ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດພູເບ້ຍມາຍນິງ ຜະລິດທອງແດງ ແລະ ຄຳ ໄດ້ເພີ່ມຂຶ້ນ 6 ຫາ 12 ເປີເຊັນໃນປີ 2016


ເຂດຂຸດຄົ້ນບໍ່ແຮ່ ຂອງບໍລິສັດພູເບ້ຍມາຍນິງ.
ເຂດຂຸດຄົ້ນບໍ່ແຮ່ ຂອງບໍລິສັດພູເບ້ຍມາຍນິງ.

ບໍລິສັດ ພູເບ້ຍມາຍນິງ ສາມາດຜະລິດແຮ່ທອງແດງ ແລະ ແຮ່ຄຳ ໄດ້ເພີ່ມຂຶ້ນ 6 ເປີ
ເຊັນ ຫາ 12 ເປີເຊັນ ແລະ ໄດ້ຊຳລະພັນທະພາສີອາກອນຕ່າງໆໃຫ້ລັດຖະບານ ລາວ ຫຼາຍກວ່າ 50 ລ້ານໂດລາໃນປີ 2016 ທີ່ຜ່ານມາ.

ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍມາຍນິງ ຈຳກັດ ຢືນຢັນວ່າການ
ຜະລິດແຮ່ທາດຢູ່ທີ່ເຂດສຳປະທານ 2 ແຫ່ງຂອງບໍລິສັດຄືເຂດພູຄຳ ແລະ ເຂດບ້ານ
ຫ້ວຍຊາຍໃນແຂວງໄຊສົມບູນ ໃນຕະຫຼອດປີ 2016 ໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍລະ
ຫວ່າງ 6 ຫາ 12 ເປີເຊັນ ທຽບໃສ່ປີ 2015 ໂດຍສາມາດຜະລິດແຮ່ທອງແດງໄດ້ໃນປະ
ລິມານລວມ 89,187 ໂຕນກັບແຮ່ຄຳ 217,482 ອອນ ແລະ ແຮ່ເງິນຫຼາຍກວ່າ
1,636,590 ອອນ.

ຊຶ່ງດ້ວຍການຜະລິດແຮ່ທາດທີ່ເພີ່ມຂຶ້ນດັ່ງກ່າວ ກໍເຮັດໃຫ້ບໍລິສັດ ພູເບ້ຍມາຍນິງ ຈຳ
ກັດໄດ້ຊຳລະຄ່າພາສີອາກອນແຮ່ທາດໃຫ້ແກ່ລັດຖະບານ ລາວ ເພີ່ມຂຶ້ນຈາກ 37 ລ້ານ
ໂດລາໃນປີ 2015 ເປັນເກີນກວ່າ 50 ລ້ານໂດລາໃນປີ 2016 ແລະ ໃນປີ 2017 ນີ້ບໍລິ
ສັດ ພູເບ້ຍມາຍນິງ ຈຳກັດຍັງໄດ້ຄາດໝາຍວ່າການຜະລິດແຮ່ທາດຈາກທັງ 2 ເຂດ
ສຳປະທານຈະເພີ່ມຂຶ້ນຈາກປີ 2016 ໃນອັດຕາສະເລ່ຍບໍ່ຫຼຸດ 10 ເປີເຊັນອີກດ້ວຍ ແລະ ຖ້າຫາກຄິດໄລ່ນັບແຕ່ປີ 2007 ເປັນຕົ້ນມາກໍປາກົດວ່າບໍລິສັດ ພູເບ້ຍມາຍນິງ ຈຳ
ກັດໄດ້ຊຳລະຄ່າພາສີຊັບພະຍາກອນແຮ່ທາດໃຫ້ກັບ ລັດຖະບານ ລາວ ແລ້ວຄິດເປັນ
ມູນຄ່າລວມເກີນກວ່າ 500 ລ້ານໂດລາ.

ທັງນີ້ໂດຍບໍລິສັດ ພູເບ້ຍມາຍນິງ ຈຳກັດເປັນ 1 ໃນ 657 ບໍລິສັດທີ່ໄດ້ຮັບອະນຸມັດ
ສຳປະທານໃນການສຳຫຼວດ ແລະ ຂຸດຄົ້ນແຮ່ທາດທັງໝົດ 942 ກິດຈະການໃນທົ່ວປະ
ເທດ ລາວ ຊຶ່ງໃນນີ້ເປັນການອະນຸມັດໂດຍຂັ້ນສູນກາງ 226 ບໍລິສັດໃນ 392 ກິດຈະ
ການ ແລະ ອະນຸມັດໂດຍຂັ້ນທ້ອງຖິ່ນ 431 ບໍລິສັດໃນ 550 ກິດຈະການໂດຍໃນປະຈຸ
ບັນນີ້ ກໍປາກົດວ່າມີ 511 ບໍລິສັດໃນ 693 ກິດຈະການໄດ້ທຳການຂຸດຄົ້ນແລ້ວ ຫາກແຕ່ກໍ
ປາກົດມີການຮ້ອງຮຽນຂອງປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກການສຳຫຼວດ ແລະ ຂຸດຄົ້ນແຮ່ທາດຢ່າງກວ້າງຂວາງໃນທົ່ວປະເທດ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ພາກ
ສ່ວນກ່ຽວຂ້ອງດຳເນີນການກວດກາສຳປະທານການສຳຫຼວດ ແລະ ຂຸດຄົ້ນແຮທາດໃນ
ທົ່ວປະເທດ ທັງຍັງໄດ້ເນັ້ນຢໍ້າໃຫ້ທຸກພາກສ່ວນຢຸດພິຈາລະນາກ່ຽວກັບ ການອະນຸຍາດ
ໃຫ້ສຳປະທານໂຄງການໃໝ່ໆຢ່າງສິ້ນເຊີງດ້ວຍ ດັ່ງທີ່ທ່ານ ທອງລຸນ ໄດ້ເນັ້ນຢໍ້າວ່າ.

"ລັດຖະບານສິເດັດຂາດບໍ່ທັນອະນຸຍາດໃຫ້ໃຜສຳຫຼວດຂຸດຄົ້ນອັນໂຕໃໝ່ ສຳລັບ
ໂຕເກົ່ານີ້ດຳເນີນໄປແຕ່ວ່າ ກວດກາ, ຄຸ້ມຄອງ, ຕິດຕາມ ເບິ່ງເຂົາເຮັດອັນທີ່ຜ່ານ
ມານັ້ນໄປໄດ້ຊ່ຳໃດ ເຮົາຄິດວ່າຊິໄດ້ເງິນໄດ້ຄຳບໍ່ໄດ້ຊໍ້າ ສຳຫຼວດໄປເລື້ອຍໆ ແຕ່ວ່າ
ບໍ່ສະເໜີຂຸດຄົ້ນ, ຕັ້ງໂຮງງານຈັກເທື່ອ, ສຸດທ້າຍລະວ່າ ແລ້ວລະເດີ ສຳຫຼວດບໍ່ມີປະ
ສິດທິຜົນ ໄປແລ້ວ ເປັນແນວນັ້ນຕົ້ວທີ່ຜ່ານມາ."

ທ່ານ ທອງລຸນ ໃຫ້ການຢືນຢັນວ່າ ການກວດກາດັ່ງກ່າວ ເພື່ອເປັນການຮັບປະກັນວ່າ
ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ໄດ້ຮັບການອະນຸຍາດສຳປະທານການ
ຂຸດຄົ້ນແຮ່ທາດຈາກລັດຖະບານ ລາວ ແລ້ວນັ້ນ ໄດ້ຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ໄດ້
ກຳນົດໄວ້ໃນສັນຍາຢ່າງຄົບຖ້ວນ ເພາະຈາກການກວດກາໃນໄລຍະທີ່ຜ່ານມາພົບວ່າ ການດຳເນີນງານຂອງບໍລິສັດສ່ວນໃຫຍ່ຍັງບໍ່ໄດ້ມາດຕະຖານ ແລະ ບໍ່ເປັນໄປຕາມ
ເງື່ຶອນໄຂຂອງສັນຍາເຊັ່ນ ການຄຸ້ມຄອງໃນຫຼາຍໆໂຄງການຍັງຂາດປະສິດທິພາບຈຶ່ງໄດ້
ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະ ສະພາບຊີ
ວິດການເປັນຢູ່ຂອງປະຊາຊົນ ລາວ ຢ່າງກວ້າງຂວາງ.

ແຕ່ຢ່າງໃດກໍຕາມ ສຳລັບໃນແຜນການປີ 2015-2016 ຜ່ານມາລັດຖະບານ ລາວ ກໍ
ໄດ້ວາງເປົ້າໝາຍສູ້ຊົນເຮັດໃຫ້ຜະລິດແຮ່ທາດມີມູນຄ່າລວມເຖິງ 11,000 ຕື້ກີບ ຫຼື
1,375 ລ້ານໂດລາ ໂດຍໄດ້ຂຸດຄົ້ນແຮ່ເງິນປະສົມຄຳໄດ້ເຖິງ 24,882 ໂຕນ, ທອງ
ແຜ່ນ 91,000 ໂຕນ, ທອງຝຸ່ນ 353,250 ໂຕນ, ຫີນກາວ 6 ແສນໂຕນ ແລະ ແຮ່ໂປ
ຕາສ ອີກຫຼາຍກວ່າ 2 ແສນໂຕນຕາມລຳດັບ ສ່ວນໃນແຜນການປີ 2016-2017 ນີ້ກໍ
ຄາດວ່າ ຜົນຜະລິດແຮ່ທາດຈະມີມູນຄ່າລວມບໍ່ນ້ອຍກວ່າ 12,000 ຕື້ກີບ ຫຼື ປະມານ
1,500 ລ້ານໂດລາ.

XS
SM
MD
LG