ທ່ານ ເດລ ເຄຣັສແວລ ຄັດປືນຕິດແອວຢູ່ຕະຫຼອດເວລາ ບໍ່ວ່າຈະຢູ່ໃນຫ້ອງຮຽນ, ງານ
ແຂ່ງຂັນກິລາ ແລະ ເວລາໃດກໍຕາມ ທີ່ລາວຢູ່ໃນໂຮງຮຽນ. ນີ້ແມ່ນເລື່ອງທີ່ພວກເຮົາ
ຈະນຳມາສະເໜີທ່ານ ກ່ຽວກັບ ການພົກປືນຂອງບັນດານາຍຄູ ທີ່ໄດ້ກາຍມາເປັນເລື່ອງ
ປົກກະຕິ ຢູ່ໃນລັດ ອາແຄັນຊໍ. ຂໍເຊີນທ່ານຟັງລາຍລະອຽດຂອງເລື່ອງນີ້ໄດ້ ຈາກ
ພຸດທະສອນ.
ທ່ານ ເຄຣັສແວລ, ຄູຝຶກກິລາແລ່ນປີສຸດທ້າຍຂອງການສຶກສາ ແລະ ທີມນັກແລ່ນ
ຄຣັອສ ຄັນທຣີ, ແມ່ນນຶ່ງໃນກຸ່ມຂອງນາຍຄູກຸ່ມນ້ອຍໆກຸ່ມນຶ່ງ ແຕ່ກຳລັງຂະຫຍາຍຂຶ້ນ
ໃນທົ່ວ ສະຫະລັດ ນັ້ນໄດ້ເປັນອາສາສະໝັກຜູ້ນຶ່ງເພື່ອພົກປືນ. ຜູ້ຈ້າງຄົນງານຂອງ
ລາວ, ເຊິ່ງແມ່ນໂຮງຮຽນເມືອງ ຮີເບີ ສປຣິງສ໌, ຫາກໍ່ອອກມາເຄື່ອນໄຫວທາງໄຊ້ອອນ
ໄລນ໌ ໃນການສຶກສາພາກຮຽນນີ້.
ທ່ານ ເຄຣັສແວລ ໄດ້ກ່າວກ່ຽວກັບ ການຕັດສິນໃຈຂອງລາວ, ທີ່ຮັບຮູ້ວ່າ ລາວອາດຮູ້
ຈັກວ່າຜູ້ໃດອາດເປັນມືປືນ “ເປັນຄວາມຄິດທີ່ງ່າຍໆ. ເຊິ່ງຂ້າພະເຈົ້າມີລູກສາວຍັງ
ຮຽນຢູ່ໂຮງຮຽນ. ຂ້າພະເຈົ້າເຫັນມັນວ່າ ຂ້າພະເຈົ້າເປັນຜູ້ປົກປ້ອງ ຫຼາຍກວ່າຄົນໆ
ດຽວ. ຂ້າພະເຈົ້າປົກປ້ອງນັກຮຽນຄົນອື່ນໆທັງໝົດນຳ.”
ເພື່ອໃຫ້ຕົນເອງມີສິດໃນການພົກປືນ, ທ່ານ ເຄຣັສແວລ ແລະ ພະແນກສຶກສາອື່ນໆ
ລວມທັງບັນດາຜູ້ບໍລິຫານ ແລະ ຜູ້ຊ່ຽວຊານດ້ານ IT ຜູ້ທີ່ສາມາດເຄື່ອນໄຫວໄປມາ
ໄດ້ຢ່າງງ່າຍດາຍນັ້ນ ໄດ້ພາກັນທຳການກວດກາປະຫວັດຂອງຕົນ ແລະ ການທົດ
ສອບທາງຈິດຕະວິທະຍາ. ເຂົາເຈົ້າໄດ້ສືບຕໍ່ທຳການຝຶກຊ້ອມທີ່ມີຄວາມເຂັ້ມງວດຕື່ມ.
ທ່ານ ອາລັນ ສໂຕຟຟາເຈີ (Alan Stauffacher) ຜູ້ອຳນວຍການໂຮງຮຽນເມືອງ
ຮີເບີ ສປຣິງສ໌ ໄດ້ກ່າວວ່າ “ຂ້າພະເຈົ້າຮູ້ວ່າໃນລະດູຮ້ອນທີ່ຜ່ານມາ ມັນມີການເຄື່ອນ
ໄຫວຄັ້ງໃຫຍ່ຢູ່ທີ່ນີ້. ພວກເຮົາໂຊກດີທີ່ພວກເຮົາໄດ້ທຳການຕັດສິນໃຈໄວ ແລະ ພວກ
ເຮົາກໍສາມາດທີ່ຈະຂໍຄູຝຶກ ແລະ ໄດ້ຕາຕະລາງເວລາໃຫ້ພວກເຮົາ.”
ຫຼັງຈາກພາກການສຶກສາໄດ້ເລີ່ມຂຶ້ນແລ້ວ, ຄວາມແປກໃໝ່ໃນການພົກປືນຂອງທ່ານ
ເຄຣັສແວລ ກໍໄດ້ຈາງຫາຍໄປ. ເພິ່ນໄດ້ເວົ້າວ່າເມື່ອມີຄົນຖາມ, ພວກນັກຮຽນໄດ້ບອກ
ເພິ່ນວ່າ ເຂົາເຈົ້າຮອດບໍ່ຮູ້ວ່າເພິ່ນມີປືນ.
ໃນຂະນະທີ່ມັນປາກົດວ່າບໍ່ມີກົດໝາຍຫ້າມໃຊ້ມັນ, ປືນກໍແມ່ນຂອງທີ່ບໍ່ຄ່ອຍພາກັນ
ພົກພາໄປ ໂດຍບັນດານາຍຄູທັງຫຼາຍໃນລັດ ອາແຄນຊໍ ກ່ອນມືປືນອາຍຸ 20 ປີຈະໄດ້
ສັງຫານນັກຮຽນໜຸ່ມ 20 ຄົນ ແລະ ຜູ້ໃຫຍ່ 6 ຄົນຢູ່ໂຮງຮຽນປະຖົມ ແຊນດີ ຮຸກສ໌ ໃນ
ລັດ ຄັອນເນຕິກັດ ທາງພາກຕາເວັນອອກສຽງເໜືອຂອງ ສະຫະລັດ ໃນປີ 2012.
ເຫດການດັ່ງກ່າວໄດ້ເຮັດໃຫ້ທ່ານ ເດວິດ ຮັອບກິນສ໌, ຜູ້ກວດກາໂຮງຮຽນແຂວງ
ຄລາກສວິລ, ໃນ ລັດອາແຄນຊໍ, ເລີ່ມຄົ້ນຫາວິທີທີ່ມີປະສິດທິຜົນກວ່າເກົ່າ ເພື່ອປົກ
ປ້ອງພວກນັກຮຽນຂອງເພິ່ນ.
ທ່ານ ຮັອບກິນສ໌ ໄດ້ກ່າວວ່າ “ມັນໂຫດຮ້າຍຫຼາຍ. ສິ່ງແນວນັ້ນ ມັນເຮັດໃຫ້ເຈົ້າອຶ້ງ
ແທ້ໆ. ຂ້າພະເຈົ້າເລີ່ມໄດ້ຮັບສຽງໂທລະສັບຈາກພໍ່ແມ່ ແລະ ພໍ່ເຖົ້າ ແມ່ເຖົ້າທີ່ຖາມວ່າ,
ເຈົ້າກຳລັງເຮັດຫຍັງແດ່ ເພື່ອປົກປ້ອງລູກຫຼານຂອງພວກເຮົາ?”
ໃນເວລານັ້ນ, ທ່ານ ຮັອບກິນສ໌ ສົງໄສວ່າ ສິ່ງທີ່ທ່ານມີໃນຄວາມຄິດ ກ່ຽວກັບ ການໃຫ້
ພະແນກຕ່າງໆທົ່ວໄປໃນແຕ່ລະໂຮງຮຽນໃນເມືອງນັ້ນ ແມ່ນຖືກກົດໝາຍຫຼືບໍ່. ນັບຕັ້ງ
ແຕ່ນັ້ນມາ, ທ່ານກໍໄດ້ໃຫ້ຄຳແນະນຳໂຮງຮຽນແຫ່ງອື່ນໆໃນລັດ ອາແຄນຊໍ ເພື່ອປະຕິ
ບັດຕາມ.
ທ່ານໄດ້ຖາມວ່າ “ມັນບໍ່ແມ່ນວ່າ ພວກເຮົາຢາກເປັນພວກ ຄາວບອຍ, ແຕ່ຖ້າເຈົ້າເຊົາ
ແລະ ເຈົ້າຄິດຫາ ຄວາມເປັນຈິງຂອງຄົນໃດຄົນນຶ່ງທີ່ເຂົ້າມາໃນບ່ອນເຮັດວຽກຂອງເຈົ້າ
ຫຼື ໂຮງຮຽນຂອງເຈົ້າເດ, ເຈົ້າຈະບໍ່ຢາກກຽມພ້ອມໄວ້ບໍ?”
ການປົກປ້ອງໂຮງຮຽນຈາກການຍິງກັນໃນອະນາຄົດ ໄດ້ຄອບງຳເວລາຂອງບັນດາຜູ້
ບໍລິຫານ ແລະ ບັນດາສະມາຊິກສະພາ. ໃນປີນີ້ພຽງປີດຽວ, 113 ຄົນໄດ້ຖືກຂ້າຕາຍ ຫຼື
ໄດ້ຮັບບາດເຈັບຈາກການຍິງກັນຢູ່ໂຮງຮຽນ ໃນ ສະຫະລັດ.
ຫຼັງຈາກເຫດການຍິງກັນຢູ່ໂຮງຮຽນ ພາກແລນ, ລັດຟລໍຣິດາແລ້ວ, ຜູ້ປົກຄອງລັດ
ອາແຄນຊໍ ທ່ານນາງ ອາຊະ ຮັດຈິນສັນ ກໍໄດ້ມອບວຽກໃຫ້ຄະນະກຳມະການນຶ່ງ ສຶກ
ສາວິທີເພື່ອປ້ອງກັນການຍິງກັນຢູ່ໂຮງຮຽນໃນອະນາຄົດ.
ລາຍງານຂອງເຂົາເຈົ້າທີ່ໄດ້ເປີດເຜີຍໃນຕົ້ນເດືອນນີ້ໄດ້ເນັ້ນວ່າ ແຕ່ລະໂຮງຮຽນຕ້ອງ
ໄດ້ທຳການຕັດສິນໃຈສຳລັບເຂົາເຈົ້າເອງ, ແຕ່ໄດ້ສະເໜີວ່າ “ບໍ່ໃຫ້ມີໂຮງຮຽນໃດ
ຄວນປາສະຈາກຜູ້ທີ່ມີອາວຸດປ້ອງກັນ ໃນເວລາທີ່ພະນັກງານ ແລະ ພວກເດັກນ້ອຍ
ກຳລັງເຂົ້າຮຽນໜັງສືຢູ່ ຫຼື ເຮັດກິດຈະກຳນອກຫຼັກສູດການສຶກສາທີ່ສຳຄັນຢູ່.”
ການສຶກສາທີ່ໄດ້ເປີດເຜີຍໃນເວັບໄຊ້ຂ່າວ Vice News ໃນເດືອນມີນາທີ່ຜ່ານມາ
ໄດ້ພົບວ່າ ຢ່າງໜ້ອຍ 14 ລັດໃນຈຳນວນ 50 ລັດ ໄດ້ອະນຸຍາດໃຫ້ນາຍຄູພົກປືນ
ແລະ ອີກ 16 ລັດອານຸຍາດໃຫ້ຄະນະກຳມະການປົກຄອງໂຮງຮຽນ ຕັດສິນໃຈເອົາ
ເອງ ກ່ຽວກັບ ບັນຫາດັ່ງກ່າວ.