ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສົ່ງສານ ອວຍພອນ ວັນຂຶ້ນປີໃໝ່ ມາຍັງ ປະຊາຊົນລາວ


ທ່ານຈອນ ເຈ ຊຸລລີວານ (John J. Sullivan) ຮັກສາການ ລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ
ທ່ານຈອນ ເຈ ຊຸລລີວານ (John J. Sullivan) ຮັກສາການ ລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ

ທ່ານຈອນ ເຈ ຊຸລລີວານ (John J. Sullivan) ຮັກສາການລັດຖະມົນຕີກະ ຊວງການ
ຕ່າງປະເທດສະຫະລັດ ສົ່ງສານອວຍພອນວັນຂຶ້ນປີໃໝ່ ມາຍັງປະຊາຊົນລາວ.

ທ່ານຊຸລລີວານ ກ່າວວ່າ ໃນນາມຜູ້ຕາງຫນ້າ ໃຫ້ລັດຖະບານສະຫະລັດອາເມຣິກາ ຂ້າ
ພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງປະຊາຊົນລາວບັນດາເຜົ່າ ທຸກທົ່ວຫນ້າ
ເນື່ອງໃນໂອກາດວັນສະເຫຼີມສະຫຼອງປີໃໝ່ລາວ ໃນວັນທີ 14 ເມສານີ້. ການຮ່ວມມື
ແບບກວມລວມ ທັງສອງຝ່າຍຂອງພວກເຮົາໄດ້ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງ
ຫວ່າງບໍ່ດົນມານີ້ ທ່ານລັດຖະມົນຕີກະຊວງການຄ້າສະຫະ ລັດແລະຜູ້ແທນຂັ້ນສູງສາມ
ຄະນະຈາກລັດຖະສະພາສະຫະລັດກໍໄດ້ມາຢ້ຽມຢາມ ສປປ ລາວ. ສາຍພົວພັນອັນ
ເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ລະ ຫວ່າງປະຊາຊົນທັງສອງຊາດແລະ
ພວກເຮົາຍັງສືບຕໍ່ ໃຫ້ການສະໜັບສະໜຸນເປົ້າໝາຍການພັດທະນາຂອງລັດຖະບານ
ສປປ ລາວໂດຍສະເພາະການຊ່ວຍ ເຫຼືອດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກ
ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງພວກເຮົາ ຕໍ່ສາຍພົວພັນອັນຍືນຍົງ ແລະ
ມີປະສິດທິຜົນ ກັບ ສປປ ລາວ.

ທ່ານຊຸລລີວານ ກ່າວສະຫຼຸບວ່າ ຂ້າພະເຈົ້າຂໍອວຍພອນໄຊມາຍັງປະຊາຊົນລາວທຸກ
ທົ່ວຫນ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມມ່ວນຊື່ນ ໃນໂອກາດວັນຂຶ້ນປີ ໃໝ່ລາວນີ້.

ຂະບວນແຮ່ພະບາງໃນໂອກາດສະຫລອງປີໃໝ່ລາວ ຢູ່ນະຄອນຫລວງພະບາງ
ຂະບວນແຮ່ພະບາງໃນໂອກາດສະຫລອງປີໃໝ່ລາວ ຢູ່ນະຄອນຫລວງພະບາງ

On behalf of the Government of the United States of America, I extend best wishes to the people of the Lao People’s Democratic Republic as they celebrate “Pi Mai Lao” on April 14.

Our bilateral Comprehensive Partnership continues to grow, as exemplified recently by the first-ever visit to Laos by a U.S. Secretary of Commerce and visits by three delegations from the U.S. House of Representatives. The strong and growing people-to-people ties between our two countries, and our continued support for the Lao government’s development goals, in particular assistance in clearing unexploded ordnance, further demonstrates our commitment to a lasting and productive friendship with Laos.

I wish all Lao people a prosperous and joyful Lao New Year.

XS
SM
MD
LG