ຢູ່ຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ ປະຊາຊົນຫລາຍລ້ານຄົນ ກໍາລັງດິ້ນຮົນ ເພື່ອຟື້ນໂຕຄືນ ຈາກຄວາມເສຍຫາຍ ແລະຜົນກະທົບອື່ນໆ ທີ່ເກີດຈາກ ຊຸບເປີ້ພາຍຸ ແຊນດີ. ຄວາມພະຍາຍາມກອບກູ້ສະພາບການຄືນມາ ກໍາລັງດໍາເນີນໄປ ແຕ່ປະຊາຊົນ ຈໍານວນຫລວງຫລາຍ ຍັງບໍ່ມີໄຟຟ້າໃຊ້ ຫລືພາຫານະຂົ່ນສົ່ງ.
ຊີວິດຂອງຊາວນີວຢອກ ຍັງປະສົບຄວາມຫຍຸ້ງຍາກຢູ່ ຫລັງຈາກພາຍຸແຊນດີ
໒໕
ປະຊາຊົນໃນຄຸ້ມ Tribecaຂອງນິວຢອກ ທີ່ບໍ່ມີໄຟຟ້າໃຊ້ ຍ້ອນພາຍຸແຊນດີ ລໍຖ້າສາກແບດເຕີເຣີມືຖື ຂອງເຂົາເຈົ້າ ຈາກເຄື່ອງປັ່ນໄຟຟ້າ ຢູ່ແຄມຖະໜົນແຫ່ງນຶ່ງ, ວັນອັງຄານ ທີ 30 ຕຸລາ 2012.
໒໖
Kathy ກັບ Jeffrey Frey ຢືນຖ່າຍຮູບ ຢູ່ນອກເຮືອນຂອງເຂົາເຈົ້າ ທີ່ຖະໜົນ 7 ຊຶ່ງຖືກນໍ້າຖ້ວມ ຍ້ອນເຮີຣີເຄນ Sandy, ວັນທີ 30 ຕຸລາ 2012, ທີ່ເມືອງ Bayville, ລັດ N.Y.
໒໗
ເຮືອກາໂນຖືກນໍ້າຊັດ ເຂົ້າມາຢູ່ໃນຫ້ອງໂຖງຂອງຕຶກອາພາດທະມັ້ນທ໌ແຫ່ງນຶ່ງ ຍ້ອນເຮີຣີເຄນແຊນດີ ໃນຄຸ້ມ Sheepshead,ເຂດເມືອງ Brooklyn ຂອງນະຄອນນິວຢອກ, ວັນທີ 30 ຕຸລາ 2012.
໒໘
ຊາຍຄົນນຶ່ງ ຖ່າຍຮູບເອົາ ພາບຄວາມເສຍຫາຍ ຍ້ອນໄຟໄໝ້ ໃນຄຸ້ມ Belle Harbor ເຂດເມືອງ Queens ຂອງນະຄອນນິວຢອກ, ວັນທີ 30 ຕຸລາ 2012.