ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ພາບ​ເດັກ​ນ້ອຍ ​ອົບ​ພະ​ຍົບ​ໃນ ສ​ເປນ ກ​ໍ່​ໃຫ້​ເກີດ ​ຄວາມ​ກັງ​ວົນ


ເດັກ​ນ້ອຍ​ຍົກ​ຍ້າຍ​ຖິ່ນ​ຖານ​ຄົນ​ນຶ່ງ​ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ອົງ​ການ Proactiva Open Arms. 21 ທັນ​ວາ
ເດັກ​ນ້ອຍ​ຍົກ​ຍ້າຍ​ຖິ່ນ​ຖານ​ຄົນ​ນຶ່ງ​ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ອົງ​ການ Proactiva Open Arms. 21 ທັນ​ວາ

ບໍ່​ມີ​ໃຜ​ແນ່​ໃຈ​ ກ່ຽວ​ກັບ​ວ່າ ມີ​ເດັກ​ນ້ອຍ​ຍົກ​ຍ້າຍ​ຖິ່ນ​ຖານ​ຈັກ​ຄົນ​ທີ່​ອາ​ໄສ​ຢູ່​ໃນ ສ​ເປນ
ໂດຍບໍ່ມີພໍ່ແມ່ຂອງເຂົາເຈົ້າຢູ່ນຳ ແລະ ນັ້ນແມ່ນສ່ວນນຶ່ງຂອງບັນຫາ.

ສາມ​ເດືອນ​ທີ່​ຜ່ານ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສ​ເປນ ໄດ້​ຄາດ​ວ່າມີ​ເດັນ​ນ້ອຍ​ທີ່ບໍ່​ມີພໍ່​ແມ່
10,000 ຄົນອາໄສຢູ່ໃນປະເທດດັ່ງກ່າວ, 70 ເປີເຊັນໃນນັ້ນແມ່ນຊາວ ໂມຣັອກໂກ.
ແຕ່ເດັກນ້ອຍຍົກຍ້າຍຖິ່ນຖານຫຼາຍກວ່າ 11,000 ຄົນໄດ້ຖືກບັນທຶກວ່າເດີນທາງເຂົ້າ
ປະເທດ ສເປນ ໃນປີ 2018 ພຽງປີດຽວ, ແລະ ການຫຼັງໄຫຼຂອງຜູ້ຍົກຍ້າຍຖິ່ນຖານ
ໃນຄັ້ງທີ່ຜ່ານມາ ໄດ້ຜ່ານເຂົ້າມາຢ່າງໜ້ອຍ 4,000 ຄົນ, ອີງຕາມການກ່າວຂອງກຸ່ມ
ສັງຄົມພົນລະເຮືອນ.

ອົງ​ການ ຟັນ​ດາ​ຊີ​ອອນ ເຮ​ເຊັ​ສ (Fundacion Raices) ເຊິ່ງ​ແມ່ນອົງ​ການ​ທີ່ບໍ່​ຫວັງ
ຜົນກຳໄລເຊິ່ງສົ່ງເສີມສິດທິຂອງເດັກນ້ອຍຍົກຍ້າຍຖິ່ນຖານໄດ້ເວົ້າວ່າ “ການລົງທະ
ບຽນຂອງເດັກນ້ອຍທີ່ບໍ່ໄດ້ມານຳພໍ່ແມ່ແມ່ນບໍ່ໄດ້ເຮັດວຽກເປັນຢ່າງດີ. ອົງການທີ່ບໍ່
ຫວັງຜົນກຳໄລດັ່ງກ່າວໄດ້ເວົ້າວ່າ ດ້ວຍການບໍ່ຮູ້ຕົວເລກທີ່ແທ້ຈິງ “ແມ່ນໜ້າເປັນ
ຫວ່ງຫຼາຍ, ເພາະວ່າມັນຈະເວົ້າເຖິງການບໍລິຫານທີ່ບໍ່ດີ ທີ່ແຜ່ຫຼາຍໃນປະເທດຂອງ
ພວກເຮົາ ກ່ຽວກັບ ນະໂຍບາຍການປົກປ້ອງເດັກນ້ອຍນັ້ນ.”

ສະ​ພາບ​ຂອງ​ເດັກ​ນ້ອຍ​ຍົກ​ຍ້​າຍ​ຖິ່ນ​ຖານ​ໃນ ສ​ເປນ ແມ່ນ​ໄດ້​ຖືກ​ກ່າວ​ເນັ້ນ​ອີກ​ຄັ້ງ​ນຶ່ງ,
ເທື່ອນີ້ໃນການຫຍັບໃກ້ເຂົ້າໃນການເລືອກຕັ້ງກະທັນຫັນທີ່ອາດເປັນໄປໄດ້ໃນທ້າຍ
ປີນີ້ ທີ່ປະທານາທິບໍດີ ເປໂດຣ ຊານເຊັສ, ຜູ້ນຳພາລັດຖະບານທີ່ແຕກຫັກງ່າຍນັ້ນ,
ອາດຕັດສິນໃຈເອີ້ນຈັດຂຶ້ນກໍໄດ້. ພັກອະນຸລັກນິຍົມ ປີກຂວາ ແມ່ນກຳລັງຕິດຕາມ
ແຜນການຂອງບັນດາຄູ່ຮ່ວມຂອງເຂົາເຈົ້າໃນປະເທດ ອິຕາລີ ແລະ ໄດ້ເພັ່ງເລັງໃສ່
ຜູ້ຍົກຍ້າຍຖິ່ນຖານດັ່ງກັບບັນຫາທີ່ອາດຈະໄດ້ຮັບໄຊຊະນະໃນການລົງຄະແນນສຽງ
ໃນການໂຄສະນາຫາສຽງກ່ອນການເລືອກຕັ້ງນັ້ນ.

ໃນ​ເດືອນ​ທີ່​ຜ່ານ​ມາ, ພັກ ວັອກ​ສ໌ ໄດ້​ກາຍ​ເປັນ​ພັກ​ຂວາ​ຈັດ​ພັກ​ທຳ​ອິດ​ໃນ​ສີ່​ທົດ​ສະ​ວັດ
ທີ່ໄດ້ຊະນະບ່ອນນັ່ງໃນສະພາປະຈຳພາກພື້ນໃນປະເທດ ສເປນ, ສ່ວນນຶ່ງແມ່ນກ່ຽວ
ກັບໜູນຫຼັງໃນການຮຽກຮ້ອງຂອງເຂົາເຈົ້າສຳລັບການສົ່ງພວກຄົນເຂົ້າເມືອງຜິດກົດ
ໝາຍກັບປະເທດ ແລະ ສຳລັບກຳແພງທີ່ຈະຖືກສ້າງຂຶ້ນອ້ອມເມືອງ ເຊອູຕ້າ (Ceuta)
ແລະ ເມລີຢາ (Melilla), ຊິ່ງແມ່ນດິນແດນສອງແຫ່ງຂອງ ສເປນ ທີ່ຕັ້ງຢູ່ໃກ້ກັບ
ອາຟຣິກາເໜືອ, ເພື່ອຢຸດພວກຄົນເຂົ້າເມືອງຜິດກົດໝາຍ ຜູ້ທີ່ໄດ້ປີນຂ້າຮົ້ວເຂດຊາຍ
ແດນຕ່າງໆ.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ອະ​ນຸ​ລັກ​ນິ​ຍົມ​ຂອງ ສ​ເປນ, ນຳ​ໜ້າ​ໂດຍ​ທ່ານ ພາ​ໂບ​ລ ຄາ​ຊາ​ໂດ,
ໄດ້ເວົ້າກ່ຽວກັບການຕໍ່ຕ້ານຄົນເຂົ້າເມືອງຂອງເຂົາເຈົ້າຢ່າງໜັກແໜ້ນ, ກໍໃຫ້ທ່ານ
ຊານເຊັສ ຕັ້ງກ່າວຫາເຂົາເຈົ້າ ກ່ຽວກັບ ການກະຕຸ້ນ “ຄວາມຢ້ານກົວໃຫ້ປະຊາຊົນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG