ທ່ານນັກຮຽນນັກສຶກສາທັງຫຼາຍກັບມາພົບກັນໃນລາຍການຮຽນພາສາອັງກິດນຶ່ງນາທີຂອງວີໂອເອ.
ສຳນວນ ພາສາອັງກິດທີ່ທ່ານຈະໄດ້ຮຽນໃນມື້ນີ້ແມ່ນ Play it by ear. Play it by ear ຈະແປວ່າ ສຸດແລ້ວແຕ່ ຫຼືຈະວ່າ ແລ້ວແຕ່ ກໍໄດ້ ຄຳວ່າ "ແລ້ວແຕ່" ມີໝາຍຄວາມວ່າ ແລ້ວແຕ່ຈະເຮັດ ຫລືຈະເວົ້າອີກຢ່າງນຶ່ງກໍໝາຍຄວາມວ່າໄປຕາມເລື້ອງ ຫລືສະຖານະການຂອງມັນ ເພາະວ່າບໍ່ມີແຜນການອັນແນ່ນອນ ເມື່ອເຖິງຍາມແລ້ວ ຖ້າເຫັນວ່າມັນເໝາະສົມແບບໃດກໍເຮັດໄປ ເຊັ່ນໃນກໍລະນີຂອງບົດສົນທະນາໃນພາສາອັງກິດລະຫວ່າງຜູ້ຊາຍກັບແມ່ຍິງຄົນນນຶ່ງ ທີ່ເປັນຊູ້ເປັນແຟນກັນ ທີ່ທ່ານຫາກໍໄດ້ຟັງຜ່ານໄປນັ້ນ.
ຜູ້ຊາຍຖາມວ່າ ເຈົ້າຢາກເຮັດຫຽັງໃນທ້າຍສັບປະດານີ້
ຜູ້ຍິງກໍຕອບວ່າ ບໍ່ຮູ້, ບາງທີ ພວກເຮົາຊິໄປເບິ່ງຮູບເງົາ ຫຼື ຈະໄປຊອກກິນເຂົ້າແລງຢູ່ບ່ອນໃດ ບ່ອນນຶ່ງກໍໄດ້. ລໍໄປເບິ່ງກ່ອນເໜາະວ່າມັນຊິເປັນຈັ່ງໃດ ບາດແລ້ວຈຶ່ງລົມກັນອີກ,
Why don’t we play it by ear?
ແລ້ວຜູ້ຊາຍກໍຕອບວ່າ ເອີ ຈັ່ງຊັ້ນກໍໄດ້ Sure! (Heh ….. Sure!)