ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສັ້ນ​ໄຍ ​ຈາກ​ພືດ ເຮັດ​ໃຫ້ ​ຄອນກ​ຣີດ ແຂງ​ແກ່ນ ​ຂຶ້ນກວ່າ​ເກົ່າ


Plant Fibers Make Stronger Concrete
please wait

No media source currently available

0:00 0:02:12 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ມັນ​ອາ​ດ​ເຮັດ​ໃຫ້​ທ່ານ​ແປກ​ໃຈທີ່​ວ່າ ຊີ​ເມັນ​ເປັນ​ຕົວການຮັບຜິດຊອບ​ ສຳ​ລັບການ​ປ່ອຍ
ອາຍຄາບັອນອອກມາ ເຖິງ 7 ເປີເຊັນຢູ່ໃນໂລກ ກໍເພາະວ່າ ມັນໃຊ້ຄວາມຮ້ອນຢ່າງ
ຫຼວງຫຼາຍ ເພື່ອຜະລິດຜົງ ທີ່ເປັນຕົ້ນຕໍ ຂອງຊີເມັນ ເຊິ່ງໃນທີ່ສຸດ ກໍພາໃຫ້ມັນແຂງໂຕ
ກາຍເປັນຄອນກຣີດ. ແຕ່ປາກົດວ່າ ທາດທີ່ເປັນເສັ້ນຫຼືໄຟເບີທຳມະດາ ຈາກຫົວກາ
ຫຼົດ ບໍ່ພຽງແຕ່ ຈະສາມາດຫຼຸດຜ່ອນຜົນກະທົບຂອງທາດຄາບັອນໄດ້ເທົ່ານັ້ນ ແຕ່ຍັງ
ສາມາດເຮັດໃຫ້ຄອນກຣີດແຂງແກ່ນກວ່າເກົ່ານຳດ້ວຍ. ນັກຂ່າວວີໂອເອ ເຄວິນ
ອີນັອກສ໌ ມີລາຍງານເລື້ອງນີ້ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ຫົວ​ກາຫຼົດ​ທຳ​ມະ​ດາ​ແມ່ນ​ແຫຼ່ງ​ທີ່​ມາ​ທີ່​ດີ​ຂອງ​ວິ​ຕາ​ມິນ ເອ, ແຕ່​ຜັກ​ທີ່​ມີ​ຮາກ​ ເປັນ​ໄຍ​ນີ້
ຍັງອາດເປັນພັນທະມິດ ໃນການຕໍ່ສູ້ກັບສະພາບອາກາດປ່ຽນແປງອີກດ້ວຍ.

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແລງແ​ຄ​ສ​ເຕີ ທີ່​ກຳ​ລັງ​ເຮັດ​ວຽກ​ກັບ​
ບໍລິສັດໃນປະເທດ ສກັອດແລນ ນັ້ນ, ໄດ້ບົດຫົວກາຫຼົດຈຳນວນຫຼາຍ ເພື່ອສະກັດເອົາ
ເກັດຂະໜາດນ້ອຍ, ທາດອາຕອມທີ່ຕິດຕໍ່ກັນເປັນສາຍໂສ້ ເຊິ່ງຍາກທີ່ຈະຂາດອອກ
ຈາກກັນ.

ການ​ເສີມ​ສານ​ສະ​ກັດ​ຂອງ​ຫົວ​ກາຫຼົດ​ໃສ່​ໃນ​ຜົງ​ຊີ​ເມັນ ຈະ​ເຮັດ​ໃຫ້ຄອນກ​ຣີດ​ແຂງ​ແກ່ນ
ຂຶ້ນກວ່າເກົ່າ.

ທ່ານ ໂມ​ຮາ​ເມັດ ຊາ​ຟີ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແລງແ​ຄສ​ເຕີ ກ່າວ​ວ່າ “ຜົນ​ເບື້ອງ​ຕົ້ນ​
ຂອງພວກເຮົາ ໄດ້ສະແດງໃຫ້ເຫັນວ່າ ການຕື່ມວັດຖຸຂະໜາດນ້ອຍຈາກຫົວກາຫຼົດປະ
ມານເຄິ່ງກິໂລໃສ່ ຈະຫຼຸດຈຳນວນຊີເມັນລົງປະມານ 10 ກິໂລກຣາມ ຕໍ່ຄອນກຣີດນຶ່ງ
ແມັດກ້ອນ.”

ເກັດ​ຂະ​ໜາດ​ນ້ອຍ​ຈະ​ຂະ​ຫຍາຍ​ປະ​ຕິ​ກິ​ລິ​ຍາ​ເຄ​ມີ​ ຂອງຄວາມ​ແຂງ​ແກ່ນໃນ​ຄອນ​ກ​ຣີດ,
ນັ້ນແມ່ນສິ່ງທີ່ຈະເຮັດໃຫ້ຄອນກຣີດແຂງແກ່ນ.

ໃນ​ການ​ທົດ​ສອບ​ຄວາມ​ດັນ​ນັ້ນ, ຄອນກ​ຣີດ​ຫົວ​ກາຫຼົດປະ​ຕິ​ບັດ​ການ​ໄດ້​ດີ​ເປັນ​ຢ່າງ​ຍິ່ງ.

ທ່ານ ໂມ​ຮາ​ເມັດ ຊາ​ຟີ​ ກ່າວ​ວ່າ “ມັນ​ເຮັດ​ໃຫ້​ຄອນກ​ຣີດ​ແຂງ​ແກ່ນ​ຂຶ້ນກວ່າ​ເກົ່າ ແລະ
ພວກເຮົາໄດ້ຄົ້ນພົບວ່າ ເຈົ້າສາມາດຂະຫຍາຍຄວາມແຂງແກ່ນໄດ້ເຖິງ 80 ເປີເຊັນ
ດ້ວຍການນຳໃຊ້ວັດຖຸໃໝ່ນີ້ພຽງໜ້ອຍດຽວ.”

ນັ້ນ​ບໍ່​ແມ່ນ​ທັງ​ໝົດ​ທີ່​ກຸ່ມ​ນັກ​ວິ​ທະ​ຍາ​ສາດ​ຢູ່​ມາ​ຫາ​ວິ​ທະ​ຍາ​ໄລ ແລງແຄ​ສ​ເຕີ ໄດ້​ຄົ້ນ​ຄິດ​
ຂຶ້ນມາ.

ໃນ​ການ​ສຶກ​ສາຄົ້ນຄວ້າ​ອີກອັນນຶ່ງຕ່າງ​ຫາກ, ກຸ່ມ​ດັ່ງ​ກ່າວ ​ໄດ້​ສ້າງ​ຊີ​ເມັນ​ອີກ​ຊະ​ນິດ​ນຶ່ງ​
ຂຶ້ນມາ ທີ່ມັນຈະເພີ່ມທາດໂປຕັສຊຽມໃສ່ຢ່າງຫຼວງຫຼາຍເຂົ້າໃນສ່ວນປະສົມ.

ເສີມ​ເສັ້ນ​ທອງ​ແດງ​ສອງ​ສາມ​ເສັ້ນ​ເຂົ້າ​ໄປ ແລະ ກ້ອນ​ສີ່​ຫຼ່ຽມ​ນ້ອຍໆ​ພວກນີ້ ​ກໍ​ຈະ​ກາຍ
ເປັນຖ່ານໄຟຄອນກຣີດຂະໜາດນ້ອຍ.

ດ້ວຍ​ການ​ຕໍ່​ມັນ​ໃສ່​ແຜງ​ແຊ​ລ​ແສງ​ອາ​ທິດ, ຂົວ​ຕ່າງໆ​ກໍ​ຈະ​ສາ​ມາດ​ເກັບ​ພະ​ລັງ​ງານໄດ້​
ດົນພໍ ທີ່ຈະສະໜອງໄຟຟ້າໃຫ້ດອກໄຟຂອງມັນໃນຍາມກາງຄືນ, ແລະ ຈະຕິດຕາມ
ສະພາບໂຄງສ້າງຂອງມັນເອງດ້ວຍ.

ທ່ານ ໂມ​ຮາ​ເມັດ ຊາ​ຟີ ກ່າວ​ວ່າ “ນອກ​ຈາກ​ຈະ​ເກັບ​ພະ​ລັງ​ງານ​ແລ້ວ ຖ່ານພວກນີ້ ກໍ​
ຍັງຈະສາມາດໃຊ້ເປັນຕົວເຊັນເຊີຂອງມັນເອງໄດ້. ໂດຍສະເພາະກໍແມ່ນວ່າ ເຈົ້າຈະ
ສາມາດສ້າງມັນໃນໂຄງຮ່າງຄືຂົວ ຫຼື ກັງຫັນລົມ ເພື່ອຈັບຮອຍແຕກທີ່ເກີດຈາກລົມ ຫຼື
ຈະລາຈອນຄັບຄັ່ງຢູ່ເທິງຂົວ.”

ນັ້ນ​ແມ່ນ​ຄວາມ​ຄິດ​ທີ່​ໃຫຍ່ ແລະ ໜ້າ​ຕື່ນ​ເຕັ້ນ, ແຕ່​ສິ່ງ​ທີ່​ບັນ​ດາ​ນັກ​ຄົ້ນ​ຄວ້າ​ດັ່ງ​ກ່າວນີ້ ​
ໄດ້ຄົ້ນພົບນັ້ນ ອາດຫຼຸດຜ່ອນຜົນກະທົບຈາກອາຍຄາບອນທີ່ເກີດມາຈາກຊີເມັນ, ແລະ
ນັ້ນອາດມີຜົນກະທົບຢ່າງໃຫຍ່ ໃນການຕໍ່ສູ້ກັບສະພາວະໂລກຮ້ອນກໍເປັນໄດ້.

It may surprise you...cement is responsible for seven percent of the world's carbon emissions. That's because it takes a lot of heat to produce the basic powdery base of cement that eventually becomes concrete. But it turns out that simple fibers from carrots could not only reduce that carbon footprint but also make concrete stronger. VOA's Kevin Enochs reports.

The simple carrot is a good source of Vitamin A, but this fibrous root vegetable may also be an ally in the fight against climate change.

Scientists from Lancaster University working with a Scottish firm, mashed up a lot of carrots to extract nanoplatelets, linked chains of atoms that are hard to break apart.

Adding this carrot extract to cement mixtures makes the resulting concrete a whole lot stronger.

"Our preliminary results show that adding about half a kilogram of carrot nanomaterial will reduce about 10 kilograms of cement per one cubic (meter of) concrete."

The nanoplatelets increase the amount of calcium silicate hydrate in concrete, that's what makes concrete strong.

In stress tests, the carrot concrete performed extremely well.

"... It makes the concrete more stronger and we found out you could increase the strength by 80 percent by using a small amount of this new material."

That's not all the team at Lancaster University came up with...

In a separate study, the team created another kind of cement that adds highly conductive potassium to the mixture.

Add a few bronze wires and these little blocks become little concrete batteries.

By connecting them to solar panels, bridges could hold a charge long enough to power their own lights at night, and monitor their own structural health.

"In addition to storing energy these batteries could be used as self-sensors. Essentially you can build them into a structure like a bridge or a wind turbine to detect cracks produced by winds or heavy traffic on a bridge."

That's a huge and exciting idea, but what these researchers have discovered could greatly reduce the carbon footprint of cement, and that could have a concrete impact in the fight against global warming.

XS
SM
MD
LG