ບັນດາທ່ານຜູ້ຟັງທີ່ເຄົາລົບໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາສໍາລັບຄໍ່າຄືນນີ້ ທ່ານຈະໄດ້ຮັບຟັງການໂອ້ລົມກັບປ້າພຸດທະຮັກ ທາຣະສິນ, ທີ່ພິການຂາ ແລະອາໄສຢູ່ໃນເມືອງແກຣນ ແພຣຣີ (Grand Prairie), ລັດເທັກຊັສ. ເຖິງຈະເປັນຄົນພິການຂາ ມາແຕ່ຍັງນ້ອຍກໍຕາມ ແຕ່ ປ້າກໍໄດ້ຍົກຍ້າຍມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດຢ່າງປະສົບຜົນສໍາເລັດແລະ ກໍມີຈິດໃຈ ຢາກກັບໄປຊ່ວຍສ້າງສາບ້ານເກີດເມືອງນອນຂອງຕົນອີກ. ລາຍລະ ອຽດຈະເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງການສໍາພາດນີ້ຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.
ຄ້າຍກັນກັບຫລາຍພັນຄົນ ທີ່ໄດ້ອອກຈາກບ້ານເກີດເມືອງນອນໃນຊ່ວງທີ່ລາວ ໃກ້ຈະປ່ຽນແປງລະບອບການປົກຄອງໃນ ປີ 1975 ຫລືຫລັງຈາກນັ້ນ ປ້າພຸດ ທະຮັກ ທາຣະສິນ ກໍເປັນຜູ້ນຶ່ງທີ່ມີຄວາມໄຝ່ຝັນຢາກມີຊີວິດທີ່ດີກວ່າເກົ່າ ແລະ ກ້າວຂຶ້ນໄປໃຫ້ສູງທີ່ສຸດເທົ່າທີ່ຕົນຈະເຮັດໄດ້ ບໍ່ວ່າດ້ານເສດຖະກິດກໍຄືດ້ານສັງ ຄົມ ເຖິງແມ່ນປ້າຈະພິການຂາມາແຕ່ອາຍຸ 6 ປີກໍຕາມ.
ປ້າເປັນລູກຫລ້າຂອງ ຄອບຄົວນັກທຸລະກິດແລະມີອ້າຍຄົນນຶ່ງແລະເອື້ອຍຄົນນຶ່ງ. ປ້າພິການຂາຍ້ອນ ເປັນພະຍາດໂປລິໂອ. ພໍ່ແມ່ຂອງປ້າ ເປັນຄົນແຂວງຊຽງຂວາງ ທີ່ໄດ້ຍົກຍ້າຍ ມາຢູ່ບ້ານສວນມອນ, ນະຄອນຫລວງວຽງຈັນ. ປ້າອອກຈາກລາວພ້ອມກັບແມ່ ແລະເອື້ອຍໃນກາງປີ 1975. ສ່ວນພໍ່ແລະອ້າຍນັ້ນໄດ້ເສຍຊີວິດໄປກ່ອນນັ້ນແລ້ວ.
ປ້າພຸດທະຮັກເປັນຄົນຮຽນໜັງສືເກັ່ງ ແຕ່ວ່າຫລັງຈາກຮຽນຈົບຊັ້ນປະຖົມຢູ່ລາວ ນັ້ນແລ້ວ ທ່ານຄູກໍບອກພໍ່ ຂອງປ້າວ່າ “ຢ່າໃຫ້ລາວຮຽນຕໍ່ເລີຍ. ເຖິງລາວຈະ ຮຽນສູງປານໃດກໍບໍ່ມີໃຜຈະຈ້າງລາວ ເຮັດລ້າເຮັດການດອກ.” ຄໍາເວົ້ານັ້ນເຮັດໃຫ້ປ້າຮູ້ສຶກເສຍໃຈຫຼາຍ ເພາະສະນັ້ນ ຫຼັງຈາກມາຮອດສະຫະລັດໃນປີ 1976 ປ້າກໍໄດ້ສະແຫວງຫາຮຽນເອົາວິຊາຄວາມຮູ້ມາຕະຫລອດເພື່ອຈະຊ່ວຍໂຕເອງ ໄດ້ ຊຶ່ງຕອນນັ້ນ ປ້າພ້ອມດ້ວຍແມ່ ແລະຄອບຄົວຂອງເອື້ອຍໄດ້ ມາຢູ່ລັດລຸຍ ເຊຍນາ. ທໍາອິດປ້າຮຽນພາສາອັງກິດແລ້ວຈາກນັ້ນກໍຮຽນວິຊາຊີບຕ່າງໆເພາະ ປ້າມີຄວາມດີໃຈນໍາໂອກາດຕ່າງໆ ທີ່ລັດຖະບານສະຫະລັດໄດ້ເອົາໃຫ້ແກ່ຄົນ ພິການ ທີ່ຝັກໄຝ່ໃນການຮໍ່າຮຽນຄວາມຮູ້ ເພື່ອຈະປະກອບອາຊີບຫາລ້ຽງຕົນ ເອງໄດ້. ປ້າທັງຮຽນໜັງສື ແລະກໍເຮັດການໄປນໍາ ຊຶ່ງບາງຄົນກໍອາດຄິດວ່າ ມັນລໍາບາກຫລາຍ ແຕ່ວ່າປ້າກັບຄິດວ່າຕົນເປັນຄົນໂຊກດີຫຼາຍທີ່ທັງສາມາດ ໄປຮຽນໜັງສື ແລະກໍສາມາດຫາລ້າຫາການໄດ້ ຊຶ່ງເປັນເລື້ອງທີ່ຫາຍາກສໍາລັບຄົນພິການ ຊຶ່ງປ້າເລົ່າເຖິງເລື້ອງນີ້ສູ່ຟັງວ່າ:
ສິ່ງສໍາຄັນທີ່ສຸດທີ່ເຮັດໃຫ້ປ້າມີອິດສະຫລະອັນໃຫຍ່ຫລວງໃນຊີວິດກໍຄື ການຂັບ ລົດໄດ້ດ້ວຍຕົວເອງ ແລະພາຄົນອື່ນໄປມາໄດ້ຢ່າງສະດວກດີຕັ້ງແຕ່ຕອນປ້າມີ ອາຍຸໄດ້ 26 ປີ ຫຼັງຈາກໄດ້ເຂົ້າມາຢູ່ສະຫະລັດໄດ້ປີກວ່າ. ດ້ວຍໃຈສະແຫວງ ຫາການຮຽນຮູ້ ແລະກ້າຫານ ປ້າຂໍຄວາມຊ່ວຍເຫລືອແລະໃຫ້ຄໍາແນະນໍາຈາກ ຄົນໃນຄຸ້ມບ້ານຄົນນຶ່ງ ທີ່ພິການຂາ ແຕ່ຂັບລົດໄດ້ ໂດຍໃຊ້ເຄື່ອງມືຊ່ວຍ ສໍາ ລັບຄົນພິການຂາ. ປ້າເລົ່າເຖິງການຮຽນຂັບລົດ ຫລັງຈາກໄດ້ເບິ່ງຊາຍພິການ ຄົນນັ້ນຂັບໃຫ້ເບິ່ງເທື່ອນຶ່ງແລ້ວສູ່ຟັງວ່າ:
ໃນຕອນທີ່ຍັງບໍ່ທັນຂັບລົດເອງໄດ້ນັ້ນ ປ້າກໍຕ້ອງອາໄສແມ່ ພາໄປໂຮງຮຽນ ຊຶ່ງປ້າເລົ່າເລື້ອງລໍາບາກຂອງແມ່ ໃນຕອນນັ້ນສູ່ຟັງວ່າ:
ຫລັງຈາກນັ້ນປ້າ ກໍໄດ້ຍົກຍ້າຍມາຢູ່ເມືອງແກຣນ ແພຣຣີ, ລັດເທັກຊັສ ຊຶ່ງ ເປັນລັດໃຫຍ່ແລະມີວຽກເຮັດງານທໍາຫລາຍ. ຢູ່ນີ້ປ້າໄດ້ເຮັດວຽກເປັນຜູ້ກວດ ກາສິນຄ້າ ແລະຮັບປະກັນຄຸນນະພາບຂອງຜະລິດຕະພັນສິ້ນສ່ວນເຄື່ອງຈັກ ໃຫ້ແກ່ບໍລິສັດຮິຕາຊິ (Hitachi) ເປັນເວລາ 18 ປີ ຊຶ່ງເປັນວຽກງານຫລັກໆ ທີ່ປ້າເຮັດມາດົນກວ່າໝູ່. ປ້າເລົ່າເລື້ອງນີ້ດ້ວຍຄວາມພູມໃຈສູ່ຟັງວ່າ:
ແຕ່ກ່ອນຈະໄດ້ເຂົ້າເຮັດວຽກງານນີ້ໄດ້ປ້າຜູ້ທີ່ຊອກຮູ້ຂໍ້ມູນຕ່າງໆ ໃນການຫາ ວຽກຫາງານຢູ່ຕະຫລອດ ແລະມີນ້ຳໃຈສູງຂັບລົດພາໝູ່ໄປຫາງານນັ້ນ ເລົ່າ ເລື້ອງທີ່ໜ້າສະເທືອນໃຈ ແລະກໍໂຊກດີ ໃນການຫາງານຂອງປ້າສູ່ຟັງວ່າ:
ເມື່ອາຍຸໄດ້ 60 ກວ່າປີ ທີ່ມີເງື່ອນໄຂທີ່ສາມາດອອກກິນເບ້ຍບໍານານແລ້ວ ປ້າກໍໄດ້ຮັບເງິນບໍານານ ແລະກໍດໍາລົງຊີວິດຢູ່ກັບຫລານສາວ ກໍຄືລູກສາວກົກຂອງເອື້ອຍຂອງປ້າ. ເມື່ອກ່ອນນັ້ນ ຫລັງຈາກຍົກຍ້າຍມາຢູ່ ລັດເທັກຊັສແລ້ວ ປ້າກໍໄດ້ແຕ່ງງານກັບຜູ້ຊາຍລາວຄົນນຶ່ງເປັນເວລາ 9 ປີ. ສາມີຂອງປ້ານັ້ນ ທີ່ໄດ້ຢ່າຮ້າງກັບພັນລະຍາຢູ່ລາວໄດ້ສິບກວ່າ ປີ ແລ້ວ ແລະກໍມີລູກ 3 ຄົນກ່ອນຈະມາແຕ່ງງານກັບປ້າ, ຊຶ່ງປ້າເລົ່າເຖິງສາມີຂອງປ້າສູ່ຟັງວ່າ:
ລັດເທັກຊັສທີ່ຕັ້ງຢູ່ພາກໃຕ້ນັ້ນ ເປັນລັດທີ່ມີພົນລະເມືອງຫລາຍເປັນອັນດັບສອງ ຂອງສະຫະລັດ ຮອງຈາກລັດຄາລິຟໍເນຍທີ່ຕັ້ງຢູາພາກຕາເວັນຕົກຂອງປະເທດ. ເມືອງແກຣນ ແພຣຣີ (Grand Prairie) ເປັນເມືອງທີ່ຕັ້ງຢູ່ລະຫວ່າງກາງຂອງ ເມືອງໃຫຍ່ສອງເມືອງຄືເມືອງດາລາສ ທີ່ເປັນເມືອງທີ່ມີຄົນເຊື້ອສາຍລາວອາໄສ ຢູ່ຫລາຍເປັນອັນດັບ 4 ໃນສະຫະລັດ ແລະເມືອງຝອດເຫວີດ. ເປັນເມືອງທີ່ມີ ເສດຖະກິດຂະຫຍາຍຕົວດີ ແລະຄົນລາວ ກໍມີວຽກເຮັດງານທໍາດີ. ມີການສ້າງສາວັດວາອາຮາມ ຊຶ່ງໃນເຂດນັ້ນມີວັດລາວເຖິງ 3 ແຫ່ງ. ປ້າພຸດທະຮັກເລົ່າ ເຖິງເລື້ອງນີ້ວ່າ:
ພ້ອມກັນນັ້ນໃນເຂດນັ້ນກໍເປັນເຂດທີ່ມີຊື່ສຽງໃນດ້ານອຸດສາຫະກໍາຜະລິດເຄື່ອງ ທັນສະໄໝແລະຄົນລາວກໍເຮັດວຽກຢູ່ໃນນັ້ນຫລາຍ ແລະຢູ່ໃນເມືອງນັ້ນກໍມີ ຊື່ ສຽງໃນການຜະລິດອຸປະກອນການແພດໃຊ້ໃນການຜ່າຕັດເພື່ອເສີມຄວາມງາມ ດັ່ງປ້າເລົ່າລາຍລະອຽດສູ່ຟັງວ່າ:
ເຖິງຢ່າງໃດກໍຕາມ ປ້າພຸດທະຮັກກໍບໍ່ເຄີຍລືມບ້ານເກີດເມືອງນອນຂອງຕົນ ແລະກໍຢາກນໍາເອົາຄວາມຮູ້ຕ່າງໆ ທີ່ປ້າມີໄປແບ່ງປັນໃຫ້ພີ່ນ້ອງຊາວລາວ ໃນປະເທດໃຫ້ຮຽນຮູ້ນໍາເພື່ອຈະໄດ້ເປັນປະໂຫຍດໃນການສ້າງສາພັດທະນາ ບ້ານເມືອງບໍ່ຫລາຍກໍໜ້ອຍ ດັ່ງປ້າເວົ້າເຖິງຄວາມຮູ້ສຶກຂອງປ້າສູ່ຟັງວ່າ:
ປັດຈຸບັນປ້າດໍາລົງຊີວິດຢ່າງມີຄວາມສຸກຢູ່ກັບລູກຫລານ ຊຶ່ງມີຄອບຄົວໃຫຍ່ ເພາະປ້າມີຫລານ 8 ຄົນ ແລະແຕ່ລະຄົນກໍແຕ່ງງານໝົດແລ້ວ. ເຖິງປ້າຈະມີລາຍຮັບຈາກເງິນບໍານານແລ້ວ ແຕ່ກໍຍັງມີການລົງທຶນເຮັດທຸລະກິດຜະລິດ ລົດໄຟຟ້າທີ່ແລ່ນໄດ້ 24 ຊົ່ວໂມງໂດຍບໍ່ຕ້ອງສາກໄຟແລະຈະອອກມາສູ່ຕະ ຫລາດໃນປີໜ້ານີ້. ປ້າເຮັດທຸລະກິດນີ້ຮ່ວມກັບລູກຮັກຂອງປ້າທີ່ເປັນຄົນເຊື້ອ ສາຍລາວ ແລະຮຽນຈົບຝ່າຍວິສະວະກໍາກົນຈັກຈາກມະຫາວິທະຍາໄລແຫ່ງ ນຶ່ງໃນສະຫະລັດ. ປ້າເປັນຜູ້ລະດົມທຶນ ຫລືຂາຍຮຸ້ນໃຫ້ແກ່ບໍລິສັດນັ້ນ ຊຶ່ງກໍຄືບໍລິສັດ LGNi.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ຄືການສໍາພາດ ກັບປ້າພຸດທະຮັກ ທາຣະສິນ ທີ່ ເລົ່າເຖິງການຍາດເອົາໂອກາດສຶກສາຮໍ່າຮຽນ ໃນຂະນະທີ່ມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ແລະກໍໄດ້ຮັບຜົນສໍາເລັດຢ່າງໃຈຫວັງ ເຖິງແມ່ນວ່າປ້າຈະເປັນຄົນພິການຂາກໍຕາມ. ຂໍເຊີນບັນດາທ່ານພົບກັບ ລາຍການຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.