ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ ພູເບ້ຍ ມາຍນິງຈຳກັດ ສົ່ງມອບ ພັນທະພາສີ ເງິນປັນຜົນຕ່າງໆໃຫ້ ລັດຖະບານ ລາວ


ເຈົ້າໜ້າທີ່ບໍລິສັດ ພູເບ້ຍ ມາຍນິງ ຢືນຄວບຄຸມຂະບວນລົດບັນທຸກທີ່ບໍ່ຄຳ.
ເຈົ້າໜ້າທີ່ບໍລິສັດ ພູເບ້ຍ ມາຍນິງ ຢືນຄວບຄຸມຂະບວນລົດບັນທຸກທີ່ບໍ່ຄຳ.

ບໍລິສັດ ພູເບ້ຍ ມາຍນິງຈຳກັດ ສົ່ງມອບພັນທະພາສີ ເງິນປັນຜົນ ແລະ ຄ່າທຳ ນຽມຕ່າງໆໃຫ້ ລັດຖະບານ ລາວ 50 ກວ່າລ້ານໂດລາໃນປີ 2015 ແລະ ຄິດ ເປັນມູນຄ່າລວມຫຼາຍກວ່າ 460 ລ້ານໂດລານັບຈາກປີ 2003 ເປັນຕົ້ນມາ.

ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດພູເບ້ບ ມາຍນິງຈຳກັດ ຖະແຫຼງວ່າ ໃນຕະຫຼອດປີ 2015 ທີ່ຜ່ານມາ ບໍລິສັດພູເບ້ຍ ມາຍນິງ ໄດ້ປະກອບສ່ວນໃນ ການສ້າງລາຍຮັບດ້ວຍການສົ່ງມອບພັນທະພາສີອາກອນເງິນປັນຜົນ ຈາກ ການຮ່ວມທຶນໃນສັດສ່ວນ 10 ເປີເຊັນ ແລະ ຄ່າທຳນຽມຕ່າງໆໃຫ້ລັດຖະບານ ລາວ ໃນມູນຄ່າລວມຫຼາຍກວ່າ 50 ລ້ານໂດລາ.

ໂດຍການສົ່ງມອບເງິນໃນມູນຄ່າດັ່ງກ່າວນີ້ ຖືເປັນພັນທະທີ່ເກີດຈາກສິດສຳ ປະທານການຂຸດຄົ້ນແຮ່ຄຳໃນ 2 ພື້ນທີ່ດ້ວຍກັນ ກໍຄືເໝືອງແຮ່ພູຄຳ ແລະ ເໝືອງແຮ່ຫ້ວຍຊາຍ ໃນເຂດແຂວງໄຊສົມບູນ ເຊິ່ງໃນຕະຫຼອດປີ 2015 ທີ່ ຜ່ານມາ ສາມາດຂຸດຄົ້ນແຮ່ຄຳ ແລະ ຜະລິດຄຳແທ່ງ ລວມເຖິງເງິນແທ່ງ ໄດ້ລວມກັນເຖິງ 78,449 ໂຕນ ແລະ 221,616 ອອນ ກັບ 1,664,242 ອອນ ຕາມລຳດັບ.

ທ່ານ ຈັນເພັງ ໃຫ້ການຢືນຢັນດ້ວຍວ່ານັບແຕ່ປີ 2003-2015 ບໍລິສັດພູເບ້ຍ ໄດ້ສົ່ງມອບພັນທະຕ່າງໆໃຫ້ກັບລັດຖະບານ ລາວ ແລ້ວ ຄິດເປັນມູນຄ່າລວມ ຫຼາຍກວ່າ 460 ລ້ານໂດລາ ໂດຍເຖິງແມ່ນວ່າ ບໍລິສັດຕ້ອງປະເຊີນກັບບັນ ຫາລາຄາແຮ່ທາດຕົກຕ່ຳໃນໄລຍະ 3 ປີມານີ້ກໍຕາມຫາກແຕ່ບໍລິສັດກໍໄດ້ແກ້ໄຂ ບັນຫາດ້ວຍການຫຼຸດລາຄາວ່າຈ້າງແຮງງານຈາກຕ່າງປະເທດ ແລະ ຫັນມາວ່າ ຈ້າງແຮງງານ ລາວ ຫຼາຍຂຶ້ນ ເຊິ່ງກໍເຮັດໃຫ້ມີການຈ້າງງານ ລາວ ຄິດເປັນ 91 ເປີເຊັນກວ່າຂອງຈຳນວນແຮງງານທັງໝົດແລ້ວໃນປະຈຸບັນນີ້.

ທ່ານດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າ ການກະຊວງການເງິນ ຖະແຫຼງວ່າໃນແຜນການປະຈຳປີ 2014-2015 ທີ່ຜ່ານ ມາການຜະລິດໃນພາກການຂຸດຄົ້ນບໍ່ແຮ່ໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍ 9.16 ເປີເຊັນທຽບກັບແຜນການປະຈຳປີ 2013-2014 ໂດຍເປັນຜົນຜະລິດແຮ່ເງິນ ປະສົມຄຳ ໃນປະລິມານລວມ 17,000 ໂຕນ, ທອງຝຸ່ນ 183,034 ໂຕນ, ທອງ ແຜ່ນ 46,000 ແລະ ແຮ່ທາດຊະນິດອື່ນໆຈຳນວນໜຶ່ງ.

ໂດຍຜົນຜະລິດແຮ່ທາດດັ່ງກ່າວນີ້ຄິດເປັນມູນຄ່າລວມ 6,504.55 ຕື້ກີບ ຫຼື ປະ ມານ 813 ລ້ານໂດລາ ເຊິ່ງຫຼຸດລົງຈາກແຜນການປີ 2013-2014 ໃນອັດຕາສະ ເລ່ຍ 4.56 ເປີເຊັນເນື່ອງຈາກວ່າ ລາຄາແຮ່ທາດໃນຕະຫຼາດໂລກໄດ້ຕົກຕ່ຳລົງ ຢ່າງຕໍ່ເນື່ອງທີ່ປະກອບກັບຜົນຜະລິດແຮ່ຄຳໃນ ລາວ ກໍໄດ້ຫຼຸດລົງດ້ວຍ ເຊິ່ງກໍ ເປັນຜົນໂດຍກົງຈາກການທີ່ເໝືອງແຮ່ເຊໂປນ ຢູ່ເມືອງ ວິລະບູລີ ໃນແຂງ ສະຫວັນນະເຂດ ນັ້ນບໍ່ມີແຮ່ຄຳເຫຼືອໃຫ້ຂຸດຄົ້ນອີກຕໍ່ໄປ ນັບແຕ່ທ້າຍປີ 2013 ເປັນຕົ້ນມາແລ້ວ.

ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ໃຫ້ການຢືນຢັນວ່າສຳລັບໃນແຜນການປີ 2015-2016 ລັດຖະບານ ລາວ ຈະສູ້ຊົນເຮັດໃຫ້ຜົນຜະລິດແຮ່ທາດມີມູນຄ່າ ລວມເຖິງ 11,000 ຕື້ກີບ ຫຼື 1,375 ລ້ານໂດລາ ໂດຍຈະຂຸດຄົ້ນແຮ່ເງິນປະສົມ ຄຳໃຫ້ໄດ້ 24,882 ໂຕນ, ທອງແຜ່ນ 91,000 ໂຕນ, ທອງຝຸ່ນ 353,250 ໂຕນ, ຫີນກາວ 6 ແສນໂຕນ ແລະ ແຮ່ Potash ອີກຫຼາຍກວ່າ 2 ແສນໂຕນຕາມ ລຳດັບ.

ທັງນີ້ກະຊວງ ພະລັງງານ ແລະ ບໍ່ແຮ່ ຄາດໝາຍວ່າຜົນຜະລິດໃນພາກພະລັງ ງານ ແລະ ບໍ່ແຮ່ຈະເພີ່ມຂຶ້ນເປັນ 20 ເປີເຊັນຂອງມູນຄ່າຜະລິດຕະພັນລວມ (GDP) ໃນປີ 2020 ໂດຍສະເພາະການພັດທະນາພະລັງງານໃນ ລາວ ຍັງຈະສົ່ງ ຜົນດີຕໍ່ການພັດທະນາເຟື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ໃຫ້ດີຂຶ້ນດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ເນັ້ນຢ້ຳວ່າ.

"ການພັດທະນາໄຟຟ້າຢູ່ ສປປ ລາວ ສ່ວນໃຫຍ່ແມ່ນໄຟຟ້ານຳ້ຕົກເຊິ່ງຈັດ ເປັນ ພະລັງງານໃນກຸ່ມແຫຼ່ງພະລັງງານທີ່ສະອາດ ເປັນພະລັງງານທົດແທນໄດ້ ແລະ ມີຜົນກະທົບນ້ອຍຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ພ້ອມກັນນັ້ນ ພະລັງງານ ໄຟຟ້ານຳ້ຕົກຍັງປະກອບສ່ວນອັນໃຫຍ່ຫຼວງຕໍ່ການພັດທະນາທ້ອງ ຖິ່ນ ຊົນນະບົດໄປໃນຕົວ ເປັນການປະກອບສ່ວນສ້າງລາຍຮັບແຫ່ງຊາດຈາກ ການຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ຂະແໜງການອື່ນໆໄດ້ຮັບການພັດ ທະນາອີກດ້ວຍ."

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການຈະເພີ່ມຄວາມອາດສາມາດ ການຜະລິດພະລັງງານໄຟຟ້າຈາກ 6,265 MW ໃນປະຈຸບັນເປັນບໍ່ນ້ອຍກວ່າ 12,500MW ໃນປີ 2020 ຊຶ່ງຈະຕ້ອງດຳເນີນການກໍ່ສ້າງເຂື່ອນຈຳນວນ 38 ໂຄງການ ແລະ ໂຮງໄຟຟ້າຖ່ານຫີນ 1 ໂຄງການໂດຍໃນປະຈຸບັນນີ້ ໂຮງງານໄຟ ຟ້າ ຫົງສາລິກໄນທ໌ ຢູ່ໃນແຂວງ ໄຊຊຍະບູລີ ກໍໄດ້ຜະລິດກະແສໄຟຟ້າເພື່ອ ສົ່ງຂາຍ ໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ ນັບແຕ່ເດືອນ ມິຖຸນາ 2015 ເປັນ ຕົ້ນມາແລ້ວ.

XS
SM
MD
LG