ຢູ່ຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ ປະຊາຊົນຫລາຍລ້ານຄົນ ກໍາລັງດິ້ນຮົນ ເພື່ອຟື້ນໂຕຄືນ ຈາກຄວາມເສຍຫາຍ ແລະຜົນກະທົບອື່ນໆ ທີ່ເກີດຈາກ ຊຸບເປີ້ພາຍຸ ແຊນດີ. ຄວາມພະຍາຍາມກອບກູ້ສະພາບການຄືນມາ ກໍາລັງດໍາເນີນໄປ ແຕ່ປະຊາຊົນ ຈໍານວນຫລວງຫລາຍ ຍັງບໍ່ມີໄຟຟ້າໃຊ້ ຫລືພາຫານະຂົ່ນສົ່ງ.
ຊີວິດຂອງຊາວນີວຢອກ ຍັງປະສົບຄວາມຫຍຸ້ງຍາກຢູ່ ຫລັງຈາກພາຍຸແຊນດີ
໒໑
ທ້າວ Raymond Palermo (ຊ້າຍ) ໃສ່ໜ້າກາກປ້ອງກັນໄພໃນຂະນະທີ່ຊ່ວຍເອົາຊາກເສດເຫລືອອອກຈາກຮ້ານຂາຍເຄື່ອງໄຟຟ້າຂອງພີ່ນ້ອງລາວໃນເມືອງ Brooklyn, NY, ໃນວັນທີ 31 ຕຸລາ, 2012
໒໒
ທະຫານຈາກກອງກໍາລັງພິທັກຊາດ ຫລື National Guard ຢືນຢູ່ໃນທ່າກຽມພ້ອມ ເພື່ອຊ່ວຍກູ້ເອົາປະຊາຊົນອອກມາ ຈາກເຂດນໍ້າຖ້ວມ ໃນເມືອງ Hoboken, ລັດນິວ ເຈີຊີ , ວັນທີ 31 ຕຸລາ 2012, ຫລັງຈາກ ຊຸບເປີ້ພາຍຸ Sandy.
໒໓
ຢູ້ຄົນໄດ້ຮັບຜົນກະທົບຈາກໄຟຟ້າມອດ ຍ້ອນລົມພາຍຸເຮີຣີເຄນ Sandy ລຽນຄີວຖ້າກັນເປັນສອງແຖວ ທີ່ປໍ້ານໍ້າມັນແຫ່ງນຶ່ງ ເພື່ອຊື້ນໍ້າມັນໄປໃສ່ຈັກປັ່ນໄຟຟ້າຢູ່ເຂດ Madison Park, ລັດນີວເຈີຊີ ໃນວັນທີ 31 ຕຸລາ, 2012.
໒໔
ຄົນລໍຖ້າຂຶນລົດເມທີ່ນະຄອນນີວຢອກ ໃນວັນທີ 31 ຕຸລາ, 2011