີ່ວ່າ ຊີວິດຂອງບັນດານັກຂ່າວ
ທັງຫຼາຍ ແມ່ນມີລາຄາ.”

ອີງຕາມອົງການ Freedom House ຊຶ່ງເປັນກຸ່ມສິ້ງຊອມ ທີ່ເປັນອິດສະຫລະ ກ່າວວ່າ
ເສລີພາບດ້ານການຂ່າວໃນທົ່ວໂລກ ໄດ້ລົດລົງສູ່ຈຸດຕ່ຳສຸດ ໃນຮອບ 10 ກ​ວ່າປີຜ່ານ
ມາ. ປະຊາກອນຂອງໂລກ ພຽງແຕ່ 13 ເປີເຊັນ ໄດ້ຮັບຂ່າວ ສານ ທີ່ມີ​ອິດ​ສະ​ຫຼະເສລີ
ຢ່າງແທ້ຈິງ.

The disappearance and alleged murder of Washington Post columnist Jamal Khashoggi inside the Saudi consulate building in Istanbul has amplified the discussion about press freedom and the safety of journalists around the world. This week on "Plugged In," VOA Contributor Greta Van Susteren tackles those topics with reporters as well as the deputy executive director at the Committee to Protect Journalists. VOA's Elizabeth Cherneff has more.

The disappearance and possible killing of a Saudi journalist this month has ignited global outrage and calls for answers.

Washington Post columnist Jamal Kashoggi was last seen two weeks ago entering, but never leaving Saudi Arabia's consulate in Turkey.

Jason Rezaian, Khashoggi's colleague, was jailed in Iran for 544 days before his release in 2016.Rezaian says the increased targeting of journalists represents a dangerous moment for the press.

JASON REZAIAN, WASHINGTON POST COLUMNIST says "more and more, we're seeing journalists arrested, harassed, murdered- and often in countries that are allies of the United States or democracies, right? And this was not an issue that we had to deal with very much in the past. It's on the rise and it's a moment where the United States needs to have a position on this and needs to come out vociferously and say we don't support this, we support freedom of the press and protection of the press.' And I don't see that happening."

According to the Committee to Protect Journalists, the number of reporters jailed for their work hit a record high in 2017. Turkey, China and Egypt are the worst offenders.

CPJ also reports that so far this year, 44 journalists worldwide have been killed while doing their job. Countries at war, while dangerous for journalists, are far from the only threat to press freedom, says VOA's Islamabad Bureau Chief Ayesha Tanzeem.

AYESHA TANZEEM, VOA ISLAMABAD BUREAU CHIEF says "particularly in Pakistan and Afghanistan, kidnappings are a big threat. And you're not just kidnapped by Islamic State or Taliban, you're kidnapped by criminals because they see you as a money bag, kidnapping for ransom, and then if they don't get money from you very quickly, they will sell you on to the Taliban, who will then ask ransom for you or who will then negotiate a prisoner exchange deal."

With hostility and violence toward the news media on the rise, experts say the issue of accountability must also be addressed.

ROB MAHONEY, COMMITTEE TO PROTECT JOURNALISTS says
"whether it's blowing up the car of a journalist in Malta or now, as we suspect, luring a Saudi journalist inside a diplomatic mission and butchering him. So that's why we need a transparent international investigation into the Jamal Khashoggi case, for example, so that the authorities can't get away with it and set this terrible example that journalists' lives come cheap."

According to Freedom House, an independent watchdog group, global press freedom has declined to its lowest point in more than 10 years. Only 13% of the world's population enjoys a press that is truly free.

XS
SM
MD
LG