ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ ຣັດ​ເຊຍ ​ລັກ​ຂະ​ໂມຍ ເອົາ​ວັດ​ຖຸ​ທີ່​ມີ​ກຳ​ມັນ​ຕະ​ພາບ​ລັງ​ສີ ໄປ​ຈາກ​ໂຮງ​ໄຟ​ຟ້າ ເຊີ​ໂນ​ໂບ​ລ ຂອງ​ຢູ​ເຄ​ຣນ


ຫ້ອງ​ແລບ​ນິວ​ເຄ​ລຍ "Ecocenter" ​ທີ່​ເຊີ​ໂນ​ໂບ​ລ ຫຼັງ​ຈາກ​ການ​ເຂົ້າ​ຢຶດ​ຄອງ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 5 ເມ​ສາ 2022. (Photo courtesy Evgen Kramarenko)
ຫ້ອງ​ແລບ​ນິວ​ເຄ​ລຍ "Ecocenter" ​ທີ່​ເຊີ​ໂນ​ໂບ​ລ ຫຼັງ​ຈາກ​ການ​ເຂົ້າ​ຢຶດ​ຄອງ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 5 ເມ​ສາ 2022. (Photo courtesy Evgen Kramarenko)

ຂອບ​ເຂດ ​ໃນການ​ທຳ​ລາຍ​ຂອງ​ຣັດ​ເຊຍ ຕໍ່ຢູ​ເຄ​ຣນ ໄດ້​ກາຍ​ມາ​ເປັນ​ທີ່​ແຈ້ງ​ຂາວຫຼາຍ​ຂຶ້ນ ດ້ວຍ​ບັນ​ດາຮູບ​ພາບຕ່າງໆ ທີ່ບອກ​ໃຫ້​ຮູ​ວ່າ ຣັດ​ເຊຍໄດ້ຂະ​ໂມຍ​ເອົາ​ວັດຖຸ​ທີ່​ເປັນອັນ​ຕະ​ລາຍ ໄປຈາກ​ສະ​ຖານ​ແຫ່ງ​ນຶ່ງ ໃກ້​ກັບ​ໂຮງ​ໄຟ​ຟ້າ​ນິວ​ເຄລຍ​ເຊີ​ໂນ​ໂບ​ລ ແລະຮູບ​ພາບ​ອື່ນໆ​ຈາກ​ເບ​ລາ​ຣຸ​ສ ເພີ້​ມ​ເຂົ້າໃສ່​ຫລັກ​ຖານ ທີ່​ພວກ​ທະ​ຫານຣັດ​ເຊຍ ໄດ້​ສົ່ງ​ວັດ​ຖຸ​ທີ່​ລັກ​ຂະ​ໂມຍ​ໄປ​ນັ້ນ ໂດຍທາງ​ໄປ​ສະ​ນີ ກັບ​ຄືນ​ໄປະ​ເທດ​ຂອງ​ພວກ​ເຂົາ. ​

ວີ​ໂອ​ເອ ໄດ້​ຮັບ​ຮູບ​ພາບ​ໂດຍ​ສະ​ເພາະ​ ຂອງຫ້ອງ​ແລັບນິວ​ເຄ​ລຍ ຈາ​ກ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ຄົນ​ນຶ່ງ​ກ່າວ​ວ່າ ກອງ​ທະ​ຫານ​ຣັດ​ເຊຍ​ໄດ້​ລັກ​ເອົາວັດ​ຖຸທີ່​ມີ​ກຳ​ມັນ​ຕະ​ພາບ​ລັງ​ສີ ທີ່​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ໄດ້ ​ຖ້າ​ຫາກ​ບໍ່​ຮັກ​ສາ​ໃຫ້​ດີ.

​ຫ້ອງ​ແລັບ​ນິວ​ເຄລຍ​ທີີ່​ເຫັນເມື່ອ​ກ່ອນ ​ໃນ​ຮູບ​ພ​າບ​ບໍ່​ໄດ້​ເຜີຍ​ແຜ່ ​ແມ່ນຢູ່​ໃນ​ເມືອງ​ເຊີ​ໂນ​ໂບ​ລ. ມັນ​ຖືກເກັບ​ຮັກ​ສາ​ໄວ້​ ຢູ່​ໃນ​ຕຶກ​ທີ່​ບໍ​ລິ​ຫານ​ໂດຍລັດ​ຖະ​ບານ ຢູ່​ໃນ​ເຂດ​ລັບ ​ອ້ອ​ມ​ແອ້ມໃກ້​ກັບ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ​ຂອງ​ເ​ຊີ​ໂນ​ໂບ​ລ ບ່ອນ​ທີ່ໃນ​ປີ 1986 ໄດ້​ເກີດ​ລະ​ເບີດ ເຮັດ​ໃຫ້​ເປັນ​ອຸ​ປະ​ຕິ​ເຫດທາງ​ນິວ​ເຄ​ລຍ ​ທີ່​ຮ້າຍ​ແຮງ​ສຸດ​ຂອງ​ໂລກ.

​ຜູ້​ອຳ​ນວຍ​ການ​ອົງ​ການ ທ່ານ​ອິຟ​ເຢັນ ກ​ຣາ​ມາ​ເຣນ​ໂກ ໄດ້​ສະ​ໜອງ​ຮູບ​ພາບ​ໃຫ້​ແກ່​ວີ​ໂອ​ເອ ​ໂດຍກ່າວ​ວ່າ ທ່ານ​ໄດ້​ຖ່າຍ​ຮູບ ​ໃນ​ວັນ​ທີ 5 ເມ​ສາ ເວ​ລາ​ຢ້ຽມ​ຢາມ ຫ້າ​ມື້​ຫລັງ​ຈາກ​ຣັດ​ເຊຍ​ ໄດ້​ຖອນ​ອອກ​ໄປ​ຈາກ​ເຊີ​ໂນ​ໂບ​ລ. ເຂົາ​ເຈົ້າ​ໄດ້​ຄວບ​ຄຸມ ເມືອງ ແລະ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍເມື່ອ​ວັນ​ທີ 24 ມີ​ນາ ຢູ່​ຈຸດ​ເລີ້ມ​ຕົ້ນ​ໃນ​ການ​ຮຸກ​ຮານ​ຢ່າງ​ເຕັມ​ທີ່ ​ຂອງ​ຣັດ​ເຊຍ.

“ພວກ​ເຮົາ​ມີ​ຫ້ອງແລັບຫ້ອງ​ນຶ່ງ ​ທີ່ມີ​ເຄື່ອງ​ອຸບ​ປະ​ກອນ​ ທີ່​ມີ​ກຳ​ມັນ​ຕະ​ພາບລັງ​ສີ ​ສຳ​ລັບ​ໃຊ້ເປັນ​ເຄື່ອງ​ມືວັດ​ແທກລະ​ດັບ​ຂອງ​ກຳ​ມັນ​ຕະ​ພາບລັງ​ສີ” ທີ່​ທ່າ​ນກ​ຣາ​ມາ​ເຣນ​ໂກ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ. ​ເຄື່ອ​ງວັດ​ແທກ​ນີ້ ເປັນ​ເຄື່ອງ​ມື​ຄວາມ​ປອດ​ໄພ ຕາມ​ປົກ​ກະ​ຕິ​ແລ້ວ ແມ່ນນຸ່ງ​ໂດຍ​ສ່ວນ​ບຸ​ກຄົນ ເພື່ອ​ເປັນ​ເຄື່ອງ​ໝາຍ ທີ່​ວັດ​ແທກກຳ​ມັນ​ຕະ​ພາບລັງ​ສີ ຮວມ​ທັງກຳ​ມັນ​ຕະ​ພາບ​ລັງສີ​ນິວ​ເຄ​ລຍ.

ເຄື່ອງວັດ​ແທກ​ຂອງ​ອົງ​ການ ທີ່ບັນ​ຈຸ​ທາດເຫລັກທີ່​ເປັນວັດຖຸ​ທີ່​ມີ​ກຳ​ມັນ​ຕະ​ພາບ​ລັງ​ສີ ເຮັດ​ໂດຍໂຮງ​ງານ​ລັດຖະ​ບານ​ຢູ​ເຄ​ຣນ USIE Izotop ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງສິ່ງ​ເຫລົ່າ​ນີ້ ​ຢູ່​ໜ້າ​ແວັບ​ໄຊ.

​ກະ​ລຸ​ນາ​ໃຊ້​ເບິ່ງ​ຢູ່ເ​ວັບ​ໄຊ​ນີ້:

[[Please use this hyperlink for “website” in above graf: https://izotop.ua/en/products/sources/sample/ ]]​ເຕື່

ທ່ານກ​ຣາ​ມາ​ເຣນ​ໂກ ກ່າວ​ວ່າ ສ່ວນ​ໃຫຍ່​ຂອງ​ບັນ​ດາ​ອຸບ​ປະ​ກອນ​ເຫລົ່​ນີ້​ໄດ້​ຖືກ​ລັກຂະ​ໂມຍ​ເອົາ​ໄປ.

ຫ້ອ​ງ​ການຂອງ ນັກ​ຂ່າວ​ວິ​ທະ​ຍາ​ສາດ Siarhei Besarab ​ທີ່​ຕັ້ງ​ຢູ່ເບ​ລາ​ຣຸ​ສ ​ກ່າວ​ຕໍ່ວີ​ໂອ​ເອວ່າ​ ເຄື່ອງ​ອຸບ​ປະ​ກອນຂະ​ໜາດ​ນ້ອຍ ອາດ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ປາ​ກົດ​ວ່າ ບໍ່​ເປັນ​ອັນ​ຕະ​ລາຍ ສຳ​ລັບ​ຜູ້ສັງ​ເກດ​ການ​ໃນ​ເຄື່ອງ​ແບບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG